ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຫານບຳລຸງ ເປັນ​ກະ​ແຈ​ສຳ​ຄັນ ​ຕໍ່​ການ​ຟື້ນ​ຟູສຸ​ຂະ​ພາບ​ ຂອງ​ຄົນ​ປ່ວຍ ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ​


ອາຫານບຳລຸງ ​ມີ​ຄວາມ​ສຳ​ຄັນຫລາຍ ​ຕໍ່​ການ​ຟື້ນ​ຟູ​ສຸ​ຂະ​ພາບ ​ຂອງ​ຄົນ​ປ່ວຍ ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ​

ເມື່ອ​ຄົນ​ເຮົາ​ກຳ​ລັງ​ຟື້ນຄືນຈາກ​ການ​ເຈັບ​ໄຂ້ໄດ້​ປ່ວຍ ຫລື​ບາດ​ເຈັບ ສ່ວນ​ຫລາຍແລ້ວ ເຂົາ​ເຈົ້າ ບໍ່​ຄ່ອຍ​ຈະ​ຄິດ​ເຖິງ​ເລື້ອງອາ​ຫານ​ບຳ​ລຸງ ແຕ່​ວ່າ ດັ່ງ​ທີ່ Carol Pearson, ນັກ​ຂ່າວວີ​ໂອ​ເອ ລາຍ​ງານ​ມານັ້ນກໍແມ່ນວ່າ, ມັນ​ອາດ​ຈະ​ເປັນ​ສິ່ງ​ສຳ​ຄັນ​ກວ່າເພື່ອ​ນຳ​ເອົາ​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າໃຫ້ຟື້ນ​ກັບຄືນ​ມາ. ບົວ​ສະ​ຫວັນ​ມີລາຍ​ລະ​ອຽດກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຕອນທີ່ນາງ ໂມນິກາ ແມັກຄອມບ໌ (Monika McComb) ອອກຈາກໂຮງໝໍ ແລ້ວກັບມາຢູ່ເຮືອນນັ້ນ ລາວບໍ່ໄດ້ຄິດວ່າ ອາຫານທີ່ມີທາດບຳລຸງແມ່ນສິ່ງຈຳເປັນທີ່ສຸດ ເພື່ອຈະຟື້ນຟູສຸຂະພາບຄືນໄດ້ຢ່າງເຕັມສ່ວນ.

ນາງ ແມັກ​ຄອ​ມບ໌ (McComb) ທີ່​ເປັນ​ຄົນປ່ວຍ​ເວົ້າ​ວ່າ:
"ຂ້ອຍ​ມີ​ສຸ​ຂະ​ພາບ​ອ່ອນ​ເພຍຫລາຍ. ຂ້ອຍ​ເກືອບ​ວ່າ ເຖິງ​ຂັ້ນຈະ​ບໍ່ສາ​ມາດຍ່າງໂດຍ​ໃຊ້​ໄມ້ຄ້ອນ​ເທົ້າໄດ້."

ນາງແມັກ​ຄອ​ມບ໌ (McComb) ບໍ່​ໄດ້​ຄິດ​ວ່າ ຄວາມ​ອ່ອນ​ເພຍຂອງ​ນາງມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຂາດອາ​ຫານ​ບຳ​ລຸງ ຈົນ​ກວ່າວ່ານາງຈະໄດ້​ຖືກ​ກວດເບິ່ງສຸ​ຂະ​ພາບ.

ດ​ຣ. ຊູ​ເອ​ລາ ຊູ​ໂລ (Suela Sulo), ນັກ​ຄົ້ນ​ຄວ້າ​ດ້ານ​ສຸ​ຂະ​ພາບ​ຂອງ​ບໍ​ລິ​ສັດ ອັບ​ບອດ (Abbot) ອະ​ທິ​ບາຍ​ວ່າ:
"ໂຣກ​ຂາດ​ອາ​ຫານແມ່ນ​ບໍ່​ສາ​ມາດ​ເຫັນ​ໄດ້​ດ້ວຍ​ການ​ໃຊ້​ຕາ​ເບິ່ງ, ເພາະ​ສະ​ນັ້ນ ມັນ​ຈຶ່ງບໍ່​ໄດ້​ຖືກວິ​ນິໄສ ແລະ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ຢ່າງ​ພຽງ​ພໍ.”

ນາງແມັກ​ຄອ​ມບ໌ (McComb) ໄດ້​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ໂຄງ​ການດູ​ແລ​ສຸ​ຂະ​ພາບ​ຢູ່​ເຮືອນ ແລະ​ໄດ້​ຮັບ​ແຜນ​ການ​ກິນອາ​ຫານ​ທີ່​ມີ​ທາດ​ບຳ​ລຸງ​ຢ່າງ​ລະ​ອຽດ.

​ຄົນ​ອາ​ເມ​ຣິ​ກັນ​ສ່ວນ​ໃຫຍ່ແລ້ວ ​ແມ່ນ​ມີ​ຊ່ອງ​ທາງ​ໄດ້​ຮັບ​ອາ​ຫານ​ການກິນ ແຕ່​ວ່າ ຄົນ​ປ່ວຍ 1 ໃນ 3 ຄົນ​ໃດ ​ທີ່​ຢູ່​ໃນ​ໂຄງ​ການ​ດູ​ແລ​ສຸ​ຂະ​ພາບ​ຢູ່​ເຮືອນ ແມ່ນ​ເປັນ​ໂຣກ​ຂາດ​ອາ​ຫານ​ບຳ​ລຸງ ຫລືບໍ່ ກໍຂາ​ດເຂີນທາດ​ບຳ​ລຸງ​ອັນ​ໃດ​ອັນ​ນຶ່ງ ​ທີ່​ເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ເຂົາ​ເຈົ້າ ແລະ​ການ​ຟື້ນ​ຕົວ​ຄືນ​ຈາກ​ການ​ເຈັບ​ປ່ວຍມີ​ຄວາມ​ສ່ຽງ.

ທ່ານ​ນາງ ແຄັດ​ຕີ ໄຣ​ລີ (Katie Riley), ພະ​ຍາ​ບານ​ທີ່​ໄດ້​ຮັບ​ໃບ​ຢັ້ງ​ຢືນ, ຈາກ​ບໍ​ລິ​ສັດ Advocate Aurora Health ເວົ້າ​ວ່າ:
"ອາ​ຫານ​ທີ່​ມີ​ທາດ​ບຳ​ລຸງ ບໍ່​ແມ່ນ​ເຫດ​ຜົນ​ຕົ້ນ​ຕໍ​ ທີ່​ເຮັດ​ໃຫ້​ຄົນ​ປ່ວຍຕາມ​ປົກ​ກະ​ຕິ​ແລ້ວ​ມາ​ເຂົ້າໃນ​ໂຄງ​ການ​ດູ​ແລ​ສຸ​ຂະ​ພາບ​ຢູ່​ເຮືອນ. ແຕ່​ວ່າ ມັນ​ສຳ​ຄັນຫລາຍສຳ​ລັບ​ພວກ​ເຮົາ ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ​ຕໍ່​ການ​ກິນ​ອາ​ຫານ​ທີ່​ມີ​ທາດ​ບຳ​ລຸງ ເພື່ອ​ເສີມ​ສ້າງ​ຄ​ວາມ​ແຂງ​ແຮງ​ຂອງເຂົາ​ເຈົ້າ ແລະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຟື້ນ​ຟູ​ສຸ​ຂະ​ພາບ​ໄດ້​ໄວ​ຂຶ້ນ.”

ພວກ​ນັກ​ຄົ້ນ​ຄວ້າຈາກ​ບໍ​ລິ​ສັດ Abbot ແລະ​ບໍ​ລິ​ສັດ Advocate Health Care ຢາກ​ຈະ​ຊອກ​ຫາ​ທາງ​ຫລຸດ​ຜ່ອນການ​ເຂົ້າໄປ​ນອນໂຮງ​ໝໍ ແລະ ເສີມ​ສ້າງສຸ​ຂະ​ພາບ​ຂອງ​ຄົນ​ປ່ວຍ.

ຢູ່​ໃນ​ການ​ຄົ້ນ​ຄວ້າບັ້ນ​ນຶ່ງ ທີ່​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜຸນຈາກ​ບໍ​ລິ​ສັດ Abbott, ພວກ​ນັກ​ຄົ້ນ​ຄວ້າ​ພົບ​ວ່າ ເມື່ອ​ຄົນ​ປ່ວຍ​ທີ່​ຖືກ​ດູ​ແລ​ຢູ່​ເຮືອນ​ໄດ້​ຮັບ​ການ​ສຶກ​ສາ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ອາ​ຫານ​ທີ່​ມີທາດ​ບຳ​ລຸງແລ້ວ ໂອ​ກາດ​ທີ່ເຂົາ​ເຈົ້າຈະ​ເຂົ້າໄປ​ນອນ​ໃນໂຮງ​ໝໍ ຫລື ກັບ​ຄືນເຂົ້າໄປ​ນອນ​ໂຮງ​ໝໍ​ອີກພາຍ​ໃນ 90 ມື້​ຫລັງ​ຈາກໄດ້​ຮັບ​ບາດ​ເຈັບ​ ຫ​ລື ​ປ່ວຍ​ໄຂ້ ຈະມີໜ້ອຍ​ລົງເກືອບຮອດ 20 ເປີ​ເຊັນ.

ດ​ຣ. ຊູ​ເອ​ລາ ຊູ​ໂລ (Suela Sulo), ນັກ​ຄົ້ນ​ຄວ້າ​ດ້ານ​ສຸ​ຂະ​ພາບ​ຂອງ​ບໍ​ລິ​ສັດ ອັບ​ບອດ (Abbot) ອະ​ທິ​ບາຍ​ວ່າ:
"ໂດຍ​ຜ່ານການ​ລະ​ບຸ​ຕົວຄົນ​ເຈັບ​ທີ່​ສ່ຽງ​ຕໍ່​ການຂາດ​ທາດ​ບໍ​າລຸງໄດ້, ໂດຍ​ການ ເອົາ​ອາ​ຫານ​ທີ່​ມີ​ທາດ​ບຳ​ລຸງ​ອັນຖືກ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ກິນ, ແມ່ນທ່ານ​ໄດ້​ເພີ້ມ​ໂອ​ກາດໃຫ້​ເຂົາ​ເຈົ້າຟື້ນ​ຟູ​ສຸ​ຂະ​ພາບ​ຄືນ​ໄດ້​ໄວ​ຫລາຍ​ຂຶ້ນ, ບໍ່​ໃຫ້​ກັບ​ຄືນ​ໄປ​ເຂົ້າ​ໂຮງ​ໝໍ ຫລື ກ່ອນ​ອື່ນ​ໝົດ ກໍບໍ່ໄດ້​ກັບ​ຄືນໄປ​ເຂົ້າ​ໂຮງ​ໝໍ​ອີກ."

ເປົ້າ​ໝາຍ​ອັນ​ນຶ່ງ​ຂອງ​ການ​ສຶກ​ສາ​ຄົ້ນ​ຄວ້ານີ້ ແມ່ນ​ສ້າງ​ໂຄງ​ການ​ທີ່​ຄົນ​ປ່ວຍ​ສາ​ມາດ​ປະ​ຕິ​ບັດ​ຕາມ​ແຜນ​ການ​ດ້ວຍ​ຕົວ​ເອງໄດ້, ນັ້ນ​ຄື​ເຫດ​ຜົນ​ນຶ່ງ​ ທີ່​ພວກ​ຄົນ​ປ່ວຍ​ໄດ້​ຮັບ​ການ​ສຶກ​ສາ​ອົບ​ຮົມ​ກ່ຽວ​ກັບ​ອາ​ຫານ​ທີ່​ມີ​ທາດ​ບຳ​ລຸງ.

ທ່ານ​ນາງ ເກ​ຣດ​ເຈນ ແວນ​ເດິ​ບອສຊ໌ (Gretchen VanDerBosch), ນັກວິ​ຊາ​ການດ້ານ​ການ​ກິນອາ​ຫານທີ່​ໄດ້​ຮັບໃບ​ຢັ້ງ​ຢືນ, ​ຈາກ​ບໍ​ລິ​ສັດ Advocate Health Care ກ່າວ​ວ່າ:​
"ຜົນ​ໄດ້​ຮັບຂອງ​ມັນ ແມ່ນ​ໄດ້​ຮັບ​ການ​ປັບ​ປຸງ​ຂຶ້ນ​ຫລາຍ, ເຂົາ​ເຈົ້າ​ມີ​ຄວາມ​ແຂງ​ແຮງຫລາຍ​ຂຶ້ນ, ເຂົາ​ເຈົ້າ​ຫາຍ​ດີ​ໄວ​ຂຶ້ນ, ແລະມີ​ການ​ລົ້ມ​ໜ້ອຍ​ລົງ​ກວ່າ​ເກົ່າ, ​ເຂົາ​ເຈົ້າ​ເຂົ້າ​ໄປ​ນອນ​ໂຮງ​ໝໍ​ຄືນ​ອີກ ໜ້ອຍ​ລົງກວ່າ​ເກົ່າ."

ພວກ​ນັກ​ຄົ້ນ​ຄວ້າຫວັງ​ວ່າ ໂຄງ​ການ​ດູ​ແລ​ສຸ​ຂະ​ພາບ​ຢູ່​ເຮືອນ ແລະ​ໃນ​ໂຮງ​ໝໍ ສາ​ມາດ​ທີ່​ຈະ​ໃຊ້​ການ​ຄົ້ນ​ຄວ້ານີ້ ເພື່ອ​ຊ່ວຍ​ຄົນ​ປ່ວຍ​ຄົນ​ອື່ນ​ໄດ້​ອີກ​ດ້ວຍ.

ນາງ ແມັກຄອມ (McComb) ເວົ້າວ່າ ລາວມີຄວາມຮູ້ສຶກແຂງແຮງກວ່າເກົ່າ ແລະມີເຮື່ອແຮງຫລາຍຂຶ້ນກວ່າຕອນທີ່ລາວເລີ້ມເຂົ້າໃນໂຄງການດັ່ງກ່າວນີ້. ລາວໄດ້ໃຫ້ເຄຣດິດ ຫລືຮູ້ສຶກວ່າ ການຊ່ວຍເຫລືອຂອງພະຍາບານທີ່ໃຫ້ການດູແລຢູ່ເຮືອນ ແລະເພັ່ງເລັງໃສ່ອາຫານທີ່ມີທາດບຳລຸງ ທີ່ເຮັດໃຫ້ສຸຂະພາບຂອງນາງດີຂຶ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG