ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສວນພຶກສາຊາດສະຫະລັດ ຈັດວາງສະແດງ ດອກກ້ວຍໄມ້ ຈາກທົ່ວໂລກ (ວີດີໂອພາສາລາວ/ອັງກິດ)


Not Just for Show, Orchids Have Medicinal, Food Purposes Too
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ການວາງສະ​ແດງ​ໃໝ່ ຢູ່​ສວນພຶກ​ສາ​ຊາດຂອງ​ສະຫະລັດ
ຫລື U.S. Botanic Garden ທີ່​ນະຄອນ ຫລວງ​ວໍ​ຊິງ​ຕັນ
ທີ່​ກຳລັງດຶງ​ດູດ​ຜູ້​ຄົນໄປ​ເບິ່ງ​ໄປ​ຊົມ ​ໃນເວລາ​ນີ້ ​ແມ່ນ​ດອກ​
ກ້ວຍ​ໄມ້ ຫລື​ດອກ​ເອື້ອງ​ ທີ່​ສວຍ​ສົດ​ງົດ​ງາມ ຈາກ​ທົ່ວ​ໂລກ. ​
ແຕ່​ຊ່ຽວຊານ​ດ້ານ​ດອກ​ກ້ວຍ​ໄມ້​ຢູ່​ສວນ​ພື​ກສາ​ຊາດ ບອກ
ກັບ​ນັກ​ຂ່າວ​ວີ​ໂອ​ເອ Julie Taboh ວ່າ ດອກ​ໄມ້​ທີ່​ສະງ່າ​
ງາມ​ເຫລົ່າ​ນີ້ ບໍ່​ໄດ້​ມີ​ຄຸນຄ່າ​ສຳລັບ​ແຕ່​ການ​ເອ້ຍ້ອງ​ສະຖານ​ທີ່
​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຄວາມສຳຄັນ​ໃນ​ດ້ານ​ຢູກຢາ​ແລະ​ອາຫານ
​ນຳ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.


ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ພໍ​ກ້າວ​ຂາຍ່າງ​ເຂົ້າ​ໄປ​ໃນສວນ​ພຶກສາຊາດນັ້ນ ທ່ານ​ກໍ​ຈະ​ໄດ້ຍິນສຽງ​ເພງ​ຄລາສສິກ
Blue Danube waltz ​ແລະ​ໄດ້​ກິ່ນ​ຫອມ​ຂອງ ​ດອກ​ເອື້ອງຫລືດອກ​ກ້ວຍ​ໄມ້ ທີ່​ວາງ
ສະ​ແດງ​ຢູ່​ທົ່ວ. ນັກ​ຂ່າວ​ຂອງ​ເຮົາ Julie Taboh ​ໄດ້​ພົບ​ກັບທ່ານ Nick Nelson ສະຖາ
ປະນິກ​ຝ່າຍ​ຈັດ​ທິວ​ວະ​ທັດ​ ຂອງ​ສວນ​ພຶກສາຊາດ ທີ່​ອະທິບາຍ​ສູ່​ຟັງ​ກ່ຽວ​ກັບ​ການວາງ
ສະ​ແດງໃນ​ຄັ້ງ​ນີ້.

ທ່ານ Nelson ​ກ່າວ​ວ່າ “ພວກ​ເຮົາ​ມີ​ຫ້ອງ​ດອກ​ກ້ວຍ​ໄມ້​ຖາວອນ ຢູ່​ໃນເຮືອນກະຈົກ
​ຂ​ອງ​ເຮົາ ຊຶ່ງ​ມີດ​ອກກ້ວຍ​ໄມ້​ເບ່ງ​ບານ​ຢູ່​ຕະຫລອດ​ເວລາ ​ແຕ່​ວ່າ ​ໃນເວລາ​ນີ້​ຂອງ​ປີ
ພວກ​ເຮົາ​ມີດ​ອກກ້ວຍ​ໄມ້​ຫລາຍ​ພັນ​ຊະນິດ ທີ່​ກຳລັງ​ເບ່ງ​ບານ ເພາະສະ​ນັ້ນ ມັນຈຶ່ງ​
ເປັນ​ໂອກາດອັນ​ດີ ​ເພື່ອ​ເຜີຍ​ແຜ່ຄຸນ​ນະພາ​ບຂອງ​ດອກ​ໄມ້​ນີ້ ​ໃຫ້​ຜູ້​ຄົນໄດ້​ຮູ້.”


ທ່ານ Nelson ​ກ່າວຕໍ່​ໄປ​ວ່າ “ປີ​ນີ້ ພວກ​ເຮົາ​ເລືອກ​ເອົາ​ຊື່​ ກວ້ຍ​ໄມ້​ມະ​ໂຫລີ ມາ​ເປັນ
​ຫົວ​ຂໍ້​ຂອງ​ການວາງສະ​ແດງ ​ໂດຍ​ການ​ຮ່ວມ​ມື​ກັບ​ ພະ​ແນ​ກສວນ​ຂອງ​ພິພິທະ​ພັນ
Smithsonian ເພາະວ່າ ມັນພາ​ໃຫ້​ຮູ້ສຶກ​ເຖິງ ຄວາມ​ສະງ່າ​ງາມກັບຄວາມ​ຍິ່ງ​ໃຫຍ່​
ທີ່​ພວກ​ເຮົາ​ຄິດ​ວ່າ​ ເໝາະ​ສົມ​ດີ​ກັບ​ດອກກ້ວຍ​ໄມ້ ​ແລະ​ສະຖາປັດຕະຍະ​ກໍາ​ຂອງ​
ເຮືອນ​ກະຈົກ ຂອງ​ພວກ​ເຮົາ. ພວກ​ເຮົາ​ມີ​ນ້ຳພຸ ທີ່​ພວກ​ເຮົາໃຊ້​ຄອມ​ພິວ​ເຕີ້ ຈັດ​ໃຫ້
​ເຂົ້າ​ກັບ​ສຽງ​ເພງ ຄລາສສິກ​ນັ້ນ. ນອກ​ນີ້ແລ້ວ ກໍ​ມີ​ການວາງສະ​ແດງ​ຢ່າງ​ຍິ່ງ​ໃຫຍ່
​ຂອງດອກ​ກ້ວຍ​ໄມ້ນາໆ​ຊະນິດ ທີ່​ມີ​ທຸກໆ​ສີ ​ແລະ​ທຸກໆ​ຮູບ​ແບບ.”


ດອກກ້ວຍໄມ້ ວະນີລາ ທີ່ກິນໄດ້ ໂດຍເອົາມາເຮັດນໍ້າ ວະນີລາ. ເປັນດອກເອື້ອງທີ່ເກີດຢູ່ພາກພື້ນ ອາເມຣິກາກາງແລະໃຕ້.(J. Taboh/VOA)
ດອກກ້ວຍໄມ້ ວະນີລາ ທີ່ກິນໄດ້ ໂດຍເອົາມາເຮັດນໍ້າ ວະນີລາ. ເປັນດອກເອື້ອງທີ່ເກີດຢູ່ພາກພື້ນ ອາເມຣິກາກາງແລະໃຕ້.(J. Taboh/VOA)

ທ່ານ Nelson ​ອະທິບາຍຕື່ມວ່າ “​ຢູ່​ທາງປະຕູ​ເຂົ້າ​ມາ​ນີ້ ​ເຮົາ​ກໍ
​ມີ​ຮູບ​ແຕ້ມ​ທີ່​ສວຍ​ງາມ ຂອງ Patricia Laspino ນັກ​ແຕ້ມ​ຮູບ​
ດອກ​ກ້ວຍ​ໄມ້. ​ໃນ​ຮູບ​ໂຕ​ຢ່າງ​ອັນ​ນີ້ ​ແມ່ນ​ດອກແຄັດ​ທະ​ລີ​ຢາ
ທີ່​ຊື່ ‘Michelle Obama’ ຊຶ່ງ​ເປັນ​ດອກ​ຫລ້າ​ສຸດ ທີ່​ຕັ້ງ​ຊື່​ໃຫ້
ກຽດ​ແກ່​ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດ ຄື​ພວກ​ເຮົາ​ຕັ້ງ​ຊື່​
ດອກ​ກ້ວຍ​ໄມ້​ໃຫ້​ແກ່ພັນ​ລະ​ຍາ​ຂອງ​ປະທານາທິບໍດີ​ທຸກໆ​ຄົນ
ນັບ​ຕັ້ງ​ແຕ່​ເມຍ​ທ່ານ Hoover ມາແລ້ວ.”


ນອກ​ນັ້ນ ນັກ​ຂ່າວ​ຂອງ​ເຮົາ​ຍັງ​ໄດ້​ພົບ​ກັບທ່ານ Ari Novy ຮອງ
​ຜູ້​ອໍານວຍ​ການ​ຝ່າຍ​ບໍລິຫານ ​ຂອງ​ສວນ​ພຶກສາຊາດ ນໍາ.

ທ່ານ Ari Novy ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຢາກ​ຊີ້​ໃຫ້​ທ່ານ​ເບິ່ງຕົ້ນ
ດອກ Bletilla Striata ຫລື ​ດອກ​ກ້ວຍ​ໄມ້ຈາກ​ພື້ນ​ດິນ​ຂອງ​
ຈີນຊຶ່ງ​ເຂົາ​ເຈົ້າ​ປູກ​ຂາຍ ບໍ່​ແມ່ນ​ຍ້ອນ​ວ່າມັນ​ງາມ​ຫລາຍ​ເທົ່ານັ້ນ ​ແຕ່​ຍັງ​ເອົາ​ໄປ​ໃຊ້ເຮັດ
ຢາພື້ນ​ເມືອງ​ຂອງ​ຈີນ​ອີກ. ພວກ​ເຮົາຫລາຍໆ​ຄົນ​ ກໍອາດ​ຈະ​ເຄີຍ​ໄດ້​ກິນດອກ​ກ້ວຍໄມ້ ​
ໂດຍ​ບໍ່​ຮູ້ສຶກ​ໂຕ. ດອກ​ທີ່​ເອົາມາກິນ​ຫລາຍ​ທີ່​ສຸດ​ກໍ​ຄືດອກ ວະ​ນີລາ ຊຶ່ງ​ເປັນ​ປະເພດ​
ເຄືອທີ່​ເກີດ​ຢູ່ຂົງ​ເຂດ​ອາ​ເມຣິກາກາງ ​ແລະ​ໃຕ້ ​ເຖິງ​ແມ່ນ​ວ່າການ​ຜະລິດ​ນໍ້າ​ວະ​ນີລາ​
ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ເວລາ​ນີ້ ​ແມ່ນ​ຢູ່​ເກາະ Madagascar ກໍ​ຕາມ."


ຕົ້ນດອກກ້ວຍໄມ້ Bletilla Striata ຫລືດອກເອື້ອງຈີນ ທີ່ເກີດຢູ່ພື້ນດິນ ແມ່ນໃຊ້ຜະລິດຢາພຶ້ນເມືອງຈີນ ທີ່ໃຊ້ຢຸດເລືອດ ບໍ່ໃຫ້ໄຫລອອກຫລາຍ.(J. Taboh/VOA)
ຕົ້ນດອກກ້ວຍໄມ້ Bletilla Striata ຫລືດອກເອື້ອງຈີນ ທີ່ເກີດຢູ່ພື້ນດິນ ແມ່ນໃຊ້ຜະລິດຢາພຶ້ນເມືອງຈີນ ທີ່ໃຊ້ຢຸດເລືອດ ບໍ່ໃຫ້ໄຫລອອກຫລາຍ.(J. Taboh/VOA)

ທ່ານ Ari Novy ກ່າວຕື່ມ​ວ່າ “ດອກ​ກ້ວຍ​ໄມ້​ແມ່ນ​ໜ້າ​ເຫລືອ
​ເຊື່ອອີ​ຫລີ. ​ແນ່​ນອນ ພວກ​ເຮົາຈັບ​ໃຈ​ໃນ​ຄວາມ​ງາມ​ຂອງ​
ມັນ ​ແລະ​ດອກ​ທີ່​ພວກ​ເຮົາ​ຖື​ວ່າ​ ​ເປັນ​ດອກກ້ວຍ​ໄມ້​ແທ້ໆ​ນັ້ນ ​
ຄວາມ​ຈິງ​ແລ້ວ ​ແມ່ນ​ພັນ​ເຂດ​ຮ້ອນ ທີ່​ມາ​ຈາກ​ປ່າ​ໄມ້​ທີ່​ມີ​ຝົນ
ຕົກ​ຫລາຍ​ເປັນ​ສ່ວນ​ໃຫຍ່. ​ແຕ່​ຄວາມ​ຈິງ​ແລ້ວ ດອກ​ກ້ວຍ​
ໄມ້ ​ຫລື​ດອກ​ເອື້ອງ ​ແມ່ນ​ມີ​ຢູ່​ໃນ​ທຸກ​ທະວີບ​ໃນ​ໂລກ ນອກ
ຈາກ​ຂົ້ວ​ໂລກ​ໃຕ້. ດອກເອື້ອງ​ແມ່ນ​ງາມ​ຫລາຍແທ້ໆ. ​ເບິ່ງ​
ແລ້ວ ​ພາ​ໃຫ້​ເຮົາ​ມີ​ຈິນຕະນາ​ການ. ​ແລະ​ກໍ​ມີ​ທຸກ​ສີ​ຂອງ​ສາຍ
​ຮຸ້ງ ຊຶ່ງ​ປະກົດ​ອອກ​ມາ​ໃນລັກສະນະ​ທີ່​ພາ​ໃຫ້​ເຮົາ​ມ່ວນ​ຊື່ນ​
ແທ້ໆ ​ເວລາ​ໄດ້​ເຫັນ​ມັນ. ສະ​ນັ້ນ ສະຫລູ​ບ​ແລ້ວ ສິ່ງ​ທີ່​ພວກ​
ເຮົາ​ກໍາລັງ​ພະຍາຍາມເຮັດ​ຢູ່​ສວນ​ພື​ກສາ​ຊາດ​ນີ້ ກໍ​ແມ່ນວ່າ
ເຜີຍ​ແຜ່ໃຫ້​ພວກ​ທ່ານຮູ້ຈັກ ແລະ​ພວກ​ເຮົາ​ກໍ​ຮູ້​ດີ​ວ່າ ພວກ
​ເຮົາສາມາດ​ເຮັດ​ແນວນັ້ນ​ ໄດ້​ດີ​ທີ່​ສຸດ ຖ້າ​ຫາກ​ວ່າພວກ​ເຮົາ​
ສາມາດ​ເຮັ​ດ​ໃຫ້ ທ່າ​ນມ່ວນ​ຊື່ນ ຍິ້ມ​ຫົວ​ໄດ້.”


ງານ​ວາງ​ສະ​ແດງ​ດອກ​ກ້ວຍ​ໄມ້ ​ຫລື​ດອກ​ເອື້ອງ ທີ່​ສວນ​ພຶກສາຊາດ​ໃນ ວໍ​ຊິງ​ຕັນ ດີ​ຊີ ຈະ​ມີ​ໄປ​ຮອດ ວັນ​ທີ 27 ​ເດືອນ​ເມສາ ກໍ​ຄື​ເດືອນ​ໜ້າ​ນີ້.

ເບິ່ງວີດີໂອ ພາສາລາວ ກ່ຽວກັບການວາງສະແດງ ດອກກ້ວຍໄມ້ ຢູ່ສວນພຶກສາຊາດ ເມື່ອປີ 2012 ຊຶ່ງມີດອກເອື້ອງຈາກ ສປປ ລາວ ນຳ.

XS
SM
MD
LG