ລັດຖະບານທະຫານໄທ ກຳລັງດຳເນີນມາດຕະການຕ່າງໆ ທີ່
ແນໃສ່ເພື່ອຟື້ນຟູ ລະບຽບວິໄນ ຫຼັກສີນລະທຳ ແລະຄວາມຮັກ
ຊາດ ໃນໝູ່ປະຊາຊົນໄທທັງປວງ. ມາດຕະການຕ່າງໆເຫຼົ່ານີ້
ແມ່ນຮວມທັງ ປາບປາມການພະນັນເຖື່ອນ ປະຕິຮູບການສຶກ
ສາເພື່ອສົ່ງເສີມພັດທະ ນາການດ້ານສີນລະທຳຂອງພວກນັກ
ຮຽນນັກສຶກສາ ແລະຈັດຕັ້ງ ໂທລະສັບສາຍດ່ວນ 24 ຊົ່ວໂມງ
ສຳຫລັບໃຫ້ພົນລະເມືອງແຈ້ງໃຫ້ທາງການຮູ້ ກ່ຽວກັບພວກພະ
ສົງທີ່ປະພຶດໃນທາງບໍ່ດີ. ສິງມີລາຍລະອຽດ ກ່ຽວກັບເລື້ອງນີ້
ຈາກລາຍງານທີ່ Steve Sandford ຜູ້ສື່ຂ່າວວີໂອເອ ສົ່ງມາ
ຈາກບາງກອກ.
ທີ່ຫ້ອງການສາສະໜາພຸດແຫ່ງຊາດ ປະຊາຊົນໄທສາມາດໂທລະສັບໄປລາຍງານ
ໃຫ້ທາງການຊາບ ກ່ຽວກັບການພົບເຫັນພວກພະສົງທີ່ປະພຶດໃນທາງທີ່ບໍ່ຖືກຕ້ອງ.
ບັນດາເຈົ້າໜ້າທີ່ກ່າວວ່າ ມັນເປັນການເຄື່ອນໄຫວເພື່ອຟື້ນຟູພາບພົດຂອງສາສະໜາ
ພຸດຂອງປະເທດຄືນມາ ທີ່ໄດ້ຮັບຄວາມເສື່ອມເສຍຈາກຂ່າວນອງນັນໃນລະດັບສູງ
ຕ່າງໆ ເຊັ່ນ ການໃຊ້ຊີວິດຢ່າງຟຸມເຟືອຍແບບເສດຖີຂອງພະອົງນຶ່ງ ຫລືພວກພະສົງ
ທີ່ໃຊ້ຢາເສບຕິດ ແລະດື່ມເຫລົ້າ ຕະຫຼອດທັງການກ່າວຫາກ່ຽວກັບການລະເມີດທາງ
ເພດເດັກນ້ອຍ ທີ່ວັດແຫ່ງນຶ່ງໃນພາກເໜືອຂອງໄທ.
ແຕ່ເຖິງແມ່ນໄດ້ມີການຈັດຕັ້ງສູນບໍລິການໂທລະສັບສາຍດ່ວນ ຫລື Hotline ຂຶ້ນໃນ
ທັງ 76 ຈັງຫວັດ ຕັ້ງແຕ່ທ້າຍເດືອນມິຖຸນາມາກໍຕາມ ກໍບໍ່ໄດ້ມີລາຍງານເຂົ້າມາຢ່າງຫລວງຫລາຍພໍປານໃດ ອິງຕາມພວກພະນັກງານ ຮັບໂທລະສັບ ເຊັ່ນທ້າວ ສຸຣິຍາ
ຊູຫາເວັນ.
ທ້າວ ສຸຣິຍາ ເວົ້າວ່າ: “ຄວາມຈົ່ມວ່າທີ່ໃຫຍ່ທີ່ສຸດ ກໍແມ່ນກ່ຽວກັບພວກພະສົງ
ທີ່ເອົາຂອງທານທີ່ພວກຕົນໄດ້ມານັ້ນ ກັບຄືນໄປຂາຍເອົາເງິນ ແລະນອກນັ້ນ
ກໍແມ່ນຄຳຈົ່ມວ່າ ພວກພະສົງບໍ່ອອກໄປບິນທະບາດອີກ.”
ທ່ານ ນົບພະຣັດ ເບັນຈະວັດທະນາ ຫົວໜ້າຫ້ອງການສາສະໜາພຸດແຫ່ງຊາດ ກ່າວວ່າ ສູນ Hotline ຈະດຳເນີນງານກັບພວກອົງການ ປະຕິບັດກົດໝາຍອື່ນໆ ເພື່ອຕິດຕາມ
ເບິ່ງ ບໍ່ພຽງແຕ່ພວກພະສົງທີ່ ປະພຶດບໍ່ດີເທົ່ານັ້ນ ແຕ່ຕິດຕາມເບິ່ງການປະພຶດທາງດ້ານສາສະໜາທີ່ບໍ່ເໝາະສົມ ຂອງພວກຄົນໄທ ແລະພວກແຂກຢ້ຽມຢາມຕ່າງປະເທດນຳ
ເຊັ່ນກັນ.
ທ່ານນົບພະຣັດ ເວົ້າວ່າ “ເວລາພວກເຮົາໄດ້ຮັບຄຳຈົ່ມວ່າ ພວກເຮົາສາມາດ
ເລີ້ມດຳເນີນການໄດ້ໃນທັນທີອກັບພວກກົມກອງອື່ນໆ ດັ່ງງໂຕຢ່າງ ຖ້າມີຜູ້
ໃດຜູ້ນຶ່ງລົງຄລິບວີດີໂອທີ່ບໍ່ດີ ໃນໜ້າ Facebook ພວກເຮົາກໍສາມາດບອກ
ກະຊວງ ເທັກໂນໂລຈີຂໍ້ມູນແລະຊຸມຊົນ ໃຫ້ປິດໜ້າ Facebook ນັ້ນ ຫຼືພວກ
ເຮົາສາມາດຊອກຮູ້ໄດ້ວ່າ ຜູ້ໃດເປັນຜູ້ນຳເອົາຄລິບວີດີໂອອັນນັ້ນມາລົງ ແລະ
ພວກເຮົາກໍສາມາດທຳການສືບສວນສອບສວນໄດ້.”
ການຄວບຄຸມຢ່າງເຂັ້ມງວດແບບນີ້ ຕໍ່ພວກຕາໜ່າງສື່ມວນຊົນ ແລະສື່ສັງຄົມຂອງໄທ
ທີ່ເຄີຍມີເສລີພາບມາຫລາຍກ່ວານີ້ໃນເມື່ອກ່ອນນັ້ນ ໄດ້ກາຍມາເປັນສັນຍະລັກ ຂອງ
ອຳນາດປົກຄອງ ທະຫານໄທ. ແຕ່ບັນດານັກຊ່ຽວຊານດ້ານສາສະໜາພຸດ ກ່າວວ່າ
ວົງການພະສົງໃນໄທ ໄດ້ດິ້ນຮົນຕໍ່ສູ້ມາເປັນເວລາຫຼາຍປີແລ້ວ ຊຶ່ງສາເຫດສ່ວນນຶ່ງກໍ
ເປັນຍ້ອນການສຶກສາຟຣີໃນຂັ້ນມັດທະຍົມ ແລະການວາງແຜນຄອບຄົວທີ່ດີຂຶ້ນ ຊຶ່ງ
ເຮັດໃຫ້ມີພວກຊາວໜຸ່ມທີ່ມີຄຸນນະພາບສູງ ເຂົ້າມາບວດເປັນພະໃນຈຳນວນໜ້ອຍລົງ
ແຕ່ທ່ານສັງ ຈັນງາມ ຜູ້ຊ່ຽວຊານດ້ານສາສະໜາພຸດ ທີ່ເຄີຍບວດເປັນພະມາກ່ອນ ຍັງ
ຄົງມີຄວາມເຊື່ອໝັ້ນຢູ່ວ່າ ຫລັການພື້ນຖານຕົ້ນຕໍຂອງສາສະໜາພຸດ ຈະເອົາໂຕລອດ
ໄດ້ຢູ່ ໃນພະລາດຊະອານາຈັກໄທ ເຖິງແມ່ນຈະມີ ຫຼືບໍ່ມີ ສູນ Hotline ກໍຕາມ.
ທ່ານສັງ ຈັນງາມ ກ່າວວ່າ “ສຳຫລັບກົດລະບຽບວິໄນໃນວັດ ທີ່ຖືກວາງໄວ້ໂດຍ
ພະພຸດທະເຈົ້າ ໃນຄຳພີສາສະໜາພຸດ ແມ່ນບໍ່ມີຜູ້ໃດກ້າ ທີ່ຈະທຳການປ່ຽນ
ແປງໄດ້ດອກ ເພາະມັນໄດ້ກາຍເປັນສິ່ງສັກສິດແລ້ວ. ແຕ່ກົດລະບຽບທີ່ຄົນ
ແຕ່ງຂຶ້ນ ຫຼືວັດ ແລະພວກພະສົງ ເຮັດຂຶ້ນມານັ້ນ ກົດລະບຽບເຫຼົ່ານີ້ ແມ່ນ
ສາມາດປ່ຽນແປງໄດ້.”
ບັນດາເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຈະທຳການສືບສວນສອບສວນ ຄວາມຈົ່ມວ່າທຸກໆກໍລະນີ ກ່ຽວກັບພະສົງຈຳນວນປະມານ 2 ແສນ 5 ໝື່ນຮູບ ໃນປະເທດໄທນັ້ນ.
With Thailand's military government firmly in control after May's bloodless coup, authorities are carrying out plans they say are aimed at restoring discipline, morality and patriotism to all Thais. The measures include a crackdown on illegal gambling, education reforms to promote students' moral development, and a new 24-hour phone hotline for citizens to report misbehaving monks. Steve Sandford reports from Bangkok.
Here at the National Office of Buddhism, Thai citizens are being told to report any monks spotted misbehaving.
Officials say it's a move to restore the country's image of Buddhism, tarnished by recent high profile scandals such as the opulent lifestyle of one jet-setting monk, monks seen using drugs and drinking, as well as allegations of child sex abuse at a temple in the North.
But despite call centers operating in 76 provinces since late June, things have been a bit slow for phone operators like Suriya Choohaven, who says the most common grumble is about monks recycling alms.
"The biggest complaint is about the monks doing business with the vendors by selling back the food they collect, to make money and then they don't walk around anywhere."
The National Office of Buddhism director says the hotline will work with other enforcement agencies to monitor not only bad monks, but also inappropriate religious behavior by both Thais and foreign visitors.
"When we receive the complaint case we can start work immediately with the other departments. For example if someone posts a bad clip on Facebook, we can tell ICT ((Ministry of Information and Community Technology)) to shutdown that page. Or we can find out who release the clip and we can investigate."
Such tight controls over Thailand once much-freer media and social networks have become a hallmark of the junta's rule.
But Buddhist experts say monkhood in Thailand has been struggling for years, in part because free secondary education and better family planning means fewer high-quality candidates seek monkhood.
Buddhist expert and former monk Sang Chan-Ngam remains confident that the basic fundamentals of Buddhism will survive in the kingdom, with or without a hotline.
"As far as the monastery rules which were laid down by the Buddha in the Buddhist text, would not dare change them because they have become sanctified. But as for man-made rules or rules made by the temple and the monks, they can be changed."
Authorities say they will investigate any complaints made against the country's estimated quarter million monks.
Steve Sandford, reporting for VOA from Bangkok, Thailand.