ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນໍເວ ກ່າວປົກປ້ອງ ການເປັນເຈົ້າພາບ ຈັດການເຈລະຈາ ກັບກຸ່ມຕາລີບານ ຂອງອັຟການິສຖານ


ພາບຖ່າຍນີ້ ໄດ້ຖືກເປີດເຜີຍ ໂດຍກຸ່ມຕາລີບານຂອງອັຟການິສຖານ ແລະ ຖ່າຍເມື່ອວັນທີ 22 ມັງກອນ 2022 ສະແດງໃຫ້ເຫັນ ເຈົ້າໜ້າທີ່ອະວຸໂສຂອງກຸ່ມຕາລີບານ ອານາສ ຮາກການີ (Anas Haqqani), ຂວາ, ແລະຄະນະຜູ້ແທນ ຢູ່ເທິງເຮືອບິນ ກ່ອນໜ້າການອອກເດີນທາງ ໄປຍັງນະຄອນຫຼວງ ອອສໂລ ຂອງນໍເວ,
ພາບຖ່າຍນີ້ ໄດ້ຖືກເປີດເຜີຍ ໂດຍກຸ່ມຕາລີບານຂອງອັຟການິສຖານ ແລະ ຖ່າຍເມື່ອວັນທີ 22 ມັງກອນ 2022 ສະແດງໃຫ້ເຫັນ ເຈົ້າໜ້າທີ່ອະວຸໂສຂອງກຸ່ມຕາລີບານ ອານາສ ຮາກການີ (Anas Haqqani), ຂວາ, ແລະຄະນະຜູ້ແທນ ຢູ່ເທິງເຮືອບິນ ກ່ອນໜ້າການອອກເດີນທາງ ໄປຍັງນະຄອນຫຼວງ ອອສໂລ ຂອງນໍເວ,

ນາຍົກລັດຖະມົນຕີນໍເວ ທ່ານໂຈນາສ ກາຣ ສໂຕແອຣ (Jonas Gahr Stoere) ໄດ້ອະທິບາຍວ່າ ເປັນການເຈລະຈາແບບ “ຈິງຈັງ” ແລະ “ຈິງໃຈ” ທີ່ປະເທດຂອງທ່ານ ໄດ້ເປັນເຈົ້າພາບຈັດຂຶ້ນໃນອາທິດນີ້ ລະຫວ່າງກຸ່ມຕາລີບານ ແລະບັນດານັກເຄື່ອນໄຫວສັງຄົມພົນລະເຮືອນອັຟການິສຖານ ພ້ອມດ້ວຍບັນດານັກການທູດປະເທດຕາເວັນຕົກ ກ່ຽວກັບເລື້ອງວິກິດການດ້ານມະນຸດສະ ທຳ ຢູ່ໃນອັຟການິສຖານ.

ການເຈລະຈາເປັນ​ເວ​ລາສາມວັນ ໄດ້ສະຫລຸບລົງ ໃນວັນອັງຄານວານນີ້ ທ່າມກາງການປະທ້ວງແລະການຕ້ອງຕິ ໂດຍສະເພາະຈາກບັນດາກຸ່ມປົກປ້ອງສິດທິມະນຸດຂອງອັຟການິສຖານ ຕໍ່ການຕັດສິນໃຈຂອງນໍເວ ທີ່ເປັນເຈົ້າພາບຕ້ອນຮັບ ກຸ່ມອິສລາມຫົວ​ຮຸນ​ແຮງຕາລີບານ ຜູ້ທີ່ໄດ້ຢຶດອຳນາດໃນອັຟການິສຖານ ເມື່ອປີກາຍນີ້.

ທ່ານກາຣ ສໂຕແອຣ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນນິວຢອກວ່າ ກອງປະຊຸມຫຼາຍຄັ້ງ ກໍບໍ່ແມ່ນວ່າ ເຮັດໃຫ້ລັດຖະບານ ຂອງກຸ່ມຫົວ​ແຂງ​ກະ​ດ້າງໃນ ກາບູລນັ້ນ ຖືກຕ້ອງຕາມກົດໝາຍ. ທ່ານໄດ້ກ່າວວ່າ ມັນເປັນ “ບາດກ້າວທຳອິດ” ໃນການພົວພັນກັບອຳນາດການປົກຄອງຂອງອັຟການິສຖານໃນປັດຈຸບັນ ເພື່ອບໍ່ໃຫ້ເກີດໄພຫາຍະນະດ້ານມະນຸດສະທຳໃນປະເທດດັ່ງກ່າວນັ້ນ.

ນາຍົກລັດຖະມົນຕີຂອງນໍເວ ໄດ້ກ່າວວ່າ “ມັນບໍ່ໄດ້ເປັນການຮັບຮູ້ໃດໆເລີຍ. ມັນເປັນພຽງກອບການປະຕິບັດງານເພື່ອແກ້ໄຂບັນຫາທັງຫຼາຍ....ໂດຍການສົ່ງຂໍ້ຄວາມທີ່ຈະແຈ້ງໄປຍັງກຸ່ມຕາລີບານ ແລະຍັງໄດ້ລະບຸລາຍລະອຽດຕ່າງໆໃນຄວາມຄາດຫວັງຂອງສາກົນ ແລະຮັບຟັງສິິ່ງທີ່ພວກເຂົາເຈົ້າມີ ອັນເປັນການສື່ສານຂອງພວກເຂົາ.” ທ່ານກ່າວອີກວ່າ “ສະນັ້ນ ອັນນີ້ ຂ້າພະເຈົ້າເຊື່ອວ່າ ເປັນມາດຕະການທີ່ເຮັດໃຫ້ມີຄວາມເປັນໄປໄດ້ວ່າ ຈະນຳເອົາພວກທີ່ກຳອຳ ນາດໃນອັຟການິສຖານ ມາຮັບຜິດຊອບຕໍ່ກົດໝາຍ.”

ຄະນະຜູ້ແທນຂອງກຸ່ມຕາລີບານ ນຳພາໂດຍລັດຖະມົນຕີການຕ່າງປະເທດ ອາເມຍ ຄານ ມູຕາກີ (Amir Khan Muttaqi) ໄດ້ພົບປະກັບບັນດາສະມາຊິກກຸ່ມສັງຄົມພົນລະເຮືອອັຟການິສຖານ ທີ່ລວມມີພວກແມ່ຍິງ ໃນວັນອາທິດຜ່ານມາ ແລະຕິດຕາມມາດ້ວຍ ການເຈລະຫຼາຍຝ່າຍ ກັບບັນດານັກການທູດຈາກສະຫະລັດ ສະຫະພາບຢູໂຣບ ອັງກິດ ຝຣັ່ງ ອີຕາລີ ສະຫະປະຊາຊາດ ແລະເຈົ້າພາບນໍເວ ໃນວັນຈັນ ແລະວັນອັງຄານ.

ກອງປະຊຸມປິດລັບຫຼາຍຄັ້ງ ຊຶ່ງໄດ້ເກີດຂຶ້ນຢູ່ທີ່ໂຮງແຮມຕັ້ງຢູ່ນອກນະຄອນ ຫຼວງອອສໂລນັ້ນ ຄາດໝາຍວ່າ ຈະກວມເອົາຫຼາກຫຼາຍເລື້ອງທີ່ລວມທັງການສຶກສາສຳລັບພວກແມ່ຍິງອັຟການິສຖານ ການຊ່ວຍເຫຼືອດ້ານມະນຸດສະທຳ ແລະການມີສ່ວນຮ່ວມຫຼາຍຂຶ້ນກວ່າເກົ່າໃນການປົກປັກຮັກສາລັດຖະບານ ທີ່ກຸ່ມຕາລີບານຈັດຕັ້ງຂຶ້ນນັບຕັ້ງແຕ່ໄດ້ເຂົ້າກຳອຳນາດໃນປະເທດທີ່ຖືກທຳລາຍໂດຍບັນຫາຂັດແຍ້ງ.

ຍັງບໍ່ມີປະເທດໃດໆ ຮັບຮູ້ລະບອບການປົກຄອງຂອງກຸ່ມຕາລີບານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG