ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງລູກສອນໄຟ ເກົາຫຼີເໜືອ ອາດ ແນໃສ່ລະບົບປ້ອງກັນລູກສອນໄຟ THAAD


ນັກທ່ອງທ່ຽວນັ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນລາຍການຂ່າວລາຍງານ ກ່ຽວກັບ ການຍິງລູກສອນໄຟຂອງ ເກົາຫຼີເໜືອ ໃນສະຖານີລົດໄຟນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 5 ເມສາ, 2017.
ນັກທ່ອງທ່ຽວນັ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນລາຍການຂ່າວລາຍງານ ກ່ຽວກັບ ການຍິງລູກສອນໄຟຂອງ ເກົາຫຼີເໜືອ ໃນສະຖານີລົດໄຟນະຄອນຫຼວງ ໂຊລ, ເກົາຫຼີໃຕ້. 5 ເມສາ, 2017.

ການທົດລອງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ ໃນວັນພຸດມື້ນີ້, ເຊິ່ງຖືກ ຍິງຂຶ້ນໃກ້ກັບຖານທັບເຮືອດຳນໍ້າຂອງປະເທດໃນເມືອງ Sinpo, ອາດຊີ້ໃຫ້ເຫັນວ່າ ກອງ ທັບກຳລັງພັດທະນາມາດຕະ ການຮັບ​ມື ເພື່ອປ້ອງກັນການໂຈມຕີ​ແບບ​ລົງມື​ກ່ອນ ໂດຍ ສະຫະລັດ ແລະເພື່ອຕ້ານຄວາມໄດ້ປຽບຂອງລະບົບປ້ອງກັນລູກສອນໄຟ Thaad ທີ່ຖືກ
ສົ່ງໄປ ເກົາຫຼີໃຕ້.

ທັງກອງທັບຂອງ ສະຫະລັດ ແລະ ເກົາຫຼີໃຕ້ ສາມາດຈັບໄດ້ການຍິງລູກສອນໄຟຂີປະນາ
ວຸດລູກໜຶ່ງໃນຕອນເຊົ້າຈາກ​ຖານ​ທັບ​ພາກພື້ນດິນ ໃກ້ກັບເມືອງ Sinpo ​ໃນແຂວງ Hamgyong ​ໃຕ້ ທາງຊາຍຝັ່ງພາກຕາເວັນອອກຂອງປະເທດ.

ການປະເມີນຜົນເບື້ອງຕົ້ນໄດ້ລະບຸວ່າ ລູກສອນໄຟນີ້ ແມ່ນລູກສອນໄຟຂີປະນາວຸດໄລ
ຍະໄກປານກາງ KN-15. ກອງບັນຊາການປ້ອງກັນອາວະກາດທະວີບ ອາເມຣິກາເໜືອ
ໄດ້ພິຈາລະນາວ່າ ລູກສອນໄຟທີ່ຖືກຍິງຈາກ ເກົາຫຼີເໜືອ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ທະວີບ
ອາເມຣິກາເໜືອ.

ເສນາທິການທະຫານຮ່ວມຂອງກອງທັບເກົາຫຼີໃຕ້ ໄດ້ກ່າວໃນຖະແຫຼງ ການສະບັບໜຶ່ງ
ວ່າ ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດເຂົ້າ​ໄປໃນ​ເຂດໜ່ານນໍ້າທະ​ເລ​ຕາ​ເວັນ
ອອກຂອງຕົນ ແລະ ວ່າມັນໄດ້ບິນໄກປະມານ 60 ກິໂລແມັດ.

ທ່ານ Jeffrey Lewis, ຜູ້ອຳນວຍການໂຄງການຫ້າມແຜ່ຜາຍອາວຸດ ນິວເຄລຍ ​ເຂດ
ເອເຊຍຕາເວັນອອກ ທີ່ສະຖາບັນການສຶກສາສາກົນໃນລັດ ຄາລີຟໍເນຍ ໄດ້ກ່າວວ່າ ການ
ທົດລອງ​ໃນວັນພຸດມື້ນີ້ ໄດ້ສະແດງໃຫ້ເຫັນການປ່ຽນແປງຄັ້ງຫຼ້າສຸດສຳລັບກອງທັບ ເກົາ
ຫຼີເໜືອ ຈາກການ ຍິງລູກສອນໄຟລຸ້ນທຳອິດທີ່ໃຊ້ເຊື້ອໄຟທຳມະດາ ໄປເປັນລູກສອນໄຟ
ຂີປະນາວຸດໄລຍະໄກປານກາງ ທີ່ໃຊ້​ເຊື້ອ​ໄຟ​ແທ່ງທີ່ມີກ້າວໜ້າກວ່າ ເຊິ່ງຍາກທີ່ຈະຈັບ
ໄດ້ກ່ອນການຍິງຂຶ້ນ.

ທ່ານ Lewis ໄດ້ກ່າວວ່າ “ມັນແມ່ນລູກສອນໄຟຂີປະນາວຸດ KN-15 ທີ່ສາມາດຕິດຕັ້ງ
ໃສ່ເຮືອດຳນໍ້າ ຫຼື ຍານພາຫະນະຢູ່ເທິງພື້ນດິນ, ແລະ ມັນໄດ້ສະແດງໃຫ້ເຫັນການ
ປ່ຽນແປງຄັ້ງໃຫຍ່ໃນໂຄງການລູກສອນໄຟຂີປະນາວຸດ ເກົາຫຼີເໜືອ. ພວກເຂົາກຳລັງ
ປ່ຽນຈາກລູກສອນໄຟເຊື້ອ​ໄຟທຳມະດາທີ່ມີກຳລັງອ່ອນກວ່າ ຂີປະນາວຸດ ທີ່ໃຊ້​ເຊື້ອ​
ໄຟ​ແທ່ງ ເຊິ່ງມັນຍາກທີ່ຈະຊອກເຫັນ ແລະ ຍິງໄດ້ໄວກວ່າ.”

ຈະຫຼວດທີ່ໃຊ້ເຊື້ອໄຟ​ແທ່ງສາມາດເກັບໄວ້ໃນບ່ອນສອກຫຼີກ, ຂຸມຫຼົບໄພ ແລະ ຍິງຂຶ້ນ
ກ່ອນທີ່ມັນຈະຖືກຈັບໄດ້ໂດຍດາວທຽມ, ໃນຂະນະທີ່ລູກສອນໄຟທີ່ໃຊ້ເຊື້ອໄຟທຳມະດາ ປົກກະຕິຈະຕ້ອງໄດ້ຕື່ມເຊື້ອໄຟໃຫ້ເຕັມກ່ອນຍິງຂຶ້ນ, ເຊິ່ງຕ້ອງໄດ້ໃຊ້ເວລາຫຼາຍ ແລະ ຍານພາຫະນະຫຼາຍ ຄັນມາຄໍ້າຈູນ ແລະ ກໍສາມາດຕົກເປັນເປົ້າ​ໃນການໂຈມຕີຂອງສັດ
ຕູໄດ້ງ່າຍກວ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG