ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາເກົາຫຼີເໜືອ ຢ້ຽມຊົມໂຮງງານຜະລິດອາວຸດແຫ່ງຕ່າງໆ ແລະໃຫ້ຄໍາໝັ້ນວ່າ ຈະຍົກລະດັບຄວາມພ້ອມທາງກອງທັບ


ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃຫ້ຄໍາແນະນໍາພາກສະໜາມຢູ່ທີ່ໂຮງງານຜະລິດອາວຸດທີ່ສໍາຄັນ ໃນພາບທີ່ເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ໃນວັນທີ 6 ສິງຫາ 2023.
ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃຫ້ຄໍາແນະນໍາພາກສະໜາມຢູ່ທີ່ໂຮງງານຜະລິດອາວຸດທີ່ສໍາຄັນ ໃນພາບທີ່ເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ໃນວັນທີ 6 ສິງຫາ 2023.

ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ໄປຢ້ຽມຊົມໂຮງງານຜະລິດລະບົບປືນ ໃຫຍ່ທີ່ສໍາຄັນຂອງປະເທດ ເຊິ່ງລວມມີເຄື່ອງຈັກສໍາລັບລູກສອນໄຟນໍາວິຖີ ແລະ ເຮືອບິນບໍ່ມີຄົນຂັບ, ພ້ອມດ້ວຍຍານພາຫະນະສໍາລັບຄວາມສາມາດໃນ ການຍິງລູກສອນໄຟຂີປະນາວຸດດ້ວຍລະບົບນິວເຄລຍ, ແລະທ່ານຍັງໄດ້ໃຫ້ຄໍາ ໝັ້ນສັນຍາວ່າ ຈະພະຍາຍາມຍົກລະດັບອາວຸດຕ່າງໆຂອງກອງທັບ ແລະມີ ຄວາມພ້ອມສໍາລັບສົງຄາມ, ອີງຕາມອົງການຂ່າວ AP.

ສື່ມວນຊົນຂອງລັດຖະບານລາຍງານໃນວັນອາທິດແລ້ວນີ້ວ່າ ການກວດກາຕິດ ຕາມເປັນເວລາສາມມື້ຂອງ ທ່ານກິມ ມີຂຶ້ນເນື່ອງຈາກສະຫະລັດ ແລະເກົາຫຼີໃຕ້ ກະກຽມແຜນການຝຶກຊ້ອມທາງທະຫານຮ່ວມກັນຮອບໃໝ່ໃນທ້າຍເດືອນນີ້ ເພື່ອຮັບມືກັບໄພຂົ່ມຂູ່ທີ່ເພີ້ມຂຶ້ນຂອງເກົາຫຼີເໜືອ.

ນັກຊ່ຽວຊານບາງຄົນກ່າວວ່າ ການເດີນທາງໄປຢ້ຽມຢາມໂຮງງານຜະລິດອາວຸດ ແຫ່ງຕ່າງໆຂອງ ທ່ານກິມ ມີຄວາມສາມາດເປັນໄປໄດ້ວ່າ ພົວພັນນໍາການຮ່ວມ ມືທາງທະຫານກັບມົສກູ ໃນຂະນະທີ່ປະທານາທິບໍດີຂອງຣັດເຊຍ ທ່ານ ວະລາດີເມຍ ປູຕິນ ຕິດຕໍ່ຫາປະເທດອື່ນໆ ເພື່ອຂໍການສະໜັບສະໜຸນສໍາລັບ ສົງຄາມຢູ່ໃນ ຢູເຄຣນ.

SEOUL, South Korea (AP) — North Korean leader Kim Jong Un has toured the country's key weapons factories producing artillery systems, engines for cruise missiles and drones, and launch vehicles for nuclear-capable ballistic missiles, and pledged to speed up efforts to advance his military’s arms and war readiness. State media reported Sunday that Kim’s three-day inspections came as the U.S. and South Korea prepared for their next round of combined military exercises planned for later this month to cope with the growing North Korean threat. Some experts say Kim’s tour of the weapons factories could be related to possible military cooperation with Moscow as Russian President Vladimir Putin reaches out to other countries for support in the war in Ukraine.

XS
SM
MD
LG