ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, 25 ຕຸລາ 2026

ມີແຮງງານ ເກົາຫຼີເໜືອ ປະມານ 5 ໝື່ນຄົນ ເຮັດວຽກ ໃນ 16 ປະເທດ ໃນທົ່ວໂລກ

ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ເວລານີ້ ມີ​ຊາວເກົາຫຼີ​ເໜືອ ປະມານ 50 ພັນ​ຄົນ ເຮັດ​ວຽກ​ຢູ່​ໃນ 16 ປະ​ເທດ​ໃນ​ທົ່ວ​ໂລກ ແລະ​ພາກັນສົ່ງ​ເງິນຕາ​ຕ່າງປະ​ເທດ ກັບ​ໄປ​ຍັງພຽງ​ຢາງ. ນັກ​ຂ່າວ​ວີ​ໂອ​ເອພະ​ແນ​ກພາສາ​ເກົາຫຼີ Eunjung Cho ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ກາ​ຕ້າ ເພື່ອເບິ່ງ​ດ້ວຍ​ຕົນ​ເອງ ​ພວກ​ແຮງ​ງານ​ເກົາຫຼີ​ເໜືອ​ ປະມານ 3 ພັນ​ຄົນ ​ທີ່​ເຮັດ​ວຽກ​ຢູ່​ທີ່​ນັ້ນ ​ພາຍ​ໃຕ້​ສະພາບການທີ່​ຍາກລຳບາກ ຊຶ່ງ​ສິງ​ຈະ​ນຳ​ເອົາລາຍ​ລະອຽດ ມາສະ​ເໜີ​ທ່ານ​ຕໍ່​ໄປ..

please wait

No media source currently available

0:00 0:06:33 0:00
ລິງໂດຍກົງ

ພວກ​ແຮງ​ງານ​ເກົາຫຼີ​ເໜືອ​ ປະມານ 3 ພັນ​ຄົນ ພາກັນ​ເຮັດ​ວຽກ ​ໃນ​ສະພາບ​ເຫື່ອໄຫລ​ໄຄ​ຍ້ອຍ ຍ້ອນຄວາມ​ອົບ​ເອົ້າ​ຂອງ​ດິນ​ຟ້າ​ອາກາດ​ ຢູ່​ຕາມ​ສະຖານ​ທີ່​ກໍ່ສ້າງ​ແຫ່ງຕ່າງໆ​ໃນ​ກາ​ຕ້າ.

ພວກ​ແຮງ​ງານ​ແລະ​ພວກ​ຫົວໜ້າ​ກໍ່ສ້າງ​ໃນ​ທ້ອງ​ຖິ່ນ ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ເຂົາ​ເຈົ້າ​ເຮັດ​ວຽກໜັກ​ເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງ ​ແຕ່ສ່ວນ​ຫຼາຍ​ຂອງເງິນ​ຄ່າ​ຈ້າງ​ທີ່​ເຂົາ​ເຈົ້າສົ່ງ​ເມືອ​ບ້ານ​ນັ້ນ ຖືກ​ພວກ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ເໜືອ​ຍຶດ​ເອົາ​ໄວ້. ​ແຮງ​ງານ​ເກົາຫຼີເໜືອຄົນ​ນຶ່ງ​ກ່າວ​ວ່າ ມີ​ແຕ່​ພວກທີ່​ບໍ່​ເງິນ​ຈັກ​ໜ້ອຍ​ເທົ່າ​ນັ້ນ ທີ່ພະຍາຍາມ​ໄປ​ເຮັດ​ວຽກ​ ​ຢູ່​ໃນ​ຕ່າງປະ​ເທດ. ວີ​ໂອ​ເອໄດ້​ບິດ​ເບືອນ​ສຽງ​ແຮງ​ງານ​ຜູ້​ນີ້ ​ເພື່ອ​ປົກ​ປ້ອງ​ຊື່​ແທ້​ຂອງ​ລາວ​ໄວ້.

ລາວ​ເວົ້າ​ວ່າ ປະຊາຊົນ​ຫຼາຍ​ຄົນ​ພາ​ກັນ​ໄປ​ຕ່າງປະ​ເທດ ​ເພາະວ່າ​ພວກ​ເຂົາ​ເຈົ້າ​ບໍ່​ມີເງິນ ​ແລະມັນ​ຢູ່​ຍາກ​ຫຼາຍ​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ ​ຖ້າ​ບໍ່​ມີເງິນ. ​ຖ້າຢາກ​ມີ​ວຽກເຮັດ ​ເຈົ້າ​ຈະ​ຕ້ອງການ​ເງິນ. ລາວກ່າວ​ຕື່ມ​ວ່າ ​ເຮັດຫຍັງ​ກໍ​ຕາມ ​ເຈົ້າ​ຕ້ອງມີ​ເງິນ. ເຈົ້າ​ອອກ​ມານ​ອກ ກໍ​ຍ້ອນ​ເຈົ້າ​ບໍ່​ມີ​ເງິນ. ​ແຕ່ໃນຄວາມ​ເປັນ​ຈິງ​ແລ້ວ ​ເຖິງ​ແມ່ນ​ເຈົ້າ​ອອກ​ມາ​ຢູ່​ຕ່າງປະ​ເທດ ​ເຈົ້າ​ກໍ​ຍັງ​ບໍ່​ສາມາດທ້ອນຫອມ​ເງິນ​ໄວ້​ໄດ້​ ຄື​ກັນ.

ຊາຍ​ຄົນ​ນີ້ ທີ່​ບໍ່​ປະສົງ​ໃຫ້​ອອກ​ຊື່ ​ຍ່າງ​ຢູ່​ນອກ​ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ນຶ່ງ ​ໃນ​ເມືອງ​ໂດ​ຮາ. ລາວປະຕິຍານ​ວ່າ ລາວ​ຈະ​ບໍ່​ໄປ​ເຮັດ​ວຽກຢູ່​ຕ່າງປະ​ເທດ​ ອີກ​ຈັກ​ເທື່ອ.

ລາວ​ກ່າວ​ວ່າ "ບໍ່​ມີ​ແຕ່​ລາວ​ເທົ່າ​ນັ້ນ ​ແຕ່​ທຸກໆ​ຄົນ ​ກໍ​ເວົ້າຈັ່ງ​ຊີ້. ພວກ ເຮົາ​ອອກ​ຈາກ​ປະ​ເທດ​ມາ ກໍ​ເພື່ອ​ມາ​ຫາ​ເງິນໃຫ້​ພວກ​ເຮົາ​ເອງ ​ບໍ່​ແມ່ນ​ເພື່ອ​ໃຫ້​ພວກ​ຜູ້​ຈັດການ ຫຼື​ເລຂາ​ຂອງ​ພັກ​ ສວຍ​ປະ​ໂຫຍ​ດ​ຈາກ​ພວກ​ເຮົາ. ​ແຕ່​ພວກ​ແຮງ​ງານ​ທີ່​ກາ​ຕ້ານີ້​ ຫາເງິນ​ໃຫ້​ພວກ​ຜູ້​ຈັດການ ​ແລະ​ພວກ​ເລຂາ​ພັກ.”

ລາວ​ຈົ່ມ​ວ່າ ​ເງິນ​ເດືອນ​ຂອງ​ລາວ​ສ່ວນ​ຫຼາຍ​ຫາ​ຍ​ໄປ ​ເພາະວ່າ ລັດຖະບານ​ເກົາຫຼີ​ເໜືອ​
ແບ່ງ​ເອົາ​ໄປ​ສ່ວນ​ຫຼາຍ ສຳ​ຫລັບ “ທຶນ​ຈົງ​ຮັກ​ພັກດີ” ​ແລະ​ບໍລິສັດເກົາຫຼີ​ເໜືອ ທີ່ຫາງານໃຫ້​ລາວ​ໃນ​ກາ​ຕ້າ ​ແບ່ງປັນ​ເອົາໄປ​ອີກຈຳນວນ​ນຶ່ງ​ ສຳຫລັບ​ “ຄ່າ​ໃຊ້​ຈ່າຍ​ຕ່າງໆ”.

ລາວເວົ້າ​ວ່າ "ລາວ​ຄວນ​ຈະ​ໄດ້​ຮັບ​ຄ່າ​ຈ້າງ 750 ດອນ​ລາ ຫຼື 2500 ຫລຽນ ​ເງິນ​
ກາ​ຕ້າ​ຕໍ່​ເດືອນ. ​ແຕ່ວ່າ ຫຼັງ​ຈາກ​ຕັດ​ຄ່າ​ນັ້ນ​ຄ່າ​ນີ້​ອອກ​ແລ້ວ ​ເງິນ​ເດືອນ​ຂອງ​ລາວ​ຍັງ​ເຫຼືອພຽງ 150 ດອນ​ລາ​ຕໍ່​ເດືອນ. ຫລັງຈາກ​ຕັດ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ​ແລະເງິນ​ທ້ອນ​ຫອມອອກ​ແລ້ວ ​ໃນ​ທີ່​ສຸດພວກ​ເຮົາກໍ​ຍັງ​ເຫລືອ​ເງິນ ປະມານ 100 ດອນ​ລາ​ຕໍ່​ເດືອນ.

ລາວ​ກ່າວ​ວ່າ ມີ​ແຕ່​ຜູ້​ໂຊກ​ດີ​ເທົ່າ​ນັ້ນ ທີ່​ສາມາ​ດ​ເກັບ​ເງິນ​ໄວ້​ເຖິງ 2 ພັນ​ດອນ​ລາ​ເພື່ອ​ຖື​ເງິນ​ກັບ​ບ້ານ ຫຼັງ​ຈາກ​ເຮັດ​ວຽກໄດ້ 3 ປີ​ ໃນ​ກາ​ຕ້າ​ມາ​ແລ້ວ​ນັ້ນ.

ຜົນ​ຂ້າງຄຽງ​ອີກ​ອັນ​ນຶ່ງ​ຂອງ​ຄ່າ​ຈ້າງ​ຕໍ່າ ກໍ​ແມ່ນ​ວ່າ ພວກ​ແຮງ​ງານ​ເກົາຫຼີ​ເໜືອ​ຫຼາຍຄົນ ຖືກ​ຍົວະ​ຍວນ​ໃຫ້​ເຂົ້າ​ພົວພັນ​ໃນ​ພຶດຕິ​ກຳ​ຕ່າງໆທີ່​ຜິດກົດໝາຍ. ​ພວກ​ຊາວເກົາຫຼີເໜືອ​ມີ​ຊື່​ສຽງ​ວ່າ​ ເປັນ​ຜູ້​ຜະລິດ​ເຫຼົ້າ​ເຖື່ອນຫລາຍ​ທີ່​ສຸດ​ໃນ​ກາ​ຕ້າ ບ່ອນ​ທີ່​ພວກ​ຊາວ​ຕ່າງປະ​ເທດ​ ທີ່ໄດ້
ເງິນ ​ເດືອນ​ກາຍ 1100 ດອນ​ລາ​ຕໍ່​ເດືອນເທົ່າ​ນັ້ນ ​ທີ່​ສາມ​າດ​ໄດ້​ຮັບ​ໃບ​ອະນຸຍາດ​ໃຫ້​ກິນ
ເຫຼົ້າ​ໄດ້.

ພວກ​ແຮງ​ງານ​ອົບ​ພະຍົບຫຼາຍ​ຄົນ ທີ່​ມາ​ເຮັດ​ວຽກ​ຢູ່ກາ​ຕ້າ ຈາກ​ທົ່ວ ໂລກ ແມ່ນ​ຢາກ​ດື່ມ​ເຫຼົ້າ ຫຼັງ​ຈາກ​ເຮັດ​ວຽກ​ມາ​ໝົດ​ມື້ ​ແລະ​ແມ່ນ​ຊາວ​ເກົາຫຼີ​ເໜືອ​ເປັນ​ຜູ້ສະໜອງ​ເຫລົ້າໃຫ້​ເຂົາ​ເຈົ້າ.

ຄົນງານ​ເກົາຫຼີ​ເໜືອ​ຄົນ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອວ່າ ​ເຂົາ​ເຈົ້າ​ເຮັດ​ຈັ່ງຊັ້ນ ​ເຖິງ​ແມ່ນຈະສ່ຽງ​ຕໍ່​ການ​ຖືກ​ຈັບ​ກຸມ​ກໍ​ຕາມ.

ພະນັກງານ​ຄົນ​ນີ້ ກ່າວ​ຊີ້​ແຈງ​ວ່າ ​"ເວລາ​ຄົນຖືກ​ຈັບ​ກຸມ ຍ້ອນ​ຜະລິດ​ເຫລົ້າ​ເຖື່ອນ ພວກ​ເຂົາ​ເຈົ້າຈະ​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ. ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ຊາວ​ເກົາຫຼີ​ເໜືອ 4 ຄົນ ຖືກ​ສົ່ງ​ກັບ​ຄືນ​ປະ​ເທດ ​ແຕ່​ກໍ​ຍັງ​ມີຄົນເກົາຫຼີ​ເໜືອ​ອື່ນໆ​ອີກ​ທີ່​ຍັງ​ເຮັດ​ເຫຼົ້າ​ຢູ່ ​ແລະ​ຂາຍ​ໃຫ້​ຄົນ​ເກົາຫຼີ ​ແລະ​ຄົນ​ຊາດ​ອື່ນໆ. ລາວ​ເວົ້າ​ຕື່ມ​ວ່າ ​ເຫຼົ້າ​ແກ້​ວນຶ່ງ​ລາຄາ 15 ​won ​ເງິນ​ເກົາຫຼີ​ເໜືອ ຫລື​ປະມານ 5 ດອນ​ລາ​ສະຫະລັດ ຊຶ່ງລາວ​ຈົ່ມ​ວ່າ “ມັນແພງ​ໂພດ ​ແຕ່​ພວກ​ເຮົາ​ກໍ​ຍັງ​ດື່ມ​ຢູ່ເພື່ອ​ເຮັດ​ໃຫ້​ຈິດ​ໃຂສົດ​ຊື່ນ ​ແລະ​ມີ​ຄວາມ​ຮູ້ສຶກ​ດີ​ຂຶ້ນ.”

ລາວ​ກ່າວ​ຕໍ່​ໄປ​ວ່າ "ພວກ​ຄົນ​ທີ່​ເຮັດ​ເຫຼົ້າ​ເຖື່ອນ​ຂາຍ​ນັ້ນ ​ໄດ້​ເງິນຢ່າງ​ໜ້ອຍ 10 ພັນ​ດອນ​ລາ​ ໃນ​ຊ່ວງ​ເວລາ 6 ​ເດືອນ."

​ໃນ​ເຂດ West Bay ຫຼື​ອ່າວ​ຕາ​ເວັນ​ຕົກ ຂອງ​ເມືອງ​ໂດ​ຮາ ທີ່​ເຕັມ​ໄປ​ດ້ວຍ​ພວກ​ໂຮງ​ແຮມ​ຫລູຫລາ ​ແລະ​ຕຶກ​ສູງໆດາດ​ຟ້າ​ນັ້ນ ​ມີ​ບ່ອນ​ກໍ່ສ້າງ​ ຫຼາຍໆ​ແຫ່ງ ທີ່​ວ່າ​ຈ້າງຄົນງານ​ເກົາຫຼີ​ເໜືອ. ຢູ່ບ່ອນ​ກໍ່ສ້າງ​ໂຮງ​ແຮມ

​ຫລູຫລາ​ແຫ່ງ​ໜຶ່ງ ​ທີ່ກຳນົດ​ຈະ​ສ້າງ​ໃຫ້ແລ້ວເສັດ ພາຍໃນອີກ 8 ​ເດືອນ ຜູ້​ຈັດການ​ຄົນ​ອິນ​ເດຍ ​ເວົ້າວ່າ ມີ​ຊາວ​ເກົາຫຼີ​ເໜືອ​ປະມານ 100 ຄົນ ​ເຮັດ​ວຽກ​ຢູ່​ຊັ້ນ​ເທິງ​ສຸດ ຕິດ​ຕັ້ງ​ເຫຼັກເສີມ
ເພື່ອ​ເຮັດ​ໃຫ້​ອາຄານແຂງ​ແຮງ ​ແຕ່​ບໍ່​ມີ​ຜູ້​ໃດ​ເຕັມ​ໃຈ​ຢາກ​ໃຫ້​ສຳພາດ.

ຫຼັງ​ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໄດ້​ໂອ້​ລົມ ​ຢູ່ບ່ອນ​ກໍ່ສ້າງແຫ່ງ​ນັ້ນ ​ກັບ​ຄົນງານ​ຫຼາຍ​ຄົນ ທີ່​ມາ​ຈາກ​ສີ​ລັງກາ ​ເນ​ປານ ອິນ​ເດຍ ອີ​ຈິບ ​ແລະ​ຊີ​ເຣຍ ແລ້ວ ​ຄົນ​ເກົາຫຼີ​ເໜືອ​ຄົນ​ນຶ່ງກໍ​ຖືກ​ຮ້ອງ​ອອກ​ມາ. ຜູ້​ກ່ຽວ​ທີ່​ທ່າ​ທາງ​ສົງ​ໄສ​ເປັນ​ຢ່າງ​ສູງ ​ແລະ​ບໍ່​ເຕັມ​ໃຈ​ທີ່​ຈະ​ເວົ້າ​ຫຍັງອອກ​ມາ.

ລາວ​ບໍ່​ຍອມ​ຕອບ​ຄຳ​ຖາມ​ຫຼາຍ​ຄຳ ​ແຕ່​ເວົ້າ​ວ່າ ພວກ​ຄົນ​ເກົາຫຼີ​ເໜືອ​ທີ່ເຮັດ​ວຽກ​ຢູ່​ບ່ອນກໍ່
ສ້າງນີ້ ​ເລີ​ກການ​ເວລາ 10 ​ໂມງ​ແລງ. ພວກ​ແຮງ​ງານ​ມາ​ຈາກ​ປະ​ເທດ​ອື່ນໆ​ເລີ້ມ​ເລີກ​ການ​ເວລາ 5:00 ​ໂມງ​ຕອນ​ບ່າຍ ເວລາ​ພວກ​ແຮງ​ງານ​ຍາມ​ມື້​ຄືນ​ເລີ້ມມາ​ມາ​ການ​. ສະຖານ​ທີ່​ກໍ່ສ້າງ​ແຫ່ງຕ່າງໆ​ໃນ​ກາ​ຕ້າ ​ເລີ້ມ​ເຮັດ​ການ​ເວລາ 6:00 ​ໂມງ​ເຊົ້າ.

ຜູ້​ຈັດການ​ການ​ກໍ່ສ້າງ​ເກົາຫຼີ​ໃຕ້​ຄົນ​ນຶ່ງ​ ທີ່​ໃຫ້​ຮ້ອງ​ຊື່​ຕາມນາມສະກຸນ ຂອງລາວ​ ຫລີ ນັ້ນ ກ່າວ​ວ່າ ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ວ່າ ຄົນ​ເກົາຫຼີເໜືອ​ເຮັດວຽກ​ເຮັດ​ການ​ມື້​ນຶ່ງ​ຫລາຍໆ​ຊົ່ວ​ໂມງ.

​ເກົາຫຼີ​ເໜືອ ຖື​ວ່າ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ ​ແລະ​ເປັນ​ປະ​ເທດ​ທີ່​ປະຊາຊົນ
ຖືກ​ກົດຂີ່​ຂົ່ມ​ເຫັງຫລາຍ​ທີ່​ສຸດ​ໃນ​ໂລກ. ຊາວ​ເກົາຫລີ​ເໜືອ ຫຼາຍ​ໝື່ນ​ຄົນ ​ພາກັນ​ໄປ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ຕ່າງໆ 16 ປະ​ເທດ ​ແລະ​ພາກັນ​ສົ່ງ​ເງິນ​ຕາ​ຕ່າງປະ​ເທດ​ທີ່​ຫາ​ຍາກ ​ກັບ
ຄືນ​ບ້ານ​ໃຫ້​ລັດຖະບານ​ພຽງ​ຢ້າງ.

ແຮງງານເກົາຫຼີິເໜືອ ໃນກາຕ້າ

There are about 1.4 million foreign laborers in Doha, Qatar, Dec. 17, 2014. (Eunjung Cho/VOA)
1/10 There are about 1.4 million foreign laborers in Doha, Qatar, Dec. 17, 2014. (Eunjung Cho/VOA)
ເບິ່ງຕື່ມອີກ Show less
Qatar plans US$220 billion infrastructure development over the next decade, Doha, Qatar, Dec. 17, 2014. (Eunjung Cho/VOA)
2/10 Qatar plans US$220 billion infrastructure development over the next decade, Doha, Qatar, Dec. 17, 2014. (Eunjung Cho/VOA)
ເບິ່ງຕື່ມອີກ Show less
VOA met with North Koreans away from the construction sites where they work, Doha, Qatar, Dec. 17, 2014. (Eunjung Cho/VOA)
3/10 VOA met with North Koreans away from the construction sites where they work, Doha, Qatar, Dec. 17, 2014. (Eunjung Cho/VOA)
ເບິ່ງຕື່ມອີກ Show less
An empty lot in a diplomatic area where foreign laborers catch their commuter buses to construction sites, Doha, Qatar, Dec. 17, 2014. (Eunjung Cho/VOA)
4/10 An empty lot in a diplomatic area where foreign laborers catch their commuter buses to construction sites, Doha, Qatar, Dec. 17, 2014. (Eunjung Cho/VOA)
ເບິ່ງຕື່ມອີກ Show less
Foreign laborers are taken to and from labor camps by commuter buses that have no air-conditioning. The only ventilation is from open windows and small fans, Doha, Qatar, Dec. 17, 2014. (Eunjung Cho/VOA)<br />
<br />
&nbsp;
5/10 Foreign laborers are taken to and from labor camps by commuter buses that have no air-conditioning. The only ventilation is from open windows and small fans, Doha, Qatar, Dec. 17, 2014. (Eunjung Cho/VOA)

 
ເບິ່ງຕື່ມອີກ Show less
A North Korean labor camp in the Al Sailiya industrial area, about 12 km away from Doha. Commuter buses pick the laborers up, arriving around 5am and dropping them off in late afternoon, Al Sailiya, Qatar, Dec. 17, 2014.(Eunjung Cho/VOA)
6/10 A North Korean labor camp in the Al Sailiya industrial area, about 12 km away from Doha. Commuter buses pick the laborers up, arriving around 5am and dropping them off in late afternoon, Al Sailiya, Qatar, Dec. 17, 2014.(Eunjung Cho/VOA)
ເບິ່ງຕື່ມອີກ Show less
North Korean labor camp,&nbsp;Doha, Qatar, Dec. 17, 2014. (Umm Salal Muhammad)<br />
&nbsp;
7/10 North Korean labor camp, Doha, Qatar, Dec. 17, 2014. (Umm Salal Muhammad)
 
ເບິ່ງຕື່ມອີກ Show less
One of the construction sites where North Korean laborers work,&nbsp;Doha, Qatar, Dec. 17, 2014. (Eunjung Cho/VOA)
8/10 One of the construction sites where North Korean laborers work, Doha, Qatar, Dec. 17, 2014. (Eunjung Cho/VOA)
ເບິ່ງຕື່ມອີກ Show less
Laborers return to their labor camps sometime after 4pm, Doha, Qatar, Dec. 17, 2014.(Eunjung Cho/VOA)
9/10 Laborers return to their labor camps sometime after 4pm, Doha, Qatar, Dec. 17, 2014.(Eunjung Cho/VOA)
ເບິ່ງຕື່ມອີກ Show less
Laborers at work, Doha, Qatar, Dec. 17, 2014.(Eunjung Cho/VOA)
10/10 Laborers at work, Doha, Qatar, Dec. 17, 2014.(Eunjung Cho/VOA)
ເບິ່ງຕື່ມອີກ Show less
Previous slide
Next slide

​
XS
SM
MD
LG