ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ເຈົ້າ​ໜ້າ​ທີ່ ສ​ຫ​ລ ແລະ​ເກົາ​ຫຼີ​ເໜືອ ​ພົບ​ປະ​ກັນ ຢູ່ກອງ​ປະ​ຊຸມ ຫ້າມ​ແຜ່​ຜາຍ​ ອາ​ວຸດ​ນິວ​ເຄ​ລຍ ທີ່​​ມົ​ສ​ກູ


ທ່ານ ໂຈ ໂຈ​ລ ຊູ (Jo Chol Su), ຫົວ​ໜ້າກົມ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ເກົາ​ຫລີ​ເໜືອ ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມຫ້າມ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ ໃນ​ວັນ​ທີ 8 ພະ​ຈິກ 2019 (ຖ່າຍ​ໂດຍMaxim Shemetov/ອົງ​ການ​ຂ່າວ REUTERS)
ທ່ານ ໂຈ ໂຈ​ລ ຊູ (Jo Chol Su), ຫົວ​ໜ້າກົມ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ເກົາ​ຫລີ​ເໜືອ ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມຫ້າມ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ ໃນ​ວັນ​ທີ 8 ພະ​ຈິກ 2019 (ຖ່າຍ​ໂດຍMaxim Shemetov/ອົງ​ການ​ຂ່າວ REUTERS)

ພວກ​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ແລະ​ເກົາ​ຫລີ​ເໜືອ ໄດ້​ພົບ​ປະ​ກັນຢູ່ກອງ​ປະ​ຊຸມຫ້າມ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອ​ນ​ຫລວງ​ມົ​ສ​ກູ, ອີງ​ຕາມອະ​ດີດເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ ທີ່​ກ່າວ​ຕໍ່ວີ​ໂອ​ເອ ພະ​ແນກ​ພາ​ສາ​ເກົາ​ຫລີ ​ໃນຂະ​ນະ​ທີ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ​ລະ​ຫວ່າງ​ພຽງ​ຢາງ ແລະ​ວໍ​ຊິງ​ຕັນ​ຍັງ​ຢູ່​ໃນ​ສະ​ພາບບໍ່​ໄປ​ບໍ່​ມາຢູ່ນີ້.

ທ່ານ ໂທ​ມັ​ສ ຄັນ​ທ​ຣີ​ແມນ (Thomas Countryman), ອະ​ດີດ​ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ຊ່ວຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ, ຮັບ​ຜິດ​ຊອບ​ວຽກ​ງານ​ຄວບ​ຄຸມ​ອາ​ວຸດ ແລະຄວາມ​ໝັ້ນ​ຄົງ​ຂອງ​ສາ​ກົນ ​ກ່າວພາຍ​ຫລັງກອງ​ປະ​ຊຸມ ນັ້ນ​ສິ້ນ​ສຸດ​ລົງ​ໃນ​ວັນ​ເສົາ​ຜ່ານ​ມາ​ວ່າ "ຂ້າ​ພະ​ເຈົ້າ​ຖືກບອກວ່າ ​ມີ​ການ​ພົບ​ປະ​ກັນ​ເຊັ່ນນັ້ນລະ​ຫວ່າງ​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ເກົາ​ຫລີ​ເໜືອ,"

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດທີ່​ນຳ​ພາ​ໂດຍ​ທ່ານ ມາກ​ຄ໌ ແລມ​ເບີດ (Mark Lambert), ຫົວ​ໜ້າ​ຫ້ອງ​ການ​ດ້ານ​ວຽກ​ງານ​ເກົາ​ຫລີຢູ່​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມຫ້າມ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ວັນ ທີ່​ນະ​ຄອນ​ຫລວງ​ມົ​ສ​ກູນັ້ນ.

ທ່ານ ໂຈ ໂຈ​ລ ຊູ (Jo Chol Su), ຫົວ​ໜ້າກົມ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ເກົາ​ຫລີ​ເໜືອ ເປັນ​ຜູ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ມາ​ຈາກ​ພຽງ​ຢາງ.

ທ່ານ ລີ ໂດ ຮູນ (Lee Do-hoon), ຫົວ​ໜ້າ​ນັກ​ເຈ​ລະ​ຈາ​ດ້ານ​ນິວ​ເຄ​ລຍ​ຂອງ​ເກົາ​ຫລີ​ໃຕ້ ກໍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມນັ້ນ​ເຊັ່ນ​ກັນ ແຕ່​ກໍ​ບໍ່​ໄດ້​ເຂົ້າ​ໄປ​ມີການ​ພົບ​ປະ​ກັບຜູ້​ຕາງ​ໜ້າ​ຈາກ​ເກົາ​ຫລີ​ເໜືອ ນອກ​ເໜືອ​ໄປ​ກວ່າ​ການ​ຖາມ​ສະ​ບາຍ​ດີ​ກັນ​ເທົ່າ​ນັ້ນ. ຍັງມີ​ຜູ້​ເຂົ້າ​ຮ່ວມອີກປະ​ມານ 250 ຄົນທີ່​ມາ​ຈາກ 40 ປະ​ເທດ ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ປະ​ຈຳ​ປີດັ່ງ​ກ່າວ​.

​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຖືກຈັດ​ຂຶ້ນ​ໃນ​ທຸກ​ປີ​ໂດຍ​ສູນ​ສຶກ​ສາ​ດ້ານ​ພະ​ລັງ​ງານ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ ຫລື CENESS ເພື່ອ​ສົນ​ທະ​ນາ​ກັນ​ກ່ຽວ​ກັບບັນ​ຫາ​ອາ​ວຸດນິວ​ເຄ​ລຍ​ຢູ່​ໃນ​ໂລກ, ຊຶ່ງ​ລວມ​ທັງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ແຫລມ​ເກົາ​ຫລີ​ອີກ​ດ້ວຍ.

ເມື່ອ​ເວົ້​າ​ເຖິງ​ຄຳ​ປາ​ໄສ​ຂອງ​ເກົາ​ຫລີ​ເໜືອ​ນັ້ນ, ທ່ານຄັນ​ທ​ຣີ​ແມນ (Countryman) ເວົ້າ​ວ່າ "ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຍິນ​ອັນ​ໃດ​ໃໝ່ເລີຍ. ຂ້າ​ພະ​ເຈົ້າ​ໄດ້​ຍິນຖ້ອຍ​ຄຳ​ເກົ່າ​ຈາກ​ຜູ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບ​ນະ​ໂຍ​ບາຍ​ທີ່​ຮ້າຍ​ແຮງ, ກ່ຽວ​ກັບ​ການລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ​ຢູ່​ທົ່ວ​ໂລກ. ກ່ຽວ​ກັບ​ເນື້ອ​ແທ້​ຂອງ​ການ​ຮັກ​ຫອມ​ສັນ​ຕິບ​ພາບ​ຂອງ DPRK" —​ຊື່​ທາງ​ການຂອງ​ເກົາ​ຫລີ​ເໜືອ​ໃນ​ພາ​ສາ​ອັງ​ກິດ ແມ່ນ Democratic People's Republic of Korea ຊຶ່ງ​ແປ​ວ່າ ສາ​ທາ​ລະ​ນະ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ເກົາ​ຫລີ.

​ການ​ພົບ​ປະ​ກັນ​ລະ​ຫວ່າງ​ສະ​ຫະ​ລັດ ກັບ​ເກົາ​ຫລີ​ເໜືອ ໄດ້​ມີ​ຂຶ້ນ​ໃນ​ໄລ​ຍະ​ທີ່ ການ​ເຈ​ລະ​ຈາ​ກັນ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ​ຍັງ​ຢູ່​ໃນ​ສະ​ພາບທີ່ບໍ່​ໄປ​ບໍ່​ມາ​ຢູ່ ຍ້ອນບໍ່ສາ​ມາດ​ທີ່​ຈະ​ປະ​ນິ​ປະ​ນອມ​ກັນ​ໄດ້ກ່ຽວ​ກັບ​ວິ​ທີ​ທີ່ຈະ​ເຮັດ​ໃຫ້ຂັ້ນ​ຕອນໃນການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ ແລະ​ການ​ຍົກ​ເລີກ​ການ​ລົງ​ໂທດ​ເກີດ​ຂຶ້ນພ້ອມໆ​ກັນ.

ວໍ​ຊິງ​ຕັນໄດ້​ຍຶດ​ໝັ້ນ​ຢູ່​ໃນຈຸດ​ຢືນ​ຂອງ​ຕົນ ກ່ຽວ​ກັບຮັກ​ສາ​ການ​ລົງ​ໂທດ​ຕໍ່ເກົາ​ຫລີ​ເໜືອ ຈົນ​ກວ່າ​ວ່າ​ປະ​ເທດ​ດັ່ງ​ກ່າວ​ເອົາ​ບາດ​ກ້າວເພື່ອ​ເຮັດ​ໃຫ້​ບັນ​ລຸການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍຢ່າງ​ເຕັມ​ສ່ວນ, ໃນ​ຂະ​ນະ​ທີ່​ພຽງ​ຢາງ​ກໍ​ໄດ້​ຢືນ​ຢັດ​ວ່າ ໃຫ້​ສະ​ຫະ​ລັດ ຜ່ອນ​ຜົນ​ການ​ລົງ​ໂທດ​ກ່ອນ.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG