ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລົງໂທດ ເຈົ້າໜ້າທີ່ ເກົາຫຼີເໜືອ ທີ່ລະເມີດ ສິດທິມະນຸດ


ຜູ້ແປພັກຊາວເກົາຫລີເໜືອຄົນນຶ່ງ ມີຄວາມໂສກເສົ້າ ເມື່ອເຫັນພາບທີ່ສະແດງໃຫ້ເຫັນການປະຫານຊີວິດຢູ່ຕໍ່ໜ້າປວງຊົນ ຂອງທະຫານເກົາຫລີເໜືອຄົນນຶ່ງ ຢູ່ໃນການໂຮມຊຸມນຸມ ເພື່ອສິດທິມະນຸດໃນນະຄອນຫລວງ ໂຊລ ຂອງເກົາຫລີໃຕ້ ໃນວັນທີ 14 ເມສາ, 2011.
ຜູ້ແປພັກຊາວເກົາຫລີເໜືອຄົນນຶ່ງ ມີຄວາມໂສກເສົ້າ ເມື່ອເຫັນພາບທີ່ສະແດງໃຫ້ເຫັນການປະຫານຊີວິດຢູ່ຕໍ່ໜ້າປວງຊົນ ຂອງທະຫານເກົາຫລີເໜືອຄົນນຶ່ງ ຢູ່ໃນການໂຮມຊຸມນຸມ ເພື່ອສິດທິມະນຸດໃນນະຄອນຫລວງ ໂຊລ ຂອງເກົາຫລີໃຕ້ ໃນວັນທີ 14 ເມສາ, 2011.

ສະຫະລັດໄດ້ເອົາເຈົ້າໜ້າທີ່ເກົາຫລີເໜືອ 7 ຄົນ ແລະໜ່ວຍງານຂອງລັດຖະບານ
ເກົາຫລີເໜືອ ສາມໜ່ວຍງານ ເຂົ້າໃນບັນຊີດໍາ ໂດຍໄດ້ເວົ້າວ່າ ພວກກ່ຽວໄດ້ທໍາ
ການລະເມີດສິດທິມະນຸດທີ່ "ຮ້າຍແຮງທີ່ສຸດໃນໂລກ."

ກະຊວງການຕ່າງປະເທດ ແລະກະຊວງການເງິນຂອງສະຫະລັດ ໄດ້ວາງມາດຕະ
ການລົງ ໂທດທາງເສດຖະກິດຕໍ່ ເຈົ້າໜ້າທີ່ໃນດ້ານຄວາມໝັ້ນຄົງທາງທະຫານ, ດ້ານແຮງງານແລະສະຖານທູດຕ່າງໆ ພ້ອມທັງ ການດໍາເນີນການໃຊ້ແຮງງານ
ແບບບີບບັງຄັບ ຢູ່ຕ່າງປະເທດ ທີ່ທະຫານເກົາຫລີເໜືອຖືກຮຽກຮ້ອງໃຫ້ເຮັດວຽກ
ແບບບໍ່ມີຄ່າຕອບແທນ ໃນຂະນະທີ່ເງິນຄ່າແຮງງານຂອງເຂົາເຈົ້າ ຖືກສົ່ງໄປໃຫ້
ລັດຖະບານທີ່ທຸກຈົນດ້ານການເງິນແຫ່ງນັ້ນ.

ທ່ານ Scott Busby, ຮອງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຮັບ
ຜິດຊອບ ດ້ານປະຊາທິປະໄຕ, ສິດທິມະນຸດ, ແລະແຮງງານ ກ່າວຕໍ່ນັກຂ່າວໃນວັນ
ພະຫັດວ່າ ວານນີ້ວ່າ ຊາວເກົາຫລີເໜືອທີ່ໂຕນໜີ ຊີ້ບອກວ່າ ພວກເຂົາເຈົ້າເຫັນວ່າ
ນະໂຍບາຍດັ່ງກ່າວມີການປ່ຽນແປງແລ້ວ ແລະໃນບາງກໍລະນີ "ຄວາມຮຸນແຮງຂອງ
ການກະທໍາຂອງພວກເຂົາແມ່ນໄດ້ເບົາບາງລົງແດ່" ຍ້ອນການລົງໂທດຂອງສະຫະລັດ.

ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນຂອງສະຫະລັດ ເວົ້າວ່າ "ການ
ລົງໂທດໄດ້ວາງອອກຕໍ່ກອງທັບເກົາຫລີເໜືອ ແລະເຈົ້າໜ້າທີ່ຂອງລະບອບດັ່ງກ່າວທີ່
ໄດ້ທໍາການລະເມີດສິດທິມະນຸດແບບຈະແຈ້ງ. ພວກເຮົາຍັງແນການລົງໂທດໃສ່ ຜູ້ອໍາ
ນວຍຄວາມສະດວກດ້ານການເງິນໃຫ້ແກ່ເກົາຫລີເໜືອ ທີ່ເຮັດໃຫ້ລະບອບດັ່ງກ່າວ
ຄົງຕົວຢູ່ໄດ້ຍ້ອນມີເງິນຕາຕ່າງປະເທດທີ່ໄດ້ມາຈາກການໃຊ້ແຮງງານແບບບີບບັງຄັບ."

ນຶ່ງໃນຫລາຍໆຄົນ ທີ່ຢູ່ໃນບັນຊີດໍານັ້ນ ກໍຄື ທ່ານ Ku Sung Sub, ເຈົ້າໜ້າທີ່ລະດັບ
ກາງຂອງເກົາຫລີເໜືອ ທີ່ເປັນຫົວໜ້າກົງສຸນໃຫຍ່ຢູ່ເມືອງ Shenyang ຂອງຈີນ.

ທ່ານ Busby ກ່າວອີກວ່າ "ບຸກຄົນດັ່ງກ່າວໄດ້ມີຊື່ຢູ່ໃນລາຍງານສະບັບບນີ້ ຍ້ອນວ່າ ລາວເປັນຜູ້ທີ່ອໍານວຍຄວາມສະດວກໃຫ້ແກ່ການກັບຄືນໄປຍັງເກົາຫລີເໜືອຂອງຜູ້
ຂໍລີ້ໄພຊາວເກົາຫລີເໜືອຜູ້ນຶ່ງ. ກໍລະນີຂອງຜູ້ກ່ຽວໄດ້ຖືກຍົກຂຶ້ນມາໂອ້ລົມກັບຈີນ."

ທ່ານ Busby ຊີ້ໃຫ້ເຫັນວ່າ ເຖິງແມ່ນວ່າ ມີການໄລ່ທ່ານ Ku ອອກຈາກປະເທດ ແມ່ນ
ທາງເລືອກອັນນຶ່ງ ແຕ່ທ່ານກໍບໍ່ຮູ້ວ່າ ປັກກິ່ງຈະກະທໍາແນວນັ້ນຫລືບໍ່.

ທ່ານ Rex Tillerson ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດໄດ້ສະແດງໃຫ້
ຮູ້ເຖິງຄວາມອັດທົນບໍ່ໄຫວຂອງສະຫະລັດທີ່ມີຕໍ່ຈີນ ນັບມື້ນັບເພີ້ມຂຶ້ນ ຊຶ່ງລວມທັງ
ບັນຫາກ່ຽວກັບເກົາຫລີເໜືອ, ອີງຕາມການສໍາພາດທີ່ທ່ານໃຫ້ຕໍ່ອົງການຂ່າວ Bloomberg ເມື່ອມໍ່ໆມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG