ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ແລະ ສປຊ ຕົກລົງ ທີ່ຈະຕິດຕໍ່ກັນ ເປັນປະຈຳ


ລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ທ່ານນີ ຢອງ ໂຮ (ຂວາ) ແລະຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບ ກ່ຽວກັບ ກິດຈະການດ້ານການເມືອງ ທ່ານແຈັບຟຣີ ແຟລຕ໌ແມນ ຈັບມືກັນ. (7 ທັນວາ 2017)
ລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ທ່ານນີ ຢອງ ໂຮ (ຂວາ) ແລະຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບ ກ່ຽວກັບ ກິດຈະການດ້ານການເມືອງ ທ່ານແຈັບຟຣີ ແຟລຕ໌ແມນ ຈັບມືກັນ. (7 ທັນວາ 2017)

ເກົາຫຼີເໜືອ ແລະອົງການສະຫະປະຊາຊາດ ໄດ້ຕົກລົງກັນ ທີ່ຈະຕິດຕໍ່ສື່ສານກັນເປັນ
ປະຈຳ.

ອົງການຂ່າວສູນກາງ ຂອງທາງການເກົາຫລີເໜືອ ລາຍງານ ໃນວັນເສົາມື້ນີ້ວ່າ ການ
ເຄື່ອນໄຫວຫຼ້າສຸດດັ່ງກ່າວນີ້ ແມ່ນເປັນຜົນຂອງການເດີນທາງໄປຢ້ຽມ ຢາມພຽງຢາງ ຂອງເຈົ້າໜ້າທີ່ອະວຸໂສສະຫະປະຊາຊາດ ເມື່ອໄວໆມານີ້.

ທ່ານ​ແຈັບຟຣີ ​ແຟລຕ໌​ແມນ ຮອງ​ເລຂ​າທິການ​ໃຫຍ່​ສະຫະ​ປະຊາດຮັບຜິດຊອບກ່ຽວ
ກັບ​ກິດຈະການດ້ານ​ການ​ເມືອງ ເດີນທາງໄປຢ້ຽມຢາມເກົາຫຼີເໜືອ ໃນອາທິດນີ້ ຊຶ່ງ
ໄດ້ທຳການພົບປະກັບລັດຖະມົນຕີການຕ່າງປະເທດ ທ່ານນີຢອງໂຮ ແລະຮອງລັດ
ຖະມົນຕີກະຊວງຕ່າງປະເທດ ທ່ານພັກມີຢົງກຸກ.

ສື່ມວນຊົນ ຂອງທາງການເກົາຫຼີເໜືອ ແຈ້ງວ່າ ການໄປຢ້ຽມຢາມຂອງທ່ານແຟລຕ໌
​ແມນເຮັດໃຫ້ມີການເຂົ້າໃຈກັນດີຂຶ້ນລະຫວ່າງ ສປປ ເກົາຫຼີແລະເລຂາທິການຂອງ
ສະຫະປະຊາຊາດ.

ສປປ ເກົາຫຼີແມ່ນຊື່ຢ່າງເປັນທາງການຂອງເກົາຫຼີເໜືອທີ່ຫຍໍ້ມາຈາກສາທາລະນະ
ລັດປະຊາທິປະໄຕປະຊາຊົນເກົາຫຼີ.

ການເດີນທາງໄປຢ້ຽມຢາມຂອງທ່ານແຟລຕ໌​ແມນມີຂຶ້ນຫຼັງຈາກສະຫະລັດແລະເກົາ
ຫຼີໃຕ້ເລີ້ມການຊ້ອມລົບທາງທະຫານປະຈຳປີ ທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ.

ກຳປັ່ນບັນທຸກເຮືອບິນ ຣໍໂນລ ຣິແກນ ຖິ້ມສະໝໍ ຈອດຢູ່ເມືອງທ່າປູຊານ ຂອງເກົາຫຼີໃຕ້.
ກຳປັ່ນບັນທຸກເຮືອບິນ ຣໍໂນລ ຣິແກນ ຖິ້ມສະໝໍ ຈອດຢູ່ເມືອງທ່າປູຊານ ຂອງເກົາຫຼີໃຕ້.

ອົງການຂ່າວຂອງເກົາຫຼີເໜືອລາຍງານວ່າ ພຽງຢາງຖືວ່າການຊ້ອມລົບທາງທະຫານ
ແມ່ນສ່ວນນຶ່ງ ຂອງແຜນການສະຫະລັດ ທີ່ຈະທຳການໂຈມຕີແບບບໍ່ຄາດຄິດໃສ່ສະ
ຖານທີ່ນິວເຄລຍຕ່າງໆຂອງເກົາຫຼີເໜືອ.

ແຕ່ແນວໃດກໍຕາມ ການຊ້ອມລົບຂອງສະຫະລັດແລະເກົາຫຼີໃຕ້ມີຂຶ້ນນຶ່ງອາທິດຫລັງ
ຈາກເກົາຫຼີເໜືອ ທົດລອງຍິງລູກສອນໄຟ ຂີປະນາວຸດຂ້າມທະວີບ ຂະໜາດແຮງຊະ
ນິດໃໝ່ທີ່ພວກນັກຊ່ຽວຊານກ່າວວ່າສາມາດຍິງມາເຖິງແຜ່ນດິນໃຫຍ່ຂອງສະຫະລັດ. ລູກສອນໄຟຂີປະນາວຸດ ຂ້າມທະວີບຊະນິດໃໝ່ນີ້ ແມ່ນນຶ່ງ ໃນຈຳນວນລູກສອນໄຟ
ຫຼາຍໆຊະນິດທີ່ທົດລອງໂດຍເກົາຫຼີເໜືອພ້ອມກັບການທົດລອງອາວຸດນິວເຄລຍຊຶ່ງ
ເປັນການທ້າທາຍຕໍ່ການລົງໂທດຂອງນາໆຊາດ.

ອີງຕາມອົງການຂ່າວຂອງທາງການເກົາຫຼີເໜືອແລ້ວ ເກົາຫຼີເໜືອໃຫ້ຂໍ້ສັງເກດໃນລະ ຫວ່າງການພົບປະກັບເຈົ້າໜ້າທີ່ສະຫະປະຊາຊາດວ່າ ສະຖານະການທີ່ເຄັ່ງຕຶງຢູ່ໃນ
ແຫຼມເກົາຫຼີໃນປັດຈຸບັນນີ້ແມ່ນເນື່ອງມາຈາກນະໂຍບາຍທີ່ເປັນປໍລະປັກຂອງສະຫະ ລັດໂດຍສິ້ນເຊີງ ພ້ອມທັງການຂົ່ມຂູ່ແລະຂູ່ຂວັນແບລັກແມລ.

ນອກນັ້ນແລ້ວ ເກົາຫຼີເໜືອຍັງເປັນຫ່ວງ ກ່ຽວກັບຜົນກະທົບ ຈາກການລົງໂທດຂອງ
ນາໆຊາດ ໃນການຈັດສົ່ງການຊ່ອຍເຫຼືອທາງດ້ານມະນຸດສະທຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG