ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອັງກິດ ປິດສະຖານເອກອັກຄະລັດຖະທູດ ແລະສົ່ງນັກການທູດ ອອກຈາກເກົາຫລີເໜືອແລ້ວ


ພາບຖ່າຍໃນວັນທີ 3 ພຶດສະພາ, 2020 ສະແດງໃຫ້ເຫັນທຸງຊາດ ເກົາຫລີເໜືອປີວສະບັດໄປຕາມລົມຢູ່ເທິງປ້ອມຍາມຂອງຄ້າຍທະຫານເກົາຫລີເໜືອ ໃນເມືອງ Paju, ທີ່ຢູ່ຊາຍແດນຕິດກັບເກົາຫລີໃຕ້.
ພາບຖ່າຍໃນວັນທີ 3 ພຶດສະພາ, 2020 ສະແດງໃຫ້ເຫັນທຸງຊາດ ເກົາຫລີເໜືອປີວສະບັດໄປຕາມລົມຢູ່ເທິງປ້ອມຍາມຂອງຄ້າຍທະຫານເກົາຫລີເໜືອ ໃນເມືອງ Paju, ທີ່ຢູ່ຊາຍແດນຕິດກັບເກົາຫລີໃຕ້.

ອັງກິດໄດ້ປິດສະຖານເອກອັກຄະລັດຖະທູດຂອງຕົນຢູ່ເກົາຫລີເໜືອ ແລະນັກການທູດຂອງປະເທດດັ່ງກ່າວກໍໄດ້ພາກັນອອກຈາກປະເທດໄປແລ້ວ, ອີງຕາມຄໍາເວົ້າຂອງທ່ານ ເອກອັກຄະລັດຖະທູດຂອງອັງກິດ ໃນວັນພະຫັດມື້ນີ້ ຂະນະທີ່ພຽງຢາງໄດ້ຮັກສາການຄວບຄຸມບໍ່ໄດ້ຄົນເຂົ້າປະເທດໄດ້ຢ່າງເຄັ່ງຄັດ ເພື່ອປ້ອງກັນການລະບາດຂອງໄວຣັສໂຄໂຣນາ ອີງຕາມລາຍງານຂອງອົງການຂ່າວເອແອັຟພີຂອງຝຣັ່ງ.

ເກົາຫລີເໜືອໄດ້ປິດຊາຍແດນຂອງຕົນ ແລະຢືນຢັດວ່າ ຕົນບໍ່ມີກໍລະນີຄົນປ່ວຍ ຈັກລາຍເລີຍຍ້ອນເຊື້ອໄວຣັສທີ່ເກີດຢູ່ຈີນ ປະເທດໃກ້ຄຽງກັນນັ້ນໃນທ້າຍປີກາຍ
ນີ້ ແລະໄດ້ລະບາດໄປທົ່ວໂລກນັບແຕ່ນັ້ນມາ.

ການປິດສະຖານເອກອັກຄະລັດຖະທູດແມ່ນການເຄື່ອນໄຫວຊົ່ວຄາວ ແລະເກີດ ຂຶ້ນຍ້ອນວ່າ “ການຈໍາກັດບໍ່ໃຫ້ຄົນເຂົ້າປະເທດໄດ້ເຮັດໃຫ້ພວກເຮົາ ບໍ່ສາມາດ ໃຫ້ພະນັກງານປ່ຽນຜຽນກັນເຮັດວຽກ ແລະ ມີຮັກສາການດໍາເນີນງານຂອງສະ ຖານເອກອັກຄະລັດຖະທູດໄວ້ໄດ້,” ນັ້ນຄືຄໍາເວົ້າຂອງໂຄສົກປະຈໍາຫ້ອງການ ຕ່າງປະເທດຂອງອັງກິດ.

ທ່ານເອກອັກຄະລັດຖະທູດ ໂຄລິນ ຄຣຸກສ໌ (Colin Crooks) ກ່າວຢູ່ໃນທວີດເຕີວ່າ ສະຖານເອກອັກຄະລັດຖະທູດອັງກິດ ຢູ່ພຽງຢາງ ໄດ້ປິດໄວ້ຊົ່ວຄາວໃນ ວັນທີ 27 ພຶດສະພາ ແລະພະນັກງານການທູດທຸກຄົນຕອນນີ້ ໄດ້ໜີອອກຈາກ ສປປ ເກົາຫລີໄປແລ້ວ.”

ສະຖານເອກອັກຄະລັດຖະທູດຂອງສະວີເດັນ-ທີ່ຍັງເປີດໄວ້ຢູ່-ຕອບກັບຄືນວ່າ ຕົນຈະຄິດຮອດທ່ານ ແລະທີມງານຂອງທ່ານ “ແລະຫວັງວ່າພວກເຂົາເຈົ້າສາ ມາດກັບຄືນໄປປະເທດນັ້ນໃນໄວໆນີ້.”

ເວັບໄຊທ໌ຂອງອົງການຂ່າວ NK ທີ່ເປັນອົງການສະເພາະດ້ານ ເວົ້າວ່າບັນດາ ນັກການທູດຂອງອັງກິດ ໄດ້ຂ້າມຊາຍແດນໄປຫາຈີນ ໂດຍທາງລົດໃນວັນພຸດ
ວານນີ້.

ອັງກິດມີເຈດຕະນາທີ່ຈະຮັກສາສາຍພົວພັນທາງການທູດ ກັບເກົາຫລີເໜືອໄວ້ “ແລະຈະຫາທາງໃຫ້ພວກເຮົາກັບມາປະຈໍາການຢູ່ໃນພຽງຢາງຄືນອີກ ໃຫ້ໄວເທົ່າທີ່ຈະໄວໄດ້,” ນັ້ນຄືຄໍາເວົ້າຂອງຫ້ອງການຕ່າງປະເທດ.

ໃນຕອນທີ່ພະຍາດລະບາດຂຶ້ນໃໝ່ໆນັ້ນ ພຽງຢາງໄດ້ວາງຂໍ້ຈໍາກັດໃນການກັກ ຕົວຢ່າງເຄັ່ງຄັດຕໍ່ຄົນຕ່າງປະເທດທຸກຄົນທີ່ຢູ່ໃນນັ້ນ ລວມທັງການປິດສະຖານທີ່ຕ່າງໆ ຂອງເຂົາເຈົ້າເອງໄວ້ອີກດ້ວຍ ທີ່ເອກອັກຄະລັດຖະທູດອາເລັກແຊນເດີ ແມັດເຊໂກຣາ (Alexander Matsegora) ເວົ້າວ່າມັນ “ເປັນການບີບຮັດແທ້ໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG