ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ກ່າວ​ໂຈມ​ຕີ ສ​ະ​ຫະ​ລັດ ທີ່​ຊັ່ງ​ຊາ​ປະ​ເທດ​ຕົນ ໃນ ​ບົດລາຍ​ງານ ​ກ່ຽວ​ກັບ ການກໍ່​ການ​ຮ້າຍ


ຈາກ​ຊ້າຍ, ​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.
ຈາກ​ຊ້າຍ, ​ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.

ເກົາຫຼີ​ເໜືອ ໃນ​ວັນ​ອັງ​ຄານມື້ນີ້ ໄດ້​ກ່າວ​ຕ້ອງ​ຕິສະ​ຫະ​ລັດ ທີ່ກ່າວ​ເຖິ່ງ​ພຽງ​ຢາງ​ໃນ​ບົດ​ລາຍ​ງານ​ປະ​ຈຳ​ປີ​ວ່າ ​ເປັນ​ປະ​ເທ​ດທີ່​ສະໜັບ​ສະ​ໜຸນ​ການກໍ່​ການ​ຮ້າຍໂດຍ​ກ່າວ​ວ່າ ບົດ​ລາຍ​ງານນີ້ເປັນແບບ​ຢ່າງ “ນະ​ໂຍ​ບາຍ​ທີ່​ເປັນປໍ​ລະ​ປັກ” ຂອງວໍ​ຊິ​ງ​ຕັນ ທີ່​ເປັນ​ການ​ຈຳ​ກັດ​ໂອ​ກາດ​ເພື່ອ​ການ​ເຈ​ລະ​ຈາ.

ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ະ​ຫະ​ລັດ ໃນ​ວັນ​ສຸກ​ຜ່ານ​ມາ ໄດ້​ພິມອອກ​ເຜີຍ​ແຜ່ບົດ​ລາຍ​ງານ​ປະ​ຈຳ​ປີ 2018 ຂອງ​ປະ​ເທດ​ທີ່​ພົວ​ພັນ​ກັບ​ການກໍ່​ການ​ຮ້າຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ ບົດ​ລາຍ​ງານນີ້ ກໍ​ໄດ້ຫລຸດຜ່ອນ​ການ​ຕຳ​ໜິ​ຂອງ​ຕົນລົງຕໍ່​ເກົາຫຼີ​ເໜືອ ເມື່ອ​ທຽບ​ໃສ່ປີ​ກ່ອນນັ້ນ ຊຶ່ງ​ຕົນ​ໄດ້​ກ່າວ​ໄປວ່າ ສະ​ຫະ​ລັດ ໄດ້​ກຳ​ນົດຄືນ​ໃໝ່​ທີ່​ວ່າໃຫ້​ເກົາຫຼີ​ເໜືອ ເປັນ​ປະ​ເທດ​ທີ່​ສະ​ໜັບ​ສະ​ໜຸນ​ການ​ກໍ່​ການ​ຮ້າຍ ໃນ​ປີ 2017.

ກະ​ຊວງ​ການ​ຕ່າງ​ປ​ເທດ​ຂອງ​ເກົາຫຼີ​ເໜືອບໍ່ພໍ​ໃຈ​ກັບ​ບົດ​ລາຍ​ດັ່ງ​ກ່າວ ໂດຍ​ກ່າວ​ວ່າ ເປັນ “ການ​ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ ​ທີ່ມີ​ແຮງ​ຈູງ​ໃຈ​ທາງ​ດ້ານ​ການ​ເມື​ອງ” ອີງ​ຕາມ​ຖະ​ແຫລງ​ການ​ ຈາກ​ອົງ​ການສູນ​ກາງ​ຂ່າວ​ຂອງ​ທາ​ງ​ການ​ເກົາຫຼີ​ເໜືອ​ ຫຼື KCNA.

ຖະ​ແຫລງ​ການ ໄດ້ກ່າວ​ອີກວ່າ “ອັນ​ນີ້ ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ນຶ່ງວ່າ ສ​ະ​ຫະ​ລັດ ໝົກ​ມຸ່ນ​ໃນ​ພຶດ​ຕິ​ກຳ​ທີ່​ໜ້າ​ລັງ​ກຽດຕໍ່​ເກົາຫຼີ​ເໜືອນັ້ນ ​ອັນເປັນ​ການ​ສະ​ແຫວງ​ຫາ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ຢູ່​ສະ​ເໝີ​ໃນ​ໄລ​ຍະຫຼັງ.”

​ເກົາຫຼີ​ເໜືອ ເມື່ອ​ເດືອນ​ແລ້ວນີ້ ໄດ້​ຍ່າງ​ອອກ​ຈາກ​ ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ລະ​ດັບ​ປະ​ຕິ​ບັດ​ງານ ໂດຍ​ຖິ້ມ​ໂທດ​ໃສ່​ສະ​ຫະ​ລັດ ທີ່ບໍ່ຍິນ​ຍອມຮັບຂໍ້​ຮຽກ​ຮ້ອງ​ຂອງ​ຕົນ. ນັບ​ຕັ້ງ​ແຕ່ນັ້ນ​ມາ ຕົນ​ຈຶ່ງ​ໄດ້​ຂົ່ມ​ຂູ່​ທີ່ສືບ​ຕໍ່​ໂຄງ​ການ​ນິວ​ເຄ​ລຍ ຫຼື ການຈະ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ.

ຖະ​ແຫລງ​ການ​ທີ່​ອອກ​ໃນ​ວັນ​ອັງ​ຄານ ຂອງເກົາຫຼີ​ເໜືອ ໄດ້​ກ່າວ​ວ່າ ມັນ​ເປັນ​ການ “ດູຖູກ” ທີ່​ສະ​ຫະ​ລັດ ຈະ​ນຳ​ອອກ​ເຜີຍ​ແຜ່ ບົດ​ລາຍ​ງານ​ກ່ຽວ​ກັບ​ການກໍ່​ການ​ຮ້າຍ ໂດຍ​ສະ​ເພາະ​ແລ້ວ ໃນ​ຂະ​ນະ​ທີ່ ​ການເຈ​ລະ​ຈາ ລ​ະ​ຫວ່າງ ສ​ະ​ຫະ​ລັດ ກັບ​ເກົາຫຼີ​ເໜືອ ​ຕົກ​ຢູ່​ໃນ​ສະ​ພາບ “ບໍ່​ໄປ​ບໍ່​ມາ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເກົາຫຼີ​ເໜືອ ໄດ້​ກ່າວໂດຍ​ໃຊ້​ອັກ​ສອນ​ຫຍໍ້​ທີ່​ເປັນ​ທາງ​ການ ສຳ​ລັບ​ປະ​ເທດ ​ວ່າ “ຊ່ອງ​ທາງ​ຂອງ​ການ​ເຈ​ລະ​ຈາ ລະ​ຫວ່າງ ​ສ​ປ​ປ
ເກົາ​ຫຼີ ແລະ ສ​ະ​ຫະ​ລັດ ແມ່ນ​ແຄບ​ເຂົ້າຫຼາຍ​ຂຶ້ນ​ນັບ​ມື້ຍ້ອນທ່າ​ທີ​ແບບນັ້ນແລະ ​ຈຸດ​ຢືນ​ຂອງ​ສ​ະ​ຫະ​ລັດ.”

ເກົາຫຼີ​ເໜືອ ໃນ​ເບື້ອງ​ຕົ້ນ ໄດ້​ຖືກ​ກຳ​ນົດ ໃຫ້​ເປັນ​ປະ​ເທດ​ທີ່​ສະ​ໜັບ​ສະ​ໜຸນ​ການ ກໍ່​ການ​ຮ້າຍ ໃນ​ປີ 1988 ຫຼັງ​ຈາກ​ທີ່ ປະ​ເທດ​ດັ່ງ​ກ່າວ​ໄປ​ມີ​ສ່ວນ​ກ່ຽວ​ຂ້ອງ ໃນ​ການ​ວາງ​ລະ​ເບີດ ຕໍ່​ເຮືອ​ບິນ​ໂດຍ​ສານຂອງ​ສາຍ​ການ​ບິນເກົາຫຼີ ໃນ​ປີ​ກ່ອນນັ້ນ. ສະ​ຫະ​ລັດ ໄດ້​ຖອນ​ເກົາຫຼີ​ເໜືອ ອອກ​ຈາກ​ບັນ​ຊີ​ລາຍ​ຊື່ ໃນປີ 2008 ໃນ​ລະ​ຫວ່າງ ​ທີ່​ມີ​ການ​ເຈ​ລະ​ຈາ​ກັນ.

ໃນ​ປີ 2017 ໃນ​ເວ​ລານັ້ນ ລັດ​ຖະ​ມົນ​ຕີ​ວ່າ​ການ​ຕ່າງ​ປະ​ເທດ ທ່ານເຣັກ​ສ໌ ທີ​ລ​ເລີ​ສັນ ໄດ້​ກຳ​ນົດ​ໃຫ້​ເກົາຫຼີ​ເໜືອ ເປັນ​ປະ​ເທດ​ສະ​ໜັບ​ສະ​ໜຸນ​ການກໍ່​ການ​ຮ້າຍ​ຄືນ​ອີກ ໃນ​ລະ​ຫວ່າງ​ທີ່​ຄວາມ​ເຄັ່ງ​ຕຶງ​ກຳ​ລັງ​ສູງ​ຂຶ້ນນັ້ນ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG