ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ເກົາຫຼີເໜືອໄດ້ທົດລອງລູກສອນໄຟຂີປະນາວຸດໄລຍະກາງ ທີ່ມີຄວາມໄວເກີນສຽງ ແນໃສ່ເຂດປາຊີຟິກ


ພາບນີ້ຖ່າຍເມື່ອວັນທີ 27 ສິງຫາ 2024 ແລະຖືກເຜີຍແຜ່ຈາກອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ (KCNA) ຜ່ານທາງ KNS ເມື່ອວັນທີ 28 ສິງຫາ 2024 ສະແດງໃຫ້ເຫັນການຍິງທົດລອງລະບົບອາວຸດປືນໃຫຍ່ຂະໜາດ 240 ມມ ຢູ່ສະຖານທີ່ທີ່ບໍ່ເປີດເຜີຍໃນເກົາຫຼີເໜືອ.
ພາບນີ້ຖ່າຍເມື່ອວັນທີ 27 ສິງຫາ 2024 ແລະຖືກເຜີຍແຜ່ຈາກອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ (KCNA) ຜ່ານທາງ KNS ເມື່ອວັນທີ 28 ສິງຫາ 2024 ສະແດງໃຫ້ເຫັນການຍິງທົດລອງລະບົບອາວຸດປືນໃຫຍ່ຂະໜາດ 240 ມມ ຢູ່ສະຖານທີ່ທີ່ບໍ່ເປີດເຜີຍໃນເກົາຫຼີເໜືອ.

ເກົາຫຼີເໜືອ ກ່າວມື້ວັນອັງຄານວານນີ້ວ່າ ການທົດລອງອາວຸດຫຼ້າສຸດຂອງພວກເຂົາ ແມ່ນລູກສອນໄຟຂີປະນາວຸດໄລຍະກາງຄວາມໄວເໜືອສຽງລຸ້ນໃໝ່ ທີ່ອອກແບບມາເພື່ອໂຈມຕີເປົ້າໝາຍທີ່ຢູ່ຫ່າງໄກໃນຂົງເຂດປາຊີຟິກ, ຂະນະທີ່ ທ່ານ ກິມ ຈົງ ອຶນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຂະຫຍາຍສາງອາວຸດນີວເຄລຍຂອງຕົນໃຫ້ຫຼາຍຂື້ນ ເພື່ອຕໍ່ຕ້ານປະເທດຄູ່ແຂ່ງ.

ສື່ມວນຊົນຂອງເກົາຫຼີເໜືອລາຍງານນຶ່ງວັນຫຼັງຈາກກອງກັບເກົາຫຼີໃຕ້ກ່າວວ່າ ພົບເຫັນ ເກົາຫຼີເໜືອ ຍິງລູກສອນໄຟຂີປະນາວຸດທີ່ບີນໄດ້ໄກ 1,100 ກິໂລແມັດ ກ່ອນທີ່ມັນຈະຕົກລົງໃນເຂດນ່ານນໍ້າລະຫວ່າງແຫຼມເກົາຫຼີກັບ ຍີ່ປຸ່ນ, ການຍິງດັ່ງກ່າວ ຊຶ່ງດຳເນີນການພຽງບໍ່ພໍເທົ່າໃດອາທິດກ່ອນທີ່ ທ່ານ ດໍໂນລ ທຣໍາ ຈະກັບມາດຳລົງຕໍາແໜ່ງປະທານາທິບໍດີ ສະຫະລັດ, ມີຂື້ນຫຼັງຈາກການທົດລອງອາວຸດທີ່ດຸເດືອດໝົດປີ.

ໃນປີທີ່ຜ່ານມາ, ເກົາຫຼີເໜືອ ໄດ້ສາທິດລະບົບອາວຸດຫຼາຍປະເພດທີ່ສາມາດໂຈມຕີປະເທດເພື່ອນບ້ານ ແລະ ສະຫະລັດ ໄດ້, ລວມເຖີງລູກສອນໄຟຂີປະນາວຸດຂ້າມທະວີບເຊື້ອໄຟແຂງ, ແລະຍັງມີຂໍ້ກັງວົນວ່າ ຄວາມສາມາດທາງການທະຫານຂອງເກົາຫຼີເໜືອ ອາດຈະກ້າວໜ້າຫຼາຍຂື້ນໂດຍຜ່ານການຖ່າຍທອດເທັກໂນໂລຈີຈາກ ຣັດເຊຍ, ເນື່ອງຈາກທັງສອງປະເທດ ເຫັນດີຕົກລົງກັນກ່ຽວກັບສົງຄາມຢູ່ໃນ ຢູເຄຣນ.

ໃນຊ່ວງບໍ່ພໍເທົ່າໃດປີຜ່ານມາ, ເກົາຫຼີເໜືອ ໄດ້ທໍາການທົດລອງລູກສອນໄຟຂີປະນາວຸດໄລຍະກາງຫຼາຍແບບ, ຖ້າຫາກພັດທະນາຈົນສົມບູນແລ້ວ ອາດຈະຍິງເຖີງເກາະກວມທີ່ເປັນສູນກາງທາງທະຫານຂອງ ສະຫະລັດ ໃນມະຫາສະມຸດປາຊີຟິກໄດ້. ໃນຊ່ວງບໍ່ພໍເທົ່າໃດເດືອນຜ່ານມາ, ເກົາຫຼີເໜືອ ໄດ້ທົດລອງລູກສອນໄຟຂີປະນາວຸດເຫຼົ່ານີ້ກັບຫົວລົບທີ່ພສກເຂົາອ້າງວ່າ ມີຄວາມໄວເໜືອສຽງ ເພື່ອເພີ້ມຄວາມສາມາດໃນການເອົາໂຕລອດ.

ນັບຕັ້ງແຕ່ປີ 2021 ເປັນຕົ້ນມາ, ເກົາຫຼີເໜືອ ໄດ້ທົດລອງອາວຸດຄວາມໄວເໜືອສຽງຫຼາຍຊະນິດທີ່ອອກແບບມາໃຫ້ບິນໄດ້ໄວກ່ວາສຽງເຖີງ 5 ເທົ່າ, ຄວາມໄວແລະຄວາມສາມາດເຄື່ອນໄຫວຂອງອາວຸດເຫຼົ່ານີ້ ມີເປົ້າໝາຍເພື່ອຕ້ານທານລະບົບປ້ອງກັນລູກສອນໄຟໃນພາກພື້ນ. ແນວໃດກໍຕາມ, ຍັງບໍ່ທັນຈະແຈ້ງເທື່ອວ່າ ລູກສອນໄຟຂີປະນາວຸດທັງຫຼາຍເຫຼົ່ານີ້ ບີນດ້ວຍຄວາມໄວທີ່ ເກົາຫຼີເໜືອ ອ້າງເລື້ອຍໆ ຫຼື ບໍ່.

ອົງການຂ່າວທາງການຂອງເກົາຫຼີເໜືອລາຍງານວ່າ ທ່ານ ກິມ ຈົງ ອຶນ ໄດ້ທໍາການຄວບຄຸມການຍິງໃນມື້ວັນຈັນທີ່ຜ່ານມາ, ແລະ ອາວຸດດັ່ງກ່າວ ບິນໄປໄດ້ໄກຮອດ 1,500 ກິໂລແມັດ, ໂດຍລະຫວ່າງນັ້ນ ລູກສອນໄຟຂີປະນາວຸດດັ່ງກ່າວບີນໄປໄດ້ໄກເຖີງຈຸດສູງສຸດ 2 ຈຸດຄື 99.8 ກິໂລແມັດ, ແລະ 42.5 ກິໂລແມັດ, ເຊິ່ງຄວາມໄວຢູ່ທີ່ 12 ເທົ່າ ຂອງຄວາມໄວສຽງ, ກ່ອນທີ່ຈະຍິງເປົ້າໝາຍຢູ່ໃນທະເລຕົກໄດ້ຢ່າງແມ່ນຢໍາ.

ທ່ານ ລີ ຊຸງຈຸນ (Lee Sung Joon) ໂຄສົກຄະນະເສນາທີການທະຫານຮ່ວມຂອງເກົາຫຼີໃຕ້ກ່າວວ່າ ກອງທັບເກົາຫຼີໃຕ້ເຊື່ອວ່າ ເກົາຫຼີເໜືອ ກຳລັງເວົ້າເກີນຄວາມເປັນຈິງກ່ຽວກັບຂີດຄວາມສາມາດຂອງລະບົບ, ໂດຍກ່າວວ່າ ລູກສອນໄຟຂີປະນາວຸດດັ່ງກ່າວ ສາມາດຍິງໄດ້ໜ້ອຍກ່ວານັ້ນ ແລະ ບໍ່ມີຈຸດສູງສຸດຄັ້ງທີສອງ.

ອ່ານຂ່າວເປັນພາສາອັງກິດໄດ້ລຸ່ມນີ້

North Korea said Tuesday its latest weapons test was a new hypersonic intermediate-range missile designed to strike remote targets in the Pacific as leader Kim Jong Un vowed to further expand his collection of nuclear-capable weapons to counter rival nations.

The North Korean state media report came a day after South Korea's military said it detected North Korea launching a missile that flew 1,100 kilometers (685 miles) before landing in waters between the Korean Peninsula and Japan. The launch, conducted weeks before Donald Trump returns as U.S. president, came off a torrid year in weapons testing.

North Korea demonstrated multiple weapons systems last year that can target its neighbors and the United States, including solid-fuel intercontinental ballistic missiles, and there are concerns that its military capabilities could advance further through technology transfers from Russia, as the two countries align over the war in Ukraine.

North Korea in recent years has flight tested various intermediate-range missiles, which if perfected, could reach the U.S. Pacific military hub of Guam. In recent months, North Korea has been testing combining these missiles with purported hypersonic warheads to improve their survivability.

North Korea since 2021 has been testing various hypersonic weapons designed to fly at more than five times the speed of sound. The speed and maneuverability of such weapons aim to withstand regional missile defense systems. However, it's unclear whether these missiles are consistently flying at the speeds the North claims.

The North's state media said Kim supervised Monday's launch, and that the weapon traveled 1,500 kilometers (932 miles), during which it reached two different peaks of 99.8 kilometers (62 miles) and 42.5 kilometers (26.4 miles) and achieved a speed amounting to 12 times the speed of sound, before accurately striking a sea target.

Lee Sung Joon, spokesperson of South Korea's Joint Chiefs of Staff, said the South Korean military believes North Korea was exaggerating capabilities of the system, saying the missile covered less distance and that there was no second peak.

Lee said the test was likely a follow-up to another hypersonic intermediate-range ballistic missile test last April and said it would be difficult to use such systems in a relatively small territory like the Korean Peninsula. He said the South Korean and U.S. militaries were continuing to analyze the missile.

Kim described the missile as a crucial achievement in his goals to bolster the North's nuclear deterrence by building an arsenal "no one can respond to," according to the official Korean Central News Agency.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG