ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ກິມ ຜູ້ນໍາຂອງເກົາຫຼີເໜືອ ປົດນາຍພົນລະດັບສູງ ແລະໄດ້ຮຽກຮ້ອງໃຫ້ມີການພ້ອມຫຼາຍໆຢ່າງ


ຈໍໂທລະພາບ ສະແດງໃຫ້ເຫັນຮູບຂອງຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ທີ່ງານເດີນສວນສະໜາມຂອງກອງທັບຄົບຮອບ 70 ປີການສະຫງົບເສິກ ເຊິ່ງໄດ້ຢຸດການຕໍ່ສູ້ໃນສົງຄາມເກົາຫຼີ ປີ 1950-53, ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 28 ກໍລະກົດ 2023.
ຈໍໂທລະພາບ ສະແດງໃຫ້ເຫັນຮູບຂອງຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຢູ່ທີ່ງານເດີນສວນສະໜາມຂອງກອງທັບຄົບຮອບ 70 ປີການສະຫງົບເສິກ ເຊິ່ງໄດ້ຢຸດການຕໍ່ສູ້ໃນສົງຄາມເກົາຫຼີ ປີ 1950-53, ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 28 ກໍລະກົດ 2023.

ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ປົດນາຍພົນລະດັບສູງຂອງກອງ ທັບ ແລະໄດ້ຮຽກຮ້ອງໃຫ້ກະກຽມສໍາລັບຄວາມເປັນໄປໄດ້ທີ່ຈະເກີດສົງຄາມ, ທ່ານຮຽກຮ້ອງໃຫ້ເພີ່ມ​ການຜະລິດອາວຸດ ພ້ອມທັງຂະຫຍາຍການຝຶກຊ້ອມ ທາງທະຫານ, ເຊິ່ງອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ KCNA ລາຍງານໃນວັນພະຫັດມື້ນີ້, ອີງຕາມອົງການຂ່າວ Reuters.

ລາຍງານກ່າວວ່າ ທ່ານກິມ ໄດ້ກ່າວຄໍາປາໄສຢູ່ທີ່ກອງປະຊຸມຄະນະກໍາມະການ ສູນກາງກອງທັບ, ໂດຍໄດ້ອະທິບາຍກ່ຽວກັບມາດຕະການຕອບໂຕ້ຄືນ ເພື່ອຂັດ ຂວາງຕໍ່ບັນດາສັດຕູຂອງເກົາຫຼີເໜືອ ເຊິ່ງທ່ານບໍ່ໄດ້ກ່າວເຖິງຊື່.

ນາຍພົນ ຣີ ຢົງ ກີລ (Ri Yong Gil) ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕໍາແໜ່ງນາຍ ພົນລະດັບສູງແທນຫົວໜ້າເສນາທິການຮ່ວມ ທ່ານປາກ ຊູ ອີລ (Pak Su Il), ອີງຕາມລາຍງານຂອງອົງການຂ່າວ KCNA, ເຊິ່ງບໍ່ໄດ້ໃຫ້ລາຍລະອຽດໃດໆ. ຍັງບໍ່ຈະແຈ້ງວ່າ ຖ້າ ທ່ານຣີ ຈະຍັງຄົງດໍາລົງຕໍາແໜ່ງຂອງທ່ານໃນຖານະ ​ເປັນລັດຖະມົນຕີກະຊວງປ້ອງກັນປະເທດຫຼືບໍ່.

ທ່ານກິມ ຍັງແນເປົ້າໝາຍເພື່ອຂະຫຍາຍຄວາມສາມາດໃນການຜະລິດອາວຸດ, ອີງຕາມການກ່າວຂອງບົດລາຍງານ ເຊິ່ງຍັງບໍ່ໄດ້ໃຫ້ລາຍລະອຽດຕ່າງໆ. ໃນອາທິດແລ້ວນີ້ ທ່ານກິມ ໄດ້ເດີນທາງໄປຢ້ຽມຢາມບັນດາໂຮງງານຜະລິດ ອາວຸດ, ໃນທີ່ນັ້ນ ທ່ານໄດ້ຮຽກຮ້ອງໃຫ້ມີການຜະລິດເຄື່ອງຈັກຂອງລູກສອນ ໄຟ, ປືນໃຫຍ່ ແລະອາວຸດຕ່າງໆຫຼາຍຂຶ້ນ.

North Korean leader Kim Jong Un dismissed the military's top general and called for more preparations for the possibility of war, a boost in weapons production, and expansion of military drills, state media KCNA reported Thursday.

Kim made the comments at a meeting of the Central Military Commission, which discussed plans for countermeasures to deter North Korea's enemies, which it did not name, the report said.

General Ri Yong Gil was named to replace the military’s top general, chief of the General Staff Pak Su Il, KCNA reported, without elaborating. It was unclear if Ri would retain his role as defense minister.

Kim also set a target for the expansion of weapons production capacity, the report said, without providing details. Last week he visited weapons factories where he called for more missile engines, artillery and other weapons to be built.

XS
SM
MD
LG