ສະຫະລັດກ່າວວ່າ ຜູ້ນຳເກົາຫລີເໜືອ ທ່ານກິມ ຈົງ ອຶນ ໄດ້ປະກາດໄຊຊະນະໃນການຕໍ່ສູ້ ຕ້ານໄວຣັສໂຄໂຣນາ ໂດຍສັ່ງໃຫ້ຍົກເລີກມາດຕະການຕໍ່ຕ້ານການແຜ່ລະບາດທີ່ເຂັ້ມງວດສຸດ ທີ່ນຳອອກໃຊ້ໃນເດືອນພຶດສະພາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ ທີ່ອ້າງສື່ມວນຊົນທາງການ ໃນວັນພະຫັດມື້ນີ້.
ເກົາຫລີເໜືອ ຍັງບໍ່ທັນໄດ້ເປີດເຜີຍວ່າມີການຢືນຢັນກ່ຽວກັບການຕິດແປດຂອງໄວຣັສຫລາຍປານໃດ ທີ່ຕົນໄດ້ ພົບເຫັນ. ແຕ່ແນວໃດກໍຕາມ ນັບແຕ່ວັນທີ 29 ກໍລະກົດຜ່ານມານີ້ ມີລາຍງານວ່າບໍ່ ມີກໍລະນີສົງໄສໃໝ່ ໃນອັນທີ່ ອົງການຊ່ວຍເຫລືອສາກົນກ່າວວ່າ ຄວາມສາມາດໃນການກວດແມ່ນມີຢູ່ຢ່າງຈຳກັດ.
ໃນຂະນະທີ່ມີການຍົກເລີກມາດຕະການ ຕໍ່ຕ້ານການແຜ່ລະບາດໃນຂອບເຂດຈຳກັດ ທ່ານກິມ ກ່າວວ່າ ເກົາຫລີເໜືອ ຕ້ອງຮັກສາ “ການຕໍ່ຕ້ານການແຜ່ລະບາດຢ່າງເຂັ້ມງວດ ແລະຂຸ້ນຂ້ຽວໃນການປະຕິບັດງານປ້ອງກັນການແຜ່ລະບາດ ຈົນກວ່າວິກິດການອະນາໄມຢູ່ທົ່ວໂລກສິ້ນສຸດລົງ” ອິງຕາມລາຍງານ ຂອງອົງການຂ່າວສູນກາງ KCNA.
ບັນດານັກວິເຄາະໄດ້ກ່າວວ່າ ເຖິງແມ່ນປະເທດຜະເດັດການເກົາຫລີເໜືອ ໄດ້ໃຊ້ການແຜ່ລະບາດເພື່ອຄວບຄຸມ ສັງຄົມຢ່າງເຄັ່ງຄັດ ການປະກາດໄຊຊະນະຂອງຕົນອາດເປັນພຽງການເລີ້ມຕົ້ນ ເພື່ອຟື້ນຟູການຄ້າທີ່ໄດ້ຮັບຄວາມເສຍຫາຍ ຈາກການປິດຊາຍແດນນັ້ນຄືນມາ ແລະການຈຳກັດອື່ນໆ.
ບັນດາຜູ້ສັງເກດການຍັງກ່າວວ່າ ອາດຈະເປັນການແຜ້ວທາງໃຫ້ແກ່ເກົາຫຼີເໜືອທຳການທົດລອງອາວຸດນິວເຄລຍເປັນເທື່ອທຳອິດ ນັບແຕ່ປີ 2017 ເປັນຕົ້ນມາ.
ອັດຕາການເສຍຊີວິດທີ່ເປັນທາງການຂອງເກົາຫລີເໜືອ ມີຢູ່ 74 ຄົນ ຊຶ່ງເປັນ ເລື້ອງ “ມະຫັດສະຈັນ ທີ່ບໍ່ເຄີຍມີ ມາກ່ອນ” ປຽບທຽບໃສ່ບັນດາປະເທດອື່ນໆ ທີ່ ອົງການຂ່າວ KCNA ໄດ້ລາຍ ງານ ໂດຍອ້າງເຈົ້າໜ້າທີ່ຄົນອື່ນໆ.
North Korean leader Kim Jong Un declared victory in the battle against the novel coronavirus, ordering a lifting of maximum anti-epidemic measures imposed in May, state media said on Thursday.
North Korea has not revealed how many confirmed infections of the virus it has found, but since July 29, it has reported no new suspected cases with what international aid organizations say are limited testing capabilities.
While lifting the maximum anti-pandemic measures, Kim said North Korea must maintain a "steel-strong anti-epidemic barrier and intensifying the anti-epidemic work until the end of the global health crisis," according to a report by state news agency KCNA.
Analysts said that although the authoritarian North has used the pandemic to tighten social controls, its victory declaration could be a prelude to restoring trade hampered by border lockdowns and other restrictions.
Observers have also said it may clear the way for the North to conduct a nuclear weapon test for the first time since 2017.