ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ປ່ອຍໂຕ ຊາວເກົາຫຼີໃຕ້ ທີ່ຂ້າມ ຊາຍແດນ ເຂົ້າໄປໃນ ເກົາຫຼີເໜືອ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ກ່າວວ່າ ພົນລະເມືອງຂອງຕົນຄົນນຶ່ງ ໄດ້ຖືກ
ປ່ອຍ ຈາກການຄຸມຂັງຂອງເກົາຫຼີເໜືອ ຫຼັງຈາກ ໄດ້ຂ້າມຊາຍແດນຢ່າງຜິດກົດໝາຍ
ເຂົ້າໄປໃນປະເທດດັ່ງກ່າວ ເມື່ອທ້າຍເດືອນແລ້ວ.

ກະຊວງທ້ອນໂຮມຊາດ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນອັງຄານມື້ນີ້ ກ່າວວ່າ
ທ້າວຊີໂອ (Seo) ອາຍຸ 34 ປີ ໄດ້ຖືກສົ່ງກັບຄືນໄປເກົາຫຼີໃຕ້ຜ່ານທາງບ້ານປັນມຸນຈອມ.

ພຽງຢາງໄດ້ແຈ້ງໃຫ້ເກົາຫຼີໃຕ້ຊາບ ໃນວັນຈັນວານນີ້ວ່າ ຕົນໄດ້ຄຸມຂັງ ທ້າວຊີໂອ ໃນວັນ
ທີ 22 ກໍລະກົດ ຫລັງຈາກຜູ້ກ່ຽວໄດ້ຂ້າມຊາຍແດນເຂົ້າໄປໃນເກົາຫຼີເໜືອ ແບບຜິດ
ກົດໝາຍ. ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ໄດ້ກ່າວຊົມເຊີຍການປ່ອຍ ທ້າວຊີໂອ
ນັ້ນວ່າ ເປັນການສະແດງອອກໃນດ້ານມະນຸດສະທຳ ໃນທາງບວກ.

ມີຊາວເກົາຫຼີໃຕ້ອື່ນໆອີກ 6 ຄົນ ຍັງຖືກຄຸມຂົງໂດຍເກົາຫຼີເໜືອ ຮວມທັງນັກ
ສອນສາສະໜາຄຣິສຕຽນ 3 ຄົນ.

South Korea's Unification Ministry says one of its citizens has been released from North Korean custody after illegally crossing the border late last month.

The ministry issued a statement Tuesday saying a 34-year-old man surnamed Seo was returned to South Korea via the border village at Panmunjom.

Pyongyang informed Seoul on Monday that it had detained Seo on July 22 after illegally entering North Korea.The Unification Ministry praised Seo's release as a positive humanitarian gesture.

Six other South Koreas are still detained in the North, including three Christian missionaries.

XS
SM
MD
LG