ໃນຂະນະທີ່ການອະພິປາຍ ຍັງດຳເນີນຢູ່ຕໍ່ມາ ໃນວໍຊິງຕັນ ກ່ຽວກັບວ່າ ການລົງໂທດ
ຮອບຫລ້າສຸດຕໍ່ເກົາຫລີເໜືອອາດຈະບໍ່ເຂັ້ມງວດພຽງພໍ ແຕ່ຄວາມອົດທົນຂອງປັກກິ່ງ
ຕໍ່ພັນທະມິດທີ່ມີມາເປັນເວ ລາດົນນານແລະເພື່ອນບ້ານຄອມມິວນິສຂອງຈີນດັ່ງກ່າວ
ແມ່ນມີໜ້ອຍລົງ . ນັກຂ່າວວີໂອເອ Bill Ide ມີລາຍງານເລື້ອງນີ້ຈາກປັກກິ່ງ ຊຶ່ງ
ກິ່ງສະຫວັນ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ປ້າຍຮ້ານຄ້າເກົາຫລີ ລຽນຢູ່ຕາມຖະໜົນນອກສະຖານທູດເກົາ ຫຼີເໜືອ ໃນນະຄອນ
ຫລວງປັກກິ່ງ ຂອງຈີນ ບ່ອນມີໂຄງການກໍ່ສ້າງ ຂະໜາດໃຫຍ່ກຳລັງດຳເນີນຢູ່ນັ້ນ. ຈີນ
ຊຶ່ງເປັນຜູ້ນຶ່ງ ທີ່ໃຫ້ການໜູນຫລັງໃຫຍ່ສຸດມາເປັນເວລາດົນນານຕໍ່ພຽງຢາງ ແຕ່ການ
ເອົາມາດຕະ ການຂອງຈີນ ກຳລັງເປັນໄພຂົ່ມຂູ່ຕໍ່ຄວາມສຳພັນດັ່ງກ່າວແລະພາໃຫ້ມີ
ຄວາມເປັນຫ່ວງຢ່າງໃນໝູ່ປະຊາຊົນຊົນ.
ນາງ Song ນັກການຄ້າຕ່າງປະເທດ ກ່າວວ່າ “ມັນເປັນອັນຕະລາຍ. ທັງໝົດນີ້ກຳລັງ
ເກີດຢູ່ໃນປະເທດໃກ້ຄຽງ. ເປັນປະເທດເພື່ອນບ້ານທີ່ ທີ່ໃກ້ຄຽງຫຼາຍ. ເກົາຫລີເໜືອ
ພວມທຳການຄົ້ນຄວ້າແລະພັດທະນາອາ ວຸດນິວເຄລຍມາເປັນເວລານານ ແລະປະ
ຊາຄົມສາກົນເກຶອບທັງໝົດ ພາກັນຄັດຄ້ານໃນຄວາມພະຍາຍາມດັ່ງກ່າວແລະເກົາ
ຫຼີເໜືອກໍຍັງສືບ ຕໍ່ໂດຍບໍ່ເອົາຫົວຊາ.”
ນາງກ່າວຕື່ມວ່າ ເຖິງແມ່ນຈີນໄດ້ດຳເນີນການໂດຍທັງໝົດແບບ “ບໍ່ເຫັນແກ່ໂຕ” ເພື່ອ
ຊ່ວຍເກົາຫລີເໜືອ ແຕ່ພຽງຢາງ ກໍບໍ່ໄດ້ເຮັດຫຍັງຫຼາຍ ເພື່ອທົດແທນປັກກິ່ງ ເປັນທີ່ຈະ
ແຈ້ງ ບໍ່ມີຫຍັງໝົດ.
ທ່າທີພື້ນຖານຂອງຈີນ ກ່ຽວກັບເກົາຫລີເໜືອ ແມ່ນມີຢູ່ສາມຢ່າງຄື ບໍ່ເຮັດສົງຄາມ ບໍ່ໃຊ້
ນິວເຄລຍ ແລະບໍ່ໃຫ້ເກີດຄວາມບໍ່ທຸ່ນທ່ຽງ.
ບັນດານັກວິເຄາະກ່າວວ່າ ແຕ່ໃນເມື່ອເກົາຫລີເໜືອ ໄດ້ຍິງລູກສອນໄຟ ແລະລູກສອນ
ໄຟຂ້າມທະວີບຊໍ້າແລ້ວຊໍ້າອີກ ພ້ອມທັງການທົດລອງນິວ ເຄລຍເທື່ອຫລ້າສຸດ ປັກກິ່ງ
ກໍບໍ່ມີທາງຫຍັງຫລາຍ ນອກຈາກເຂົ້າຮ່ວມ ປະຊາຄົມສາກົນ ເພື່ອເອົາບາດກ້າວຕ່າງໆ
ທີ່ອາດຈະກໍ່ໃຫ້ຄວາມບໍ່ທຸ່ນທ່ຽງກໍໄດ້. ການໜັບສະໜູນ ເພື່ອໃຫ້ເອົາມາດຕະການ ທີ່
ເຄັ່ງຄັດກວ່າເກົ່າ ກຳລັງເພີ້ມຂຶ້ນຢູ່ຈີນ ເຖິງແມ່ນວ່າ ຍັງມີຄວາມສົງໄສ ກ່ຽວກັບປະສິດ
ທິຜົນຂອງການລົງໂທດ ທີ່ວ່າ Kim Jong Un ທຳຈິງ ໃນສິ່ງທີ່ທ່ານກ່າວໄວ້ຫຼືບໍ່.
ທ່ານ Yang ນັກວິສະວະກອນບຳນານ ກ່າວວ່າ “ຂ້າພະເຈົ້າສະໜັບ ສະໜູນການລົງ
ໂທດ ຖ້າຫາກການລົງໂທດດັ່ງກ່າວບໍ່ມີຜົນກະທົບຫຍັງຫຼາຍຕໍ່ປະຊາຊົນເກົາຫລີ
ເໜືອ. ແຕ່ການລົງໂທດຕໍ່ພວກຜູ້ນຳຄວນໜັກກວ່າທຳມະດາ.”
ທ່ານ Wang ນາຍໝໍ ກ່າວວ່າ “ສິ່ງທີ່ດີສຸດ ກໍຄືທຸກໆໃຫ້ຄົນ ນັ່ງລົງ ແລະໂອ້ລົມກັນ.
ແລະຂ້າພະເຈົ້າຄິດວ່າ ຈີນຄວນຫລີ້ນບົດບາດ ໃນການເປັນຜູ້ໄກ່ເກ່ຍ.”
ການສົນທະນາກັບເກົາຫລີເໜືອ ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາເປັນເວ ລາເກືອບທົດ
ສະວັດ. ບັນດານັກວິເຄາະຢູ່ໃນປະເທດຈີນກ່າວວ່າ ໃນຂະນະທີ່ສະຫະລັດອາດຈະຕ້ອງ
ການໃຫ້ຫ້າມບໍ່ໃຫ້ມີການຂາຍນໍ້າມັນ ທັງໝົດ ແຕ່ການຕັດລົງ 30 ເປີເຊັນ ກໍຈະເປັນຜົນ
ກະທົບ ທີ່ສຳຄັນ ແລະອາດພຽງພໍ ທີ່ຈະຊຸກຍູ້ໃຫ້ພຽງຢາງພິຈາລະນາວ່າ ຕົນຄວນເຂົ້າ
ພົວພັນຄືນໃໝ່ຫຼືບໍ່.