ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອ ຈະຖອນ ພະນັກງານ ອອກຈາກ ເຂດອຸສາຫະກໍາຮ່ວມ (ສະໄລດ໌/ວີດີໂອ)


ຄົນງານເກົາຫລີໃຕ້ຄົນນຶ່ງ ກັບມາຈາກເຂດອຸດສາຫະກໍາຮ່ວມ Kaesong ພ້ອມກັບເຄື່ອງອີເລັກໂທຣນິກ ຈາກເກົາຫລີເໜືອ, ວັນທີ 8 ເມສາ 2013.
ຄົນງານເກົາຫລີໃຕ້ຄົນນຶ່ງ ກັບມາຈາກເຂດອຸດສາຫະກໍາຮ່ວມ Kaesong ພ້ອມກັບເຄື່ອງອີເລັກໂທຣນິກ ຈາກເກົາຫລີເໜືອ, ວັນທີ 8 ເມສາ 2013.
ເກົາຫລີ​ເໜືອປະກາດ​ວ່າ ຕົນຈະ​ຖອນ​ພະນັກງານ​ຂອງຕົນ ຈໍາ
ນວນ​ຫລາຍ​ກ່ວາ 50,000 ຄົນ ອອກຈາກ Kaesong ທີ່​ເປັນ
ເຂດ​ອຸສາ​ຫະກໍາ​ຮ່ວມກັບເກົາ ຫລີ​ໃຕ້ ຊຶ່ງຈະ​ເປັນ​ການຕັດໂສ້​
ຕິດ​ຕໍ່​ ອັນ​ຫລ້າ​ສຸດຂອງ​ຕົນກັບ​ກຸງ​ໂຊ​ລ.

ທ່ານ Kim Yang Gon ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ພັກລັດຖະບານ ​
ໄດ້​ກ່າວ​ອົງການ​ຂ່າວສູນ​ກາງ​ຂອງ​ເກົາຫລີ​ເໜືອ ​ໃນ​ວັນ​ຈັນ​ມື້​ນີ້​
ວ່າ ການ​ປະຕິບັດ​ງານ​ທັງ​ໝົດ​ຢູ່​ໃນ​ເຂດ​ດັ່ງກ່າວ ຈະ​ຖືກ​ງົດ​ໄວ້ ​
ໃນ​ຂະນະ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ຕັດສິນ​ໃຈ​ວ່າ ​ຈະ​ເປີດ​ຄືນ​ໃໝ່ຫລື​
ບໍ່ຫລື​ວ່າ ຈະປິດ​ລົງ​ຢ່າງ​ຖາວອນ.
ພາບທີ່ຕັ້ງຂອງເຂດອຸດສາຫະກໍາເກຊອງ (ຄລິກເພື່ອຂະຫຍາຍຮູບ)
ພາບທີ່ຕັ້ງຂອງເຂດອຸດສາຫະກໍາເກຊອງ (ຄລິກເພື່ອຂະຫຍາຍຮູບ)


ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນຕິດຕາມ​ມາ ຫລັງ​ຈາກມີ​ສັນຍາ​ນ
ທີ່ຂັດກັນ ຈາກ​ກຸງ​ໂຊ​ລໃນ​ຕອນເຊົ້າ ກ່ຽວ​ກັບ​ເລື້ອງ​ທີ່ວ່າ ​ເກົາຫລີ​
ເໜືອກໍາລັງກຽມ ຈະທົດ​ລອງລະ​ເບີດນິວ​ເຄລຍ ຄັ້ງ​ທີ່​ສີ່​ນັ້ນ.

ລັດຖະມົນຕີ​ທ້ອນ​ໂຮມ​ຊາດ​ເກົາຫລີ​ໃຕ້ ທ່ານ Ryoo Kihi-joe ​ໄດ້​ກ່າວ​ຕໍ່ ບັນດາ​ຜູ້​ແທນ​ສະພາ​ວ່າ ມີ​ຮ່ອງ​ຮອຍ​ຂອງການ​ເຄື່ອນ​ໄຫວ ຢູ່ບ່ອນ​ທົດ​ລອງ​ນິວ​ເຄລຍ Punggye-ri ຂອງ​ເກົາຫລີ​ເໜືອ. ​ແຕ່ ພາຍ​ລຸນ​ມາ ກະຊວງປ້ອງ​ກັນ​ປະ​ເທດ​ເກົາຫລີໃຕ້ ກັບກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ປະກົດ​ເຫັນ​ຫລັກ​ຖານ​ດັ່ງກ່າວ.

ໃນ​ຂະນະ​ດຽວ​ກັນ ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ
Ban Ki-moon ຊຶ່ງ​ເປັນ​ຊາວ​ເກົາຫລີ​ໃຕ້ ​ໄດ້​ຮຽກຮ້ອງ​ໃຫ້ເກົາ
ຫລີ​ເໜືອຈົ່ງ ຢຸດ​ຍັ້ງ​ຈາກ “ການ​ກໍ່ກວນໃດໆຕື່ມ​ອີກ." ​ໃນ​ການ​
ມີ​ຄວາມ​ເຫັນ​ມາ​ຈາກ​ກຸງ Hague ນັ້ນ ທ່ານ Ban ກ່າວ​ວ່າ
ການ​ທົດ​ລອງ​ຄັ້ງທີ່​ສີ່ ຈະ​ເປັນ​ການ​ລະ​ເມີດມະຕິຕ່າງໆ​ຂອງ
ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊ​າດ.



​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ Kim Jong-soo ຫົວໜ້າທີ່​ປຶກສາດ້ານ​ຄວາມ​ໝັ້ນຄົງແຫ່ງ
ຊາດ​ ຂອງ​ປະທານາທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ກ່າວວ່າ ການ​ທົດ​
ລອງ​ລູກ​ສອນ​ໄຟ ຫລື​ວ່າ ການ​ກໍ່ກວນ​ອຶ່ນໆ​ ຈາກ​ເກົາຫລີ​ເໜືອ ອາດ​ຈະ​ມີຂື້ນ​ໃນ​ວັນ​
ພຸດ ຫລືໃກ້​ກັບ​ວັນ​ພຸດ​ນີ້ ອັນ​ເປັນ​ວັນທີ່​ເກົາຫລີ​ເໜືອ ​ໄດ້​ບອກໃຫ້ບັນດາ​ນັກ​ການ​ທູດ
ອອກ​ຈາກ​ນະຄອນຫລວງພຽງ​ຢາງ​ໄປ​ນັ້ນ.

ທ່ານ​ກ່າວ​ວ່າ ຈຸດປະສົງ​ອັນ​ແທ້​ຈິງ​ຂອງ​ເກົາຫລີ​ເໜືອ​ ​ ກໍ​ຄືບັງ​ຄັບ ​ໃຫ້​ມີ​ການ​ຍິນ​ຍອມ​ທາງ​ດ້ານ​ການ​ທູດ​ ຈາກກຸງ​ວໍ​ຊິງ​ຕັນກັບກຸງ​ໂຊ​ລ ​ແຕ່​ທ່ານ ກ່າວ​ຕື່ມ​ວ່າ ​ເກົາຫລີ​ໃຕ້​
ແມ່ນຮັກສາການ​ກຽ​ມພ້ອມ​ທາງທ​ະຫານ​ຂອງ​ຕົນ​ໄວ້​ຕະຫລອດ​ເວລາ ບໍ່ວ່າ ການ​ຂົ່ມຂູ່​
ຂອງພຽງຢາງ​ນັ້ນ ​“ຈະເປັນ​ພຽງ​ແຕ່ ການ​ເວົ້າ​ລ້າ​ໆ” ​ກໍ​ຕາມ.

Korean Tensiosn
please wait
Embed

No media source currently available

0:00 0:01:31 0:00
XS
SM
MD
LG