ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ຍົກຍ້ອງ ເກົາຫຼີເໜືອ ທີ່ຈັດ ການເດີນສວນສະໜາມ ໂດຍບໍ່ມີ ລູກສອນໄຟນິວເຄລຍ


ລົດຖັງຂອງກອງທັບປະຊາຊົນ ເກົາຫຼີ (KPA) ເຂົ້າຮ່ວມໃນ
ການເດີນສວນສະໜາມທີ່ຈະຕຸລັດ ກິມ ອິລ ຊຸງ, ນະຄອນ
ຫຼວງ ພຽງຢາງ. 9 ກັນຍາ 2018.
ລົດຖັງຂອງກອງທັບປະຊາຊົນ ເກົາຫຼີ (KPA) ເຂົ້າຮ່ວມໃນ ການເດີນສວນສະໜາມທີ່ຈະຕຸລັດ ກິມ ອິລ ຊຸງ, ນະຄອນ ຫຼວງ ພຽງຢາງ. 9 ກັນຍາ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ມັນເປັນ “ຖະແຫຼງການທີ່ໃຫຍ່
ແລະ ເປັນແງ່ບວກຫຼາຍ” ທີ່ ເກົາຫຼີເໜືອ ໄດ້ ຈັດການເດີນສວນສະໜາມກອງທັບຄັ້ງ
ຫຼ້າສຸດຂອງເຂົາເຈົ້າ ໂດຍປາສະຈາກການສະແດງໃຫ້ເຫັນລູກສອນໄຟດັ່ງທີ່ເຄີຍເຮັດ
ມາ ທີ່ວ່າມີຄວາມສາມາດຍິງເຖິງ ສະຫະລັດນັ້ນ.

ທ່ານ ທຣຳ ໄດ້ຂຽນໃນທວິດເຕີ ຫຼັງຈາກການສະເຫຼີມສະຫຼອງວັນຄົບຮອບ 70 ປີຂອງ
ການສ້າງຄັ້ງ ເກົາຫຼີເໜືອ ວ່າ “ຂອບໃຈທ່ານປະທານ ກິມ.”

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ການເຈລະຈາທີ່ຢຸດສະງັກ ກ່ຽວກັບ ການປົດອາວຸດນິວ
ເຄລຍໃນແຫຼມ ເກົາຫຼີ ວ່າ “ພວກເຮົາທັງສອງ ຈະພິສູດໃຫ້ເຫັນວ່າທຸກຄົນໄດ້ຄິດຜິດ.
ມັນບໍ່ມີຫຍັງຄືກັບການສົນທະນາທີ່ດີ ຈາກຄົນສອງຄົນທີ່ມັກກັນ. ມັນດີກວ່າເວລາ
ກ່ອນຂ້າພະເຈົ້າໄດ້ເຂົ້າດຳລົງຕຳແໜ່ງອີກຊໍ້າ.”

ຜູ້ເຂົ້າຮ່ວມການເດີນສວນສະໜາມ ໃນລະຫວ່າງງານຊຸມນຸມຄັ້ງໃຫຍ່ຢູ່ຈະຕຸລັດ ກິມ ອິລ ຊຸງ, ນະຄອນຫຼວງ ພຽງຢາງ. 9 ກັນຍາ 2018
ຜູ້ເຂົ້າຮ່ວມການເດີນສວນສະໜາມ ໃນລະຫວ່າງງານຊຸມນຸມຄັ້ງໃຫຍ່ຢູ່ຈະຕຸລັດ ກິມ ອິລ ຊຸງ, ນະຄອນຫຼວງ ພຽງຢາງ. 9 ກັນຍາ 2018

ການເດີນສວນສະໜາມລວມມີການສະແດງທີ່ຄຸ້ນເຄີຍກັນຫຼາຍຢ່າງ, ລວມມີທະຫານ
ຍ່າງທືບຕີນ, ລົດຖັງ, ເຄື່ອງຍິງຈະຫຼວດ ແລະ ລູກສອນໄຟຫຼາຍຢ່າງ.

ແຕ່ທີ່ຂາດໄປນັ້ນແມ່ນລູກສອນໄຟຂີປະນາວຸດຂ້າມທະວີບທີ່ ເກົາຫຼີ ເໜືອ ໄດ້ກ່າວວ່າ
ມີຄວາມສາມາດໃນການຍິງຫົວລະເບີດນິວເຄລຍເຖິງດິນແດນຂອງ ສະຫະລັດ ໄດ້.

ທ່ານ ທຣຳ, ທີ່ໄດ້ກ່າວເນັ້ນ ກ່ຽວກັບ ການໃຫ້ຄຳເຫັນຕໍ່ການເດີນສວນສະໜາມຂອງ
ເກົາຫຼີເໜືອ ນັ້ນວ່າ “ຮູບແບບຂອງການເດີນສວນສະ ໜາມ ແມ່ນສັນຕິພາບ ແລະ
ການພັດທະນາເສດຖະກິດ.” ທ່ານປະທານາທິບໍດີ ໄດ້ກ່າວສະໜັບສະໜູນ ການບັນ
ຍາຍຈາກເຄືອຂ່າຍໂທລະພາບ ຟັອກສ໌ (Fox) ທີ່ທ່ານມັກນັ້ນວ່າ “ບັນດາຜູ້ຊ່ຽວຊານ
ເຊື່ອວ່າ ເກົາຫຼີເໜືອ ໄດ້ຕັດລູກສອນໄຟຂີປະນາວຸດອອກ ເພື່ອສະແດງໃຫ້ປະທານາ
ທິ ບໍດີ ທຣຳ ເຫັນຄຳມຸ່ງໝັ້ນທີ່ຈະລົບລ້າງອາວຸດນິວເຄລຍຂອງເຂົາເຈົ້າ.”

ທ່ານ ກິມ ໄດ້ເປັນປະທານຂອງການເດີນສວນສະໜາມດັ່ງກ່າວ ແຕ່ບໍ່ໄດ້ກ່າວຄຳປາ
ໄສຕໍ່ຝູງຄົນທີ່ໄດ້ເຕົ້າໂຮມກັນໃນຈະຕຸລັດ ກິມ ອິລ ຊຸງ ຂອງນະຄອນຫຼວງ ພຽງຢາງ.

ການເດີນສວນສະໜາມຂອງກອງທັບ ໄດ້ເກີດຂຶ້ນ ໃນເວລາທີ່ລະອຽດອ່ອນ ເປັນພິ
ເສດ ສຳລັບ ເກົາຫຼີເໜືອ. ເກົາຫຼີເໜືອ ໄດ້ພະຍາຍາມ ທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ
ກັບ ສະຫະລັດ ລົງ ລຸນຫຼັງກອງປະຊຸມສຸດຍອດຄັ້ງປະຫວັດສາດລະຫວ່າງ ທ່ານ ກິມ
ກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຕົ້ນປີນີ້ ທີ່ປະເທດ ສິງກະໂປ.

ທ່ານ ກິມ ໄດ້ສັນຍາຢູ່ກອງປະຊຸມສຸດຍອດວ່າ ຈະລົບລ້າງຄັງອາວຸດນິວເຄລຍຂອງປະ
ເທດຂອງທ່ານ, ແຕ່ການຕົກລົງດັ່ງກ່າວບໍ່ໄດ້ອະທິບາຍເຖິງວິທີ ແລະ ເວລາທີ່ສິ່ງດັ່ງ
ກ່າວນັ້ນອາດຈະເກີດຂຶ້ນ. ໃນສັບປະດາທີ່ຜ່ານມາ ທ່ານ ກິມ ໄດ້ກ່າວວ່າ ທ່ານຫວັງວ່າ
ຈະປົດອາວຸດນິວເຄລຍຂອງປະເທດ ໃນຕອນທ້າຍຂອງການດຳລົງຕຳແໜ່ງໃນທຳ
ນຽບຂາວສະໄໝທີນຶ່ງຂອງທ່ານ ທຣຳ ໃນຕົ້ນເດືອນມັງກອນ 2021.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG