ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊລກ່າວວ່າ ເກົາຫຼີເໜືອ ມີແນວໂນ້ມ ສົ່ງລູກປືນຫຼາຍລ້ານລູກ ແລະລູກສອນໄຟ ໄປໃຫ້ ຣັດເຊຍ


ແຟ້ມຮູບ-ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ, ຄົນທີສອງຈາກຊ້າຍ ດ້ານໜ້າ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຢືນຢູ່ດ້ານໜ້າ ຜູ້ທີສອງຈາກຂວາ ຕິດຕາມເບິ່ງການປະກອບລູກຈະຫຼວດ ຮານກາ ຢູ່ທີ່ ໂວສໂຕສນີ ຢູ່ທີ່ສະຖານີຈັກກະວານ ຊີໂອຄອບສກີ (Tsiolkovsky), ຣັດເຊຍ, ວັນທີ 13 ກັນຍາ 2023.
ແຟ້ມຮູບ-ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ, ຄົນທີສອງຈາກຊ້າຍ ດ້ານໜ້າ, ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ຢືນຢູ່ດ້ານໜ້າ ຜູ້ທີສອງຈາກຂວາ ຕິດຕາມເບິ່ງການປະກອບລູກຈະຫຼວດ ຮານກາ ຢູ່ທີ່ ໂວສໂຕສນີ ຢູ່ທີ່ສະຖານີຈັກກະວານ ຊີໂອຄອບສກີ (Tsiolkovsky), ຣັດເຊຍ, ວັນທີ 13 ກັນຍາ 2023.

ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ມີແນວໂນ້ມທີ່ຈະສະໜອງລູກສອນໄຟຫຼາຍຊະນິດໃຫ້ແກ່ ຣັດເຊຍ ເພື່ອສະໜັບສະໜູນສົງຄາມໃນ ຢູເຄຣນ, ພ້ອມກັບການສົ່ງລູກປືນ ແລະປືນໃຫຍ່ ທີ່ມີລາຍງານອອກມາຢ່າງກວ້າງຂວາງ, ອີງຕາມລາຍງານຂອງອົງການຂ່າວ AP.

ກອງທັບເກົາຫຼີໃຕ້ ກ່າວໃນວັນພະຫັດວານນີ້ວ່າ ເກົາຫຼີເໜືອ ຖືກສົງໄສວ່າ ໄດ້ສົ່ງລູກສອນໄຟຂີປະນາວຸດໄລຍະສັ້ນ, ລູກສອນໄຟຕໍ່ຕ້ານລົດຖັງ ແລະລູກສອນໄຟຕ້ານອາກາດເຄື່ອນທີ່ແບບພົກພາໄປໄດ້ ໃຫ້ແກ່ ຣັດເຊຍ ພ້ອມດ້ວຍປືນຍາວຫຼາຍກະບອກ, ປືນຍິງຈະຫຼວດ, ປືນຄົກ ແລະລູກປືນສຳລັບປືນໃຫຍ່.

ບັນດາລັດ​ຖະ​ບານ​ຕ່າງ​ປະ​ເທດ​ກ່າວ​ຫາ ​ເກົາ​ຫຼີ​ເໜືອ ​ວ່າ​ ພະຍາຍາມຊອກຫາເທັກ​ໂນ​ໂລ​ຈີຂັ້ນ​ສູງ​ຂອງ ​ຣັດ​ເຊຍ​ ເພື່ອ​ປັບ​ປຸງ​ອາ​ວຸດ​ນິວ​ເຄລຍ​ຂອງ​ຕົນ​ໃຫ້​ທັນ​ສະ​ໄໝຂຶ້ນ ເພື່ອເປັນ​ການ​ຕອບ​ແທນ. ​ໃນ​ຂະນະ​ດຽວ​ກັນ, ​ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງສັນຍານຂອງ​ບັນຫາ​ເສດຖະກິດຕົນຢ່າງຈະແຈ້ງ, ປະ​ເທດດັ່ງກ່າວນີ້ ກໍາລັງດໍາເນີນບາງພາລະກິດຂອງຕົນ ເພື່ອເຂົ້າໃກ້ຊິດທາງ​ການ​ທູດກັບບາງປະເທດຂອງຕົນ ທີ່​ຢູ່​ຕ່າງປະ​ເທດນັ້ນ.

SEOUL, South Korea (AP) — South Korea says North Korea has likely supplied several types of missiles to Russia to support its war in Ukraine, along with its widely reported shipments of ammunition and shells. South Korea's military said Thursday that North Korea is suspected of sending short-range ballistic missiles, anti-tank missiles and portable anti-air missiles to Russia, in addition to rifles, rocket launchers, mortars and shells. Foreign governments accuse North Korea of seeking high-tech Russian technologies to modernize its arsenal of nuclear weapons in return. Meanwhile, in an apparent sign of its economic troubles, the country is moving to close some of its overseas diplomatic missions.

XS
SM
MD
LG