ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາ​ຫ​ຼີ​ເໜືອ ຍິງ​ລູກ​ສອນ​ໄຟ ບໍ່​ດົນ ກ່ອນ​ການ​ຢຸດ​ແວ່ ຢູ່​ເຂດ​ປອ​ດ​ທະ​ຫານ ຂອງ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ


ລາຍ​ງານ​ຂ່າວ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ຢູ່ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 28 ກັນ​ຍາ 2022.
ລາຍ​ງານ​ຂ່າວ​ໂທ​ລະ​ພາບ ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ໃນ​ລາຍ​ການ​ຂ່າວ ທີ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ຢູ່ນະ​ຄອນ​ຫຼວງ​ໂຊ​ລ ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 28 ກັນ​ຍາ 2022.

ເກົາ​ຫຼີ​ເໜືອ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ເປັນ​ຄັ້ງ​ທີ​ສອງ​ໃນ​ອາ​ທິດນີ້ິ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ທີ່ຮອງປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ມີ​ກຳ​ນົດ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ ທີ່​ແບ່ງ​ແຍກ​ເກົາ​ຫຼີ​ເໜືອອອກ​ຈາກ​ເກົາ​ຫຼີ​ໃຕ້.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ 2 ລູກ ໃນ​ຕອນ​ແລງ​ຂອງວັນ​ພຸດ​ວານນີ້ ໄປ​ສູ່​ທະ​ເລ​ທາງ​ແຄມ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ອີງ​ຕາມ​ລາຍ​ງານ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້​ທີ່​ແຈ້ງ​ໃຫ້​ພວກ​ນັກ​ຂ່າວ​ຊາບ. ນອກນັ້ນ ລັດ​ຖະ​ບານ​ຍີ່​ປຸ່ນ​ຍັງ​ລາຍ​ງານ​ວ່າ ການ​ຍິງ​ດັ່ງ​ກ່າວ​ອາດ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ໄປ​ກວ່ານີ້.

ການ​ຍິງ​ດັ່ງ​ກ່າວ​ມີ​ຂຶ້ນ 3 ມື້ ຫຼັງ​ຈາກ​ເກົາ​ຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້. ໃນ​ປີນີ້ ເກົາ​ຫຼີ​ເໜືອ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄປ​ແລ້ວ 34 ລູກ ຊຶ່ງມີ​ຈຳ​ນວນ​ສູງ​ເປັນ​ປະ​ຫວັດ​ການ.

ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ເທື່ອ​ຫຼ້າ​ສຸດ​ຂອງ​ພຽງ​ຢາງ ຊຶ່ງ​ເບິ່ງ​ແລ້ວ​ແມ່ນ​ມີ​ທ່າ​ທາງວ່າ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ ກໍ​ຍ້ອນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ພວມ​ກະ​ກຽມ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ.

ທ່ານ​ນາງ​ແຮ​ຣິ​ສ​ເດີນ​ທາງ​ໄປ​ໂຕ​ກຽວ​ເພື່ອ​ສົ່ງ​ສະ​ການມື້​ລາງ​ອະ​ດີດ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ. ນອກນັ້ນ ທ່ານ​ນາງ​ຍັງ​ໄດ້​ຈັດ​ກອງ​ປະຊຸມ 2 ຝ່າຍກັບ​ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ ເກົາ​ຫຼີ​ໃຕ້ ແລະອອ​ສ​ເຕ​ຣ​ເລຍ.

ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ ທ່ານ​ນາງ​ແຮ​ຣິ​ສ ໄດ້​ປະ​ນາມ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ​ທີ່​ມີ​ຂຶ້ນ​ໃນ​ວັນອາ​ທິດ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ມັນ​ເປັນ “​ສ່ວນ​ນຶ່ງ​ຂອງ​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ຂົ່ມ​ຂູ່​ຕໍ່​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ ແລະ​ລະ​ເມີດ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຫຼາຍໆ​ຂໍ້.”

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ການ​ຍິງ​ຄັ້ງ​ຫຼ້າ​ສຸດ​ຂອງ​ພຽງ​ຢາງ. ແຕ່​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ກ່າວ​ວ່າ ການ​ໄປ​ຢ້ຽມ​ຢາມ​ເຂດ​ປອດ​ທະ​ຫານ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແຮ​ຣິ​ສ ແມ່ນ​ໝາຍ​ເຖິງ​ການ​ສົ່ງ​ສັນ​ຍານ​ໃນ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ຂອງ​ສະ​ຫະ​ລັດ​ທີ່​ຈະ​ປົກ​ປ້ອງ​ເກົາ​ຫຼີ​ໃຕ້.

ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ “ຂ່າວ​ທີ່​ສຳ​ຄັນ​ທີ່​ທ່ານ​ນາງ​ໄດ້​ກ່າວ​ເຖິງ​ໃນ​ການ​ໄປ​ຢ້ຽມ​ຢາມ​ຄັ້ງ​ນີ້ ກໍຄືການ​ໃຫ້​ຄວາມ​ໝັ້ນ​ໝາຍ​ໃນ​ການ​ປ້ອງ​ກັນ​ຂອງ​ພວກ​ເຮົາ​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ. ພວກ​ເຮົາ​ຮູ້​ວ່າ​ມີ​ການ​ປຶກ​ສາ​ຫາ​ລື​ຫຼາຍໆ​ຢ່າງ​ກັບ​ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ໃນ​ການ​ສະ​ກັດ​ກັ້ນ ແລະ​ການ​ນຳ​ເອົາ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ໃຫ້​ມາ​ເປັນ​ພາກ​ປະ​ຕິ​ບັດໂຕ​ຈິງ ຊຶ່ງ​ພວກ​ເຮົາ​ເຊື່​ອວ່າ ມັນ​ເປັນ​ສັນ​ຍາ​ອັນ​ແຮງ​ກ້າ​ສຳ​ລັບ​ສິ່ງນັ້ນ.”

ໃນ​ຂະ​ນະ​ຢູ່​ທີ່​ໂຊ​ລ ທ່ານ​ນາງ​ແຮ​ຣິ​ສ​ຍັງ​ຈະ​ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢຸນ ຊຸກ ໂຢ​ລ ຜູ້​ນຳ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ທີ່​ເຂົ້າ​ກຳ​ຕຳ​ແໜ່ງ​ໃນ​ເດືອນ​ພຶດ​ສະ​ພາ. ທ່ານ​ຢຸນ​ໄດ້​ຊຸກ​ຍູ້​ໃຫ້​ຂະ​ຫຍາຍ​ການ​ເປັນ​ພັນ​ທະ​ມິດ​ຂອງ​ເກົາ​ຫຼີ​ໃຕ້ ກັບ​ສະ​ຫະ​ລັດ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮ່ວມ​ມື​ເພີ້ມ​ຂຶ້ນ​ໃນ​ດ້ານ​ແສນ​ຍາ​ນຸ​ພາບ​ທາງ​ທະ​ຫານ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ເກົາ​ຫຼີ​ໃຕ້.

ການ​ສະ​ແດງ​ດັ່ງ​ກ່າວ​ໄດ້​ເພີ້ມ​ທະ​ວີ​ຂຶ້ນ​ທັງ​ໃນ​ດ້ານ​ຄວາມ​ຖີ່​ແລະຄວາມ​ເຂັ້ມ​ແຂງ​ທ່າມ​ກາງ​ທີ່​ມີ​ການ​ທຳ​ນາຍ​ວ່າ ເກົາ​ຫຼີ​ເໜືອ​ຈະ​ທຳ​ການ​ທົດ​ລອງ​ອາ​ວຸດ​ນິວ​ເຄ​ລຍ​ຄັ້ງ​ທີ 7 ໃນ​ໄວໆ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG