ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອຈັດສວນສະໜາມ​ທາງທະຫານໃນຕອນກາງຄືນ ພ້ອມທັງອວດອ້າງ ລູກສອນໄຟຊະ​ນິດຫຼ້າສຸດຂອງປະເທດ


ການສະແດງເຮືອບິນທາງອາກາດ ໃນລະຫວ່າງການສວນສະໜາມຂອງກອງກໍາລັງທະຫານ ໃນຍາມກາງຄືນ ເພື່ອສະເຫຼີມສະຫຼອງຄົບຮອບ 90 ປີໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນເກົາຫຼີເໜືອ ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີເໜືອ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ເຜີຍແຜ່ໂດຍອົງການຂ່າວສູນ​ກາງ ຂອງລັດຖະບານເກົາຫຼີເໜືອ.
ການສະແດງເຮືອບິນທາງອາກາດ ໃນລະຫວ່າງການສວນສະໜາມຂອງກອງກໍາລັງທະຫານ ໃນຍາມກາງຄືນ ເພື່ອສະເຫຼີມສະຫຼອງຄົບຮອບ 90 ປີໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນເກົາຫຼີເໜືອ ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີເໜືອ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ເຜີຍແຜ່ໂດຍອົງການຂ່າວສູນ​ກາງ ຂອງລັດຖະບານເກົາຫຼີເໜືອ.

ເກົາຫຼີເໜືອ ໄດ້ນໍາສະແດງລູກສອນໄຟຂີປະນາວຸດ ເຊິ່ງຮູ້ກັນວ່າ ເປັນລູກສອນໄຟທີ່ໃຫຍ່ທີ່ສຸດ ເຂົ້າໃນການສວນສະໜາມຂອງກອງກໍາລັງທະຫານ ໃນ​ຍາມ​ກາງ​ຄືນ. ໃນລະຫວ່າງງານສະແດງນັ້ນ, ຜູ້ນໍາຂອງປະເທດເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ປະຕິຍານວ່າ ຈະ​ສືບ​ຕໍ່ດໍາເນີນການພັດທະນາ ປະສິດທິ ພາບທາງ​ດ້ານນິວເຄລຍ ໃຫ້ເປັນລະບົບທີ່ມີ “ຄວາມໄວທີ່ໄວທີ່ສຸດ.” ນັກຂ່າວ VOA ບິລ ກາລໂລ (Bill Gallo) ມີລາຍງານເພີ້ມເຕີມກ່ຽວກັບເລື້ອງນີ້ຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ການສວນສະໜາມທີ່ຍິ່ງໃຫຍ່ໃນຕອນກາງຄືນຂອງມື້ວັນຈັນວານນີ້ ຢູ່ທີ່ຈັດຕຸລັດ ກິມ ອິລ ຊຸງ (Kim Il Sung) ໃນນະຄອນຫຼວງພຽງຢາງ ເປັນການເດີນສວນສະໜາມຫຼ້າສຸດ ຂອງກອງກໍາລັງທະຫານເກົາຫຼີເໜືອ.

ໃນການສວນສະໜາມນັ້ນ ປະກອບດ້ວຍລູກສອນໄຟທີ່ທັນສະໄໝທີ່ສຸດຂອງປະເທດ ລວມເຖິງລູກສອນໄຟຂ້າມ​ທະ​ວີບ​ ຫຼື ICBM ທີ່ຮູ້ກັນດີວ່າ ເປັນລູກສອນໄຟທີ່ໃຫຍ່ທີ່ສຸດ.

ໃນການກ່າວຄໍາປາໄສນັ້ນ, ທ່ານກິມ ຈົງ ອຶນ ໄດ້ເຕືອນຫຼາຍໆປະເທດທີ່ພະ ຍາຍາມຈະປະເຊີນໜ້າ ກັບເກົາຫຼີເໜືອວ່າ ຈະຕ້ອງຖືກທໍາລາຍ.

ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຊົມການສວນສະໜາມຂອງທະຫານໃນຍາມກາງຄືນ ເພື່ອສະເຫຼີມສະຫຼອງ 90 ປີໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນເກົາຫຼີເໜືອ ໃນນະຄອນຫຼວງພຽງເໜືອ, ປະເທດເກົາຫຼີເໜືອ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ເຜີຍແຜ່ໂດຍ ສູນກາງອົງການຂ່າວຂອງລັດຖະບານເກົາຫຼີເໜືອ, ເມື່ອວັນທີ 26 ເມສາ 2022.
ຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ຊົມການສວນສະໜາມຂອງທະຫານໃນຍາມກາງຄືນ ເພື່ອສະເຫຼີມສະຫຼອງ 90 ປີໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນເກົາຫຼີເໜືອ ໃນນະຄອນຫຼວງພຽງເໜືອ, ປະເທດເກົາຫຼີເໜືອ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ເຜີຍແຜ່ໂດຍ ສູນກາງອົງການຂ່າວຂອງລັດຖະບານເກົາຫຼີເໜືອ, ເມື່ອວັນທີ 26 ເມສາ 2022.

ເມື່ອເດືອນແລ້ວນີ້, ເກົາຫຼີເໜືອໄດ້ທໍາການທົດລອງຍິງລູກສອນໄຟຂີປະນາວຸດຂ້າມທະວີບເປັນຄັ້ງທໍາອິດນັບຕັ້ງແຕ່ປີ 2017. ເຈົ້າໜ້າທີ່ຂອງສະຫະລັດຄາດວ່າ ຈະມີການທົດລອງຍິງລູກສອນໄຟອີກຄັ້ງ ໃນໄວໆນີ້.

ນັກວິເຄາະຫຼາຍຄົນຄາດການວ່າ ເກົາຫຼີເໜືອ ຈະພະຍາຍາມສ້າງຄວາມຮູ້ສຶກຂອງວິກິດການ ເພື່ອຫາປະໂຫຍດຈາກການເຈລະຈານິວເຄລຍກັບສະຫະລັດ ໃນອະນາຄົດຂ້າງໜ້າ.

ທ່ານບັອງ ຢັງ-ຊິກ (Bong Young-Shik), ເຊິ່ງເປັນນັກວິເຄາະ ປະຈໍານະ ຄອນຫຼວງໂຊລ ກ່າວເປັນພາສາອັງກິດວ່າ:

“ຖ້າ ທ່ານກິມ ຈົງ ອຶນ ຫາກໃຊ້ຍຸດທະສາດຄືກັນກັບປີກາຍນີ້, ເມື່ອເປັນແບບນັ້ນ ພວກເຮົາກໍຕ້ອງລໍຖ້າຈົນເຖິງທ້າຍປີນີ້ ດ້ວຍການຄາດຫວັງທີ່ວ່າ ທ່ານກິມ ຈົງ ອຶນ ກໍາລັງຈະເຮັດທຸກວິທີທາງເພື່ອສ້າງຄວາມເຄັ່ງຕຶງທາງທະຫານໃຫ້ສູງ ທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະຮັກສາສະຖະນາພາບຄວາມໝັ້ນຄົງຂອງແຫຼມເກົາຫຼີໃຫ້ອັນຕະລາຍທີ່ສຸດເທົ່າທີ່ຈະອັນຕະລາຍໄດ້ ດັ່ງທີ່ພວກເຂົາໄດ້ດໍາເນີນການມາແລ້ວໃນປີ 2017.”

ການສະແດງເຮືອບິນທາງອາກາດ ໃນລະຫວ່າງການສວນສະໜາມຂອງກອງກໍາລັງທະຫານ ໃນຍາມກາງຄືນ ເພື່ອສະເຫຼີມສະຫຼອງຄົບຮອບ 90 ປີໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນເກົາຫຼີເໜືອ ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີເໜືອ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ເຜີຍແຜ່ໂດຍສູນກາງອົງການຂ່າວຂອງລັດຖະບານເກົາຫຼີເໜືອ.
ການສະແດງເຮືອບິນທາງອາກາດ ໃນລະຫວ່າງການສວນສະໜາມຂອງກອງກໍາລັງທະຫານ ໃນຍາມກາງຄືນ ເພື່ອສະເຫຼີມສະຫຼອງຄົບຮອບ 90 ປີໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນເກົາຫຼີເໜືອ ໃນນະຄອນຫຼວງພຽງຢາງ, ປະເທດເກົາຫຼີເໜືອ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ເຜີຍແຜ່ໂດຍສູນກາງອົງການຂ່າວຂອງລັດຖະບານເກົາຫຼີເໜືອ.

ໃນປີ 2017, ທ່ານກິມ ແລະອະດີດປະທານາທິບໍດີສະຫະລັດ ທ່ານໂດໂນລ ທຣໍາ ໄດ້ມີການແລກປ່ຽນຄວາມຄິດເຫັນກ່ຽວກັບໄພຄຸກຄາມຂອງສົງຄາມນິວເຄລຍ, ກ່ອນທີ່ໃນທີ່ສຸດ ທ່ານກິມ ໄດ້ມີການຕັດສິນໃຈເຂົ້າຮ່ວມການເຈລະຈາທີ່ເປັນຫວັດການໃນຄັ້ງນັ້ນ. ແຕ່ວ່າ ການເຈລະຈາຕໍ່ລອງລະຫວ່າງ ທ່ານ ທຣໍາ ແລະ ທ່ານກິມ ໄດ້ຍຸຕິລົງໃນປີ 2019.

ພາຍໃຕ້ການປົກຄອງຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ເກົາຫຼີ ເໜືອໄດ້ປະຕິເສດ ຫຼື ບໍ່ຫົວຊາຕໍ່ການເຊື້ອເຊີນ ເພື່ອເຈລະຈາຄັ້ງໃໝ່.

ທ່ານບັອງ ໄດ້ກ່າວວ່າ:

“ບໍ່ວ່າລະບົບການເມືອງ, ເສດຖະກິດ, ແລະການທູດຈະເປັນແຮງຈູງໃຈຕໍ່ລະບົບການປົກຄອງຂອງເກົາຫຼີເໜືອພຽງໃດກໍຕາມ ມັນບໍ່ມີທາງທີ່ຈະຫຼຸດການຄວບຄຸມຈິດໃຈຂອງຜູ້ນໍາທີ່ຢູ່ໃນເກົາຫຼີເໜືອ ດ້ວຍການນໍາໃຊ້ນິວເຄລຍຫົວລະເບີດ ແລະລູກສອນໄຟແບບໄລຍະໄກ ອັນເປັນສິ່ງທີ່ດີທີ່ສຸດ ແລະມີຄວາມໝາຍທີ່ໜ້າເຊື່ອຖືທີ່ສຸດ ຕໍ່ຄວາມໝັ້ນຄົງ ແລະການຢູ່ລອດຂອງພວກເຂົາເອງ.”

ເກົາຫຼີເໜືອ ເຮັດວຽກຢ່າງມີລະບົບ ໂດຍຜ່ານລາຍຊື່ຂອງອາ​ວຸດຍຸດທະສາດ ທີ່ທ່ານກິມ ໄດ້ວາງກໍານົດອອກມາໃນ​ປີ​ກາຍນີ້. ຢູ່ໃນລາຍຊື່ດັ່ງກ່າວນັ້ນ ລວມມີອາວຸດນິວເຄລຍສະ​ໜາມ, ລູກສອນໄຟຄວາມໄວກວ່າສຽງ ແລະລູກສອນໄຟ​ຂ້າມ​ທະ​ວີບ​ຫຼື ICBMs ທີ່ສາມາດບັນ​ທຸກຫົວລະເບີດໄດ້ຫຼາຍລູກ.

The huge parade late Monday in Pyongyang’s central Kim Il Sung Square was the latest demonstration of North Korea’s military might.

The parade featured some of the country’s most advanced missiles, including its largest-known ICBM.

In a speech, Kim Jong Un warned any country that attempts military confrontation with North Korea will be destroyed.

Last month, North Korea tested an intercontinental ballistic missile for the first time since 2017. U.S. officials expect another test soon.

Many analysts expect North Korea will try yet again to create a sense of crisis to gain leverage for future nuclear talks with the United States.

Bong Young-shik is a Seoul-based analyst.

“If Kim Jong Un is using the same tactic this year, then we have to wait until the end of this year with the expectation that Kim Jong Un is going to do everything to increase the military tension as high as possible and keep the security conditions on the Korean Peninsula as dangerous as possible as it did in 2017.”

In 2017, Kim and former U.S. President Donald Trump exchanged threats of nuclear war, before Kim eventually decided to engage in a series of unprecedented talks. But the Trump-Kim negotiations broke down in 2019.

Under U.S. President Joe Biden, North Korea has rejected or ignored invitations to return to talks.

“No matter how much political, economic, diplomatic incentives might be given to the North Korean regime, there’s no good way of reducing the obsession of the leadership in North Korea with nuclear warheads and long-range missiles as the best and most reliable means of its own security and survival.”

North Korea has been systematically working through a wish list of strategic weapons laid out last year by Kim. The list includes tactical nuclear weapons, hypersonic missiles, and ICBMs that can carry multiple warheads.

XS
SM
MD
LG