ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ໃຫ້​ຮ່ອງ​ຮອຍ ໃນການທົດລອງນິວເຄລຍ ແລະລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM ໃໝ່ໆ


ພວກຜູ້ຄົນຢືນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ພາບຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ທີ່ ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 20 ມັງກອນ 2022.
ພວກຜູ້ຄົນຢືນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ພາບຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ທີ່ ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 20 ມັງກອນ 2022.

ເກົາຫຼີເໜືອ ກຳລັງສະແດງໃຫ້ເຫັນວ່າ ຕົນຈະສືບຕໍ່ທົດລອງລູກສອນໄຟ ​ທີ່​ຍິງ​ໄດ້​ໃນ​ໄລ​ຍະໄກແລະ​ອາ​ວຸດນິວເຄລຍໃນການຕອບໂຕ້ຕໍ່ສິ່ງທີ່ຕົນເອີ້ນວ່າ “ການ ເຄື່ອນໄຫວທີ່​ເປັນ​ປໍ​ລະ​ປັກ​ເພີ້ມທະວີຂຶ້ນເລື້ອຍໆ” ຂອງສະຫະລັດ.

ການທົດ​ລອງໃດໆກໍ​ຕາມ ຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ສະຫະລັດແລະເກົາຫຼີເໜືອ ເພີ້ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງກໍໄດ້ທະວີຂຶ້ນຢູ່ແລ້ວຍ້ອນການທົດລອງຍິງລູກສອນໄຟຂີປະນາວຸດ 6 ຄັ້ງຂອງພຽງຢາງ ​ນັບ​ແຕ່ເລີ້ມຕົ້ນປີໃໝ່​ເປັນ​ຕົ້ນມາ.

ຢູ່ໃນກອງປະຊຸມຄະນະກົມການເມືອງ ທີ່ໄດ້ເຂົ້າຮ່ວມໂດຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນວັນພຸດວານນີ້ ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະ “ພິຈາລະນາຄືນມາດຕະການສ້າງຄວາມໝັ້ນໃຈທັງໝົດ ທີ່ໄດ້ຮັບເອົາໂດຍປະເທດຂອງພວກເຮົາໃນເມື່ອກ່ອນແລະໂດຍສະໝັກໃຈ ແລະກວດສອບເລື້ອງກ່ຽວກັບການຟື້ນຟູສິ່ງທີ່ໄດ້ກະທຳໃດໆທັງໝົດ ຊຶ່ງໄດ້ໂຈະໄວ້ເປັນການຊົ່ວຄາວ” ອີງຕາມອົງການສູນກາງຂ່າວຂອງທາງການເກົາຫຼີ ຫຼື KCNA.

ອັນນັ້ນແມ່ນປາກົດວ່າ ເປັນການກ່າວອ້າງເຖິງການປະກາດຂອງທ່ານກິມ ໃນປີ 2018 ທີ່ທ່ານຈະສະໝັກໃຈໂຈະການທົດລອງນິວເຄລຍ ແລະລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM.

ເກົາຫຼີເໜືອ ບໍ່ໄດ້ດຳເນີນການທົດລອງນິວເຄລຍ ຫຼື ລູກສອນໄຟ ICBM ນັບຕັ້ງແຕ່ ປີ 2017 ເປັນຕົ້ນມາ ໃນຊ່ວງທີ່ຄວາມເຄັ່ງຕຶງລະຫວ່າງທ່ານກິມ ແລະ ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໄດ້ເພີ້ມສູງຂຶ້ນ. ຫຼັງຈາກຜົນການເຈລະຈາຂອງທ່ານກິມ ແລະທ່ານທຣຳ ໄດ້ພັງທະລາຍລົງໃນປີ 2019 ເກົາຫຼີເໜືອ ກໍໄດ້ກັບໄປຍິງລູກສອນໄຟຂີປະນາວຸດ ໄລຍະ​ໃກ້ຄືນໃໝ່.

ໃນປີນີ້ ເກົາຫຼີເໜືອໄດ້ທຳການທົດລອງໄປແລ້ວສອງຄັ້ງ ໃນສິ່ງທີ່ຕົນອະທິບາຍວ່າ ເປັນລູກສອນໄຟໄວກວ່າສຽງ ຫຼື hypersonic ແລະໄດ້ຍິງລູກສອນໄຟຂີປະນາວຸດ​ສອງ​ລູກຈາກລົດໄຟ ແລະລູກສອນໄຟຍຸດທະວິທີນຳວິຖີອີກ​ສອງລູກ ຈາກສະໜາມບິນໃນພຽງຢາງ.

ເກົາຫຼີເໜືອ ໄດ້ໂກດແຄ້ນເປັນພິເສດເມື່ອ ສະຫະລັດໃນເດືອນນີ້ ໄດ້ວາງມາດຕະການລົງໂທດແຕ່ຝ່າຍດຽວ ຕໍ່ເຈົ້າໜ້າທີ່ຂອງເກົາຫຼີເໜືອຫ້າຄົນ ທີ່ເຊື່ອມໂຍງກັບໂຄງການອາວຸດຂອງພຽງຢາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG