ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ປະເພດ ICBM ຫຼັງຈາກທີ່ ກ່າວປະນາມ ການເຄື່ອນໄຫວ ດ້ານ 'ສົງຄາມ'


ແຟ້ມພາບ - ຈໍໂທລະພາບ ສະແດງໃຫ້ເຫັນພາບຕ່າງໆຂອງການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງລາຍການຂ່າວ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 31 ສິງຫາ 2023.
ແຟ້ມພາບ - ຈໍໂທລະພາບ ສະແດງໃຫ້ເຫັນພາບຕ່າງໆຂອງການຍິງລູກສອນໄຟຂອງເກົາຫຼີເໜືອ ໃນລະຫວ່າງລາຍການຂ່າວ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 31 ສິງຫາ 2023.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟປະເພດຂີປະນາວຸດຂ້າມທະວີບ ຫຼື ICBM ໃນວັນຈັນມື້ນີ້ ໂດຍມີລັດສະໝີທີ່ສາມາດໂຈມຕີທຸກແຫ່ງຫົນຢູ່ໃນສະຫະລັດ ເຈົ້າໜ້າທີ່ຍີ່ປຸ່ນກ່າວ, ອັນເປັນຂີດໝາຍການຍິງລູງສອນໄຟຄັ້ງທີສອງຂອງຕົນພາຍໃນບໍ່ເທົ່າໃດຊົ່ວໂມງ ໃນຂະນະທີ່ພຽງຢາງກໍໄດ້ປະນາມການສະແດງອອກເຖິງກອງກຳລັງທີ່ນຳພາໂດຍສະຫະລັດນັ້ນວ່າ ເປັນການເຄື່ອນໄຫວດ້ານ “ສົງຄາມ” ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ລູກສອນໄຟປະເພດ ICBM ດັ່ງກ່າວມີສັກກະຍະພາບທີ່ຈະບິນໄປໄດ້ຫຼາຍກວ່າ 15,000 ກິໂລແມັດ ຊຶ່ງໝາຍຄວາມວ່າ ມັນສາມາດບິນໄປແຫ່ງຫົນໃດ ຢູ່ໃນຍີ່ປຸ່ນ ກໍເປັນໄດ້ ແລະຢູ່ໃນດິນແດນຂອງສະຫະລັດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳສະພາຂອງຍີ່ປຸ່ນ ທ່ານຊິນໂກະ ມີຢາເກະ ໄດ້ກ່າວ.

ສ່ວນສະພາຄວາມໝັ້ນຄົງຂອງເກົາຫຼີໃຕ້ ໄດ້ກ່າວວ່າ ມັນແມ່ນລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ໃຊ້ເຊື້ອໄຟແຂງ ໂດຍຈັດການຍິງນັ້ນວ່າ ເປັນການກະທຳເພື່ອ​ສ້າງ​ຄວາມບໍ່ໝັ້ນຄົງ ຊຶ່ງບໍ່ຫົວຊາ ຕໍ່ການເຕືອນຂອງນາໆຊາດ ແລະມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດນຳດ້ວຍ.

ປະທານາທິບໍດີ ຢຸນ ຊຸກ ໂຢລ ໄດ້ສັ່ງການໃຫ້ຍົກລະດັບ ປະສິດທິພາບຂອງປະຕິບັດການດ້ານ “ການຕໍ່ຕ້ານນິວເຄລຍ” ຂອງເກົາຫຼີໃຕ້ ແລະ ສະຫະລັດ ຊຶ່ງໄດ້ມີກ​ານກ່າວ​ຢູ່ໃນຖະແຫລງການສະບັບນຶ່ງ.

North Korea fired an ICBM-class missile Monday with a range capable of reaching anywhere in the United States, a Japanese official said, marking its second missile launch in hours as Pyongyang condemned a U.S.-led show of force as "war" moves.

The ICBM missile has the potential to travel more than 15,000 km, meaning it can reach anywhere in Japan and the mainland United States, Japan's Parliamentary Vice Minister of Defense Shingo Miyake said.

South Korea's National Security Council said it was a solid-fuel intercontinental ballistic missile (ICBM), labelling the launch a destabilizing act that ignored international warnings and multiple U.N. Security Council resolutions.

President Yoon Suk Yeol had ordered the upgrading of the effective operation of "nuclear deterrence" by South Korea and the United States, it said in a statement.

XS
SM
MD
LG