ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີ​ເໜືອ ກ່າວປ້ອງ​ກັນ ປະຫວັດດ້ານ​ສິດທິ​ມະນຸດ ຂອງຕົນ ຢູ່ ສປຊ


ຊາວເກົາຫຼີເໜືອ ທີ່ໜີອອກມາໄດ້ ພາກັນຮ້ອງໂຮຄຳຂວັນ
ໃນລະຫວ່າງກອງປະຊຸມຜູ້ສື່ຂ່າວ ຮຽກຮ້ອງໃຫ້ມີການປັບປຸງ ໃຫ້ດີຂຶ້ນ ກ່ຽວກັບສິດທິມະນຸດ ໃນເກົາຫຼີເໜືອ ຢູ່ຕໍ່ໜ້າ ສຳນັກງານ ຄະນະກຳມະທິການສິດທິມະນຸດແຫ່ງຊາດ ເກົາຫຼີໃຕ້ ໃນນະຄອນຫລວງໂຊລ ປະເທດເກົາຫຼີໃຕ້, ວັນທີ 8 ຕຸລາ 2014.
ຊາວເກົາຫຼີເໜືອ ທີ່ໜີອອກມາໄດ້ ພາກັນຮ້ອງໂຮຄຳຂວັນ ໃນລະຫວ່າງກອງປະຊຸມຜູ້ສື່ຂ່າວ ຮຽກຮ້ອງໃຫ້ມີການປັບປຸງ ໃຫ້ດີຂຶ້ນ ກ່ຽວກັບສິດທິມະນຸດ ໃນເກົາຫຼີເໜືອ ຢູ່ຕໍ່ໜ້າ ສຳນັກງານ ຄະນະກຳມະທິການສິດທິມະນຸດແຫ່ງຊາດ ເກົາຫຼີໃຕ້ ໃນນະຄອນຫລວງໂຊລ ປະເທດເກົາຫຼີໃຕ້, ວັນທີ 8 ຕຸລາ 2014.

ເກົາ​ເໜືອໄດ້​ກ່າວປົກ​ປ້ອງ​ ປະຫວັດດ້ານ​ສິດທິ​ມະນຸດຂອງຕົນ
​ແມ່ນ​ແຕ່ໃນ​ຂະ​ນະທີ່​ຍອມຮັບວ່າ ຕົນ​ມີຄ້າຍອອກ​ແຮງງານ
ຫຼາຍໆແຫ່ງ ທີ່ຖືກ​ພວກກຸ່ມ​ສິດທິ​ມະນຸດຕຳ​ນິຕິ​ຕຽນວ່າ ​ໄຮ້​ມະນຸດ
ສະທຳ ນັ້ນ.

ການກ່າວ​ປ້ອງ​ກັນດັ່ງກ່າວ ມີ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ
​ລະຫວ່າງ ການຖະ​ແຫລ​ງ​ຂ່າວ​ ທີ່​ບໍ່​ເ​ຄີຍ​ມີ​ມາ​ກ່ອນ ​ຕໍ່ບັນດາ
​ຜູ້​ສື່​ຂ່າວ ​ແລະ ນັກ​ການ​ທູດ​ຕ່າງປະ​ເທດ ຢູ່ທີ່ສຳນັກງານ​ໃຫຍ່​
ສະຫະ​ປະຊາ​ຊາດ​ ໃນ​ນະຄອນ​ນິວຢອກ.

​ການ​ຖະ​ແຫລ​ງຂ່າວ​ດັ່ງກ່າວ ຖືກ​ເບິ່ງ​ເຫັນ​ວ່າ ​ເປັນ​ການຕອບ​
ໂຕ້​ຕໍ່​ບົດ​ລາຍ​ງານ​ ຂອງ​ອົງການ​ສະ​ປະຊາ​ຊາດ ທີ່​ໄດ້​ເປີດ​ເຜີຍອອກເມື່ອ​ບໍ່​ດົນ​ມາ​ນີ້ ຊຶ່ງ​
ສະ​ຫລຸບວ່າ ພຽງ​ຢາງ​ມີ​ຄວາມ​ຜິດ ​ໃນ​ການ​ກໍ່​ອາ​ຊະຍາ​ກຳ ​ຕ້ານມວນ​ມະນຸດ ອັນລວມທັງ
ການ​ຄາດຕະກຳ ການທໍລະມານ ການກັກ​ຂັງໃຫ້​ເປັນຂ້າ​ທາດ ການ​ຂົ່ມຂືນຊຳ​ເລົາ ​ແລະ
ການລະ​ເມີດ​ອື່ນໆ.

ຄວາມ ​ຜິດຕ່າງໆທີ່​ກ່າວ​ມານັ້ນ ຫຼາຍໆ​ອັນແມ່ນ​ເກີດ​ຂຶ້ນຢູ່​ໃນ​ຄ້າຍຄຸກ ​ຊື່​ສຽງ​ເໜົ່າ​ເໝັນ ຫຼາຍໆ​ແຫ່ງ​ຂອງ​ເກົາຫລີ​ເໜືອ ບ່ອນ​ທີ່​ເຊື່ອ​ກັນ​ວ່າ ມີຫຼາຍໝື່ນຄົນຖືກ​ຄຸມ​ຂັງ​ຢູ່ນັ້ນ.

ຢູ່​ທີ່​ກອງ​ປະຊຸມຖະ​ແຫລ​ ງຂ່າວນັ້ນ ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງ​ປະ​ເທດ​ເກົາຫຼີ​ເໜືອ ທ່ານ
Choe Myong Nam ​ໄດ້​ກ່າວ​ຢ້ຳອີກ ຄຳ​ຢືນຢັນ​ຕະຫຼອດມາ​ຂອງປະ​ເທດ​ ຂອງ​ທ່ານ
ທີ່ວ່າ​ ບໍ່​ມີ​ຄ້າຍຄຸກ​ແບບນັ້ນ​ເລີຍ.

​ແຕ່​ທ່ານໄດ້ຍອມຮັບ​ວ່າ​ ມີສູນກັກ​ກັນ​ແລະ​ດັດ​ສ້າງ​ຜ່ານ​ການ​ອອກ​ແຮງ​ງານຫຼາຍ​ແຫ່ງ ຊຶ່ງ
ເປັນບ່ອນ​ທີ່​ທ່ານ​ກ່າວ​ວ່າ “ພວກ​ຄົນ​ເຫຼົ່ານັ້ນ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ຜ່ານ​ແນວ
​ຄິດ​ແລະ ການ​ມອງເຫັນ​ການ​ກະທຳ​ຜິດຕ່າງໆຂອງ​ເຂົາ​ເຈົ້າ.”

​ ເກົາຫຼີ​ເໜືອ ​ແມ່ນ​ຖືກ​ມອງ​ເຫັນ​ ມາ​ເປັນ​ເວລາ​ນານວ່າ​ ເປັນ​ປະ​ເທດ​ທີ່​ມີ​ປະ​ຫວັດກ່ຽວ​ກັບ​ການລະ​ເມີດ​ສິດທິ​ມະນຸດ​ທີ່​ຮ້າຍ​ແຮງ​ ທີ່​ສຸດ. ບັນຫາດັ່ງ ກ່າວນັ້ນໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ສອບ​ສວນ​ ຂອງ​ຄະນະ​ກຳມະທິການ​ອົງການ​ສະຫະ​ປະຊາຊາດ​
ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ​ນັ້ນ.

XS
SM
MD
LG