ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ ຍັງສືບ​ຕໍ່​ ຍິງ​ລູກ​ສອນ​ໄຟ ໄລ​ຍະ​ໃກ້ ຢ່າງ​ບໍ່​ຢຸດ​ຢັ້ງ


​ພວກ​ຜູ້​ຊາຍ​ຍ່າງ​ຜ່ານ ລ​າຍ​ງາ​ຍ​ຂ່າວ​ທາງ​ໂທ​ລະ​ພາບ ເກົາ​ຫລີ​ໃຕ້ ກ່ຽວກັບເກົາ​ຫລີ​ເໜືອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່ນອກ​ຝັ່ງ​ທະ​ເລເກົ​າ​ຫລີ ​ທາງ​ທິດ​ຕາ​ເວັນ​ອອ​ກ​ສຽງ​ເໜືອ ວັນ​ທີ 3 ພະ​ຈິກ 2022
​ພວກ​ຜູ້​ຊາຍ​ຍ່າງ​ຜ່ານ ລ​າຍ​ງາ​ຍ​ຂ່າວ​ທາງ​ໂທ​ລະ​ພາບ ເກົາ​ຫລີ​ໃຕ້ ກ່ຽວກັບເກົາ​ຫລີ​ເໜືອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່ນອກ​ຝັ່ງ​ທະ​ເລເກົ​າ​ຫລີ ​ທາງ​ທິດ​ຕາ​ເວັນ​ອອ​ກ​ສຽງ​ເໜືອ ວັນ​ທີ 3 ພະ​ຈິກ 2022

ເກົາຫຼີເໜືອ ໄດ້​ຍິ​ງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໃນ​ວັນ​ພຸດ​ມື້ນີ້ ​ອີງ​ຕາມ​ການ​ລາຍ​ງານ​ຂອງກອງ​ທັບ​ເກົ​າ​ຫລີ​ໃຕ້​ ເພີ້​ມ​ໃສ່​ການ​ຍິງຂອງ​ພຽງ​ຢາງ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ຊຶ່ງໄດ້​ໃຫ້ເກີດ​ຄວາມ​ເຄັ່ງ​ຕືງ​ທາງ​ທະ​ຫານ ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ ເໜືອຂອງເອ​ເຊຍ.

​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ ໄດ້​ຍິງ​ຈາກ​ເຂດ​ສຸກ​ຈ​ອນ ຢູ່​ທາງ​ພາກ​ເໜືອ​ຂອງນະ​ຄອນ​ຫຼວງພຽງ​ຢາງ ອີງ​ຕາມ​ເສນາ​ທິການ​ຮ່ວມຂອງ​ເກົ​າ​ຫລີ​ໃຕ້.

​ໜ່ວຍ​ຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ລູກ​ສອນ​ໄຟ​ປາ​ກົດ​ວ່າ​ໄດ້​ຢູ່​ເທິງ​ອາ​ກາດ​ໜ້ອຍກວ່າ​ຫ້າ​ນາ​ທີ ກ່ອນ​ຕົກ​ລົງ​ມາ​ສູ່ນອກ​ຝັ່ງ​ທະ​ເລ​ທາງ ທິດ​ຕາ​ເວັນ​ອອກຂອງ​ເກົາ​ຫລີ​.

​ໃນອາ​ທິດ​ແລ້ວ​ນີ້​ເກົາ​ຫລີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 34 ລູກ ​ຮວມ​ທັງ​ຈຳ​ນວນ​ນື່ງ ​ທີ່​ໄດ້​ເຮັດ​ໃຫ້​ມີ​ການ​ເປີດ​ຫວໍ​ເຕືອນ​ໄພ​ທາງ​ອາ​ກາດ ແລະ​ ​ໃຫ້ເຂົ້າ​ໄປ​ຢູ່​ໃນ​ບ່ອນ​ຫລົບ​ໄພ ທັງ​ໃນ​ເກົາ​ຫລີ​ໃຕ້ ແລະ​ຍີ່​ປຸ່ນ.

​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ ທີ່​ໄດ້​ຕົກ​ລົງ​ໃກ້​ກັບນ່ານ​ນ້ຳ​ເກົາ​ຫລີ​ໃຕ້ ຕໍ່​ມາ​ໄດ້ພົບເຫັນ​ໂດຍກອ​ງ​ທັບ​ເຮືອ​ເກົາ​ຫລີ​ໃຕ້ ທີ່​ໃຊ້​ຍານ​ບັງ​ຄັບ​ຈາກ​ໄລ​ຍະ​ໄກ ​ປະ​ຕິ​ບັດ​ງານ​ໃຕ້​ທະ​ເລ.

​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫລີ​ໃຕ້ໃນ​ວັນ​ພຸດ​ມື້​ນີ້ ພວກ​ເຈົ້າ​ໜ້າ​ທີ່​ເກົາ​ ຫລີ​ໃຕ້ ໄດ້​ເຜີ​ຍແຜ່​ຮູບ​ພາບ​ທີ່​ເປັນຊິ້ນ​ສ່ວນ​ລູກ​ສອນ​ໄຟ ​ມີບັນ​ທຶກ​ຂຽນ​ເປັນ​ພາ​ສາ​ຣັດ​ເຊຍ.

ພວກ​ເຈົ້າ​ໜ້າ​ທີ່​ເກົາ​ຫລີ​ໃຕ້​ກ່າວ​ວ່າ ຊິ້ນ​ສ່ວນປາ​ກົດ​ວ່າມີ​ລັກ​ສະ​ນະ​ຮູ​ບ​ຮ່າງ​ຄື​ກັບ SA-5 ທີ່​ເປັນລູກ​ສອນ​ໄຟ​ຍິງຈາກ​ໜ້າ​ດິນສູ່​ອາ​ກາດອອກ​ແບບ​ໂດຍ​ສະ​ຫະ​ພາບ​ໂຊ​ຫວຽດ. ​ຣັ​ດ​ເຊຍ​ໄດ້​ໃຊ້​ລູກ​ສອນ​ໄຟ​ທີ່​ຄ້າຍ​ຄື​ກັນ ຫວ່າງ​ມໍ່​ໆ​ມາ​ນີ້ ລະ​ຫວ່າງ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ທີ່​ພວກ​ເຈົ້າ​ໜ້າ​ທີ່​ເກົາ​ຫລີ​ໃຕ້ ​ໄດ້​ໃຫ້​ຂໍ້​ສັງ​ເກດ.

​ເກົາ​ຫລີ​ເໜືອ ມີຄວາມ​ສຳ​ພັນ​ທາງ​ການ​ທູດ​ຢ່າງ​ໃກ້ຊິດ ແລະ​ກອງ​ທັບ​ເຊື່ອມ​ໂຍງ​ກັບ​ຣັດ​ເຊຍ. ​ຄວາ​ມ​ສຳ​ພັນ​ເຫລົ່າ​ນັ້ນ​ໄດ້​ດີ​ຂຶ້ນ​ຫວ່າງບໍ່​ເທົ່າ​ໃດ​ປີ​ຜ່ານມາ​ນີ້ ໃນ​ຂະ​ນະ​ທີ່​ຄວາມ​ສຳ​ພັນ​ຂອງ​ແຕ່​ລະ​ປະ​ເທດ​ກັບ​ສະ​ຫະ​ລັດ ໄດ້ຊຸດ​ໂຊມ​ລົງ.

North Korea fired a ballistic missile Wednesday, South Korea's military reported, adding to Pyongyang's unprecedented barrage that has heightened military tensions in Northeast Asia.

The short-range missile was launched from the Sukchon area, just north of the capital Pyongyang, according to South Korea's Joint Chiefs of Staff.

Japan's coast guard noted the missile appears to have been in the air for less than five minutes before landing in the sea off Korea's east coast.

Last week, North Korea fired 34 ballistic missiles, including some that prompted air raid alerts and shelter warnings in South Korea and Japan.

Debris from one of the missiles, which landed near South Korean waters, was later recovered by the South Korean Navy using a remotely operated underwater vehicle.

South Korea's defense ministry on Wednesday released pictures of the recovered missile parts, some of which contained Russian writing.

South Korean officials say the debris appears to share features with an SA-5 surface-to-air missile designed by the Soviet Union. Russia has recently used a similar missile during its war in Ukraine, noted South Korean officials.

North Korea has close diplomatic and military links with Russia. Those ties have improved in recent years, as each country's relationship with the United States has soured.

XS
SM
MD
LG