ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ North Carolina ເປັນລັດນຶ່ງ ​​ທີ່ມີ​ການ​ແຂ່ງຂັນ ທີ່ສຳຄັນ ໃນການເລືອກຕັ້ງ ກາງສະໄໝ


North Carolina Emerges as Key Election Battleground
please wait

No media source currently available

0:00 0:03:10 0:00

ເບິ່ງວີດີໂອ ລາຍງານ ເລື້ອງນີ້.

ການ​ເລືອກ​ຕັ້ງ ລັດຖະສະພາ​ກາງສະໄໝ ​ທີ່​ບໍ່​ມີການ​ເລືອກ​ເອົາ​
ປະທານາທິບໍດີນຳນັ້ນ​ແມ່ນ​ຈະ​ມີ​ຂຶ້ນ​ໃນ​ວັນທີ 4 ພະຈິກ​ມື້ນີ້ແລະ
ບັນດານັກວິ​ເຄາະ​ ດ້ານ​ການ​ເມືອງສ່ວນຫຼາຍ ເວົ້າວ່າ ພັກຣີພັບ
​ບຣິກັນ ​ມີໂອກາດ​ດີ​ທີ່​ສຸດ ທີ່​ຈະ​ໄດ້ຊະນະ ສຽງ​ສ່ວນ​ຫລາຍ ໃນ
​ສະພາ​ສູງ ຊຶ່ງ​ໃນ​ເວລາ​ນີ້​ ພັກເດໂມ​ແຄ​ຣັດ ຄວບ​ຄຸມ​ຢູ່. ຄັນວ່າ
ພັກ​ຣີພັບ​ບຣິກັນສາມາດເຂົ້າຄວບ​ຄຸມ​ທັງ​ສະພາ​ສູງ​ ແລະ​ສະພາ
​ຕ່ຳແລ້ວ ມັນອາດ​ຈະເປັນ​ຜົນກະທົບ ​ຢ່າງ​ໃຫຍ່​ຕໍ່ການ​ບໍລິຫານ​
ງານ​ໃນ​ຊ່ວງ 2 ປີ​ສຸດ​ທ້າຍ​ຂອງປະທານາທິບໍດີບາຣັກ ​ໂອ​ບາ​ມາ.
ສະນັ້ນ ໃນ​ການ​ເລືອກ​ຕັ້ງສະມາຊິກສະພາ​ ໃນ​ປີ​ນີ້ ມີບັນຫາ​ອັນ​
ໃດ​ແດ່? ທີ່​ຈະ​ຊຸກຍູ້​ ໃຫ້​ບັນດາ​ຜູ້​ມີ​ສິດ​ປ່ອນບັດທັງຫຼາຍ ອອກ​ໄປ
​ໃຊ້ສິດໃຊ້​ສຽງ. Jim Malone ຜູ້ສື່​ຂ່າວ​ວີ​ໂອ​ເອ​ ໄດ້​ເດີນທາງ​ໄປ
ລັດ North Carolina ຊຶ່ງ​ເປັນ​ລັດ​ນຶ່ງ​ ທີ່​ມີ​ການ​ແຂ່ງຂັນ ທາງ​ການ
​ເມືອງ​ຢ່າງ​ດຸເດືອດ​ໃນ​ປະ​ເທດ ​ເພື່ອ​ເກັບກຳຂ່າວ​ ເລື້ອ​ງນີ້ ​ແລະ
ໄຊ​ຈະ​ເລີ​ນສຸກ ມີລາຍລະອຽດ​ ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເວລາ​ນີ້ ​ແມ່ນ​ລະດູ​ການ​ເກັບ​ກ່ຽວ​ຢູ່​ລັດ North Carolina. ​ເວລາ​ໃນຕອນກາງວັນ ​ແມ່ນ
ສັ້ນລົງນຳທຸກມື້ພວກຕົ້ນ​ຢາສູບ​ໃນ​ສວນ​ຕ່າງໆແລະພວກກະ​ເສດຕະກອນກຳລັງຂຸ້ນຂ້ຽວ
​ນຳ​ເອົາຜົນລະປູກ​ ​ຂອງ​ເຂົາ​ເຈົ້າ​ໄປ​ສົ່ງ​ຕະຫລາດ.

ບໍ່​ຫ່າງ​ໄກ​ປານໃດຈາກ​ເມືອງ Wilson ນັ້ນ ແມ່ນມີ​ການ​ເກັບ​ກ່ຽວ​ທີ່​ແຕກ​ຕ່າງ​ ກຳລັງດຳເນີນ
ຢູ່ ອັນ​ນັ້ນ ແມ່ນ​ການເກັບ​ກຳເອົາ ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ.

ນັກ​ສອນ​ສາສະໜາ William Barber ປະທານປະຈຳລັດ ສະ​ມາຄົມ​ເພື່ອ​ຄວາມ​ກ້າວໜ້າ​
ໃຫ້ແກ່​ປະຊາຊົນ​ຜິວດຳ​ແຫ່ງ​ຊາດ ຫຼື National Association for the Advancement
of Colored People ທີ່​ມີ​ຄຳຫ​ຍໍ້ວ່າ N.A.A.C.P. ນັ້ນ ​ເປັນ​ຜູ້ນຳ ໃນຄວາມພະຍາຍາມ​
ທີ່​ຈະ​ຂຶ້ນທະບຽນ​ ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ ​ທີ່​ເປັນ​ຊົນ​ຊັ້ນກຸ່ມນ້ອຍ.

ທ່ານ William Barber ​ເວົ້າ​ວ່າ “ຊາວ​ອາ​ເມຣິກັນ ໝົດ​ທຸກ​ຄົນ ຕ້ອງ​ມີ​ສິດ ​ປ່ອນ​ບັດ​
ເລືອກ​ຕັ້ງ ໂດຍ​ບໍ່​ຖືກ​ກີດ​ກັ້ນ ບໍ່ຖືກ​ຕັດສິດ ​ບໍ່​ຖືກປະຕິ​ເສດ!”

ທ່ານ Barber ຫວັງທີ່​ຈະ​ລະດົມ​ ບັນດາ​ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ ​ໃນ​ນາມ​ ສະມາຊິກ
ສະພາສູງ Kay Hagan ຊຶ່ງສັງກັດພັກ​ເດໂມ​ແຄ​ຣັດ ທີ່​ກຳລັງ​ປະ​ເຊີນ​ໜ້າ​ ກັບ​ການ​ທ້າ​ທາຍ​
ຢ່າງແຂງ​ຂັນ ຈາກທ່ານ Thom Tillis ຜູ້ສະໝັກຂອງພັກ​ຣີພັບ​ບຣິກັນ.

ທ່ານ Barber ​ເວົ້າ​ອີກວ່າ “ການ​ເຄື່ອນ​ໄຫວ​ອັນ​ນີ້ ​ແມ່ນ​ກ່ຽວ​ກັບ​ການ​ເພັ່ງ​ເລັ່ງຢ່າງ
ເຂັ້ມງວດ ​ໃສ່​ຄຸ​ນຄ່າ​ຕ່າງ​ໆ ໃນດ້ານ​ສິນ​ທຳ ອັນ​ເລີກ​ເຊິ່ງ ຂອງ​ພວກ​ເຮົາ​ ຈາກ​ຄຳ​ພີ
ຂອງຫຼາຍໆ​ສາສະໜາ​ ​ແລະ ຄຸນຄ່າ​ຕ່າງໆ ທີ່ເລິກເຊິ່ງ ທາງດ້ານ​ລັດຖະທຳ​ມະນູນ
ຂອງ​ພວກ​ເຮົາອີກ​ ​ແລະ ທ້າ​ທາຍຕໍ່​ພວກຫົວ​ຮຸນ​ແຮງ​ຈັດ ​ທີ່​ກຳລັງ​ພະຍາຍາມ ຈະ​
ນຳ​ພວກ​ເຮົາຫັນໄປສູ່​ການ​ຖອຍຫຼັງທຸກຫົນ​ແຫ່ງ​ໃນທົ່ວ​ອາ​ເມຣິກາ.”

ສະມາຊິກ ສະພາສູງ ທ່ານນາງ Kay Hagan ຊຶ່ງສັງກັດພັກ​ເດໂມ​ແຄ​ຣັດ ແລະ ຄູ່ແຂງ​ຂັນ ທ່ານ Thom Tillis ຜູ້ສະໝັກຂອງລັດ North Carolina ສັງກັດພັກ​ຣີພັບ​ບຣິກັນ ຈັບມືກັນ ກ່ອນໜ້າການໂຕ້ວາທີ, ວັນທີ 7 ຕຸລາ 2014.
ສະມາຊິກ ສະພາສູງ ທ່ານນາງ Kay Hagan ຊຶ່ງສັງກັດພັກ​ເດໂມ​ແຄ​ຣັດ ແລະ ຄູ່ແຂງ​ຂັນ ທ່ານ Thom Tillis ຜູ້ສະໝັກຂອງລັດ North Carolina ສັງກັດພັກ​ຣີພັບ​ບຣິກັນ ຈັບມືກັນ ກ່ອນໜ້າການໂຕ້ວາທີ, ວັນທີ 7 ຕຸລາ 2014.

ບັນດານັກ​ເຄື່ອນ​ໄຫວ ​ນິຍົມແນວທາງເດີມ ກໍກຳລັງກະ​ກຽມ
ສຳ​ຫລັບ​ການ​ເລືອກ​ຕັ້ງ ໃນຄັ້ງນີ້ ​ເຊັ່ນ​ກັນ ລວມທັງ ທ່ານ Joel
Killion ນັກ​ເຄື່ອ​ນ​ໄຫວ ນິຍົມແນວທາງເດີມ ຂອງກຸ່ມ Tea Party
ໃນ​ເມືອງ Wilson ນຳດ້ວຍ.

ຈຸດ​ເພັ່ງ​ເລັ່ງຂອງ​ທ່ານ Killion ນັ້ນ ​ແມ່ນ​ຫລຸດ​ຂະໜາດ​ ຂອງ​
ລັດຖະບານ​ໃຫ້ນ້ອຍລົງ.

ທ່ານ Killion ​ເວົ້າວ່າ “ ​ລັດທິເສລີ​ນິຍົມ ລັດທິກ້າວໜ້າ​ນິຍົມ​
ໃນ​ຄວາມ​ໝາຍແບບ​ດັ້ງເດີມແລ້ວ ​ເຖິງ​ແມ່ນ​ກັບຄືນ​ໄປຫາ
ປີ 1890 ​ເມື່ອ​ເວລາ​ ​ຍຸກ​ສະ​ໄໝ​ ຂອງ​ລັດທິ​ກ້າວໜ້າ​ເລີ້ມ​
ຕົ້ນຂຶ້ນ ອັນ​ນັ້ນ​ແມ່ນ​ຢາເບື່ອ ທີ່​ຂ້າ ພະ​ເຈົ້າ​ເຊື່ອ​ວ່າ ​ໄດ້​
ແຊກ​ຊຶມ​ເຂົ້າມາ​ໃນ​ປະ​ເທດ ​ແລະ ​ໄດ້​ປູກຝັງແນວ​ຄິດ​ ຂອງ​ລະບົບເຈົ້າຂຸນມຸນນາຍຂະໜາດໃຫຍ່ ​ແລະ ລັດຖະບານ ​ທີ່ຍາດແຍ່ງເອົາຄວາມ
ຮັບຜິດຊອບ ແລະ ເສລີພາບ ໃນທາງເລືອກ ໄປຈາກສ່ວນບຸກຄົນນັ້ນ.”

ຢູ່ ​ທີ່​ຕະຫລາດ​ກະ​ເສດຕະກອນແຫ່ງນຶ່ງ ​ໃນ​ນະຄອນຫລວງ​ Raleigh ຂອງລັດ North Carolina ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ​ໄດ້​ຢຸດ​ພັກ​ຊົ່ວຄາວ ຈາກ​ຂາຍ​ພືດ​ຜັກທຳ​ມະ​ຊາດ ​ແລະ ຂະໜົມຄຸກກີ້ຕ່າງໆ ນາໆ​ ມາ​ໂອ້​ລົມ​ກັນ​ກ່ຽວ​ກັບບັນຫາ​ຕ່າງໆ ທີ່ເຂົາ​ເຈົ້າມີ​ຄວາມ​ສົນ​ໃຈນຳ ​ໃນ​ການ​ເລືອກ​ຕັ້ງ ທີ່​ຈະ​ມາ​ເຖິງ​ນີ້.

ນາງ Caresha ຊຶ່ງເປັນຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ ​ເວົ້າວ່າ “ສິ່ງ ສຳ ຄັນ​ທີ່​ສຸດ ສຳ​ຫລັບ​ຂ້ອຍ​ແລ້ວ ​ແມ່ນ​ການ​ສຶກສາ. ຂ້ອຍ​ເຊື່ອ​ວ່າ ​ເດັກ ນ້ອຍ​ໝົດ​ທຸກ​ຄົນ ຄວນມີ​ໂອກາດ ໄດ້​ຮັບ​ການ​ສຶກສາ​ ​ທີ່​ມີ​ຄຸນ​ນະພາ​ບ.”

ທ້າວ Ethan Hill ​ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງອີກຄົນນຶ່ງ ເວົ້າວ່າ “ບັນ ຫາ​ຕ່າງໆ​ ຢູ່​ປະ​ເທດ​ອີຣັກ ​ແລະຢູ່​ຕ່າງ​ປະເທດນັ້ນ ​ພ້ອມ​ກັບ ເລື້ອ​ງ​ການ​ປ້ອງ​ກັນ​ພາຍ​ໃນ​ປະ​ເທດ ​ຂ້ອຍຄິດ​ວ່າ ​ເປັນ​ບັນຫາ​ອັນ​ໃຫຍ່​ຫຼວງ.”

ນາງ Niki Morock ຜູ້​ມີ​ສິດປ່ອນ​ບັດ​ເລືອກ​ຕັ້ງ ອີກຄົນ​ນຶ່ງ ​ເວົ້າວ່າ “ສຳ​ຫລັບ​ຂ້ອຍ​ແລ້ວ ມັນ​ແມ່ນ​ເລື້ອ​ງ​ເສດຖະກິດ. ​ເລື້ອ​ງຄວາມ​ໝັ້ນຄົງແຫ່ງ​ຊາດ. ທັງ​ສອງ​ເລື້ອງ​ນີ້ ​ແມ່ນ​ເລື້ອງ​ໃຫຍ່.”

ນັກວິ ​ເຄາະ John Davis ກ່າວ​ວ່າ ການ​ຫລັ່ງ​ໄຫ​ລ​ເຂົ້າມາ​ໃນ​ລັດ ທີ່​ຢູ່​ທາງ​ພາກ​ໃຕ້ດັ່ງກ່າວ​ຂອງ​ພວກຄົນ​ພາຍ​ນອກ​ໂດຍ​ສ່ວນ​ໃຫຍ່​ແລ້ວແມ່ນ​ ມາ​ຈາກ​ລັດທາງ​ພາກ​ເໜືອ ​ແລະ ພາກຕາ​ເວັນ​ຕົກ​ຕອນກາງ ໄດ້​ປ່ຽນ​ແປງ​ພື້ນຖານ​ທາງ​ການ​ເມືອງ​ໃນ​ລັດ North Carolina ​ເມື່ອ​ສອງ​ສາມ​ຜ່ານມາ​ນີ້.

ທ່ານ Davis ​ເວົ້າວ່າ “ມັນ​ໄດ້​ ປ່ຽນ​ແປງ​ ວ່າ​ ເຮົາ​ແມ່ນ​ໃຜ. ມັນ​ໄດ້​ຫັນປ່ຽນ ລັດພວກ​ເຮົາ ​ໃຫ້ກາຍເປັນລັດ​ ທີ່​ມີການ​ແຂ່ງຂັນ​ທາງ​ການ​ເມືອງ ຊຶ່ງ​ເປັນ​ພື້ນ​ທີ່ການແຂ່ງຂັນ​ ແບບ​ມີລະດັບ​ເທົ່າ​ທຽມ​ກັນ​ແທ້ ເປັນລັດທີ່​ນິຍົມ ແນວທາງປານກາງ ຫຼາຍຂຶ້ນ ກວ່າ
ລັດທີ່ນິຍົມ ແນວທາງເດີມ ເມື່ອ 30 ປີ ກ່ອນ.”

Jim Malone ຜູ້ສື່​ຂ່າວ​ວີ​ໂອ​ເອ ກ່າວ​ວ່າ “ເມື່ອ​ສອງ​ສາມ​ປີ​ຜ່ານມາ​ນີ້ North Carolina ​ໄດ້​ກາຍ​ມາ​ເປັນລັດ ​ທີ່ມີການແ​ຂ່ງຂັນທີ່​ສຳຄັນ​ ເມື່ອເວົ້າເຖິງ ການເລືອກຕັ້ງ
ປະທານາ​ທິບໍດີສະຫະລັດ. ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຮັບ​ໄຊຊະນະ​ຢູ່​ໃນ​ລັດ​ນີ້​
ເມື່ອ​ປີ 2008 ​ແຕ່ເມື່ອ 2 ປີກ່ອນນີ້ ທ່ານ​ໄດ້​ເສຍ​ໄຊ ຢ່າງຫວຸດຫວິດໃຫ້ແກ່ທ່ານ
Mitt Romney ຜູ້ສະໝັກ ປະທານາທິບໍດີ ຂອງພັກຣີພັບບລີກັນ. ດັ່ງ​ນັ້ນ ຈຶ່ງ​ເຮັດ
ໃຫ້ລັດ North Carolina ເປັນ​ຈຸດ​ເພັ່ງ​ເລັ່ງອັນ​ສຳຄັນ ອີກ​ຄັ້ງນຶ່ງ ສຳ​ຫລັບ​ທັງ​
ສອງ​ພັກ ໃນການແຂ່ງຂັນ​ເລືອກ​ຕັ້ງປະທານາທິບໍດີ ​ປີ 2016 ທີ່​ຈະມາເຖິງ ນີ້.”

XS
SM
MD
LG