ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Nokia ກັບ Microsoft ເປີດໂຕ ມືຖື smartphones ລຸ້ນໃໝ່ລ່າສຸດຂອງຕົນ (ວີດີໂອລາວ/ອັງກິດ)


ເບິ່ງວີດີໂອພາສາລາວ ເລື້ອງໂນເກຍກັບໄມໂຄຣຊອ໊ຟ ເປີດໂຕ ມືຖືສະຫລາດ ລຸ້ນໃໝ່.

ການ​ແຂ່ງຂັນ​ກັນດ້ານ​ຄອມ​ພິວ​ເຕີ​ເຄື່ອນ​ທີ່ ​ກໍາລັງດຸ​ເດືອດຂຶ້ນຢູ່​ໃນ​​ໂລກ ພ້ອມ​ກັບການ​ປະກາດ​​ເປີດ​ໂຕຜະລິດ​ຕະພັນ​​ຕ່າງກັນ ​ເມື່ອ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ໂດຍສອງ​ບໍລິສັດ​ທີ່​ເປັນ​ພາຄີກັນ ຄື Nokia ​ກັບ Microsoft ​ແລະ​ໂດຍບໍ​ລິ​ສັດ Motorola ທີ່​ເປັນ​​ເຄືອ​ຂ່າຍຂອງ Google ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Mike O’Sullivan ລາຍ​ງານ​ວ່າ ຈະ​ມີ​ການ​​ເປີດ​ໂຕ ຄອມ​ພິວ​ເຕີ​​ແບບ​ເປັນ​ແຜ່ນ​ແປໆ ທີ່​ເອີ້ນ​ວ່າ tablet ຫລື​​ແບບ ​ໄອ​ແພດ​ຂອງ​ບໍລິສັດ​ແອບ​ເປິ້ນ ​ແລະໂທລະສັບ​ເຄື່ອນ​ທີ່ຫລື​ມື​ຖື ​ລຸ້ນ​ໃໝ່ໆ​ອອກ​ມາ​ອີກ ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້ ​ຊຶ່ງ​ຈະ​ເປັນ​ການ​​ເພີ່ມ​ທາງ​ເລືອກ​ຕື່ມ​ອີກ​​ໃຫ້​ແກ່ພວກ​ອຸບ ປະ​ໂພກ​ຫລື​ຜູ້​ຊົມ​ໃຊ້​ທັງຫລາຍ. ທອງ​ປານມີລາຍ​ລະອຽດ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ບໍລິສັດ ​ໂນ​ເກ​ຍ ​ແລະ ​ໄມ​ໂຄ​ຣຊອຟ ​ໄດ້​ເປີດ​ໂຕ​ໂທລະສັບ​ສະຫຼາດ ຫຼື smartphones ລຸ້ນ​ໃໝ່​ສອງລຸ້ນ ຄື ລຸ້ນ Lumia 820 ​ແລະ 920 ​ໃນ ການ​ປະກາດ​ຮ່ວມ​ກັນ​ ທີ່​ນີວຢ໊ອກ ​ເມື່ອ​ວັນທີ 5 ກັນຍາ​ຜ່ານ​ມາ​ນີ້. ​ໂທລະສັບມື​ຖື​ລຸ້ນໃໝ່​ດັ່ງກ່າວ​ນີ້ ອວດອ້າງ​ລະບົບສາກ​ແບ​ດ​ເຕີຣີ່​ແບບ​ໄຮ້​ສາຍ ​ລະບົບ​ກ້ອງຖ່າຍຮູບທີ່ປັບປຸງ​ໃຫ້​ດີ​ຂຶ້ນ ​ແລະຈະປະຕິບັດ​ການ​ດ້ວຍ​ລະບົບ Window 8 ລຸ້ນ​ໃໝ່​ຂອງ​ໄມ​ໂຄ​ຣຊອ​ຟ ​ຊຶ່ງທ່ານ Stephen Elop ຫົວໜ້າ​ບໍລິຫານ​ບໍລິສັດ​ໂນ​ເກ​ຍ ກ່າວ​ວ່າ ການ​ເປັນ​ພາຄີຮ່ວມ​ງານ​ກັນ​ຂອງສອງ​ບໍລິສັດ​ໃນ​ດ້ານ​ນີ້ ​ແມ່ນສໍາຄັນ​ຫຼາຍ.

ທ່ານ Stephen Elop ​ເວົ້າ​ວ່າ:“ເພື່ອ​ຈະ​ນໍາ​ເອົາ​ປະສົບ​ການ​ໃໝ່ໆທີ່ແຂ່ງ​ຂັນ​ກັບ​ບໍລິສັດ​ອື່ນໆ​ໄດ້​ ມາ​ໃຫ້​ບັນດາ​ຜູ້​ຊົມ​ໃຊ້​ນັ້ນ ​ໂນ​ເກ​ຍຈໍາ​ເປັນ​ຕ້ອງ​​ໄດ້ ເປັນ​ພາກສ່ວນ​ນຶ່ງຂອງ​ລະບົບ​ນິ​ເວດ​ວິທະຍາ.”

ລະບົບ​ນິ​ເວດ​ວິທະຍາສໍາລັບ​ເຄື່ອງ​ຄອມ​ພິວ​ເຕີ ຄື​ການ​ຜະ​ສົມຜະສານ​ເອົາ ຊອບ​ແວ ຮາດ​ແວ ​ແລະ​ເຄືອ​ຄ່າ​ຍດິຈິ​ເຕິ​ລ ມາ​ໃຊ້​ນໍາກັນ. ພວກ​ບໍລິສັດ​ຕ່າງໆ​ເຊັ່ນ Apple ​ແລະ​ບໍລິສັດ Google ທີ່​ຫາ​ກໍ​ເຂົ້າ​ມາ​ຮ່ວມ​ໃນ​ວົງ​ການ​ນີ້ ພ້ອມ​ດ້ວຍລະບົບປະຕິບັດ​ການ Android ນັ້ນ ​ຕ່າງ​ກໍ​ໄດ້​ສ້າງ​ລະບົບ​ນິ​ເວດ​ວິທະຍາຂຶ້ນ​ມາ ທີ່​ຖືກ​ນໍາ​ໃຊ້​ຢູ່​ໃນ​ໂທລະສັບ smartphone ​ແລະຄອມ​ພິວ​ເຕີ​ແບບ tablet ຫລື ​ແບບ​ໄອ​ແພດ​ນັ້ນ. Elizabeth Fife ຊຶ່ງສຶກສາ​ເລຶ່ອງອຸດສາຫະກໍາ​ຄອມ​ພິວ​ເຕີ​ເຄຶ່ອນທີ່ ທີ່​ມະຫາວິທະຍາ​ໄລ Southern California ກ່າວ​ວ່າ Microsoft ກໍກໍາລັງ​ຫວັງ​ວ່າ​ ຈະ​ໄດ້​ສ່ວນ​ແບ່ງກໍາ​ໄລ ຈາກ​ລະບົບ​ນິ​ເວດ​ວິທະຍາ​ທີ່ຕົນ​ສ້າງ​ຂຶ້ນ​ມາ ​ໃຫ້ມື​ຖື smartphone ຂອງ​ໂນ​ເກ​ຍນັ້ນເຊ່ນ​ກັນ.

Elizabeth Fife ກ່າວ​ວ່າ: ເມື່ອ​ທ່ານມີ​ລະບົບບໍລິການ ​ແລະ​ມີ​ເຄຶ່ອງ​ອຸບປະກອນ​ຂອງ​ຕົນເອງ ​ແລະ​ຄວບ​ຄຸມ​ອົງ​ປະກອບ​ໃຫຍ່​ທັງ​ສອງ​ຢ່າງ​ນັ້ນແລ້ວ ທ່ານກໍ​ຈະມີອໍານາດ​ຫລາຍ​ຂຶ້ນຄື​ບໍ່​ຕ້ອງ​ໄດ້​ໄປ​ອາ​ໄສ​ອົງ​ປະກອບ​ໃດ​ນຶ່ງ​ຂອງ​ຄົນ​ອື່ນ.”

ທາງ​ດ້ານບໍລິສັດ Motorola ທີ່​ບໍລິສັດ Google ​ໄດ້​ຊື້​ເອົາ​ເມື່ອ​ເດືອນ​ພຶດ ສະພາ​ຜ່ານ​ມາ ກໍໄດ້​ເປີດ​ໂຕ​ ໂທ​ລະ​ສັບ​ມື​ຖື​ Razr ລຸ້ນ​ໃໝ່​ສາມ​ລຸ້ນ ທີ່ມີ​ຄວາມ​ສາມາດ​ຄ້າຍໆ​ກັບ smartphone ຂອງ​ໂນ​ເກ​ຍ ຄື​ຈະໃຊ້​ລະບົບ ປະຕິບັດ​ການ​ແບບ G-4 ຫຼື ເຄືອ​ຂ່າຍ​ຄວາມ​ໄວ​ສູງ ​ລຸ້ນທີ່​ສີ່.

ເບິ່ງວີດີໂອພາສາອັງກິດ:
Nokia, Microsoft Launch New Phones
please wait

No media source currently available

0:00 0:01:53 0:00
ລິງໂດຍກົງ


Elizabeth Fife ກ່າວ​ຕື່ມວ່າ ຝ່າຍ​ບໍລິສັດ ​ໄມ​ໂຄຣຊອຟ ກໍ​ຫວັງ​ທີ່​ຈະ​ປ່ຽນຮູບ​ແບບ​ຂອງ​ລະບົບ​ປະຕິບັດ​ການ​ຂອງ​ຄອມ​ພິວ​ເຕີ​ເຄື່ອນ​ທີ່ ດ້ວຍ​ລະບົບ Window 8 ​ຂອງ​ຕົນ ຊຶ່ງ​ເປັນ​ລະບົບ​ປະຕິບັດ​ການແບບໃໝ່​ທີ່ຈະ ມີ​ທັງລຸ້ນສໍາລັບ​ ຄອມ​ພິວ​ເຕີ​ສ່ວນ​ຕົວ ມື​ຖື smartphone ​ແລະ ຄອມ​ພິວ​ເຕີແບບ​ແທບ​ແບ​ລັທ.

Elizabeth Fife ​ເວົ້າ​ວ່າ​: “ລະບົບ​ນິ​ເວດ​ວິທະຍາ​ຂອງ​ບໍລິສັດ Apple ​ແລະ Google ທີ່​ພວກ​ເຮົາ​​ໄດ້ເຫັນ​ມາ​ເມື່ອ​ສອງ​ສາມ​ປີຜ່ານມາ​ນັ້ນ ບາງທີ​ກໍ​ຈະ​ມີ​ແນວ​ໃໝ່​ໆ ຂຶ້ນມາແທນ ຊຶ່ງ​ນັ້ນມັນ​ກໍເປັນ​ສິ່ງ​ທີ່​ດີ​ໆເນາະ.”

ການ​ປະກາດ​ແນະ​ນໍາ​ຜະລິດ​ຕະພັນ​ໃໝ່ຈາກ​ບໍລິສັດ​ອື່ນໆ​ທີ່​ຈະ​ມີ​ຂຶ້ນໃນ​ໝໍ່ໆ​ນີ້ ​ແມ່ນ​ຈະ​ເຮັດ​ໃຫ້​ວົງການ​ເຄຶ່ອງຄອມ​ພິວ​ເຕີ​ເຄື່ອນທີ່​ ກວ້າງຂວາງ​ອອກ​ໄປ​ອີກ​. ອຸບປະກອນ​ໃໝ່ໆ​ທີ່​ວ່າ​ນີ້ ກໍ​ໜ້າຈະ​ປະກອບ​ດ້ວຍຄອມ​ພິວ​ເຕີ​ແທບ​ ແບ​ລັທ Kindle eReader ລຸ້ນ​ໃໝ່​ຈາກ​ບໍລິສັດ Amazon ​ໄອໂຟນຫ້າ ຈາກບໍລິສັດ Apple ​ແລະ​ໃນ​ທ້າ​ຍ​ເດືອນ​ຕຸລາຕໍ່ໜ້າ​ນີ້ ກໍ​ຈະ​ແມ່ນຄອມ​ພິວ​ເຕີແທບ​ແບ​ລັທຂອງບໍລິສັດ Microsoft ທີ່ຈະ​ປະຕິບັດ​ການດ້ວຍລະບົບ Window 8 ອັນ​ເປັນ​ລຸ້ນ​ໃໝ່​ລ່າ​ສຸດ​ຂອງ​ຕົນນັ້ນ.
XS
SM
MD
LG