ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ກຸ່ມຄັດຄ້ານ ອາວຸດນິວເຄລຍ ICAN ຊະນະ ລາງວັນ ໂນແບລ ຂະແໜງສັນຕິພາບ


ອົງການການ​ປຸກລະດົມສາກົນ​ເພື່ອ​ລົບ​ລ້າງ​ອາວຸດ​ນິວ​ເຄລຍ ຫຼື ICAN ​ໄດ້​ຊະນະລາງວັນ​​ໂນ​ແບ​ລ ຂະແໜງສັນຕິພາບ ປະຈຳ​ປີ 2017.
ອົງການການ​ປຸກລະດົມສາກົນ​ເພື່ອ​ລົບ​ລ້າງ​ອາວຸດ​ນິວ​ເຄລຍ ຫຼື ICAN ​ໄດ້​ຊະນະລາງວັນ​​ໂນ​ແບ​ລ ຂະແໜງສັນຕິພາບ ປະຈຳ​ປີ 2017.

ອົງການການ​ປຸກລະດົມສາກົນ​ເພື່ອ​ລົບ​ລ້າງ​ອາວຸດ​ນິວ​ເຄລຍ ຫຼື ICAN ​ໄດ້​ຊະນະລາງ
ວັນໂນ​ແບ​ລ ຂະແໜງສັນຕິພາບປະຈຳ​ປີ 2017 ​ໃນ​ວັນ​ສຸກ​ມື້​ນີ້.

ທ່ານ Breit Reiss-Anderson ຫົວໜ້າຄະນະ​ກຳມະການລາງວັນ​ໂນ​ແບ​ລ ຂອງນໍເວ ປະກາດກ່ຽວກັບ​ລາງວັນນີ້​ວ່າ “ພວກ​ເຮົາ​ຢູ່​ໃນໂລກ​ບ່ອນ​ທີ່​ມີ​ຄວາມ​ສ່ຽງຕໍ່ການນຳໃຊ້​
ອາວຸດ​ນິວເຄລຍ ແມ່ນເພິ້ມ​ຂຶ້ນ​ກວ່າ​ທີ່ເຄີຍ​ມີ​ມາ​ເປັນ​ເວລາ​ດົນ​ນານ.”

ຂ່າວ​ກ່ຽວກັບການຊະນະລາງວັນໂນແບລຂະແໜງ​ສັນຕິພາບ​ດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່ປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ​ໄດ້​ຂົ່ມຂູ່​ອີຣ່ານ ​ແລະ​ເກົາຫລີ​ເໜືອ ກ່ຽວ​ກັບ​ຄວາ​ມສາ
ມາດນິວ​ເຄລຍຂອງ​ເຂົາ​ເຈົ້າ. ຜູ້ນຳ​ສະຫະລັດມີທ່າທາງວ່າຈະ​ຖອນການຮັບຮອງຕໍ່​ຂໍ້​
ຕົກລົງ​ນິວ​ເຄລຍກັບອີ​ຣ່ານ ຊຶ່ງ​ເປັນ​ຂໍ້​ຕົກລົງ​ທີ່​ທ່ານ​ຮ້ອງ​ວ່າ​ “ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ​ທີ່​ບໍ່​ເຄີຍ
ມີ​ມາ​ກ່ອນ ໃນການເຈລະຈາກັນ.” ທ່ານ​ທຣໍາ ຫວ່າງ​ມໍ່ໆ​ມານີ້​ ໄດ້​ສະ​ເໜີ​ຢູ່ກອງ​ປະຊຸມ​
ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ວ່າ ທ່ານ​ອາດ​ຈະຖືກ​ບັງຄັບ ​ໃຫ້ “ທຳລາຍ​” ເກົາຫລີ
ເໜືອ “ທັງ​ໝົດ” ຍ້ອນໂຄງ ການ​ນິວ​ເຄລຍ​ຂອງປະເທດດັ່ງກ່າວ.

ອົງການ ICAN ກ່າວຢູ່​ໃນ Facebook ວ່າ “ນີ້ແມ່ນ​ເວລາ​ເຄັ່ງ​ຕຶງ​ໃຫຍ່​ທີ່​ສຸດ​ຂອງ​ໂລກ
​ເວລາ​ສຳນວນໂວຫານ​ທີ່​ຮ້ອນ​ແຮງ ​ອາດ​ນຳພາ​ພວກ​ເຮົາຢ່າງ​ງ່າຍໆ​ໄປສູ່​ຄວາມ​ໂຫດ
ຮ້າຍແບບໄຮ້ຄວາມປານີແລະພັນລະນາ​ບໍ່​ໄດ້. ບັນຫາ​ຂັດ​ແຍ້​ງ ໂດຍອາວຸດນິວ​ເຄລຍ
ທີ່ໜ້າຢ້ານກົວປົກ​ຄຸມ​ຢ່າງ​ໃຫຍ່​ອີກ​ເທື່ອ​ນຶ່ງ. ຖ້າ​ຫາກ​ວ່າ​ໄດ້​ມີ​ໂອກາດໃຫ້​ແກ່​ບັນດາ​
ປະ​ເທດ​ທັງຫລາຍ​ປະກາດເຖິງການຄັດຄ້ານ​ຢ່າງຈະແຈ້ງ ຂອງ​ເຂົາ​ເຈົ້າຕໍ່​ອາວຸດ​ນິວ
​ເຄລຍແລ້ວ ເວລາ​ນັ້ນ​ ແມ່ນ​ດຽວ​ນີ້.”

ຄະນະ​ກຳມະການ​ມອບລາງວັນໂນ​ແບ​ລກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ອົງການ ICAN
​ໄດ້​ຊະນະ​ລາງວັນໂນແບລ ຂະແໜງ​ສັນຕິພາບ “ຍ້ອນວຽກ​ງານ​ເພື່ອ​ດຶງດູດ​ຄວາມ​ສົນ​ໃຈ ​ກ່ຽວກັບ​ຄວາມ​ຫາຍຍະນະ ​ແກ່​ມວນມະນຸດຊາດ​ທີ່​ຈະ​ຕິດ​ຕາມ​ມາຈາກ​ການໃຊ້ອາວຸດ​
ນິວ​ເຄລຍ​ໃດໆ ​ແລະຄວາມພະຍາຍາມລິເລີ້ມ​ເພື່ອ​ ເພື່ອໃຫ້​ບັນລຸ​ສົນທິສັນຍາເກືອດ​
ຫ້າມ​ການໃຊ້​ອາວຸດ​ດັ່ງກ່າວ.”

ICAN ​ເປັນ​ກຸ່ມແນວ​ໂຮມ​ບັນດາ​ອົງການຈັດຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ຢູ່ໃນ​ຮ້ອຍ​
ປະ​ເທດ​ ທີ່ຊຸກຍູ້ໃຫ້ມີການຍຶດໝັ້ນ ​ແລະຈັດຕັ້ງປະຕິບັດ ສົນທິສັນຍາ​ເກືອດຫ້າມອາ
ວຸດ​ນິວ​ເຄລຍຂອງສະຫະປະຊາຊາດ. ຂໍ້​ຕົກລົງຂອງໂລກສະບັບດັ່ງກ່າວ ​ໄດ້​ຖືກຮັບ
ຮອງ​ເອົາໃນ​ວັນ​ທີ 7 ​ເດືອນກໍລະກົດ ປີ 2017 ທີ່​ນະຄອນ New York. ຂໍ້​ຕົກ​ລົງ​ນີ້
ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ໄດ້​ຮວມທັງບັນດາ​ປະ​ເທດທີ່​ມີ​ອາ ວຸດ​ນິວ​ເຄລຍແລ້ວ ​ເຊັນ​ວ່າ
ສະຫະລັດ ຣັດ​ເຊຍ ຈີນ ​ອັງກິດ ​ແລະ​ຝຣັ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Nobel Peace Prize
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG