ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບໍ່ມີສັນຍານໃດໆ ທີ່ບົ່ງບອກວ່າ ມີການໂຈມຕີທາງອິນເຕີແນັດ ຕໍ່ລະບົບການເລືອກຕັ້ງ ຂອງສະຫະລັດ


ຜູ້ປ່ອນບັດຄົນນຶ່ງກໍາລັງອອກຈາກບ່ອນປ່ອນບັດເລືອກຕັ້ງໄປ ຫລັງຈາກນາງໄດ້ປ່ອນບັດເລືອກຕັ້ງຂັ້ນຕົ້ນຂອງລັດເພັນໂຊວາເນຍແລ້ວ
ຜູ້ປ່ອນບັດຄົນນຶ່ງກໍາລັງອອກຈາກບ່ອນປ່ອນບັດເລືອກຕັ້ງໄປ ຫລັງຈາກນາງໄດ້ປ່ອນບັດເລືອກຕັ້ງຂັ້ນຕົ້ນຂອງລັດເພັນໂຊວາເນຍແລ້ວ

ຫົວໜ້າເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ເຈົ້າໜ້າທີ່ທະຫານແລະເຈົ້າໜ້າທີ່ສືບລັບສະຫະລັດ ກຳລັງສະແດງຄວາມເຊື່ອໝັ້ນ ໃນຄວາມສາມາດຂອງຕົນໃນການຮັກສາຄວາມປອດໄພສຳລັບການເລືອກຕັ້ງປະທານາທິບໍດີທີ່ຈະມາເຖິງນີ້, ເຖິງແມ່ນວ່າ ຈະມີຫຼັກຖານທີ່ສະແດງໃຫ້ເຫັນວ່າ ຫຼາຍໆປະເທດຍັງມີເຈດຈຳນົງທີ່ຈະແຊກແຊງ ໃນການລົງຄະແນນສຽງດັ່ງກ່າວ.

ບັນດາເຈົ້າໜ້າທີ່ໄດ້ຕ້ານຢັນຕໍ່ການໂຈມຕີໃນການເລືອກຕັ້ງມາເປັນເວລາເກືອບ 4 ປີແລ້ວ, ນັບຕັ້ງແຕ່ປະຊາຄົມສືບລັບສະຫະລັດ ໄດ້ສະຫຼຸບວ່າ ຣັດເຊຍໄດ້ສະແຫວງຫາທາງແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2016. ແຕ່ວ່າຍັງເວລາບໍ່ຮອດ 50 ວັນທີ່ຜູ້ມີສິດເລືອກຕັ້ງຈະໄປຫາສະຖານທີ່ເລືອກຕັ້ງ ໃນວັນທີ 3 ພະຈິກ, ພວກເຂົາເຈົ້າກ່າວວ່າ ບໍ່ມີສັນຍານໃດໆ ທີ່ບົ່ງບອກໃຫ້ຮູ້ວ່າ ຣັດເຊຍ ຫລືຜູ້ອື່ນໆ ກຳລັງພະຍາຍາມ ທີ່ຈະລັກເຈາະຂໍ້ມູນລະບົບການເລືອກຕັ້ງທີ່ສຳຄັນນີ້.

ທ່ານ ຄຣິສຕົບເຟີ ເວຣ (Christopher Wray) ຜູ້ອຳນວຍການອົງການສັນຕິບານກາງ ຫລື FBI ກ່າວໃນວັນພຸດວານນີ້ ທີ່ກອງປະຊຸມສຸດຍອດທາງອອນລາຍທີ່ຈັດຂື້ນໂດຍອົງການຮັກສາຄວາມປອດໄພທາງອິນເຕີແນັດ ແລະຄວາມປອດໄພດ້ານພື້ນຖານໂຄງລ່າງຂອງສະຫະລັດອາເມຣິກາວ່າ “ມາຮອດມື້ນີ້ພວກເຮົາຍັງບໍ່ທັນເຫັນມີການໂຈມຕີທາງອິນເຕີແນັດຕໍ່ສາງຂໍ້ມູນຂອງຜູ້ເລືອກຕັ້ງ ຫລື ຕໍ່ລະບົບໃດເທື່ອ ທີ່ກ່ຽວຂ້ອງກັບການປ່ອນບັດເລືອກຕັ້ງຂັ້ນຕົ້ນໃນປີນີ້.”

ແລະເຖິງແມ່ນວ່າຈະໄດ້ກ່າວເຖິງຄວາມພະຍາຍາມຂອງອົງການ FBI ໃນການປົກປ້ອງລະບົບ ທີ່ສຳຄັນທີ່ສຸດ ຂອງສະຫະລັດວ່າ “ເປັນການສູ້ຮົບທີ່ບໍ່ມີວັນສິ້ນສຸດ,” ກໍຕາມແຕ່ທ່ານເວຣ (Wray) ກໍເວົ້າວ່າ ປະກົດວ່າມີຄວາມລະມັດ ລະວັງຕັ້ງແຕ່ການເລືອກຕັ້ງໃນປີ 2016 ສິ້ນສຸດລົງ.

ທ່ານກ່າວວ່າ "ຕາມທີ່ພວກເຮົາຮູ້, ບໍ່ມີລັດຖະບານຕ່າງປະເທດໃດໆ ທີ່ພະຍາ ຍາມຈະສະກັດກັ້ນການນັບຄະແນນສຽງຂອງສະຫະລັດ."

ໃນການກ່າວຄຳປາໄສຢູ່ໃນກອງປະຊຸມທາງອອນລາຍອັນອື່ນອີກຕ່າງຫາກໃນວັນພຸດວານນີ້, ຜູ້ບັນຊາການກອງບັນຊາການທາງອິນເຕີແນັດ ຫລື Cyber ຂອງສະຫະລັດຍັງໄດ້ຫາທາງເຮັດໃຫ້ຜູ້ມີສິດເລືອກຕັ້ງສະບາຍໃຈໄດ້ ກ່ອນຈະຮອດວັນເລືອກຕັ້ງ.

ນາຍພົນພອລ ນາຄະສັນ (Paul Nakasone), ຜູ້ອໍານວຍການໃຫຍ່ຂອງອົງ ການຮັກສາຄວາມປອດໄພແຫ່ງຊາດກ່າວວ່າ "ຂ້າພະເຈົ້າເຊື່ອຫມັ້ນວ່າ ພວກເຮົາຈະມີຄວາມສໍາເລັດຢ່າງຫລວງຫລາຍ ແລະສືບຕໍ່ປະສົບຜົນສໍາເລັດ ໂດຍອີງໃສ່ວຽກງານ ທີ່ໄດ້ເຮັດຮ່ວມກັນຢ່າງແທ້ຈິງ ລະຫວ່າງອົງການລັດຖະບານຕ່າງໆ ແລະຄູ່ຮ່ວມງານຂອງພວກເຮົາ".

ການປະເມີນຜົນເຫຼົ່ານີ້ແມ່ນສອດຄ່ອງກັບສິ່ງອື່ນໆທີ່ສະເໜີໂດຍເຈົ້າໜ້າທີ່ລະ ດັບສູງຂອງສະຫະລັດ ໃນຫລາຍອາທິດທີ່ຜ່ານມານີ້ ກ່ຽວກັບໄພຂົ່ມຂູ່ຕໍ່ການເລືອກຕັ້ງປະທານາທິບໍດີວ່າ ໃນຂະນະທີ່ຄູ່ປໍລະປັກຂອງສະຫະລັດ ເຊັ່ນຈີນ, ຣັດເຊຍ ແລະອີຣ່ານ ກຳລັງຊອກຫາທາງແຊກແຊງເຂົ້າໃນການເລືອກຕັ້ງ, ແຕ່ຄວາມພະຍາຍາມເຫຼົ່ານັ້ນ ຍັງບໍ່ທັນເຈາະເຂົ້າໄປໃນລະບົບທີ່ປະເທດຈະກາງຕໍ່ອາໄສ ໃນການດຳເນີນການປ່ອນບັດນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG