ການປະທ້ວງຕໍ່ຕ້ານລັດຖະບານຮັກສາການຂອງໄທ ບໍ່ໄດ້
ສະແດງຮ່ອງ ຮອຍວ່າຈະລຸດຜ່ອນລົງແຕ່ຢ່າງໃດ ຫລັງຈາກ
ທີ່ສານແພ່ງຂອງໄທ ໄດ້ອອກຄໍາຕັດສິນ ຫ້າມພວກເຈົ້າໜ້າ
ທີ່ ບໍ່ໃຫ້ໃຊ້ກໍາລັງສະຫລາຍພວກປະທ້ວງ ຊຶ່ງຄໍາຕັດສິນດັ່ງ
ກ່າວ ແລະເຫດການອື່ນໆອີກ ໄດ່ເພີ້ມທະວີຄວາມກົດດັນຕໍ່
ລັດຖະບານຮັກສາການທີ່ກໍາລັງປະ ສົບກັບບັນຫາໜັກຂອງ
ປະເທດ ທ່າມກາງຄວາມຮຸນແຮງ ທີ່ໄດ້ຍັງຜົນໃຫ້ມີຜູ້ເສຍຊີ
ວິດໄປແລ້ວຢ່າງໜ້ອຍ ຫ້າຄົນແລະບາດເຈັບອີກຫຼາຍສິບຄົນ
ເມື່ອວັນອັງຄານອາທິດຜ່ານມານີ້. ຜູ້ສື່ຂ່າວວີໂອເອ Steve
Herman ລາຍງານຈາກບາງກອກ ຊຶ່ງທອງປານ ຈະນໍາມາ
ສະເໜີທ່ານ.
ນຶ່ງໃນບັນຫາທີ່ສ້າງຄວາມປວດຫົວອັນຫລ້າສຸດໃຫ້ແກ່ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະວັດ ເມື່ອອາທິດແລ້ວນີ້ ກໍຄືຂະບວນລົດແທຣກເຕີ້ແລະລົດອີ່ແຕນ ທີ່ຂັບໂດຍພວກຊາວນາ
ທີ່ເຄີຍເປັນຜູ້ສະໜັບສະໜຸນຄົນສໍາຄັນຂອງທ່ານນາງ ພາກັນຫຼັ່ງໄຫລເຂົ້າໄປໃນເມືອງ
ຫຼວງບາງກອກ.
ພວກຊາວນາມີຄວາມໂມໂຫຢ່າງໃຫຍ່ ຍ້ອນວ່າພວກເຂົາເຈົ້າຍັງບໍ່ໄດ້ເງິນ ຄ່າເຂົ້າ ທີ່ຂາຍໃຫ້ລັດຖະບານ ພາຍໃຕ້ໂຄງການຮັບຈໍານໍາເຂົ້າເພື່ອສົ່ງເສີມຜົນລະປູກ ທີ່ມີການດໍາເນີນການຢ່າງຜິດພາດນັ້ນ.
ໃນລະຫວ່າງດຽວກັນນີ້ ພວກທີ່ຄັດຄ້ານທ່ານນາງຢິ່ງລັກມາແຕ່ຕົ້ນ ກໍໄດ້ ເລີ່ມແນເປົ້າໝາຍ ໃສ່ພວກທຸລະກິດຕ່າງໆທີ່ເຊື່ອມໂຍງກັບຄອບຄົວຂອງທ່ານນາງ.
ແນວໂຮມພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ຖືກແນະນໍາໃຫ້ລວມຫົວກັນຕໍ່ຕ້ານຜະລິດຕະພັນທັງໝົດ ຂອງຕະກູນຊິນນະວັດ.
ມະຫາເສດຖີ ທັກສິນ ຊິນນະວັດ ອ້າຍຂອງທ່ານນາງຍິ່ງລັກ ຖືກໂຄ່ນລົ້ມ ອອກຈາກຕໍາແໜ່ງນາຍົກລັດຖະມົນຕີ ໃນປີ 2006 ໂດຍການກໍລັດຖະ ປະຫານຂອງທະຫານ ແລະຖືກຕັດສິນຈໍາຄຸກ ໃນຂໍ້ຫາສໍ້ລາດບັງຫຼວງ ຖ້າເວລາໃດ ທ່ານກັບຕ່າວຄືນປະເທດໄທ ຈາກການລີ້ໄພໃນຕ່າງປະເທດນັ້ນ.
ການປະທ້ວງຢ່າງຕໍ່ເນື່ອງມາເປັນເວລາຫຼາຍເດືອນຕາມຖະໜົນຫົນທາງ ຊຶ່ງບາງເທື່ອກໍມີຜູ້ເສຍຊີວິດນັ້ນ ກໍາລັງສ້າງຄວາມເສຍຫາຍໃຫ້ແກ່ການເສດຖະກິດຂອງປະເທດ ຢ່າງໜັກ.
ການເຕີບໂຕທາງເສດຖະກິດ ຕົກຕໍ່າລົງຢ່າງໃຫຍ່ ໃນໄຕມາດທີ່ສີ່ຂອງປີຜ່ານມາ ແລະ
ການທໍານາຍກັນໃນເວລານີ້ ກໍແມ່ນວ່າ ຄວາມວຸ້ນວາຍທາງການເມືອງ ຈະສົ່ງຜົນໃຫ້
ການເຕີບໂຕເສດຖະກິດ ຊັກຊ້າລົງໄປເລື້ອຍໆໃນປີນີ້.
Fitch ຊຶ່ງອົງການຈັດລະດັບຄວາມໜ້າເຊື່ອຖື ເຕືອນວ່າ ຄວາມສ່ຽງໃນລະບົບການເງິນຂອງໄທ ກໍາລັງເພີ່ມພູນຂື້ນໄປນັບມື້ ໃນຂະນະທີ່ລັດຖະ ບານດິ້ນຮົນ ເພື່ອຫາເງິນຄ່າຈໍານໍາເຂົ້າ ມາຈ່າຍໃຫ້ພວກຊາວນາ.
ພວກນັກທ່ອງທ່ຽວ ໂດຍສະເພາະ ຈາກຈີນແລະຍີ່ປຸ່ນ ໄດ້ພາກັນລົບລ້າງແຜນການເດີນ
ທາງເຂົ້າໄປທ່ຽວໄທ ໄປຕາມໆກັນ.
ເຈົ້າຂອງຮ້ານຂາຍເກີບຮ້ານນຶ່ງ ທີ່ບອກຊື່ນ້ອຍລາວວ່າ ພັນ ເວົ້າວ່າ ລູກຄ້າສ່ວນໃຫຍ່ຂອງລາວ ມາຈາກສິງຄະໂປ ແລະນັບຕັ້ງແຕ່ມີການປະທ້ວງ ເປັນຕົ້ນມາ ນາງຂາຍເກີບໄດ້ພຽງແຕ່ 300 ໂດລ່າຕໍ່ມື້ ຊຶ່ງແມ່ນເຄິ່ງນຶ່ງ ຂອງຈໍານວນທີ່ນາງເຄີຍຂາຍໄດ້.
ນາງ ພັນ ເວົ້າວ່າ: “ປົກກະຕິແລ້ວ ຈະມີລູກຄ້າຊາວຕ່າງຊາດຈໍານວນຫລວງຫຼາຍໆໃນເຂດນີ້ ແຕ່ຍ້ອນເກີດສະຖານະການແບບນີ້ ພວກເຮົາໄດ້ເຫັນຈໍານວນລູກຄ້າ
ຕົກຕໍ່າລົງໄປ 30 ຫາ 40 ເປີເຊັນ.”
ຢູ່ຮ້ານອາຫານທະເລໃກ້ໆກັນ ຊຶ່ງສ່ວນໃຫຍ່ອາໄສລູກຄ້າທີ່ເປັນນັກທ່ອງທ່ຽວຊາວຈີນເປັນສ່ວນໃຫຍ່ນັ້ນ ກໍມີຄວາມຈົ່ມທຸກທໍານອງດຽວກັນ.
ຜູ້ຈັດການຮ້ານອາຫານທະເລຊາວມຽນມາ ທີ່ບອກຊື່ລາວວ່າ Mr. G ເວົ້າ ວ່າ ລາຍໄດ້ຕົກຕໍ່າລົງຈາກ 1,700 ໂດລ່າຕໍ່ມື້ ມາຢູ່ພຽງ 450 ໂດລ່າຕໍ່ມື້
Mr. G ເວົ້າ ວ່າ “ພວກເຮົາບໍ່ຄ່ອຍມີລູກຄ້າຫຼາຍອີກແລ້ວ ຍ້ອນວ່າພວກເຂົາເຈົ້າ
ຢ້ານກົວ ສະຖານະການທີ່ເປັນໄປໃນປັດຈຸບັນນີ້ ທັງໆ ທີ່ພວກເຮົາກໍບອກພວກເຂົາເຈົ້າວ່າ ມັນປອດໄພດີຢູ່ໜີ້ ກໍຕາມ.”
ເຖິງແມ່ນວ່າບັດນີ້ ສານແພ່ງແຫ່ງນຶ່ງຂອງໄທ ໄດ້ຕັດສິນ ຫ້າມລັດຖະບານໃຊ້ກໍາລັງເພື່ອ
ສະຫລາຍການປະທ້ວງກໍຕາມ ແຕ່ພວກປະທ້ວງຫຼາຍໆຄົນກໍຍັງບໍ່ແນ່ໃຈວ່າ ພວກຕົນ
ຈະບໍ່ຖືກຮາວີອີກ.
ແມ່ບ້ານ ຊົນລະດາ ວີຣີຍະພອນສະຫວັນ ເວົ້າວ່າ “ຂ້ອຍບໍ່ເຊື່ອວ່າ ເຂົາເຈົ້າຈະປະຕິບັດຕາມຄໍາສັ່ງສານ ບໍ່ໃຫ້ໃຊ້ກໍາລັງຂັບໄລ່ພວກເຮົາດອກ. ແນ່ນອນວ່າ
ພວກເຂົາເຈົ້າຈະຊອກຫາວີທີອື່ນເພື່ອສ້າງຄວາມລໍາບາກແກ່ພວກເຮົາອີກ.”
ຂະນະນີ້ ມີຄວາມເປັນຫ່ວງເພີ່ມຂຶ້ນໄປນັບມື້ ຢູ່ໃນກຸ່ມນັກສັງເກດການຕ່າງປະເທດ ວ່າ ການປະເຊີນໜ້າກັນທາງການເມືອງທີ່ຍືດເຍື້ອແກ່ຍາວອອກໄປ ອາດສາມາດເຮັດໃຫ້ສະຖານະການ ຮ້າຍແຮງຂຶ້ນຂັ້ນຄວບຄຸມບໍ່ໄດ້.
ອົງການສິ້ງຊອມສິດທິມະນຸດ Human Rights Watch ກ່າວຫາທັງພວກ ຕໍາຫຼວດແລະພວກປະທ້ວງ ວ່າກໍ່ພຶດຕິກໍາຜິດກົດໝາຍທີ່ຍັງຜົນໃຫ້ມີຜູ້ເສຍ ຊີວິດ ແລະບາດເຈັບໄປຫຼາຍຄົນ. ອົງການສິ້ງຊອມສິດທິມະນຸດເຕືອນວ່າ ການໄດ້ຮັບການຍົກເວັ້ນໂທດ ຈາກການກໍ່ຄວາມຮຸນແຮງ ແລະການລະເມີດສິດທິມະນຸດນັ້ນ ແມ່ນເປັນຫລັກສູດສໍາລັບສະພາວະໄຮ້ກົດໝາຍ ແລະ ການກໍ່ຄວາມຮຸນແຮງແກ້ແຄ້ນກັນໄປກັນມາ ແບບບໍ່ສິ້ນສຸດຈັກເທື່ອນັ້ນເອງ.
ວີດີໂອ: ວິກິດການການເມືອງໃນໄທ ສ້າງຄວາມແຕກແຍກ ໃຫ້ແກ່ຄອບຄົວ:
Protests against Thailand's caretaker government show no sign of waning now that judges have ruled authorities cannot use force to disperse them. This and other events are putting more pressure on the country's embattled caretaker government amid violence that left at least five people dead and dozens injured on Tuesday.
The latest headache for Thai Prime Minister Yingluck Shinawatra - a convoy of tractors, driven by farmers who have been her core supporters - rolling towards the capital.
The farmers are angry they have not been paid for rice they sold to the government in a bungled crop-support scheme.
Meanwhile, Yingluck's primary nemesis has begun targeting businesses linked to her family.
The coalition of anti-government demonstrators are being instructed to boycott all products of the Shinawatra family empire.
Yingluck's elder billionaire brother, Thaksin Shinawatra, was ousted as prime minister in a 2006 military coup and faces prison for a corruption conviction should he return home from self-imposed exile.
The months of sometimes deadly street protests are taking their toll on the country's economy.
Economic growth sharply dipped in the fourth quarter of last year and projections are that the political turmoil means a continuing slowdown for this year.
One ratings agency, Fitch, warns risks to Thailand's financial system are rising as the government scrambles to pay those irate rice farmers.
Tourists, especially those from China and Japan, have been canceling trips.
The owner of a shoe store (who identified herself only by her nickname “Pan”) said most of her customers come from Singapore and since the trouble began, she's only making about $300 worth of sales per day - half of what it used to be.
“We usually have a lot of foreign customers in this area, but with this situation we are seeing 30 to 40 percent fewer tourists,” she said.
At a nearby seafood restaurant, which relies on Chinese tourists, a similar complaint.
The Burmese manager (identifying himself only as “Mr. Gi”) said income has fallen from $1,700 per day to around $450 daily.
“We're not getting a lot of customers. They are a bit afraid of the situation around here even though we've told them it is safe,” he said.
Although a civil court has now ruled authorities cannot use force to disperse demonstrators, many protestors are skeptical they will be unmolested.
“I don't believe they will obey the court ruling not to use force to disperse us. They will definitely find another method to make trouble for us again,” said homemaker Chollada Wireapornsawan.
There is growing concern among international observers that a prolonged standoff could cause the situation to escalate out of control.
Human Rights Watch accuses both the police and protestors of unlawful actions resulting in deaths and injuries. It warns that "impunity for violence and rights abuses is a recipe for lawlessness and extended tit-for-tat violence.”