ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທ​ຣຳ ຮຽກ​ຮ້ອງ ໃຫ້​ສ້າງກຳ​ແພງ ​ຢູ່​ຊາຍ​ແດນ ໃນ​ການ​ກ່າວ​ຄຳ​ປາ​ໄສ​ ​ຕໍ່​ປະ​ເທດ​ຊາດ


Trump Demands Border Wall in Speech
please wait

No media source currently available

0:00 0:02:16 0:00

ໃນ​ຕອນ​ແລງ​ວັນ​ອັງ​ຄານ​, ​ທີ 08 ມັງກອນ, 2019 ນີ້ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ ​ກ່າວ​ຄຳ​ປາ​ໄສ​​ກ່ຽວ​ກັບ​ຄວາມ​ຈຳ​ເປັນຕ້ອງ​ໄດ້​ສ້າງກຳ​ແພງ ​ຢູ່​ຊາຍ​ແດນ​

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່​ຫ້ອງ​ການຂອງ​ທ່ານທີ່​ທຳ​ນຽບ​ຂາວ ​ໃນ​ຕອນ​ແລງ​ວັນ​ອັງ​ຄານ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳຂອງ​ສະ​ຫະ​ລັດ​ໃຫ້​ເຫດ​ຜົນກ່ຽວ​ກັບ​ຄວາມ​ຈຳ​ເປັນຕ້ອງ​ໄດ້​ສ້າງກຳ​ແພງ ​ຢູ່​ຊາຍ​ແດນ​ຂອງ​ສະ​ຫະ​ລັດກັບ​ເມັກ​ຊິ​ໂກແລະ​ໄດ້ກ່າວ​ເຖິງ​ຄ​ວາມບໍ່​ພໍ​ໃຈ ​ຕໍ່​ການ​ປິດ​ລັດ​ຖະ​ບາ​ນ​ລົງ​ເປັນ​ບາງ​ສ່ວນ ທີ່​ເກີດຈາກ​ການ​ຕໍ່​ສູ້​ຂອງ​ທ່ານ​ ກັບ​ພວກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເພື່ອ​ໃຫ້​ໄດ້​ເງິນ​ໄປ​ສ້າງ​ກຳ​ແພງຂອງ​ທ່ານ. ພວກ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຕອບ​ຄືນ​ໂດຍ​ການ​ຮຽກ​ຮ້ອງ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ ຍຸ​ຕິ​ການ​ເອົາ​ປະ​ຊາ​ຊົນອາ​ເມ​ຣິ​ກັນ​ເປັນ​ຕົວ​ປະ​ກັນ ແລະ​ເປີດ​ລັດ​ຖະ​ບານ​ຄືນ​ອີກ. ນັກ​ຂ່າວວີ​ໂອ​ເອ ແພັດ​ຊີ ວີ​ດາ​ກູ​ສວາ​ຣາ (Patsy Widakuswara) ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ການ​ຕໍ່​ສູ້ທີ່​ເປັນສາເຫດຫລັກ ​ພາ​ໃຫ້​ມີການ​ປິດ​ລັດ​ຖະ​ບາ​ນ​ລົງ​ເປັນ​ບາງ​ສ່ວນນັ້ນ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ໄດ້ໃຫ້​ເຫດ​ຜົນ ກ່ຽວ​ກັບ​ຄວາມ​ຈຳ​ເປັນຕ້ອງ​ໄດ້ເພີ້ມ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນ ເພື່ອ​ໃຫ້ມີ​ການ​ລວມ​ເອົາ​ເງິນ​ໄປ​ສ້າງ​ກຳ​ແພງຢູ່​ຕາມ​ຊາຍ​ແດນ​ຂອງ​ສະ​ຫະ​ລັດໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້ ໃນ​ງົບ​ປະ​ມານ ຊຶ່ງທ່ານ​ກ່າວ​ດັ່ງ​ນີ້:
"ໃນ​ສອງ​ປີ​ຜ່ານ​ມານີ້ເຈົ້າ​ໜ້າ​ທີ່ປະ​ຕິ​ບັດ​ງານ​ດ້ານ​ຄົນ​ເຂົ້າ​ເມືອງ​ແລະ​ພາ​ສີ ຫລື ICE ໄດ້​ຈັບ​ກຸມຄົນ​ຕ່າງ​ປະ​ເທດ​ 266,000 ຄົນ ທີ່​ມີ​ປະ​ຫວັດ​ໃນ​ການ​ກໍ່​ອາດ​ຊະ​ຍາ​ກຳ ຊຶ່ງ​ລວມ​ມີ​ພວກ​ທີ່​ຖືກ​ກ່າ​ວ​ຫາ ຫລື​ຖືກ​ຕັດ​ສິນ​ວ່າ ໄດ້​ທຳຮ້າຍ​ຮ່າງ​ກາຍ 100,000 ຄົນ, ກໍ່​ອາດ​ຊະ​ຍາ​ກຳ​ດ້ານ​ເພດສຳ​ພັນ 30,000 ຄົນ ແລະ​ເຂັ່ນ​ຂ້າ​ຄົນຢ່າງ​ຮຸນ​ແຮງ 4,000 ຄົນ."

ໃນ​ການ​ວາດ​ໃຫ້​ເກີດ​ພາບທີ່​ເຫັນວ່າ "​ມີ​ວິ​ກິດການ​ດ້ານ​ມະ​ນຸດ​ສະ​ທຳ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ" ຢູ່ເຂດ​ຊາຍ​ແດນນັ້ນ ທ່ານ​ທ​ຣຳ​ໄດ້​ກ່າວ​ຫາ​ພວກ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດວ່າ ບໍ່​ຍອມ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ. ທ່ານ​ເວົ້າ​ວ່າ
"ລັດ​ຖະ​ບາ​ນກາງ​ຍັງ​ສືບ​ຕໍ່​ປິດ​ລົງ ກໍຍ້ອນ​ເຫດ​ຜົນ​ອັນ​ດຽວ ແລະ​ເຫດ​ຜົນ​ດຽວ​ເທົ່າ​ນັ້ນ ...ຍ້ອນ​ວ່າ ພວກ​ເດ​ໂມ​ແຄ​ຣັດຈະ​ບໍ່​ເອົາ​ງົບ​ປະ​ມານໃຫ້​ຈ່າຍ ​ເຂົ້າ​ໃນ​ການ​ປ້ອງ​ກັນຄວາມ​ປອດ​ໄພ​ຢູ່​ຊາຍ​ແດນ."

ເບິ່ງວີ​ດິ​ໂອ​ການກ່າວ​ຄຳ​ປາ​ໄສ​ຢູ່​ຫ້ອງ​ການຂອງ​ທ່ານທ​ຣຳ ທີ່​ທຳ​ນຽບ​ຂາວ

President Trump Addresses Nation About Southern Border
please wait

No media source currently available

0:00 0:09:33 0:00

ໃນ​ການ​ຕອບ​ໂຕ້​ຄືນ​ ​ໃນທັນ​ທີ​ທັນ​ໃດ ​ຫລັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຄຳ​ປາ​ໄສ​ສຸດລົງແລ້ວ ພວກ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ​ກໍໄດ້​ສູ້ຢັນ​ຄືນ.

ທ່ານ​ຈ​ຊັກ ຊຸມ​ເມີ, ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະ​ພາ​ສູງກ່າວ​ວ່າ
"ພວກ​ເຮົາ​ບໍ່​ປົກ​ຄອງ​ປະ​ເທດ​ໂດຍ​ການ​ໃຊ້ອາ​ລົມ​ໂມ​ໂຫ. ບໍ່​ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃດ​ ຈະ​ຕົບ​ໂຕະ ແລະ​ຮຽກ​ຮ້ອງ​ໃຫ້ເຮັດ​ຕາມ​ໃຈ​ຕົນ​ເອງໃຫ້​ໄດ້ ຖ້າບໍ່​ດັ່ງ​ນັ້ນ​ແລ້ວ ກໍ​ຕ້ອງປິດ​ລັດ​ຖະ​ບານ​ລົງ ຊຶ່ງ​ເຮັດ​ໃຫ້​ກະ​ທົບ​ກະ​ເທືອນ ​ຕໍ່​ຄົນ​ອາ​ເມ​ຣິ​ກັນ​ຫລາຍ​ລ້ານ​ຄົນ ທີ່ຖືກ​ເອົາ​ມາ​ເປັນ​ໄມ້​ງັດ​ໃນ​ການ​ຕໍ່​ລອງ."

ພວກ​ສະ​ມາ​ຊິກພັກ​ເດ​ໂມ​ແຄ​ຣັດໃນ​ສະ​ພາ​ຕ່ຳໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ ເພື່ອ ເປີດ​ລັດ​ຖະ​ບານ​ຄືນ​ອີກ ແຕ່​ວ່າ​ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ປະ​ຕິ​ເສດບໍ່​ຮັບຮອງ​ເອົາ.ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ, ປະທານ​ສະ​ພາ​ຕ່ຳ​ກ່າວ​ວ່າ
"… ໂດຍ​ມີຄວາມ​ຄິດ​ຝັງ​ແໜ້ນ​ໃນ​ໃຈ ​ຢາກ​ບັງ​ຄັບ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ທີ່​ເສຍ​ພາ​ສີ ຈ່າຍ​ເງິນ​ເປັນ​ຫລາຍ​ຕື້​ໂດ​ລາ​ຢ່າງ​ສິ້ນ​ເປືອງ ເພື່ອ​ສ້າງ​ກຳ​ແພງ​ທີ່​ມີ​ລາ​ຄາ​ສູງ ແລະ​ບໍ່​ມີ​ປະ​ສິດ​ທິ​ຜົນ, ກຳ​ແພງ​ທີ່​ເພິ່ນ​ໃຫ້​ສັນ​ຍາ​ວ່າ ເມັກ​ຊິ​ໂກ​ຈະ​ເປັນ​ຜູ້​ຈ່າຍມາ​ຕະ​ຫລອດນັ້ນ!"

​ເບິ່ງວີ​ດິ​ໂອ​ການ​ກ່າວ​ຕອບ​ຄືນ​ຂອງ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ:

Pelosi, Schumer Respond to Trump Address on Border Security
please wait

No media source currently available

0:00 0:04:50 0:00

ພວກຜູ້​ນຳພັກ​ເດ​ໂມ​ແຄ​ຣັດຍິນ​ດີ​ທີ່​ຈະ​ໃຫ້​ເງິນ 1.3 ຕື້​ໂດ​ລາ ເພື່ອ​ໃຊ້​ຈ່າຍ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່​ຊາຍ​ແດນ ແຕ່​ທ່ານ ທ​ຣຳ​ຢືນ​ຢັດ​ວ່າ ​ຢາກ​ໄດ້ 5.7 ຕື້​ໂດ​ລາ ​ເພື່ອ​ໃຫ້​ມີ​ວັດ​ຖຸ​ຂັ້ນຊາຍ​ແດນ.
ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຕອບ​ຄືນວ່າ
"ຕາມ​ການ​ຮ້ອງ​ຂໍ​ຂອງພວກ​ເດ​ໂມ​ແຄ​ຣັດ ຮົ້ວ​ຂັ້ນ​ນັ້ນອາດ​ຈະ​ເປັນ​ເຫລັກ ແທນ​ທີ່​ຈະ​ເປັນ​ກໍ​ແພງເຮັດ​ດ້ວຍ​ຄອນກ​ຣີດ.”

​ພວກຜູ້​ນຳພັກ​ເດ​ໂມ​ແຄ​ຣັດ ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ຂໍ​ໃຫ້​ທ່ານທ​ຣຳ ສ້າງຮົ້ວ​ກັ້ນ​ທີ່ເປັນ​ເຫລັກ ແຕ່​ກໍ​ເວົ້າ​ວ່າ ພວກ​ເພິ່ນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕໍ່​ການ​ປ້ອງ​ກັນ ຄວາມ​ປອດ​ໄພຢູ່​ຕາມ​ຊາຍ​ແດນ.

ທ່ານ ສ​ຕີບ​ເວັນ ບີ​ລ​ເລດ (Steven Billet) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ວໍ​ຊິງ​ຕັນ ໃຫ້​ຄຳ​ເຫັນ​ວ່າ"​ທີ່​ຈິງ​ແລ້ວ ຖ້າ​ຫາກ​ມີ​ການ​ສົມຍອມກັນ​ເລີ້ມ​ປາ​ກົດ​ຂຶ້ນ​ມາ ມັນ​ກໍອາດ​ຈະ​ເປັນການປ່ຽນ​ແປງ​ໃນ​ການ​ໃຊ້​ຖ້ອຍ​ຄຳໂວ​ຫານ. ພວກ​ເຮົາ​ຈະ​ເຊົາ​ໄດ້​ຍິນ​ການ​ເວົ້າ​ກ່ຽວ​ກັບ​ກຳ​ແພງ ແລ້ວພວກ​ເຮົາ​ຈະ​ເລີ້ມ​ໄດ້​ຍິນ​ການ​ເວົ້າ​ກັນ​ກ່ຽວ​ກັບການ​ປ້ອງ​ກັນຄວາມ​ປອດ​ໄພຢູ່​ຕາມ​ຊາຍ​ແດນແທນ.”

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ເລື້ອງນີ້​ເພີ້ມ

Trump Demands Border Wall in Speech
please wait

No media source currently available

0:00 0:02:16 0:00

ທ່ານ​ທ​ຣຳ​ບໍ່​ໄດ້​ປະ​ກາດສະ​ພາບ​ສຸກ​ເສີນລະ​ດັບ​ຊາດ, ຊຶ່ງ​ພວກ​ນັກ​ວິ​ຈານເວົ້າ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ອາດ​ຈະພະ​ຍາ​ຍາ​ມ​ໃຊ້​ຖ້ອຍຄຳດັ່ງກ່າວ ​ເພື່ອ​ເປັນ​ເຫດ​ຜົນພາໃຫ້ໄດ້​ສ້າງ​ກຳ​ແພງ​ໂດຍ​ປາດ​ສະ​ຈາກ​ການ​ເຫັນ​ດີ​ຂອງ​ລັດ​ຖະ​ສະ​ພາ. ທ່ານ ທ​ຣຳ ເວົ້າ​ວ່າ ທ່ານ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບພວກຜູ້​ນຳພັກ​ເດ​ໂມ​ແຄ​ຣັດ​ໃນ​ວັນ​ພຸດມື້ນີ້.

With a prime-time speech from the Oval Office Tuesday night, U.S. President Donald Trump made his case to build a wall at the U.S. border with Mexico, and addressed growing anxiety over the partial government shutdown resulting from his wall-funding fight with lawmakers. Democrats responded by urging the president to stop holding the American people hostage, and re-open the government. VOA White House Correspondent Patsy Widakuswara reports.]]

In a fight that is at the core of the partial U.S. government shutdown, President Donald Trump made his case for increased border security, to include funding a wall along the U.S. southern border.

Donald Trump, U.S. President stated
"In the last two years, ICE officers made 266,000 arrests of aliens with criminal records including those charged or convicted of 100,000 assaults, 30,000 sex crimes, and 4,000 violent killings."

Painting an "imminent humanitarian and national security crisis" at the border, Trump accused Democrats of refusing to solve it.

Donald Trump, U.S. President claimed
"The federal government remains shut down for one reason, and one reason only... because Democrats will not fund border security."

Democrats pushed back, in their response immediately after the president's speech.

Chuck Schumer, Senate Minority Leader said
"We don't govern by temper tantrum. No president should pound the table and demand he gets his way or else the government shuts down, hurting millions of Americans who are treated as leverage."

House Democrats have passed bills to reopen government, but the president has rejected them.

Nancy Pelosi, Speaker of the House said
"… over his obsession with forcing American taxpayers to waste billions of dollars on an expensive and ineffective wall a wall he always promised Mexico would pay for!"

Democrats are willing to fund 1.3 billion dollars for border security while Trump insists on 5.7 billion dollars for a physical barrier.

Donald Trump, U.S. President said
"At the request of the Democrats, it will be a steel barrier rather than a concrete wall."

Democrats denied asking Trump for a steel barrier, but say they support border security.

Steven Billet, George Washington University said
"If in fact, a compromise emerges, it will be over a change in some of the rhetoric. We'll stop talking about walls, we'll start talking about border security as an alternative."

Trump did not declare a national emergency, which critics say the president might try to use to build the wall without congressional approval. Trump said he would continue negotiating with Democrats on Wednesday.

XS
SM
MD
LG