ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອີຣ່ານ ກ່າວ​ວ່າ ​ຈະ​ບໍ່ເຊັນ ຂໍ້​ຕົກ​ລົງ​​ນິວ​ເຄລຍ​ໃດໆ ຖ້າບໍ່ຍົກເລີກ ການລົງໂທດທັງໝົດ


Rouhani Iran Nuclear
please wait
Embed

No media source currently available

0:00 0:00:19 0:00

ເບິ່ງວີດີໂອ ລາຍງານນີ້

ປະທານາທິບໍດີ​ອີຣ່ານ ທ່ານ Hassan Rouhani ກ່າວ​ວ່າ ​
Tehran ຈະ​ບໍ່ເຊັນຂໍ້​ຕົກ​ລົງ​ດ້ານ​ນິວ​ເຄລຍ​ໃດໆ ກັບ​ບັນດາ
​ປະ​ເທດ​ຕາ​ເວັນ​ຕົກ ​ເວັ້ນ​ເສຍ​ແຕ່​ວ່າ ມາດຕາ​ການ​ລົງ​ໂທດ​
ຂອງ​ນາໆ​ຊາດທັງ​ໝົດ ຖືກ​ຍົກ​ເລີກ​ແລ້ວ.

ຢູ່​ໃນ​ຄຳປາໄສ ທີ່​ຖ່າຍ​ທອດ​ອອກ​ທາງ​ໂທລະພາບ ​ໃນວັນ
​ພະຫັດ​ມື້​ນີ້ ​ເພື່ອ​ເປັນ​ຂີດ​ໝາຍກ່ຽວກັບ “ວັນ​ເທັກ​ໂນ​ໂລ​ຈີນິວ​ເຄລຍ​ແຫ່ງ​ຊາດ” ຂອງ​
ອີຣ່ານນັ້ນ ປະທານາທິບໍດີ Rouhani ກໍບໍ່ໄດ້ໃຫ້ຄວາມສຳຄັນ ໃດໆ​ກັບ​ອັນ​ທີ່​ທ່ານ​ອ້າງ​ອີງ​
ວ່າ ​ເປັນ​ການພະຍາຍາມ​ ​ໂດຍ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂ​ລກ ທີ່​ໃຊ້ “ຄຳ​ເວົ້າ​
ເພື່ອບັງຄັບໃຫ້ອີຣ່ານ”
​ ຮັບເອົາ​ຂໍ້​ຕົກລົງນັ້ນ.

ອີຣ່ານ ​ແລະ 6 ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ ​ເມື່ອ​ອາທິດ​ແລ້ວ​ນີ້ ​ໄດ້​ບັນລຸຂອບ​ຂອງ​
ຂໍ້​ຕົກລົງ ທີ່​ອາດ​ລຸດຜ່ອນ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານລົງ ​ເພື່ອເປັນ​ການ​ແລກປ່ຽນ ໃນ
​ການ​ຍົກ​ເລີກ​ ​ມາດ​ຕະການ​ລົງ​ໂທດຕ່າງໆ ​ຂອງ​ນາໆ​ຊາດ ​ແຕ່​ຫາກ​ວ່າ ລາຍ​ລະອຽດຕ່າງໆ ​ແມ່ນ​ຍັງ​ບໍ່​ທັນມີການເຈລະຈາກັນ​ເທື່ອ ກ່ອນ​ໜ້າ​ເສັ້ນຕາຍໃນວັນທີ 30 ມີ​ຖຸນາ ​ເພື່ອໃຫ້ບັນລຸການ​ຕົກລົງຂັ້ນສຸດ​ທ້າຍນັ້ນ.

ຂໍ້ສຳຄັນ​ທີ່ຍັງ​ຕົກລົງ​ກັນ​ບໍ່​ໄດ້ ເບິ່ງຄືວ່າແມ່ນ​ກ່ຽວ​ກັບເລື້ອງ ໄລຍະກ້າວ​ໃນການ​ຍົກ​ເລີກ​
ມາດ​ຕະການ​ລົງ​ໂທດ​. ອີຣ່ານຕ້ອງການ​ຢາກໃຫ້​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຕ່າງໆ ​
ໂດຍ​ທັນທີ ​ແລະ ຢ່າງ​ຖາວອນ ​ໃນ​ຂະນະ​ດຽວ​ກັນ ສະຫະລັດ ຢາກ​ໃຫ້​ເປັນຂັ້ນຕອນ​
ທີ່ຄ່ອຍໆຜ່ອນຜັນ​ການ​ລົງ​ໂທດ​ລົງ​ເປັນ​ໄລຍະໆ.

ຢູ່​ໃນ​ຄຳ​ເຫັນ​ຕ່າງໆ ທີ່​ສະທ້ອນໃຫ້ເຫັນ​ເຖິງ​ອີກ​ດ້ານ​ນຶ່ງ​ຂອງ​ຂໍ້​ຂັດ​ແຍ້​ງ ນັ້ນ ລັດຖະມົນຕີ​
ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ເມື່ອ​ຕອນແລງ​ວັນ​ພຸດ​ວານ​ນີ້ ກ່າວ​ຕໍ່ລາຍການ Newshour ຂອງ​ PBS ວ່າ ອີຣ່ານ ຕ້ອງ​ເປີດ​ເຜີຍ​ກິດຈະກຳ​ຕ່າງໆ​ ດ້ານ​ນິວ​ເຄລຍທີ່​ກ່ຽວ​ພັນ​ກັບ​ທາງ​ທະຫານຂອງ​ຕົນ ທີ່​ມີ​ການ​ກ່າວຫາກັນ ໃນ​ເມື່ອ​ກ່ອນນັ້ນ ຖ້າ​ຈະ​ໃຫ້​ມີ​ການ​ບັນລຸ​ຂໍ້​ຕົກລົງຂັ້ນ​ສຸດ​ທ້າຍ.

Some See Nuclear Deal Yielding Wider Regional Role for Iran
please wait

No media source currently available

0:00 0:02:39 0:00

Iranian President Hassan Rouhani says Tehran will not sign any nuclear deal with the West unless all international sanctions are lifted.

In a televised speech Thursday to mark Iran's "National Nuclear Technology Day," President Rouhani also dismissed what he referred to as efforts by the world powers to "use the language of force against Iran" in securing an agreement.

Iran and six world powers last week reached a framework deal that would scale back Iran's nuclear program in exchange for the lifting of international sanctions, though many details have yet to be worked out before a June 30 deadline for a final deal.

A major disagreement seems to exist regarding the pace at which sanctions will be lifted. Iran demands they be removed immediately and permanently, while the United States prefers a more gradual phasing-out process.

In comments that reflect another area of dispute, U.S. Secretary of State John Kerry late Wednesday told the PBS Newshour that Iran must disclose its past alleged military-related nuclear activities if a final deal is to be reached.

XS
SM
MD
LG