ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ທາງຄອມພິວເຕີ, ການໂຄສະນາ ແຊກແຊງ ທີ່ແນເປົ້າໃສ່ ສຫລ ບໍ່ໄດ້ຫຼຸດລົງ


ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ແດນ ໂຄທສ໌ ເດີນທາງຮອດກອງປະຊຸມ ລາຍງານສະພາສູງ ກ່ຽວກັບ ການຮັກສາຄວາມປອດໄພ ໃນການເລືອກຕັ້ງ ທີ່ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 22 ສິງຫາ, 2018.
ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ແດນ ໂຄທສ໌ ເດີນທາງຮອດກອງປະຊຸມ ລາຍງານສະພາສູງ ກ່ຽວກັບ ການຮັກສາຄວາມປອດໄພ ໃນການເລືອກຕັ້ງ ທີ່ລັດຖະສະພາ ແຄັບປິຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 22 ສິງຫາ, 2018.

ບັນດາເຈົ້າໜ້າທີ່ສືບລັບ ແລະ ປ້ອງກັນປະເທດລະດັບສູງຂອງ ສະຫະລັດ ໄດ້ມີສະຕິ
ລະວັງຕົວ ຕໍ່ໄພຂົ່ມຂູ່ທາງຄອມພິວເຕີ ຂອງ ສະຫະລັດ ວ່າມັນຈະບໍ່ຫຼຸດໜ້ອຍລົງ ກ່ອນ
ການເລືອກຕັ້ງກາງສະໄໝໃນເດືອນພະ ຈິກຈະມາເຖິງນີ້. ເຖິງແມ່ນຈະມີການລະບຸວ່າ
ຄວາມພະຍາຍາມຂອງ ຣັດເຊຍ ທີ່ຈະກໍ່ກວນ ຫຼື ແຊກແຊງ ການລົງຄະແນນສຽງດັ່ງ
ກ່າວນັ້ນ ອາດຈະບໍ່ເທົ່າກັນກັບສິ່ງທີ່ເຂົາເຈົ້າໄດ້ເຮັດ ໃນປີ 2016 ກໍຕາມ.

ຄຳເຕືອນຕ່າງໆ ກ່ຽວກັບ ອັນຕະລາຍທີ່ຮ້າຍແຮງ ແລະ ຕໍ່ເນື່ອງກວ່າເກົ່າ ໄດ້ມີຂຶ້ນ ໃນ
ເວລາທີ່ບັນດາສະມາຊິກສະພາ ແລະ ເຈົ້າໜ້າທີ່ຮັກ ສາຄວາມປອດໄພ ໄດ້ເພັ່ງເລັງໃສ່
ການປ້ອງກັນ ທີ່ແຂງແກ່ນຂຶ້ນກວ່າເກົ່າ ສຳລັບລາຍຊື່ ຜູ້ມີສິດລົງຄະແນນສຽງ ແລະ
ລະບົບການລົງຄະ ແນນສຽງຂອງປະເທດ.

ມັນຍັງໄດ້ມີຂຶ້ນໃນຂະນະທີ່ບັນດາຜູ້ບໍລິຫານລະດັບສູງ ຈາກຍັກໃຫຍ່ສື່ສັງຄົມເຊັ່ນ
ເຟສບຸກ, ທວິດເຕີ ແລະ ກູເກິລ ນັ້ນໄດ້ກະກຽມທີ່ຈະໃຫ້ປາກຄຳຢູ່ລັດຖະສະພາ ແຄັບ
ປິຕອລ ຮິລ ກ່ຽວກັບ ຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະກຳຈັດປະເພດ ຂອງການ
ໂຄສະນາບິດເບືອນຂໍ້ມູນ ທີ່ໃຊ້ໂດຍ ຣັດເຊຍ ເຊິ່ງຖືກຮຽນແບບຫຼາຍຂຶ້ນໂດຍສັດຕູ
ຂອງ ສະຫະ ລັດ ກຸ່ມອື່ນໆ.

ຜູ້ອຳນວຍການອົງການສືບລັບແຫ່ງຊາດ ທ່ານ ແດນ ໂຄທສ໌ ໄດ້ກ່າວໃນກອງປະຊຸມ
ຢູ່ນອກນະຄອນຫຼວງວໍຊິງຕັນ ໃນວັນອັງຄານວານນີ້ວ່າ “ໄພຂົ່ມຂູ່ທາງຄອມພິພິວຕໍ່
ສະຫະລັດ ແມ່ນບໍ່ໄດ້ມີແຕ່ການເລືອກຕັ້ງ ສະຫະລັດ ເທົ່ານັ້ນ, ເຊິ່ງແມ່ນຈຸດທີ່ມັກຈະ
ຖືກມອງຂ້າມຫຼາຍໂພດ. ການໃຊ້ອຸປະກອນຄອມພິວເຕີເປັນອາວຸດ ແລະ ການຂາດ
ການປ້ອງກັນໃນເຄືອຂ່າຍຄອມພິວເຕີນັ້ນ ໄດ້ຂະຫຍາຍຄວາມສ່ຽງຂຶ້ນເປັນຢ່າງຍິ່ງ
ເຊິ່ງການກະທຳແຍກກັນ ຈະມີຜົນຕໍ່ແຜນຍຸດທະສາດຢ່າງຫຼວງ ຫຼາຍ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ຄວາມພະຍາຍາມແຊກແຊງຂອງຕ່າງ ປະເທດໃນໂລກ
ອອນໄລນ໌ ແມ່ນໄດ້ຖືກໃຊ້ ໃນທົ່ວໂລກຫຼາຍຂຶ້ນ.”

ບັນດາເຈົ້າໜ້າທີ່ລັດຖະບານ ເຊັ່ນດຽວກັບພວກບັນດາເຈົ້າໜ້າທີ່ຮັກສາຄວາມປອດ
ໄພທາງຄອມພິວເຕີເອກະຊົນ ໄດ້ກ່າວຊໍ້າແລ້ວຊໍ້າອີກ ໃນໄລຍະສອງສາມເດືອນທີ່
ຜ່ານມາວ່າ ເຂົາເຈົ້າຍັງບໍ່ໄດ້ເຫັນການເຮັດຊໍ້າ ກ່ຽວກັບ ສິ່ງທີ່ທ່ານໂຄທສ໌ ໄດ້ອະທິບາຍ
ເອງວ່າ ເປັນການໂຄສະນາທີ່ “ເອົາຈິງເອົາຈັງ” ທີ່ລັດຖະບານ ມົສກູ ໄດ້ເລີ່ມໃຊ້ກ່ອນ
ການເລືອກຕັ້ງປະທານາທິບໍດີປີ 2016.

ໃນເວລານີ້, ມັນຍັງມີຄວາມເປັນຫ່ວງຕ່າງໆທີ່ວ່າ ເຖິງແມ່ນ ວັງເຄຣັມລິນ ຈະຢຸດ
ຄວາມພະຍາຍາມ ຂອງເຂົາເຈົ້າກໍຕາມ, ແຕ່ປະເທດອື່ນໆ ແລະ ພວກທີ່ບໍ່ຂຶ້ນກັບລັດ
ຖະບານທັງຫຼາຍ ກໍໄດ້ຂະຫຍາຍການໂຄສະ ນາຂອງພວກເຂົາເອງ, ເຊິ່ງສ່ວນໃຫຍ່
ໄດ້ຮຽນເອົາຈາກຄວາມສຳເລັດຂອງ ຣັດເຊຍ ໃນປີ 2016 ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG