ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະບານໄດ້ແຕ່ງຕັ້ງຄະນະປະຕິຮູບບໍລິສັດ ເພື່ອຄວບຄຸມລາຍຮັບ ແລະລາຍຈ່າຍ ຂອງບໍລິສັດລັດວິສາຫະກິດໄຟຟ້າລາວ


ສຳນັກງານບໍລິສັດໄຟຟ້າລາວ ຫຼື EDL ຢູ່ໂສກປ່າຫຼວງ
ສຳນັກງານບໍລິສັດໄຟຟ້າລາວ ຫຼື EDL ຢູ່ໂສກປ່າຫຼວງ

ເພື່ອຄວບຄຸມລາຍຮັບ ແລະລາຍຈ່າຍຂອງບໍລິສັດລັດວິສາຫະກິດໄຟຟ້າລາວ ເມື່ອມໍ່ໆມານີ້ລັດຖະບານໄດ້ແຕ່ງຕັ້ງຄະນະປະຕິຮູບບໍລິສັດດັ່ງກ່າວຂຶ້ນ. ແຕ່ຢ່າງໃດກໍຕາມຫລາຍຄົນຄິດວ່າ ການເຮັດເຊັ່ນນີ້ ອາດຈະບໍ່ໄດ້ພາໃຫ້ມີການປ່ຽນແປງຫຍັງຫລາຍ ເມື່ອເວົ້າເຖິງການຫລຸດຄ່າໄຟຟ້າ ແລະ ຫລຸດໜີ້ສິນຂອງບໍລິສັດລົງ. ໄຊ​ຈະ​ເລີນ​ສຸກ​ມີ​ລາຍ​ງານ​ເລື້ອງ​ນີ້ ຈາກນັກຂ່າວຂອງພວກເຮົາ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອມໍ່ໆມານີ້ ທ່ານນາຍົກລັດຖະມົນຕີພັນຄໍາ ວິພາວັນ ໄດ້ອອອກຄໍາສັ່ງໃຫ້ຈັດຕັ້ງ ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ ຫລື EDL ທີ່ມີ 9 ທ່ານເພື່ອຮັບຜິດຊອບໃນການຄວບຄຸມໄຟຟ້າ ໃຫ້ສອດຄ່ອງກັບສະພາບຕົວຈິງ. ແຕ່ໃນຄວາມເປັນຈິງແລ້ວ ຫຼາຍຄົນໃຫ້ທັດສະນະວ່າ ມັນອາດຈະບໍ່ສາມາດເຮັດໃຫ້ຄ່າໄຟຟ້າຂອງປະຊາຊົນ ຫລຸດລົງໄດ້ເລີຍ ດັ່ງທີ່ພະນັກງານອະວຸໂສ ໃນອົງການເອກະຊົນແຫ່ງນຶ່ງ ຊຶ່ງທ່ານກ່າວກ່ຽວກັບການແຕ່ງຕັ້ງຄະນະກໍາມະການນີ້ວ່າ:

"ເພື່ອກວດກາແກ້ໄຂໃຫ້ໂປ່ງໃສ ເພື່ອບໍ່ໃຫ້ລາຍຮັບຈາກຄ່າໄຟຫລຸດລົງ ໃຫ້ເຂົ້າໃຈແນວນັ້ນ ເພື່ອໃຫ້ເງິນເຂົ້າລັດ ແລະໃຫ້ມີກຳມະການມັນກະກິນຍາກຂຶ້ນ ຕົວຢ່າງ ໝໍໄຟຟ້າຊິກິນຜູ້ດຽວກະກິນຍາກ ຄືທີ່ຜ່ານມາ ມັນກະບໍ່ມີຜົນ ຕໍ່ຄ່າໄຟຟ້າວ່າ ຊິຫລຸດລົງຫຍັງ ບໍ່ມີຜົນ ບໍ່ກ່ຽວໜ້າທີ່ເຮົາກະບໍ່ສົນ ມັນແພງເຈົ້າກະຕ້ອງຈ່າຍ ເຈົ້າຊິເຮັດຫຍັງໄດ້ ເຈົ້າບໍ່ຈ່າຍ ເຈົ້າກະໄຕ້ກະບອງ ໄຕ້ທຽນເອົາ ຕົວຢ່າງວ່າ ເຈົ້າຊິເຮັດບໍ່ລະ ກະຄືນ້ຳມັນຫັ້ນແຫລະ ຊາວພັນກະມີ ໜ້າທີ່ຈ່າຍ ເຈົ້າເຄີຍບໍວ່າ ຂ້ອຍຊິບໍ່ຈ່າຍນິ້."

ເມື່ອເວົ້າເຖິງຄວາມໂປ່ງໃສແລ້ວ ໃນປີ 2021 ຜ່ານມາ ລາວໄດ້ຄະແນນຕໍ່າກວ່າ 43 ຊຶ່ງເປັນຄະແນນສະເລ່ຍຂອງໂລກ ເພາະລາວໄດ້ພຽງແຕ່ 30 ຄະແນນຈຶ່ງຖືກຈັດຢູ່ໃນອັນດັບ 128 ໃນຈໍານວນທັງໝົດ 180 ປະເທດ ແລະກໍຕໍ່າກວ່າປະເທດເພື່ອນບ້ານ ເຊັ່ນໄທ ທີ່ຖືກຈັດຢູ່ໃນອັນດັບ 110 ແລະຫວຽດນາມທີ່ຢູ່ໃນອັນດັບ 87, ອີງຕາມອົງການຄວາມໂປ່ງໃສສາກົນ ຫລື Transparency International ທີ່ເປັນອົງການເຄື່ອນໄຫວ ຢູ່ໃນຫຼາຍກວ່າ 100 ປະເທດ ເພື່ອສອບ​ຖາມ​ຜູ້​ຄົນ​ກ່ຽວ​ກັບ​ຄວາມ​ຮູ້​ສຶກທີ່ເກີດຈາກການສໍ້ລາດບັງຫລວງ.

ສ່ວນການທີ່ຈະເຮັດໃຫ້ຄ່າໄຟຟ້າຫລຸດລົງໄດ້ນັ້ນ ຍັງມີຫລາຍປັດໄຈໃຫຍ່ໆ ທີ່ ຕ້ອງໄດ້ປັບປຸງ ໂດຍສະເພາະ ໃນດ້ານການຜະລິດສິນຄ້າ ເພື່ອຂາຍເອົາ ເງິນຕາຕ່າງປະເທດ ມາຊໍາລະໜີ້ສິນຂອງລາວ ດັ່ງທີ່ພະນັກງານຂັ້ນສູງທ່ານນຶ່ງ ໃນ EDL ອະທິບາຍວ່າ:

“ບໍ່ມີທາງທີ່ຄ່າໄຟຟ້າຈະຫລຸດລົງ ເພາະວ່າອັນນຶ່ງ ເຮົາລົງທຶນດ້ວຍເງິນໂດລາ ເຮົາຕ້ອງໃຊ້ໜີ້ເຂົາດ້ວຍເງິນໂດລາ. ດຽວນີ້ ມັນມີຄ່າຜິດດ່ຽງໃນປີນີ້ ເພີ້ມຂຶ້ນສາມສິບສີ່ເປີເຊັນແລ້ວ ມັນບໍ່ຫລຸບແນວໃດ ດຽວນີ້ອັດຕາແລກປ່ຽນມັນສິບສາມສິບສີ່ພັນແລ້ວ ອັນນີ້ກໍເຫັນໄດ້ວ່າ ບໍ່ມີທາງວ່າມັນຊິລົງ. ລັດຖະບານຄັນບໍ່ມີເງິນຈາກການຂາຍໄຟຟ້າໃຫ້ປະຊາຊົນ ຊິເອົາໃສມາໃຊ້ໜີ້ເຂົາ. ທະນະຄານຕ່າງໆ ກະບໍ່ໃຫ້ແຕກເງິນນໍາ. ເຂົາກະໄດ້ໄປແຕກໃນຕະຫລາດມືດ. ແຕກນໍາພວກເຂົາຂາຍເງິນຕາຕ່າງປະເທດ. ອັນນັ້ນເປັນປັດໄຈນຶ່ງ. ປັດໄຈທີສອງ ເຈົ້າບໍ່ມີສິນຄ້າສົ່ງອອກ. ເຈົ້າມີແຕ່ນໍາເຂົ້າ, ນໍ້າມັນກະນໍາເຂົ້າ, ພະລັງງານໄຟຟ້າຜະລິດໄດ້ຫລາຍ ກະບໍ່ແມ່ນໄດ໋. ເຈົ້າຕ້ອງໄດ້ນໍາເຂົ້າໃນລະດູແລ້ງ. ເຂື່ອນເຈົ້າມີແຕ່ພະລັງນໍ້າ, ລະດູຝົນຈຶ່ງສົ່ງອອກ, ລະດູແລ້ງເຈົ້ານໍາໄຟຟ້າເຂົ້າມາຫລາຍກວ່າສົ່ງອອກອີກເດ”.

ປັດຈຸບັນລາວ ມີແຫລ່ງຜະລິດໄຟຟ້າ 90 ແຫ່ງ ທີ່ມີກໍາລັງຕິດຕັ້ງລວມ ເກືອບຮອດ 11,000 ເມກາວັດ. ໃນນີ້ 72 ເປີເຊັນ ແມ່ນສົ່ງອອກໄປຕ່າງປະເທດ ແລະ 28 ເປີເຊັນ ຕອບສະໜອງການຊົມໃຊ້ພາຍໃນ. ແຕ່ຢ່າງໃດກໍຕາມ EDL ຍັງປະເຊີນກັບບັນຫາຂາດສະພາບຄ່ອງ ທາງການເງິນຢ່າງຮຸນແຮງ ໂດຍມີສາເຫດສຳຄັນມາຈາກພາລະໜີ້ສິນສູງ ທີ່ສົມທົບກັບການຂາດທຶນ ຈາກການດຳເນີນທຸລະກິດຢ່າງຕໍ່ເນື່ອງ ຍ້ອນການບໍລິຫານງານ ມີປະສິດທິພາບຕໍ່າ ຊຶ່ງເຮັດໃຫ້ມີໜີ້ສິນເກີນກວ່າ 2 ຕື້ໂດລາ, ອີງຕາມລາຍງານຂອງຊົງລິດ ໂພນເງິນ, ນັກຂ່າວວີໂອເອ ໃນເດືອນແລ້ວນີ້.

ເພື່ອແກ້ໄຂສະພາບການນີ້ ອີກວິທີນຶ່ງ EDL ຈະຂໍເຈລະຈາກກັບບັນດາກຸ່ມຜູ້ ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນປະເທດ ເພື່ອຂໍໃຫ້ຍອມຮັບການຊຳລະລາຄາຄ່າ ພະລັງງານໄຟຟ້າດ້ວຍເງິນກີບ ໃນສັດສ່ວນບໍ່ຕໍ່າກວ່າ 30 ເປີເຊັນຂອງມູນຄ່າໄຟຟ້າທັງໝົດ ທີ່ EDL ຊື້ຈາກທຸກໂຄງການ ອີງຕາມທ່ານຈັນທະບຸນ ສຸກອາລຸນ ຜູ້ອຳນວຍການໃຫຍ່ຂອງ EDL ທີ່ກ່າວຢູ່ໃນລາຍງານຂອງ ຊົງລິດ ໂພນເງິນ.

ສະຫລຸບແລ້ວ ການສ້າງຕັ້ງຄະນະກໍາມະການປະຕິຮູບບໍລິສັດວິສາຫະກິດໄຟຟ້າ ລາວ ອາດຈະບໍ່ໄດ້ນໍາການປ່ຽນແປງຢ່າງຫລວງຫລາຍ ພໍຈະເຮັດໃຫ້ຄ່າໄຟຟ້າ ແລະໜີ້ສິນຫລຸດລົງໄດ້. ທັງນີ້ ສາເຫດຕົ້ນຕໍ ແມ່ນມາຈາກລະດັບຄວາມໂປ່ງໃສໂດຍລວມຂອງປະເທດ ແລະປະສິດທິພາບໃນການບໍລິຫານງານ ໃນອົງການລັດຖະບານຍັງຕໍ່າກວ່າລະດັບສະເລ່ຍຂອງໂລກ ແລະຕໍ່າກວ່າປະເທດເພື່ອນບ້ານ ເຊັ່ນໄທ ແລະຫວຽດນາມ ນັ້ນຫລາຍ.

XS
SM
MD
LG