ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ເນັ້ນຢໍ້າເຖິງການສະໜັບສະໜຸນ ຢູເຄຣນ, ແຕ່ບໍ່ໄດ້ຢືນຢັນການເຊີນ ທ່ານເຊເລັນສກີ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່​ມ G-20


ແຟ້ມຮູບ-ປະທານາທິບໍດີອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ, ເປັນປະທານກອງປະຊຸມຂອງກຸ່ມເສດຖະກິດ 20 ປະເທດ ຫຼື G-20.  ປະທານາທິບໍດີ ຢູເຄຣນ ທ່ານວລາດິເມຍ ເຊເລັນສກີ ໄດ້ທວິດຂໍ້ຄວາມວ່າ ທ່ານ ວິໂດໂດ ໄດ້ເຊີນທ່ານເຂົ້າຮ່ວມກອງປະຊຸມສຸດຍອດ G-20 ຢູ່ບາຫຼີ ໃນເດືອນພະຈິກທີ່ຈະມາເຖິງນີ້.
ແຟ້ມຮູບ-ປະທານາທິບໍດີອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ, ເປັນປະທານກອງປະຊຸມຂອງກຸ່ມເສດຖະກິດ 20 ປະເທດ ຫຼື G-20.  ປະທານາທິບໍດີ ຢູເຄຣນ ທ່ານວລາດິເມຍ ເຊເລັນສກີ ໄດ້ທວິດຂໍ້ຄວາມວ່າ ທ່ານ ວິໂດໂດ ໄດ້ເຊີນທ່ານເຂົ້າຮ່ວມກອງປະຊຸມສຸດຍອດ G-20 ຢູ່ບາຫຼີ ໃນເດືອນພະຈິກທີ່ຈະມາເຖິງນີ້.

ທໍານຽບຂາວກ່າວວ່າ ພວກເຂົາເຈົ້າຍັງບໍ່ໄດ້ຮັບການຢືນຢັນ ຈາກອິນໂດເນເຊຍ ເຊິ່ງເປັນປະທານກອງປະຊຸມຂອງກຸ່ມເສດຖະກິດ 20 ປະເທດ ຫຼື G-20 ໃນປີນີ້, ທີ່ພວກເຂົາເຈົ້າໄດ້ມີການເຊີນ ປະທານາທິບໍດີຂອງ ຢູເຄຣນ ທ່ານວລາດີເມຍ ເຊເລັນສກີ ເຂົ້າຮ່ວມກອງປະຊຸມສຸດຍອດ ໃນເດືອນພະຈິກ ທີ່ຈະມາເຖິງນີ້ຢູ່ເກາະບາຫຼີ.

“ພວກເຮົາເຫັນລາຍງານວ່າ ມີການເຊີນປະທານາທິບໍດີ ເຊເລັນສກີ ເຂົ້າຮ່ວມກອງປະຊຸມກຸ່ມ G-20 ແລະພວກເຮົາ ກໍມີຄວາມຍິນດີເປັນຢ່າງຍິ່ງ,” ໂຄສົກປະຈໍາທໍານຽບຂາວ ທ່ານນາງເຈັນ ຊາກີ ບອກກັບນັກຂ່າວຂອງ VOA ໃນມື້ວັນພຸດວານນີ້. “ດັ່ງທີ່ພວກເຈົ້າຮູ້, ປະທານາທິບໍດີ ໄບເດັນ ໄດ້ເວົ້າເມື່ອເດືອນແລ້ວນີ້ວ່າ ຢູເຄຣນ ຈະສາມາດເຂົ້າຮ່ວມໃນກອງປະຊຸມດັ່ງກ່າວນັ້ນໄດ້. ແຕ່ ພວກເຮົາບໍ່ຍັງບໍ່ໄດ້ຮັບການຢືນຢັນເພີ້ມເຕີມ ນອກຈາກການລາຍງານຂ່າວເທົ່ານັ້ນ, ໂດຍພວກເຮົາຄິດວ່າມັນຈະເປັນໄປຕາມທິດທາງທີ່ດີຢ່າງແນ່ນອນ.”

ໃນມື້ວັນພຸດວານນີ້, ປະທານາທິບໍດີ ເຊເລັນສກີ ໄດ້ຂຽນ​ຂໍ້​ຄວາມລົງທາງທວີດ​ເຕີ້ວ່າ ທ່ານໄດ້ມີການຫາລືກັບປະທານາທິບໍດີຂອງອິນໂດເນເຊຍ ທ່ານໂຈໂກ ວິໂດໂດ, ແລະຂອບໃຈທ່ານ ໃນການສະໜັບສະໜຸນຕໍ່ “ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງ ຢູເຄຣນ, ໂດຍສະເພາະຢ່າງຍິ່ງ ແມ່ນທ່າ​ທີ​ອັນ​ຈະ ແຈ້ງ ຢູ່ໃນອົງການສະຫະປະຊາຊາດ.”

ທ່ານກ່າວວ່າ “ມີຄວາມຮູ້ສຶກສໍານຶກໃນບຸນຄຸນ ທີ່ໄດ້ເຊີນຂ້າພະເຈົ້າເຂົ້າຮ່ວມໃນກອງປະຊຸມສຸດຍອດກຸ່ມ G-20.”

ຢູ່ໃນການສົ່ງຂໍ້ຄວາມ​ທາງ​ທວີດ​ເຕີ້ກ່ຽວກັບການປຶກສາຫາລືໃນມື້ວັນພະຫັດນີ້, ທ່ານວີໂດໂດ ບໍ່ໄດ້ກ່າວເຖິງການເຊື້ອເຊີນດັ່ງກ່າວ.

“ຂ້າພະເຈົ້າໄດ້ມີການສົນທະນາກັນ ກັບປະທານາທິບໍດີຂອງ ຢູເຄຣນ ທ່ານເຊເລັນສກີ ໃນມື້ວານນີ້,” ທ່ານວິໂດໂດ ໄດ້ຂຽນລົງໃນຂໍ້ຄວາມ. “ຂ້າພະເຈົ້າຢໍ້າວ່າ ການສະໜັບສະໜຸນຕໍ່ຄວາມພະຍາຍາມຕ່າງໆ ກໍເພື່ອການເຈລະຈາສັນຕິ ພາບ ໃຫ້ປະສົບກັບຄວາມສໍາເລັດ ແລະກໍພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາ.”

ເມື່ອເດືອນມີນາແລ້ວນີ້ ອິນໂດເນເຊຍ ໄດ້ໃຫ້ການສະໜັບສະໜຸນສອງມະຕິ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ແຫ່ງອົງການສະຫະປະຊາຊາດ, ໂດຍຕ້ອງຕິຣັດເຊຍ ທີ່ເຂົ້າບຸກລຸກ ຢູເຄຣນ, ແຕ່ວ່າ ງົດອອກສຽງ ຢູ່ໃນມະຕິທີສາມ ພ້ອມກັບສະມາຊິກຂອງອົງການສະຫະປະຊາດອີກ 57 ປະເທດ ເພື່ອໂຈະ​ການ​ເປັນ​ສະ​ມາ​ຊິກ​ຂອງມົສກູໃນສະພາສິດທິມະນຸດແຫ່ງອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG