ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຂາດແຄນງົບປະມານ ຢ່າງໜັກໜ່ວງ ແລະຂາດເຂີນຄູສອນ ຈຳນວນຫຼາຍ ສົ່ງຜົນໃຫ້ຕ້ອງປິດໂຮງຮຽນໃນເຂດຊົນນະບົດ


ພວກເດັກນັກຮຽນ ຊັ້ນປະຖົມ ພາກັນລຽນແຖວ ຖືທຸງຊາດລາວ ແລະຫວຽດນາມ
ພວກເດັກນັກຮຽນ ຊັ້ນປະຖົມ ພາກັນລຽນແຖວ ຖືທຸງຊາດລາວ ແລະຫວຽດນາມ

ບັນຫາຂາດແຄນດ້ານງົບປະມານຢ່າງໜັກໜ່ວງຂອງລັດຖະບານລາວ ແລະການຂາດແຄນຄູສອນຈຳນວນຫຼາຍນັ້ນ ໄດ້ສົ່ງຜົນກະທົບເຮັດໃຫ້ຕ້ອງປິດໂຮງຮຽນໃນເຂດຊົນນະບົດເພີ້ມຂຶ້ນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ເຈົ້າໜ້າທີ່ກະຊວງສຶກສາທິການແລະກິລາ ເປີດເຜີຍວ່າ ການຂາດແຄນໃນດ້ານງົບປະມານທີ່ໜັກໜ່ວງຂຶ້ນນັບມື້ ນອກຈາກຈະເຮັດໃຫ້ຕ້ອງຈຳກັດຈຳນວນໃນການບັນຈຸຄູໃໝ່ ແລະຫລຸດຈຳນວນຄູອາສາສະໝັກລົງ ເປັນສ່ວນຫຼາຍແລ້ວ ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ຕ້ອງຍຸບຫຼືປິດໂຮງຮຽນເຂດຊົນນະ ບົດເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍສະເພາະແມ່ນການຍຸບໂຮງຮຽນມັດທະຍົມຕົ້ນທີ່ມີຈຳນວນນັກຮຽນຫລຸດລົງຢ່າງຕໍ່ເນື່ອງ ຍ້ອນຜົນກະທົບຂອງວິກິດການທາງເສດຖະກິດ ທີ່ຍັງບໍ່ມີທີທ່າວ່າ ຈະດີຂຶ້ນນັ້ນ ກໍຍິ່ງເຮັດໃຫ້ປະຊາຊົນລາວ ບໍ່ມີທຶນເພື່ອສະໜັບສະໜຸນດ້ານການສຶກສາຂອງລິກຫລານ ແລະຕ້ອງປະລະການຮຽນເພີ້ມຂຶ້ນທຸກມື້ນັ້ນ ກໍຄືສາເຫດທີ່ສຳຄັນທີ່ເຮັດໃຫ້ຕ້ອງຍຸບໂຮງຮຽນມັດທະຍົມຕົ້ນໃນເຂດຕົວເມືອງ ຊຶ່ງຖືເປັນສິ່ງທີ່ກົງກັນຂ້າມ ແຜນການຂະ ຫຍາຍໂອກາດ ທາງດ້ານການສຶກສາຢ່າງຊັດເຈນນັ້ນເອງ ດັ່ງເຈົ້າໜ້າທີ່ກະ ຊວງ ສຶກສາທິການແລະກິລາ ໄດ້ໃຫ້ການຢືນຢັນວ່າ:

“ມາຮອດມື້ນີ້ນ່ະ ມັນຂາດເຂີນຄັບແຄບເຂົ້າ ນ້ອຍເຂົ້າທຸກມື້ ຈຳເປັນຕ້ອງໄດ້ປັບໃໝ່ ກັບຄືນໄປຫາອັນເກົ່າຫັ້ນແຫລະ ໂຮງຮຽນປະຖົມສົມບູນຂະໜາດນ້ອຍ ຕ້ອງກັບໄປເປັນໂຮງຮຽນມູນຄືນ ແລ້ວກະເອົານັກນັກຮຽນ ຢູ່ຫ້ອງ ປ 4 ຫາ ປ 5 ອາດຈະແມ່ນ ພໍແລະແມ່ເຂົາເຈົ້າມີລົດໂດຍສານຂົນມາ ຫຼືວ່າ ມາເຮັດຫໍພັກຢູ່ໂຮງຮຽນລວມສູນ ຫຼືວ່າ ມາເຊົາຢູ່ນຳພີ່ນຳນ້ອງ ເພື່ອໃຫ້ໄດ້ຮຽນຈົນຈົບ ລວມທັງໂຮງຮຽນມັດທະຍົມຕອນຕົ້ນ ທີ່ເຫັນມີນັກຮຽນນ້ອຍເກີນໄປ ເຮົາກໍຕ້ອງຈັດສັນເຂົ້າໂຮງຮຽນລວມສູນ ອັນນັ້ນແມ່ນນະໂຍບາຍນຶ່ງໃນການແກ້ໄຈການຂາດເຂີນຄູນີ້ ຂາດເຂີນຫຼາຍ.”

ສ່ວນນັກທຸລະກິດຈີນໃນລາວ ໃຫ້ທັດສະນະວ່າ ສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງສຳລັບລາວ ໃນປັດຈຸບັນກໍຄືການຢຸດເຊົາການຮຽນຂອງບັນດາເຍົາວະ ຊົນລາວ ທີ່ເພີ້ມຂຶ້ນນັບມື້ ໂດຍມີຫາເຫດຈກບັນຫາທາງເສດຖະກິດ ແລະຄ່າເງິນກີບນຕົກຕ່ຳລົງຢ່າງໜັກ ທີ່ສົມທົບດ້ວຍບັນຫາເງິນເຟີ້ຢ່າງຮຸນແຮງ ນັບຈາກປີ 2022 ເປັນຕົ້ນມາຈົນເຖິງປັດຈຸບັນ ຊຶ່ງດັດຊະນີລາຄາການຊົມໃຊ້ ໄດ້ປັບຕົວສູງເກີນກວ່າ 200 ເປີເຊັນແລ້ວ ໃນເດືອນກັນຍາ 2023 ນັ້ນ ໄດ້ເຮັດໃຫ້ບັນດາຜູ້ປົກຄອງຂອງນັກຮຽນບໍ່ມີທຶນສະໜັບສະໜູນການສຶກສາໃນລະດັບທີ່ສູງຂຶ້ນຂອງລູກຫຼານ ຊຶ່ງສະພາບການດັ່ງກ່າວນີ້ ຖືເປັນປັດໄຈສຳຄັນທີ່ຈະເຮັດໃຫ້ເກີດບັນຫາຂາດແຄນບຸກຄະລາກອນທີ່ມີຄຸນນະພາບໃຫ້ກັບລາວ ເພີ້ມຂຶ້ນ ອັນຖືເປັນປັດໄຈສຳຄັນທີ່ເຮັດໃຫ້ບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຍັງຕ້ອງນຳເຂົ້າແຮງງານຈາກຕ່າງປະເທດ ເພາະແຮງງານລາວ ບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ ເນື່ອງຈາກແຮງງານລາວ ສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຄວາມຮູ້-ຄວາມສາມາດທາງດ້ານເທັກນິກ ສະໄໝໃໝ່ນັ້ນເອງ.

ແຕ່ຢ່າງໃດກໍຕາມ ດ້ວຍຜົນກະທົບຈາກວິກິດການທາງເສດຖະກິດໃນລາວ ທີ່ຍັງບໍ່ມີທີທ່າວ່າ ຈະກັບຄືນສູ່ພາວະປົກກະຕິໃນໄວໆນີ້ ກໍຍັງເຮັດໃຫ້ປະຊາຊົນລາວສ່ວນໃຫຍ່ບໍ່ມີທຶນສະໜັບສະໜຸນການສຶກສາສຳລັບລູກຫລານຕໍ່ໄປເພາະ ສິ່ງສຳຄັນທີ່ສຸດໃນເວລານີ້ ກໍຄືການໃຊ້ຈ່າຍເພື່ອໃຫ້ຄອບຄົວຢູ່ລອດ ໃນແຕ່ລະມື້ເທົ່ານັ້ນ ດັ່ງທີ່ແມ່ຄ້າລາຍຍ່ອຍໃນນະຄອນວຽງຈັນ ໄດ້ຢືນຢັນວ່າ:

“ບ້ານເຮົາປັດຈຸບັນນີ້ ລຳບາກຫຼາຍຫາເງິນຍາກ ເສດຖະກິດບ້ານເຮົາເນາະ ບ້ານເຮົາບາງຢ່າງມັນກະເຮັດບໍ່ໄດ້ເດ້ ເອົາມາຈາກບ້ານເພິ່ນ ເງິນບ້ານເຮົາມັນຜັດອ່ອນຄ່າເດ້ ທຽບໃສ່ເງິນເຂົາ ບາດນີ້ກະຍາກລຳບາກແຫລະ ກິນເຂົ້າເຊັ່ນມື້ລະແຊນ ດຽວນີ້ກະແສນເຈັດ ແສນແປດ ແປ້ງນົວແຕ່ກີ້ຖົງນຶ່ງສິບປາຍພັນ ດຽວນີ້ ກະຊາວປາຍພັນແດ້ ມັນກະເປັນໄປຈັ່ງຊັ້ນ ການຄ້າຂາຍນີ້ກະຄືກັນ ຕະກີ້ພັນນຶ່ງ ສອງແສນປາຍ ດຽວນີ້ຫລະພັນນຶ່ງ ຫົກແສນ ສິວ່າຈັ່ງໃດຊັ້ນຫນະ ເທື່ອສິໄດ້ກິນ ເທື່ອສິໄດ້ໃຊ້ອັນໃດກະແພງ.”

ທັງນີ້ ສູນສະຖິຕິແຫ່ງຊາດລາວ ລາຍງານວ່າ ອັດຕາເງິນເຟີ້ສູງສຸດໃນລາວ ຢູ່ທີ່ລະດັບ 41.26 ເປີເຊັນໃນເດືອນກຸມພາ 2023 ສ່ວນດັດຊະນີລາຄາການຊົມໃຊ້ຢູ່ທີ່ລະດັບ 172.27 ເປີເຊັນ ໂດຍອັດຕາເງິນເຟີ້ໄດ້ຫລຸດລົງສູ່ລະດັບ 25.88 ເປີເຊັນ ແລະ 25.69 ເປີເຊັນໃນເດືອນສິງຫາ ຫາ ກັນຍາ 2023 ແຕ່ດັດຊະນີລາຄາການຊົມໃຊ້ຍັງເພີ້ມຂຶ້ນເປັນ 195.1 ເປີເຊັນ ກັບ 201.87 ເປີເຊັນໃນຊ່ວງດຽວກັນ ຍ້ອນການຂາດດຸນການຄ້າຕ່າງປະເທດ.

XS
SM
MD
LG