ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສປຊ ຂໍຮ້ອງ ທຸກຝ່າຍ ໃຫ້ປົກປ້ອງ ພົນລະເຮືອນ ໃນແຂວງ ອິດລິບ ຂອງ ຊີເຣຍ


ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ ກ່າວຄຳປາໄສຕໍ່ສະພາຄວາມໝັ້ນຄົງ, ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນ ນິວຢອກ. 29 ສິງຫາ, 2018.
ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ ກ່າວຄຳປາໄສຕໍ່ສະພາຄວາມໝັ້ນຄົງ, ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນະຄອນ ນິວຢອກ. 29 ສິງຫາ, 2018.

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣັສ (Antonio
Guterres) ໄດ້ຂໍຮ້ອງພັກຝ່າຍຕ່າງໆໃນປະເທດ ຊີເຣຍ ເມື່ອວັນອັງຄານວານນີ້ ໃຫ້
ຫຼີກລ່ຽງການຕໍ່ສູ້ຢ່າງເຕັມທີ່ໃນແຂວງ ອິດລິບ.

ທ່ານ ກູເຕເຣັສ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ແຂວງ ອິດລິບ ແມ່ນບ່ອນສຸດທ້າຍຂອງ
ອັນທີ່ເອີ້ນວ່າ ເຂດຫຼຸດຜ່ອນຄວາມຮຸນແຮງ ໃນປະເທດ ຊີເຣຍ. ມັນບໍ່ຄວນຖືກປ່ຽນໃຫ້
ເປັນສະຖານທີ່ນອງເລືອດ.”

ພົນລະເຮືອນປະມານ 3 ລ້ານຄົນແມ່ນກຳລັງອາໄສຢູ່ໃນແຂວງ ທີ່ຕັ້ງຢູ່ທາງພາກຕາ
ເວັນຕົກສຽງເໜືອຂອງ ຊີເຣຍ, ແລະ ອົງການສະຫະປະຊາຊາດໄດ້ເຕືອນ ຊໍ້າແລ້ວຊໍ້າ
ອີກວ່າ ມັນຈະເກີດຄວາມຫາຍະນະດ້ານມະນຸດສະທຳ ຖ້າມັນມີການຕໍ່ສູ້ທີ່ຮຸນແຮງຂຶ້ນ
ຢູ່ທີ່ນັ້ນ.

ຣັດເຊຍ, ອີຣ່ານ ແລະ ເທີກີ ທີ່ເປັນຮູ້ຈັກກັນ ໃນຖານະຜູ້ຄໍ້າປະກັນ ອາສຕານາ
(Astana) ເຊິ່ງເຂົາເຈົ້າເປັນຜູ້ຄວບຄຸມການສ້າງຕັ້ງສີ່ເຂດຫຼຸດຜ່ອນຄວາມຮຸນແຮງໃນ
ຊີເຣຍ ເມື່ອນຶ່ງປີທີ່ຜ່ານມາ ທີ່ມັນຄວນຈະເປັນບ່ອນທີ່ປອດໄພກວ່າເກົ່າ ສຳລັບພົນລະ
ເຮືອນ. ເຂດດັ່ງກ່າວແມ່ນ ໄດ້ລວມເອົາຫຼາຍພາກສ່ວນຂອງແຂວງອິດລິບ, ຮາມາ,
ກູຕາ ຕາເວັນອອກ ແລະ ພາກໃຕ້ຂອງປະເທດ ຊີເຣຍ. ມີພຽງແຂວງ ອິດລິບ ເທົ່ານັ້ນ
ທີ່ຍັງເຫຼືອຢູ່, ສ່ວນເຂດອື່ນໆ ແມ່ນໄດ້ກັບໄປຢູ່ ພາຍໃຕ້ການຄວບຄຸມຂອງລະບອບ
ການປົກຄອງ ຊີເຣຍ ຄືນແລ້ວ.

ທ່ານ ກູເຕເຣັສ ໄດ້ຂໍຮ້ອງໂດຍກົງຕໍ່ກຸ່ມດັ່ງກ່າວ.

ທ່ານໄດ້ກ່າວວ່າ “ມັນສຳຄັນຫຼາຍທີ່ກຸ່ມພວກນັ້ນ ໂດຍສະເພາະສາມປະເທດທີ່ຄໍ້າປະ
ກັນ ກ່ຽວກັບຂັ້ນຕອນ ອາສຕານາ ທີ່ຈະຊອກຫາທາງທີ່ເປັນໄປໄດ້ ເພື່ອໂດດດ່ຽວກຸ່ມ
ກໍ່ການຮ້າຍຕ່າງໆ. ແລະ ມັນມີຄວາມເປັນໄປໄດ້ທີ່ຈະສ້າງສະຖານະການ ເຊິ່ງພວກ
ພົນລະເຮືອນຈະບໍ່ໄດ້ຮັບຜົນກະທົບ ໃນການແກ້ໄຂບັນຫາຂອງແຂວງ ອິດລິບ.”

ທ່ານໄດ້ກ່າວວ່າ ທ່ານເຂົ້າໃຈວ່າ ສະຖານະການໃນແຂວງດັ່ງກ່າວແມ່ນບໍ່ໝັ້ນຄົງ. ອົງ
ການສະຫະປະຊາຊາດກະຄາດວ່າ ພວກກໍ່ການຮ້າຍປະມານ 15,000 ຄົນແມ່ນໄດ້ຢູ່
ປະປົນກັບປະຊາຊົນໃນແຂວງ ອິດລິບ. ແຕ່ “ການຕໍ່ສູ້ກັບລັດທິກໍ່ການຮ້າຍ ແມ່ນບໍ່ໄດ້
ກ່ຽວຂອງກັບຝ່າຍທີ່ເຮັດສົງຄາມໃນຂໍ້ຜູກມັດຂອງເຂົາເຈົ້າພາຍໃຕ້ກົດໝາຍສາກົນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG