ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ນີ​ນິ​ສ​ໂຕ ກ່າວ​ວ່າ ຄວາມ​ປອດ​ໄພ​ຂອງ ສວີ​ເດັນ ຈະ​ບໍ່​ເປັນ​ຫຍັງ ຖ້າ ຟິນ​ແລນ ເຂົ້າ​ອົງ​ການ NATO ກ່ອນ


ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຟິນ​ແລນ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັ​ລ ໄຕ​ຢິບ ເອີ​ດູ​ອານ, ຈັດ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ຮ່ວມ ຫຼັງ​ຈາກ​ການ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ,17 ມີ​ນາ 2023. (Presidential Press Office/Handout via Reuters)
ປະ​ທາ​ນາ​ທິ​ບໍ​ດີ​ຂອງ ຟິນ​ແລນ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັ​ລ ໄຕ​ຢິບ ເອີ​ດູ​ອານ, ຈັດ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ຮ່ວມ ຫຼັງ​ຈາກ​ການ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ,17 ມີ​ນາ 2023. (Presidential Press Office/Handout via Reuters)

ປະ​ທາ​ນາ​ທິ​ບໍ​ດີ ຟິນ​ແລນ ເວົ້າ​ວ່າ​ ທ່ານບໍ່​ຄິດ​ວ່າ​ປະ​ເທດ ສວີ​ເດັນ ຈະ​ຈົບ​ລົງ​ດ້ວຍ​ການ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ມີ​ຄວາມ​ສ່ຽງ ເຖິງ​ແມ່ນ​ວ່າປະ​ເທດ ຟິນ​ແລນ ທີ່​ຢູ່​ໃກ້​ຄຽງ​ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເຂົ້າ​ຮ່ວມ​ອົງ​ການ NATO ກ່ອນ​ກໍ່​ຕາມ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ຜູ້​ຂໍ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ​ທີ່​ຢູ່​ພາກ​ເໜືອ​ຂອງ​ ຢູ​ໂຣບ ທັງ​ສອງ​ປະ​ເທດ​ນັ້ນ​ປັດ​ຈຸ​ບັນ​ນີ້​ແມ່ນ​ກຳ​ລັງ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ທາງ​ທະ​ຫານ​ສອງ​ຝ່າຍ​ກັບ ສະ​ຫະ​ລັດ. ປະ​ທາ​ນາ​ທິ​ບໍ​ດີ ຟິນ​ແລນ ທ່ານ ຊາວ​ລີ ນີ​ນິ​ສ​ໂຕ ໄດ້​ກ່າວ​ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ​ລັດ​ຖະ​ບານ ສວີ​ເດັນ SVT ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ມັນ​ເປັນ​ໄປ​ໄດ້​ທີ່ ຟິນ​ແລນ ຈະ​ເຂົ້າ​ຮ່ວມ​ອົງ​ການ NATO ກ່ອນ ສວີ​ເດັນ.” ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຄວນ​ປະ​ຕິ​ເສດ​ຕໍ່​ການສະ​ເໜີ​ຂອງ​ ເທີ​ກີ ທີ່​ຈະ​ໃຫ້​ສັດ​ຕະ​ຍາ​ບັນ​ບໍ​? ທ່ານ ນີ​ນິ​ສ​ໂຕ ໄດ້​ອ້າງ​ເຖິງ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ອັງ​ກາ​ຣາ ຂອງ​ທ່ານ ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ບ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ວ່າ​ລັດ​ຖ​ະ​ບານ​ຂອງ​ທ່ານ​ຈະ​ດຳ​ເນີນ​ໄປ​ໜ້າ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ ໃນ​ການ​ສະ​ໝັກ​ເຂົ້າອົງ​ການ NATO ຂອງ ຟິນ​ແລນ.

The Finnish president says he doesn't think Sweden will end up in a vulnerable security situation although neighboring Finland is likely to join NATO first. Both Nordic membership candidates are currently negotiating bilateral military pacts with the United States. Finnish President Sauli Niinistö said in an interview with Swedish public broadcaster SVT that was published Sunday that "it is possible that Finland joins NATO before Sweden." He said, "should we have refused Turkey's offer to ratify?" Niinistö referred to his Friday visit to Ankara where Turkish President Recep Tayyip Erdogan said that his government would move forward with ratifying Finland's NATO application.

XS
SM
MD
LG