ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

7 ຄົນ ​ເສຍ​ຊີວິດ ​ແລ​ະອີກ​ ຫລາຍ​ສິບ​ຄົນ ໄດ້​ຮັບ​ບາດ​ເຈັບ ໃນເຫດຢຽບກັນຕາຍ ຢູ່ໄນຈີເຣຍ (ວີດີໂອ)


Nigeria Stampede
please wait
Embed

No media source currently available

0:00 0:00:56 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ໄດ້​ເກີດການຢຽບ​ກັນ​ຕາຍ ຢູ່​ເດິ່ນກິລາ ເມືອງ Abuja ​ ບ່ອນ​ທີ່
​ລັດຖະບານ​ໄນ​ຈີ​ເຣຍ ກຳລັງ​ເກນ​ເອົາ​ຄົນ​ເຮັດ​ວຽກ. ມີຢ່າງໜ້ອຍ
7 ຄົນ ເສຍ​ຊີວິດ ​ແລ​ະອີກ​ຫລາຍ​ສິບ​ຄົນໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ
ເສົາ​ວານ​ນີ້.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພຢູ່​ທາງ​ນອກ​ ບໍ່​ສາມາດ​ຄວບ​ຄຸມ
ຝຸງ​ຊົນ ທີ່​ພາກັນ​ລຸ​ຫລັ່ງ​ ຍາດ​ແຍ່ງ​ກັນ​ເຂົ້າ​ໄປເດິ່ນກິລາ​ ​ເພື່ອໃຫ້ໄດ້ເຂົ້າ​ສອບ​ເສັງສຳຫລັບ​
ການ​ຄັດ​ເລືອກ​ເຂົ້າ​ເຮັດ​ວຽກ ​ໃນ​ພະ​ແນ​ກຄົນ​ເຂົ້າ​ເມືອງ​ຂອງ​ໄນ​ຈີ​ເຣຍ ຈຶ່ງ​ພາ​ໃຫ້​ມີ​ການ​ແຫຍ້​ກັນ​ຈົນ​ລົ້ມ​ຢຽບ​ກັນ ​ແລະ​ເກີດ​ການ​ແຕກ​ຕື່ນ.

ທ້າວ Igwe Ikechukwu ຜູ້​ລອດ​ຕາຍ​ຄົນ​ນຶ່ງ​ເວົ້າ​ວ່າ: “​ເຂົາ​ເຈົ້າ​ບໍ່​ຍອມ​ໄຂ​ປະຕູ
ແລະ​ປະຕູ​ກໍ​ຍັງ​ລອ໊ກຢູ່. ສະ​ນັ້ນ ພວກ​ຄົນ​ທີ່ຢູ່​ທາງ​ຫລັງ ຈຶ່ງ​ພາກັນ​ຍູ້​ພວກ​ຂ້ອຍ​
ທີ່ຢູ່​ທາງ​ໜ້າ ພາ​ໃຫ້​ພວກ​ທີ່​ມາ​ກ່ອນ ຢືນ​ຖ້າ​ຢູ່​ທາງ​ໜ້າ​ນັ້ນ ​ລົ້​ມລົງ. ຄົນ​ຫລາຍ​
ໂພດ​ ກໍ​ເລີຍຢຽບ​ກັນ​ໄປ ຈົນ​ປະຕູ​ພັງ​ລົງ.”


​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຄົນ​ນຶ່ງ ກ່າວ​ວ່າ ຜູ້​ຄົນ​ພາກັນ​ຫລັ່ງ​ໄຫລ​ມາ ​ຫລາຍກ່ວາ
ທີ່​ໄດ້​ຄາດ​ການ​ໄວ້. ຜູ້ກ່ຽວ​ເວົ້າ​ວ່າ: “ຄື​ກັບ​ທີ່​ເຈົ້າ​ເຫັນ​ນີ້ແຫລະ ຜູ້​ຄົນ​ທີ່​ມາ​ນີ້​ແມ່ນ​
ເກືອ​ບສອງ​ເທົ່າ ຈໍານວນ​ທີ່​ພວກ​ເຮົາ​ເຊີນ​ມາ.”


ບາງ​ຄົນ​ໃນ​ຈຳນວນ​ຫລາຍ​ພັນ​ຄົນ​ ທີ່​ໄປ​ຮ່ວມ​ນັ້ນ ມີ​ຄວາມ​ໂມ​ໂຫນຳວິທີ​ ທີ່​ເຈົ້າ​ໜ້າ​ທີ່
ຈັດການ​ເກນ​ເອົາ​ຄົນ​ດັ່ງກ່າວ.

ອັດຕາ​ການ​ຫວ່າງ​ງານ ​ແມ່ນ​ສູງ​ເປັນ​ພິ​ເສດ ​ໃນ​ບັນດາ​ຊາວ​ໜຸ່ມ​ ຂອງໄນ​ຈີ​ເຣຍ.


A stampede at a Nigerian government recruitment drive left at least seven people dead and dozens more were injured.

Security officers outside the stadium in Abuja Saturday failed to control the crowd, which showed up to take a test to qualify for jobs with the Nigerian Immigration Service.

Survivor Igwe Ikechukwu said:

"They refuse to open the gates, they still lock the gates. So people who were at the back were pushing us. So the crowd was too much so people have march on top of people, that pushed the gate down. So people who are there, that came early and that marched on top of them, they are on the ground."

A security spokesman said the crowd outnumbered the amount of people they were told to expect. He said:

"The actual number we invited, you as can see now, it's almost double."

Some of the thousands of people caught in the stir-up were angry about the government's handling of the event.

Unemployment is especially high among Nigeria's young people.
XS
SM
MD
LG