ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄນ​ຈີ​ເຣຍ ປະ​ຕິ​ເສດ ການ​ວິ​ຈານ ​ຈາກ​ຕ່າງ​ປະ​ເທດ ກ່ຽວ​ກັບ ການ​ສັ່ງ​ພັກ​ວຽກ ​ຜູ້​ພິ​ພາກ​ສາ


ບັນ​ດາ​ໄອ​ຍະ​ການ​ທີ່​ເປັນ​ທະ​ນາຍ​ໃຫ້​ຫົວ​ໜ້າ​ຜູ້​ພິ​ພາກ​ສາ ວອ​ລ​ເທີ ອອນນອກ​ເກັນ ຢູ່​ສານລະ​ບຽບ​ວິ​ໄນ, ນະ​ຄອນຫຼວງ ອາ​ບູ​ຈາ, ປະ​ເທດ ໄນ​ຈີ​ເຣຍ. 22 ມັງ​ກອນ, 2019.
ບັນ​ດາ​ໄອ​ຍະ​ການ​ທີ່​ເປັນ​ທະ​ນາຍ​ໃຫ້​ຫົວ​ໜ້າ​ຜູ້​ພິ​ພາກ​ສາ ວອ​ລ​ເທີ ອອນນອກ​ເກັນ ຢູ່​ສານລະ​ບຽບ​ວິ​ໄນ, ນະ​ຄອນຫຼວງ ອາ​ບູ​ຈາ, ປະ​ເທດ ໄນ​ຈີ​ເຣຍ. 22 ມັງ​ກອນ, 2019.

ລັດ​ຖະ​ບານ​ຂອງ ໄນ​ຈີ​ເຣຍ ໄດ້​ເຕືອນ​ກ່ຽວ​ກັບ ການ​ແຊກ​ແຊງຂອງ ສາ​ກົນ, ໂດຍ​ຢືນ
ຢັນວ່າ ປະເທດທີ່ຕັ້ງຢູ່ອາຟຣິກາຕາເວັນຕົກນັ້ນ ຈະດຳເນີນ “ການເລືອກຕັ້ງທີ່ເສລີ,
ແລະ ຍຸຕິທຳ ສຳລັບປະທານາທິບໍດີ ໃນວັນທີ 16 ກຸມພານີ້.

ໃນ​ການ​ຕອບ​ໂຕ້​ຕໍ່​ການ​ວິ​ຈານ​ໂດຍ ສະ​ຫະ​ລັດ, ອັງ​ກິດ ແລະ ສະ​ຫະ​ພາບ ຢູ​ໂຣບ
ກ່ຽວກັບ ການສັ່ງພັກງານຫົວໜ້າຜູ້ພິພາກສາ ໄນຈີເຣຍ ໂດຍປະທານາທິບໍດີ ມູຮຳມາ
ດູ ບູຮາຣີ ໃນວັນສຸກທີ່ຜ່ານມານັ້ນ, ໂຄສົກຂອງທ່ານປະທານາທິບໍດີ ໄດ້ອອກມາປົກ
ປ້ອງການຕັດສິນດັ່ງກ່າວ.

ລັດ​ຖະ​ບານ​ກາງ ໄນ​ຈີ​ເຣຍ ມີ “ຄວາມ​ມຸ່ງ​ໝັ້ນ ​ທີ່​ຈະ​ຮັບ​ປະ​ກັນການ​ເລືອກ​ຕັ້ງ​ທີ່​ເສ​ລີ
ແລະ ຍຸຕິທຳ. ລັດຖະບານນີ້ຈະບໍ່ດັດແປງກົດລະບຽບ ແລະ ຈະບໍ່ອະນຸຍາດໃຫ້ມີການ
ແຊກແຊງເຂົ້າໃນບັນຫາຂອງພວກເຮົາ.” ໂຄສົກ ກາບາ ເຊຮູ ໄດ້ກ່າວໃນຖະແຫຼງ
ການທີ່ອອກໃນຕອນແລງວັນເສົາທີ່ຜ່ານມາ, ດັ່ງທີ່ອົງການຂ່າວ ຣອຍເຕີ ໄດ້ລາຍ
ງານໄປ.

ໃນ​ຖະ​ແຫຼງ​ການ​ຕິດ​ຕາມມາ ​ທີ່​ອອກ​ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້, ໂຄ​ສົກ​ໄດ້​ອະ​ທິ
ບາຍວ່າ ສາມລັດຖະບານຕ່າງປະເທດນັ້ນເປັນ “ເພື່ອນ” ແຕ່ໄດ້ກ່າວວ່າ ການວິຈານ
ຂອງເຂົາເຈົ້າ “ເບິ່ງຄືວ່າຖືກຜັກດັນໂດຍການສັນນິຖານຫຼາຍກວ່າ ແລະ ເວົ້າຕາມຕົງ,
ເປັນການບໍ່ຖືຕົວບາງຢ່າງຕໍ່ປະຊາທິປະໄຕ ອາຟຣິກາ ນີ້. ບໍ່ມີປະເທດໃດຂອງພວກ
ເຮົາຈະອະນຸຍາດໃຫ້ຄົນໆນຶ່ງພົວພັນຢູ່ໃນຄວາມບໍ່ແນ່ນອນທາງກົດໝາຍ ເພື່ອນຳ
ໜ້າລະບົບກົດໝາຍຕ່າງໆຂອງເຈົ້າຈົນກວ່າຈະໝົດຄວາມສົງໄສໃນຕົວລາວ.”

ໃນ​ຖະ​ແຫຼງ​ການ​ທີ່​ຍາວຢຽດ ເຊິ່ງ​ແນ​ເປົ້າ​ໃສ່​ການ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ ກ່ຽວ​ກັບ
ການຕັດສິນໃຈຂອງທ່ານ ບູຮາຣີ ທີ່ຈະສັ່ງພັກວຽກຫົວໜ້າກະຊວງຍຸຕິທຳ ທ່ານ
ວອລເທີ ອອນນອກເກັນ (Walter Onnoghen) ສຳລັບການກ່າວຫາ ວ່າທຳການ
ກ່າວອ້າງທີ່ຜິດໆ ກ່ຽວກັບ ຊັບສິນຂອງທ່ານ. ທ່ານ ບູຮາຣີ ໄດ້ກ່າວວ່າ ການເຄື່ອນ
ໄຫວທີ່ວ່ານັ້ນ ໄດ້ມີຂຶ້ນຕາມຄຳສັ່ງຂອງຂໍ້ປະຕິບັດສານ ທີ່ໄດ້ເລີ່ມຟັງການໃຫ້ປາກ
ຄຳຄະດີຂອງທ່ານ ອອນນອກເກັນ ໃນສັບປະດາທີ່ຜ່ານມາ. ສານອຸທອນໄດ້ສັ່ງໃຫ້
ຢຸດການພິຈາລະນາຄະດີໄວ້ຊົ່ວຄາວໃນວັນພະຫັດທີ່ຜ່ານມາ. ທ່ານ ອີບຣາຮິມ
ທັນໂກ ຜູ້ພິພາກສາລະດັບທີສອງ, ໄດ້ສາບານຕົວເປັນຜູ້ວ່າການຫົວໜ້າຜູ້ພິພາກ
ສານໃນວັນສຸກທີ່ຜ່ານມາ.

ທ່ານ ບູ​ຮາ​ຣີ, ອະ​ດີດ​ຜູ້​ນຳ​ກອ​ງ​ທັບ​ອາ​ຍຸ 76 ປີ​ທີ່ຖືກ​ເລືອກ​ຕັ້ງ​ໃນ​ປີ 2015 ນັ້ນ, ແມ່ນ
ກຳລັງພະຍາຍາມແຂ່ງຂັນເພື່ອດຳລົງຕຳແໜ່ງເປັນຜູ້ນຳຂອງປະເທດທີ່ມີປາຊາກອນ
ໜາແໜ້ນທີ່ສຸດຂອງ ອາຟຣິກາ ເປັນສະໄໝທີສອງ, ເຊິ່ງສະໄໝນຶ່ງມີສີ່ປີ. ສິ່ງທ້າທາຍ
ຕ່າງໆຕໍ່ຜົນການເລືອກຕັ້ງປະທານາທິບໍດີ ແລະ ສະພາແຫ່ງຊາດ ຈະຖືກຕັດສິນໂດຍ
ຄະນະຕຸລາການຂອງ ໄນຈີເຣຍ, ຂຶ້ນຕໍ່ໄປເຖິງສານສູງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG