ຕຳຫຼວດຢູ່ທາງພາກເໜືອຂອງໄນຈີເຣຍ ກ່າວວ່າ ເຂົາເຈົ້າໄດ້ຊ່ວຍພວກເດັກນ້ອຍຫຼາຍ
ກວ່າ 300 ຄົນ ແລະພວກຜູ້ຊາຍທີ່ຖືກກັກຂັງໄວ້ຢູ່ໂຮງຮຽນ ບ່ອນທີ່ຫຼາຍຄົນໄດ້ຖືກທຸບ
ຕີ ແລະລວນລາມທາງເພດ.
ຕຳຫຼວດກ່າວໃນວັນສຸກວານນີ້ວ່າ ຜູ້ເຄາະຮ້າຍຫຼາຍຄົນໄດ້ພົບເຫັນມີສາຍໂສ້ມັດໄວ້
ເວລາພວກເຈົ້າໜ້າທີ່ ເຂົ້າໄປຊ່ວຍກູ້ໄພ ແລະຍ່າງດ້ວຍຄວາມລຳບາກ.
ຮູບພາບຈາກໂທລະພາບທ້ອງຖິ່ນ ໄດ້ສະແດງໃຫ້ເຫັນພວກເຄາະຮ້າຍຫຼາຍຄົນຢູ່ມີ
ສຸຂະພາບຊຸດໂຊມ ປາກົດວ່າຈ່ອຍຜອມຜິດປົກກະຕິ ແລະຍ່າງດ້ວຍຄວາມລຳບາກ.
ໂຮງຮຽນໄດ້ລົງທະບຽນພວກນັກຮຽນ ເພື່ອສອນໂຄຣານໃຫ້ເຂົາເຈົ້າ ແລະຊ່ວຍ ເຫຼືອພວກຜູ້ໃຫຍ່ປິ່ນປົວຈາກການໃຊ້ຢາເສບດຕິດ ແລະບັນຫາອື່ນໆ. ເຖິງຢາງ ໃດ
ກໍດີ ຕຳຫຼວດກ່າວວ່າ ບ່ອນດັ່ງກ່າວບໍ່ມີໃບອະນຸຍາດ ເພື່ອບໍລິຫານໂຄງການ ການ
ສຶກສາໃດໆ.
ທ່ານອາລີ ຈັນກາ (Ali Janga) ຜູ້ບັນຊາການຕຳຫຼວດປະຈຳລັດກາດູນາ ກ່າວວ່າ “ບ່່ອນນີ້ບໍ່ແມ່ນບ່ອນປິ່ນປົວ ຫຼືໂຮງຮຽນອິສລາມ ເພາະດັ່ງທີ່ທ່ານ ເຫັນດ້ວຍຕົນທ່ານ
ເອງ. ພວກເດັກນ້ອຍໃຊ້ ແບບບໍ່ແມ່ນຄົນ ທ່ານສາມາດເບິ່ງ ດວຍຕົນເອງ.”
ຕຳຫຼວດກ່າວວ່າເຈົ້າຂອງສະຖານທີ່ ແລະພະນັກງານອີກຫົກຄົນ ໄດ້ຖືກຈັບ ໃນເວ
ລາຕຳຫຼວດບຸກເຂົ້າໄປຊ່ວຍ.
Police in northern Nigeria say they have rescued more than 300 boys and men held at an Islamic school where many had been beaten and sexually abused.
Police said Friday that many of the victims were found in chains when officers carried out the rescue in the city of Kaduna on Thursday following a tip.
Local television footage showed many of the victims in poor condition, appearing emaciated and walking with difficulty.
The school enrolled students to teach them the Koran and to help adults to rehabilitate from drug abuse or other problems. However, police say the place was not licensed to run any type of educational programs.
''This place is neither a rehab or an Islamic school because you can see it for yourselves … [The children] were used, dehumanized, you can see it yourself,'' said Kaduna state police commissioner Ali Janga.
Police say the owner of the facility and six staff members were arrested in the raid.