ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ກ່າວວ່າ ການຫຼຸດຜ່ອນ ການສໍ້​ລາດ​ບັງ​ຫຼວງ​ ສຳຄັນ ຕໍ່ການຍຸຕິກຸ່ມຫົວຮຸນແຮງ ໃນໄນຈີເຣຍ


ທ່ານ John Kerry,ຊ້າຍ,ນັ່ງ ກັບທ່ານສຸລະຕານແຫ່ງ Sokoto Sa'adu Abubakar ໃນຂະນະທີ່ຢ້ຽມຢາມ ພະລາດຊະວັງ ໃນ Sokoto, ໄນຈີເຣຍ, 23 ສິງຫາ, 2016.
ທ່ານ John Kerry,ຊ້າຍ,ນັ່ງ ກັບທ່ານສຸລະຕານແຫ່ງ Sokoto Sa'adu Abubakar ໃນຂະນະທີ່ຢ້ຽມຢາມ ພະລາດຊະວັງ ໃນ Sokoto, ໄນຈີເຣຍ, 23 ສິງຫາ, 2016.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ຂັ້ນ​ສູງ​ຊາວ​ມຸສລິ​ມຂອງ​ໄນ​ຈີ​ເຣຍ ​ໃນ​ເມືອງ Sokoto ທາງ​ພາກ​ເໜືອຂອງ​ປະ​ເທດ. Chris Stein ມີ​ລາຍ​ງານ​ຈາກເມືອງ Sokoto ສຳຫຼັບ VOA ຊຶ່ງ​ວັນນະ​ສອນ​ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້​ປົກຄອງ​ຕາມແບບ​ໂບຮານ​ຂອງເມືອງ Sokoto ຄື ສຸລະຕານ Sokoto ເປັນ​ປະມຸກສູງ​ສຸດຂອງ​ຊາວ​ມຸສລິ​ມ​ໃນ​ໄນ​ຈີ​ເຣຍ ​ແລະ​ພະລາດ​ຊະ​ວັງ​ຂອງ​ພະອົງ ແມ່ນ ບ່ອນ​ທີ່ ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ຖະ​ແຫຼ​ງປະນາມ​ການ ​ປະຕິບັດງານ​ເກີນ​ຂອບ​ເຂດ​ຂອງກຸ່ມ Boko Haram.

ທ່ານກ່າວ​ວ່າ ການ​ສຶກສາ​ແລະ​ໂອກາດຕ່າງໆ ອາດຈະສາມາດ​ຫັນປ່ຽນແນວຄິດອອກໄປ ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ໄດ້

ທ່ານ ແຄຣີ ກ່າວວ່າ “ກຸ່ມ Boko Haram ບໍ່​ພາກັນສົ່ງ​ເສີມ​ແຜນການ​ໃດໆ ນອກຈາກ ຈະ​ເຂັ່ນ​ຂ້າ​ພວກ​ນາຍຄູ ຈູດ​ເ​ຜົາປຶ້ມຮຽນ ລັກ​ພາ​ຕົວ​ພວກ​ນັກຮຽນໄປ ຂົ່ມຂືນສຳ​ເລົາ​ພວກ​ແມ່ຍິງ ​ແລະ​ຍິງສາວ ແລະສັງຫານຜູ້ຄົນທີ່ບໍ່ມີຄວາມຜິດ ຊຶ່ງ​ສ່ວນ​ໃຫຍ່ແມ່ນ​ພວກ​ມຸສລິ​ມ.”

ກຸ່ມ Boko Haram ​ໄດ້​ສັງຫານ​ຜູ້​ຄົນມາແລ້ວປະມານ 20 ພັນ ຄົນ​ ​ແລະເຮັດ​ໃຫ້​ພວກ ຜູ້​ຄົນ 2 ລ້ານ 7 ​ແສນ ຄົນ ຂາດ​ທີ່ຢູ່​ອາ​ໄສ ​ໃນ​ຮອບ 7 ປີ ຂອງ​ການ​ກໍ່ການຮ້າຍຢູ່​ທາງ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວຄຳປາໄສ ໃນລະຫວ່າງການຢ້ຽມຢາມ Sokoto ໄນຈີເຣຍ, 23 ສິງຫາ 2016.
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ກ່າວຄຳປາໄສ ໃນລະຫວ່າງການຢ້ຽມຢາມ Sokoto ໄນຈີເຣຍ, 23 ສິງຫາ 2016.

​ໃນ​ຂະນະ​ທີ່​ຄວບຄຸມ​ຂົງ​ເຂດ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຢູ່ ຊຶ່ງ​ພໍໆ​ກັບ​ຂະໜາດ​ຂອງ​ປະ​ເທດ Belgiumນັ້ນ ກອງ​ກຳລັງ​ຈາກ​ໄນ​ຈີ​ເຣຍ​ແລະ​ຈາກບັນດາ​ປະ​ເທດ​ເພື່ອນ​ບ້ານຢູ່​ຊາຍ​ແດນ ກໍ​ໄດ້​ພັກ​ດັນ​ໃຫ້​ພວກ​ກໍ່ການຮ້າຍ​ອອກໄປເກືອບໝົດ ​ຈາກ​ເຂດ​ດັ່ງກ່າວ. ບໍ່​ດົນ ກ່ອນ​ໜ້າທ່ານ Kerry ​ໄປ​ຮອດ ກອງທະຫານ​ຂອງ​ໄນ​ຈີ​ເຣຍ ກໍກ່າວ​ວ່າ ຕົນ ​“ໄດ້​ເຮັດ​ໃຫ້​ຜູ້ນຳ​ຂອງ​ກຸ່ມ​ດັ່ງກ່າວ​ບາດ​ເຈັບຈົນຕາຍ ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ.”

ທ່ານ John Kerry ກ່າວ​ວ່າ ການຜາບແພ້ກຸ່ມ Boko Haram ​ແລະກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ ​ໃນ​ທົ່ວ​ອາ​ຟຣິກາ ຈະ​ຕ້ອງ​ໃຊ້ຢ່າງອື່ນນຳ ນອກເໜືອໄປຈາກກຳລັງ​ທະຫານ.

ທ່ານ ແຄຣີ ກ່າວວ່າ “ການ​ເອົາຊະນະການຕໍ່ສູ້ກັນ​ໃນ​ອະນາ​ຄົດ ບັນດາ​ປະ​ເທດ​ທັງຫຼາຍ​ຈຳ​ເປັນ​ຈະຕ້ອງໄດ້ເຮັດ​ຫຼາຍ​ກວ່າການປະນາມແນວທາງອຸດົມການທີ່ບໍ່ໄປບໍ່ມາທາງໃດ ທີ່​ກຸ່ມ​ກໍ່​ການ​ຮ້າຍ​ສະໜັບສະໜຸນເທົ່ານັ້ນ. ​ພວກ​ເຂົາ​ເຈົ້າ​ຕ້ອງໄດ້​ໃຫ້​ທາງ​ເລືອກ​ແລະ​ໂອກາດ​ທີ່​ດີກ​ວ່າແກ່​ປະຊາຊົນ​ຂອງ​ພວກ​ເຂົາ​ເຈົ້າ.”

ທ່ານ John Kerry ​ກ່າວ​ວ່າ ການ​ສໍ້​ລາດ​ບັງ​ຫຼວງ​ ຕ້ອງໄດ້ບັ່ນທອນລົງ ຊຶ່ງ​ນັ້ນ​ແມ່ນ​ເປັນ​ບັນຫາ​ໃຫຍ່​ໃນ​ໄນ​ຈີ​ເຣຍ ບ່ອນ​ທີ່ 2 ສ່ວນ 3 ຂອງປະຊາ​ຊົນ​ແມ່ນ​ທຸກຍາກ​ໃນ​ຂົງ​ເຂດ​ ທີ່​ມີ​ການ​ຜະລິດ​ນ້ຳມັນ​ສູງ​ສຸດ ​ແລະ​ມີ​ການ​ເສດຖະກິດ​ທີ່ໃຫຍ່ທີ່​ສຸດ​ໃນ​ອາ​ຟຣິກາ.

ສະມາຊິກຂອງແຂກທີ່ເຂົ້າຮ່ວມງານ ພາກັນຖ່າຍຮູບຂອງລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ແລະສຸລະຕານ Sokoto Sa'adu Abubakar ທີ່ພາລາດຊະວັງ Sokoto, ໄນຈີເຣຍ, 23 ສິງຫາ 2016.
ສະມາຊິກຂອງແຂກທີ່ເຂົ້າຮ່ວມງານ ພາກັນຖ່າຍຮູບຂອງລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ແລະສຸລະຕານ Sokoto Sa'adu Abubakar ທີ່ພາລາດຊະວັງ Sokoto, ໄນຈີເຣຍ, 23 ສິງຫາ 2016.

ທ່ານ John Kerry ກ່າວ​ວ່າ “ບໍ່​ມີ​ຫຽັງຈະໄຮ້ສິນທຳ ເຊື່ອມໂຊມ ຫຼຸດອຳນາດ​ຂອງ​ປະຊາຊົນ ​ຫຼາຍ​ໄປ​ກວ່າ ຄວາມເຊື່ອ​ທີ່ລະບົບ​ດັ່ງກ່າວ​ບໍ່ຊື່ຕົງຕໍ່​ພວກ​ເຂົາ​ເຈົ້າ.”

ປະທານາທິບໍດີ Muhammadu Buhari ​ໄດ້​ລົງ​ສະໝັກ​ເອົາ​ຕຳ​ແໜ່​ງ ​ໃນ​ປີ​ກາຍ​ນີ້ ດ້ວຍ​ຄຳ​ໝັ້ນ​ສັນຍາ​ວ່າ ​ຈະ​ຕໍ່ສູ້​ໃນ​ເລື້ອງ​ນີ້ ​ແລະ​ທ່ານ Kerry ກ່າວ​ວ່າ ສະຫະລັດ ຢືນ​ຢູ່​ຂ້າງ​ຫຼັງ​ຄວາມ​ພະຍາຍາມ​ເຫຼົ່ານີ້.

ທ່ານ ແຄຣີ ກ່າວວ່າ “ປະທານາທິບໍດີ Buhari ​ໄດ້​ປະຕິບັດ​ງານ​ຮ່ວມ​ກັບ​ກຸ່ມ​ສັງຄົມ​ພົນລະ​ເຮືອນ​ທີ່​ຈະ​ຊຸກຍູ້​ໃຫ້​ມີ​ຄວາມ​ໂປ່​ງ​ໃສ​ແລະ​ຄວາມຮັບຜິດຊອບມາແລ້ວ. ມັນ​ມີ​ຄວາມ​ສຳຄັນ​ທີ່​ຈະ​ຟື້ນ​ຄວາມ​ໄວ້​ວາງ​ໃຈ​ແລະ​ເຊື່ອ​ຖື​ຂອງ​ປະຊາຊົນ ກັບຄືນ​ມາ.”

ເຖິງ​ແມ່ນ​ວ່າ ຈະມີຄວາມກ້າວໜ້າໃນການ​ຕໍ່ສູ້​ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ​ແລ້ວກໍ​ຕາມ ອົງການ​ນິລະ​ໂທດ​ກຳ​ສາກົນ ​ແລະ​ອົງການ​ Human Right Watch ກໍຍັງ​ໄດ້​ຟ້ອງຮ້ອງພວກ​ທະຫານ​ຂອງ​ໄນ​ຈີ​ເຣຍ ວ່າໄດ້​ທາລຸນພວກ​ຕ້ອງ​ສົງ​ໄສ​ຂອງກຸ່ມ Boko Haram ​ແລະ​ຍິງ​ສັງຫານ ສະມາຊິກ​ຂອງ​ກຸ່ມ​ສາສະໜາຊາວ​ມຸສລິ​ມ Shiite ​ແລະ​ກຸ່ມ​ແບ່ງ​ແຍກ​ອື່ນໆນຳ.

​ໃນ​ການ​ອ້າງເຖິງສິ່ງທີ່ໃກ້ຄຽງ​ກັບ​ສິ່ງ​ທີ່​ຖືກ​ກ່າວ​ຫາ​ນີ້ ທ່ານ Kerry ໄດ້ເຕືອນ​ໃຫ້​ລະວັງ​ບໍ່ໃຫ້​ລັດຖະບານ​ທີ່ ​ເອົາ​ບາດກ້າ​ວ​ເກີນ​ເຫດ ​ໂດຍ​ກ່າວ​ວ່າ “ກຸ່ມ​ຫົວ​ຮຸນ​ແຮງ ບໍ່​ສາມາດ​ຈະເອົາ​ຊະນະ​ໄດ້ ດ້ວຍການ​ກົດ​ຂີ່​ຂົ່ມ​ເຫັງ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Nigeria Boko Haram
please wait
Embed

No media source currently available

0:00 0:02:20 0:00


U.S. Secretary of State John Kerry met Tuesday with Nigeria's top Muslim leader in the northern city Sokoto. Chris Stein reports from Sokoto for VOA.

The traditional ruler of Sokoto, the Sultan of Sokoto, is the highest Muslim leader in Nigeria, and it was at his palace that U.S. Secretary of State John Kerry gave a speech condemning Boko Haram excesses.

He said education and opportunity could turn people away from the extremist group.

"Boko Haram boasts no agenda other than to murder teachers, burn books, kidnap students, rape women and girls and slaughter innocent people, most of whom are Muslims."

Boko Haram has killed about 20,000 people and displaced up to 2.7 million in its seven-year insurgency in northern Nigeria.

While it once controlled an enclave in Nigeria's northeast about equal in size to Belgium, troops from Nigeria and its neighbors have since pushed the insurgents out of most of that territory. Shortly before Kerry arrived, Nigeria's army said it had "fatally wounded" the group's leader in an airstrike.

Defeating Boko Haram and other extremist groups elsewhere in Africa will take more than military force, Kerry said.

"To win the struggle for the future, nations need to do more than just denounce bankrupt dead-end ideologies that the terrorists support. They also have to offer their citizens an alternative that is better."

Kerry said corruption must be curbed. That is a major issue in Nigeria, where two-thirds of the people live in poverty in one of Africa's top oil producers and biggest economies.

"There is nothing more demoralizing, more destructive, more disempowering to a citizen, than the belief that the system is rigged against them."

President Muhammadu Buhari ran for office last year on promises to fight graft and Kerry says the United States stands behind those efforts.

"Already, President Buhari is working with civil society to encourage official transparency and accountability. It is so important to restoring trust among the people."

Despite the country's progress against extremism, Amnesty International and Human Rights Watch have charged Nigerian soldiers with torturing Boko Haram suspects and gunning down members of a Shiite Muslim sect and a separatist group.

In what is likely a veiled reference to those accusations, Kerry cautioned against government overreaction, saying "extremism cannot be defeated through repression."

XS
SM
MD
LG