ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການນອງເລືອດ ຢູ່ ໄນຈີເຣຍ ເພີ້ມທະວີ ຄວາມຮຸນແຮງຂຶ້ນ (ວີດີໂອ)


Nigeria Struggles With Surging Boko Haram Violence
please wait

No media source currently available

0:00 0:03:10 0:00
ລິງໂດຍກົງ
ບັນຫາ​ຂັດ​ແຍ້​ງ ຢູ່​ພາກຕາ​ເວັນ​ອອກສຽງ​ເໜືອ​ຂອງໄນ​ຈີ​ເຣຍ
ປາ​ກົດ​ວ່າ ໄດ້ເພີ້​ມທະວີຂຶ້ນ ຊຶ່ງເຮັດໃຫ້ມີ​ຜູ້​ເສຍ​ຊີວິດ ເກືອບ
100 ຄົນ ​ແລະສາມ​ຄົນ​ໄດ້ຖືກ​ລັກພາ​ໂຕໄປ ໃນ​ການ​ໂຈມຕີ
​ຢູ່​ໃນວັນທ້າຍສັບປະດາທີ່​ຜ່ານ​ມາ.

ລົດ​ສອງ​ຄັນ​ໄດ້​ລ​ະ​ເບີດ​ຂຶ້ນໃນ​ວັນ​ເສົາແລ້ວທີ່​ພາກ​ຕາ​ເວັນ
​ອອກສຽງ​ເໜືອ​ ຂອງໄນ​ຈີ​ເຣຍ ​ຢູ່​ເມື​ອງ Maiduguri ບໍ່ໄກ
ປານໃດຈາກ​ໂຮງ​ຮູບ​ເງົາແລະພິທີ​ແຕ່ງງານ. ບັນດາ​ພະນັກ
ງານຊ່ວຍ​ເຫລືອ ກ່າວ​ວ່າ ຮວມ​ຢູ່​ໃນ​ຫລາຍ​ສິບຊາກ​ສົບ ທີ່
ເສຍຊີວິດ ​ແມ່ນມີ​ເດັກນ້ອຍຮວມຢູ່ນຳ.

ປະມານ 60 ກິ​ໂລ​ແມັດຫ່າງອອກໄປນັ້ນ ຊາວບ້ານ​ທີ່​ເຮັດ​ໄຮ່​ເຮັດ​ນາຢູ່ໃນບ້ານນຶ່ງ ​ໄດ້​ຖືກ
​ຕ້ອນ​ມາໂຮມກັນແລະ​ຫລາຍ​ຄົນ​ໄດ້​ຖືກ​ຍິງ​ຕາຍ ໃນ​ຂະນະ​ທີ່​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ຖືກ
ຈູດ​ເຜົາ​.

​ເມືອງ Maiduguri ​ແມ່ນ​ເມືອງ​ຫລວງ​ຂອງລັດ Borno ​ແລະ ​ເປັນ​ບ່ອນ​ກໍາ​ ເນີດ ຂອງ ກຸ່ມ
Boko Haram ພວກ​ຫົວ​ຮຸນ​ແຮງ​ອິສລາມ ທີ່​ໄດ້​ສັງຫານຫຼາຍ​ພັນ​ຄົນ​ໃນການກໍ່ຄວາມຮຸນ
ແຮງທີ່ດຳເນີນມາເປັນເວລາ​ສີ່​ປີ​ເຄິ່ງ. ລັດ Borno ​ແມ່ນນຶ່ງ​ໃນ​ສາມ​ລັດຢູ່​ທາງ​ພາກຕາເວັນ
ອອກສຽງ​ເໜືອທີ່​ໄດ້​ຢູ່​ພາຍ​ໃຕ້​ພາວະ​ສຸກ​ເສີນ​ມາ​ດົນກວ່າ​ 9 ​ເດືອນແລ້ວ.

ລັດອື່ນໆຢູ່ໃນພາກ​ເໜືອ​ ທີ່ໄດ້ຕົກ​ເປັນ​ເປົ້າ​ ຂອງພວກ​ສົງ​ໄສ​ວ່າ ​ເປັນສະມາຊິກ​ຂອງກຸ່ມ
Boko Haram ນັ້ນແມ່ນຮວມ​ທັງ Bauchi ບ່ອນ​ທີ່ພະນັກງານ​ສັກ​ຢາ​ປ້ອງ​ກັນໂຣກ Polio ​
ໄດ້​ຖືກ​ລັກພາ​ໂຕ​ໄປ ໃນທ້າຍອາທິດ​ແລ້ວ​ນີ້.

ທະຫານ ​ໄນ​ຈີ​ເຣຍ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ແລະ ​ທາງ​ພາກ​ພື້ນ​ດິນ ຍັງດຳເນີນຢູ່
ຕໍ່ມາ ​ທົ່ວຂົງເຂດທີ່ປະກາດພາວະສຸກ​ເສີນດັ່ງກ່າວ ​ແລະ ຜູ້​ຕ້ອງ​ສົງ​ໄສ​ໃນການວາງ​ລະ​ເບີດ
ກໍ​ໄດ້​ຖືກ​ຈັບ. ທັງ​ພວກທະຫານ ​ແລະ ​ພວກ​ກໍ່​ການ​ຮ້າຍ ​ຕ່າງກໍໄດ້​ເສຍຊີວິດ ຈາກ​ການ​ສູ້​ລົບ
ກັນ​ຫວ່າງມໍ່ໆ​ມາ​ນີ້.

​ແຕ່ທ່ານ Ali ກ່າວ​ວ່າ ບັນດາ​ພົນ​ລະ​ເຮືອນ​ ໄດ້​ຖືກ​ປ່ອຍ​ໃຫ້​ພວກ​ເຂົາ​ເຈົ້າ​ປ້ອງກັນ​ຕົນ​ເອງ.
XS
SM
MD
LG