ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປ່ອນບັດເລືອກຕັ້ງ ປະທານາທິບໍດີ ຢູ່ປະເທດໄນເຈີ ຈະນຳໄປສູ່ ການໂອນອຳນາດແບບປະຊາທິປະໄຕ ເທື່ອທຳອິດ


ແຜນທີ່ປະເທດໄນເຈີ.
ແຜນທີ່ປະເທດໄນເຈີ.

ປະຊາຊໍົນໃນປະເທດໄນເຈີ ໄດ້ພາກັນໄປປ່ອນບັດລົງຄະແນນສຽງຮອບສອງໃນວັນອາທິດວານນີ້ ໃນການເລືອກຕັ້ງປະທານາທິບໍດີ ທີ່ຄາດວ່າ ຈະນຳໄປສູ່ການໂອນອຳນາດ ແບບປະຊາທິປະ ໄຕ ເທືຶ່ອທຳອິດ ນັບແຕ່ໄດ້ຮັບເອກກະລາດ ຈາກຝຣັ່ງ ໃນປີ 1960.

ຜູ້ສະໝັກຂອງພັກລັດຖະບານ ທ່ານໂມຮາເມດ ບາຊູມ ເປັນຜູ້ທີ່ໄດ້ຮັບຄວາມນິ ຍົມ ຫຼັງມີຄະແນ
ນຳໜ້າ ໃນການເລືອກຕັ້ງຮອບທຳອິດເມື່ອວັນທີ 27 ທັນວາ ຜ່ານມາ ດ້ວຍການລົງຄະແນນສຽງ
39.3 ເປີເຊັນ. ທ່ານກຳລັງແຂ່ງຂັນກັບອະ ດີດປະທານາທິບໍດີ ມະຫາມານ ອຸສມານ ຜູ້ທີ່ໄດ້ຮັບ
ຄະແນນ 17 ເປີເຊັນ.

ທ່ານບາຊຸມ ຜູ້ທີ່ເຄີຍໄດ້ກຳຫຼາຍຕຳແໜ່ງຫົວໜ້າ ໃນລັດຖະບານປະທານາທິບໍ ດີ ມະຫາມາດູ ທີ່ຫາກໍໝົດອຳນາດໄປນັ້ນ ຮວມທັງກະຊວງຕ່າງປະເທດ ແລະ ກະຊວງພາຍໃນ ທີີ່ໄດ້ຮັບການສະໜັບສະໜູນຈາກບັນດາຜູ່້ສະໝັກ ທີ່ໄດ້ຮັບທີ ສາມ ແລະທີສີ່ຂອງການແຂ່ງຂັນຮອບທຳອິດ.

ຢູ່ໃນນະຄອນຫຼວງເມືອງນີອາເມ ຜູ້ປ່ອນບັດທີ່ໜາແໜ້ນ ຈຳນວນນຶ່ງ ພາກັນໃສ່ ໜາກາກ ປ້ອງ
ກັນໂຄວິດ-19 ລຽນແຖວຢູ່ເດີ່ນ ທີ່ເຕັມໄປດ້ວຍຂີ້ຝຸ່ນ ຂອງໂຮງ ຮຽນ.

ທ່ານບາຊຸມ ກ່າວຫຼັງຈາກປ່ອນບັດວ່າ “ຂ້າພະເຈົ້າຫວັງວ່າ ໂຊກດີເຂົ້າຂ້າງ ຂ້າພະເຈົ້າ ແຕ່ຂ້າພະະເຈົ້າກໍມີເຫດຜົນຫຼາຍຢ່າງທີ່ເຊື່ອວ່ານັ້ນແມ່ນຄວາມຈິງ.”

Niger voted on Sunday in the second round of a presidential election that is expected to usher in the first democratic transition of power since independence from France in 1960.

Ruling party candidate Mohamed Bazoum is the favorite after leading in the first round on Dec. 27 with 39.3% of the vote. He is up against former President Mahamane Ousmane, who scored 17%.

Bazoum, who had held several top positions in outgoing President Mahamadou Issoufou's governments including the foreign and interior ministries, is backed by the candidates who came third and fourth in the first round.

In the capital Niamey, crowds of voters, some wearing masks against COVID-19, queued in dusty school courtyards.

"I hope that luck is on my side, but I have many reasons to believe it is indeed," Bazoum said after voting.

XS
SM
MD
LG