ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິ​ກິດ​ການ​ການ​ເມືອງ ຂອງໄນເຈີ ສ່ຽງ​ຕໍ່​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທໍາ


ຊາວ​ອົບ​ພະ​ຍົບ​ຫລາຍ​ພັນ​ຄົນ (ຖືກ​ຖ່າຍ​ໃນ​ວັນ​ທີ 22 ​ສິງ​ຫາ 2023) ​ຕິດ​ຄ້າງ​ຢູ່​ໃນໄນເຈີ ນັບ​ຕັ້ງ​ແຕ່​ປະ​ທາ​ນາ​ທິ​ບໍ​ດີຂອງໄນເຈີ ໄດ້ຖືກ​ໂຄ່ນ​ລົ້ມ​ໃນ​ເດືອນ​ກໍ​ລະ​ກົດ. ໂດຍບໍ່ມີການແກ້ໄຂທາງການເມືອງໃຫ້ເຫັນ, UNHCR ເຕືອນວ່າວິກິດການທາງດ້ານການເມືອງຂອງໄນເຈີສາມາດກ້າວໄປສູ່ວິກິດການດ້ານມະນຸດສະທໍາ
ຊາວ​ອົບ​ພະ​ຍົບ​ຫລາຍ​ພັນ​ຄົນ (ຖືກ​ຖ່າຍ​ໃນ​ວັນ​ທີ 22 ​ສິງ​ຫາ 2023) ​ຕິດ​ຄ້າງ​ຢູ່​ໃນໄນເຈີ ນັບ​ຕັ້ງ​ແຕ່​ປະ​ທາ​ນາ​ທິ​ບໍ​ດີຂອງໄນເຈີ ໄດ້ຖືກ​ໂຄ່ນ​ລົ້ມ​ໃນ​ເດືອນ​ກໍ​ລະ​ກົດ. ໂດຍບໍ່ມີການແກ້ໄຂທາງການເມືອງໃຫ້ເຫັນ, UNHCR ເຕືອນວ່າວິກິດການທາງດ້ານການເມືອງຂອງໄນເຈີສາມາດກ້າວໄປສູ່ວິກິດການດ້ານມະນຸດສະທໍາ

ໂດຍບໍ່ມີສັນຍານຂອງການແກ້ໄຂທາງດ້ານການເມືອງໃຫ້ເຫັນ, ອົງການພະຍົບຂອງສະຫະປະຊາຊາດເຕືອນວ່າ ວິກິດການດ້ານການເມືອງຂອງໄນເຈີ ອາດຈະຊຸດໂຊມລົງຢ່າງວ່ອງໄວ ຈົນກາຍເປັນວິກິດການດ້ານມະນຸດສະທໍາ ທ່າມກາງການໂຈມຕີຢ່າງຕໍ່ເນື່ອງໂດຍກຸ່ມປະກອບອາວຸດທີ່ບໍ່ແມ່ນຂອງລັດຖະບານ ແລະໃນຂະນະທີ່ການລົງໂທດຂອງ ECOWAS ຕໍ່ປະເທດທີ່ບໍ່ມີທາງອອກສູ່ທະເລນີ້ ເລີ່ມສົ່ງຜົນກະທົບ.

ນັບຕັ້ງແຕ່ການກໍ່ລັດຖະປະຫານໂດຍທະຫານເພື່ອໂຄ່ນລົ້ມປະທານາທິບໍດີທີ່ຖືກເລືອກຕາມລະບອບປະຊາທິປະໄຕ ໃນວັນທີ 26 ກໍລະກົດ, "ເກີດມີວິກິດການຄວາມບໍ່ແນ່ນອນຂຶ້ນ", ທ່ານ ເອັມມານູເອລ ຈິຍັດ (Emmanuel Gignac), ຜູ້ຕາງຫນ້າຂອງ UNHCR ໃນໄນເຈີ ກ່າວ.

"ມັນຍາກທີ່ຈະເຫັນສິ່ງທີ່ຈະເກີດຂື້ນ" ແຕ່ຍ້ອນສະຖານະການທີ່ບໍ່ໄດ້ຮັບການແກ້ໄຂ, ທ່ານກ່າວວ່າ "ອົງການ UNHCR ແລະອົງການສະຫະປະຊາຊາດກໍາລັງພັດທະນາແຜນການສຸກເສີນເພື່ອກຽມພ້ອມສໍາລັບເຫດການສຸກເສີນໃດໆກໍ່ຕາມທີ່ອາດຈະເກີດຂື້ນ."

ທ່ານ​ກ່າວ​ວ່າ ຄວາມ​ຮຸນ​ແຮງ​ແລະ​ການ​ໂຈມ​ຕີ​ໂດຍ​ກຸ່ມ​ປະກອບ​ອາວຸດ ​ໂດຍ​ສະ​ເພາະ​ຢູ່​ໃກ້​ກັບ​ຊາຍ​ແດນ​ຂອງ​ມາລີ ​ແລະ ເບີກີນາ ຟາໂຊ (Burkina Faso) ​ໄດ້​ເຮັດ​ໃຫ້​ມີ​ຜູ້​ອົບ​ພະຍົບຫຼາຍກວ່າ 20,000 ຄົນ ​ໃນ​ເດືອນ​ຜ່ານ​ມາ.

ໃນຊ່ວງໄລຍະເວລາດຽວກັນ, ທ່ານສັງເກດເຫັນວ່າມີຊາວອົບພະຍົບເຖິງ 2,500 ຄົນ, ເຊິ່ງສ່ວນໃຫຍ່ມາຈາກມາລີແລະ ເບີກີນາ ຟາໂຊ (Burkina Faso) ແລະບາງຄົນຈາກໄນຈີເຣຍ, ໄດ້ຫລົບຫນີເຂົ້າໄປໃນໄນເຈີ - ເຊິ່ງເປັນສະຖານະການທີ່ "ເພີ່ມຄວາມສ່ຽງດ້ານໃນການປົກປ້ອງຊາວອົບພະຍົບ, ຜູ້ຂໍລີ້ໄພ, ແລະປະຊາຊົນຂອງປະເທດດັ່ງກ່າວເອງ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG