ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຄົນນຶ່ງ ຖືກຍິງ ເສຍຊີວິດ ໃນຂະນະກຳລັງລາຍງານສົດຢູ່ທ່າມກາງການປະທ້ວງ ໃນນິກາຣາກົວ


Nicaragua
please wait
Embed

No media source currently available

0:00 0:01:52 0:00

ການປະທ້ວງຢູ່ໃນ ນິກາຣາກົວ ຜ່ານມາໄດ້ຫຼາຍວັນແລ້ວ ກ່ຽວກັບເລື່ອງການປັບປຸງ
ຄວາມປອດໄພດ້ານສັງຄົມ ທີ່ໄດ້ສົ່ງຜົນ ເຮັດໃຫ້ມີການເສຍຊີວິດຂອງປະຊາຊົນ ຢ່າງ
ໜ້ອຍ 10 ຄົນ ລວມທັງນັກຂ່າວຄົນນຶ່ງ ທີ່ກຳລັງທຳການລາຍງານສົດຢູ່ ຜ່ານທາງ
ເຟສບຸກ ນຳດ້ວຍ. ພວກກຸ່ມປົກປ້ອງສິດທິບາງສ່ວນ ກະປະມານວ່າ ຈຳນວນຂອງ ການເສຍຊີວິດ ນັບຕັ້ງແຕ່ວັນພຸດຜ່ານມາ ໃນເວລາ ທີ່ການເດີນຂະບວນປະທ້ວງໄດ້
ເລີ້ມຕົ້ນຂຶ້ນ ແມ່ນສູງເຖິງ 25 ຄົນ.

ໃນການກ່າວຄຳປາໄສຕໍ່ປະເທດຊາດ ທີ່ຖ່າຍທອດຜ່ານທາງໂທລະພາບ ໃນວັນເສົາ
ວານນີ້ ໂດຍ ປະທານາທິບໍດີ ແດນນິລ ອໍເທກາ ທີ່ໄດ້ກ່າວວ່າ ທ່ານເປີດອົກເປີດໃຈ
ທີ່ຈະເຈລະຈາ ເພື່ອຈະ “ບໍ່ໃຫ້ມີໄພຂົ່ມຂູ່ ຕໍ່ຄອບຄົວຂອງຊາວນິກາຣາກົວອີກຕໍ່ໄປ.”
ທ່ານ ອໍເທກາ ກ່າວຕື່ມວ່າ ແຕ່ຫາກວ່າ ທ່ານພຽງແຕ່ ຈະພົບປະກັບບັນດາຜູ້ນຳ ດ້ານ
ທຸລະກິດເທົ່ານັ້ນ.


ທ່ານ ອໍເທກາ ເວົ້າວ່າ “ສິ່ງທີ່ເກີດຂຶ້ນ ຢູ່ໃນປະເທດຂອງພວກເຮົາ ແມ່ນບໍ່ມີຊື່. ພວກ
ເດັກນ້ອຍແມ່ນບໍ່ຮູ້ຈັກພັກເລີຍ ພັກທີ່ໃຊ້ກົນອຸບາຍຫລອກລວງ ພວກເຂົາເຈົ້າ... ..
ພວກສະມາຊິກແກັງ ແມ່ນໄດ້ຖືກນຳເຂົ້າມາຮ່ວມພວກກຸ່ມປະທ້ວງເດັກນ້ອຍ ແລະ
ເຮັດໃຫ້ການປະທ້ວງກາຍເປັນການກໍ່ອາຊະຍາກຳໄປ.”

ບໍ່ດົນຫຼັງຈາກການກ່າວຄຳປາໄສຜ່ານທາງໂທລະພາບແລ້ວ ພວກປະທ້ວງກໍໄດ້ກັບຄືນ
ລົງສູ່ຖະໜົນສາຍຕ່າງໆ ຢູ່ໃນຕົວເມືອງຫຼາຍແຫ່ງ ລວມທັງ ນະຄອນຫຼວງ ມານາກົວ
ນຳດ້ວຍ ຫລັງຈາກນັ້ນ ຄວາມເຄັ່ງຕຶງກໍໄດ້ສະຫງົບລົງແດ່ໜ້ອຍນຶ່ງ ໃນຄ່ຳຄືນ ຂອງ
ວັນສຸກຜ່ານມາ.

ປະທານາທິບໍດີ ແດນນິລ ອໍເທກາ ຂອງນິກາຣາກົວ ໂອ້ລົມກັບ ພັນລະຍາຂອງທ່ານ ແລະເປັນຮອງປະທານາທິບໍດີ ທ່ານນາງ ໂຣສາຣີໂອ ມູຣີລໂຣ ໃນລະຫວ່າງ ງານອະນຸສອການສ້າງຕັ້ງ ກອງທັບບົກ ຂອງນິກາຣາກົວ ຄົບຮອບ 38 ປີ , ໃນນະຄອນຫຼວງ ມານາກົວ, ວັນທີ 1 ກັນຍາ 2017.
ປະທານາທິບໍດີ ແດນນິລ ອໍເທກາ ຂອງນິກາຣາກົວ ໂອ້ລົມກັບ ພັນລະຍາຂອງທ່ານ ແລະເປັນຮອງປະທານາທິບໍດີ ທ່ານນາງ ໂຣສາຣີໂອ ມູຣີລໂຣ ໃນລະຫວ່າງ ງານອະນຸສອການສ້າງຕັ້ງ ກອງທັບບົກ ຂອງນິກາຣາກົວ ຄົບຮອບ 38 ປີ , ໃນນະຄອນຫຼວງ ມານາກົວ, ວັນທີ 1 ກັນຍາ 2017.

ເມື່ອຕອນແລງວັນເສົາວານນີ້ ນັກຂ່າວ ຊື່ວ່າ ແອນໂຈລ ກາໂຮນາ ໄດ້ທຳການລາຍງານ
ສົດ ການປະທ້ວງຜ່ານທາງເຟສບຸກ ຈາກເມືອງບລູຟີລສ໌ ທີ່ຕັ້ງຢູ່ທາງແຄມຝັ່ງກາຣີບຽນ
ຂອງນິກາຣາກົວ ໃນເວລາທີ່ຜູ້ກ່ຽວໄດ້ຖືກຍິງຕາຍ. ໃນພາບບັນທຶກ ທີ່ໄດ້ຖືກນຳລົງເຜີຍ
ແຜ່ ຢ່າງກວ້າງຂວາງໃນສື່ສັງຄົມ ສະແດງໃຫ້ເຫັນ ສຽງປືນໄດ້ດັງຂຶ້ນ ທ່ານ ກາໂຮນາ
ລົ້ມລົງ ແລະ ມີສຽງຄົນເວົ້າຈຳນວນນຶ່ງຮ້ອງຫາຜູ້ກ່ຽວ.

ປະທານາທິບໍດີ ອໍເທກາ ເຄີຍເປັນອະດີດທະຫານກອງໂຈນ. ສ່ວນຮອງປະທານາທິບໍດີ
ຂອງທ່ານ ນັ້ນ ກໍແມ່ນພັນລະຍາຂອງທ່ານເອງ ຄື ທ່ານນາງ ໂຣຊາຣີໂອ ມູຣີໂລ.

ພວກເຈົ້າໜ້າທີ່ຕຳຫຼວດ ນິກາຣາກົວ ແນປືນຂອງພວກເຂົາເຈົ້າ ໃສ່ພວກນັກສຶກສາ ທີ່ອອກມາປະທ້ວງ ໃນລະຫວ່າງການປະທະກັນ ເປັນເວລາ 3 ວັນ ໃນນະຄອນຫຼວງ ມານາກົວ ຂອງປະເທດນິກາຣາກົວ, ວັນທີ 20 ເມສາ 2018.
ພວກເຈົ້າໜ້າທີ່ຕຳຫຼວດ ນິກາຣາກົວ ແນປືນຂອງພວກເຂົາເຈົ້າ ໃສ່ພວກນັກສຶກສາ ທີ່ອອກມາປະທ້ວງ ໃນລະຫວ່າງການປະທະກັນ ເປັນເວລາ 3 ວັນ ໃນນະຄອນຫຼວງ ມານາກົວ ຂອງປະເທດນິກາຣາກົວ, ວັນທີ 20 ເມສາ 2018.

ຄຳຕັດສິນຂອງສານແຫ່ງນຶ່ງ ໄດ້ອະນຸຍາດໃຫ້ທ່ານ ອໍເທກາ ລົງແຂ່ງຂັນການເລືອກຕັ້ງ
ຄືນໃໝ່ ໃນປີ 2011 ເຖິງແມ່ນວ່າ ປະເທດນັ້ນ ຈະມີກຳນົດໃຫ້ດຳລົງຕຳແໜ່ງໄດ້ແຕ່ນຶ່ງ
ສະໄໝ ກໍຕາມ. ສາມປີ ຫຼັງຈາກນັ້ນມາ ພັກຝ່າຍຊ້າຍ Sandinista National
Liberation Front ຫຼື FSLN ຂອງທ່ານ ກໍຍາດມາໄດ້ ສຽງສະໜັບສະໜູນພຽງພໍ ໃນ
ລັດຖະສະພາ ເພື່ອຈະດັດແກ້ ລັດຖະທຳມະນູນ ທີ່ອະນຸຍາດໃຫ້ປະທານາທິບໍດີ ດຳລົງ
ຕຳແໜ່ງໄດ້ ຢ່າງບໍ່ມີກຳນົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Days of protests in Nicaragua over a social security overhaul have resulted in the deaths of at least ten people, including a journalist reporting live via Facebook.Some rights groups estimate the death toll since Wednesday, when the demonstrations began, is as high as 25.

In a nationally televised address Saturday, President Daniel Ortega said he is open to negotiations so that there is"no more terror for Nicaraguan families."Ortega added, however, that he would only meet with business leaders.

"What is happening in our country has no name," Ortega said."The kids do not even know the party that is manipulating them...Gang members are being brought into the kids protests and are criminalizing the protests."

Soon after his televised speech, demonstrators were back on the streets in several cities, including the capital, Managua, after tensions had calmed down somewhat Friday night.

Late Saturday, journalist Angel Gahona was covering the protests live on Facebook from Bluefields, a town on Nicaragua's Caribbean coast, when he was shot and killed.In the footage that has circulated widely on social media, gunfire is heard, Gahona falls down and several voices call out to him.

President Ortega is a former guerilla soldier.His vice president is his wife Rosario Murillo.

A court decision allowed Ortega to run for re-election in 2011, even though the country had a one-termlimit.Three years after that, his leftist Sandinista National Liberation Front (FSLN) party, gained enough support in congress for a constitutional amendment to allow unlimited presidential terms.

XS
SM
MD
LG