ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນັກອະນຸລັກ ສິ່ງແວດລ້ອມ ໃນ ໄທ ເຄື່ອນໄຫວ ຄັດຄ້ານ ໂຄງການເຂື່ອນ ປາກລາຍ ໃນ ລາວ


ນັກເຄື່ອນໄຫວ ໄທ ຍົກປ້າຍປະທ້ວງ ຄັດຄ້ານການສ້າງເຂື່ອນເທິງແມ່ນໍ້າຂອງໃນ ລາວ.
ນັກເຄື່ອນໄຫວ ໄທ ຍົກປ້າຍປະທ້ວງ ຄັດຄ້ານການສ້າງເຂື່ອນເທິງແມ່ນໍ້າຂອງໃນ ລາວ.

ບັນດານັກອະນຸລັກສິ່ງແວດລ້ອມທຳມະຊາດໃນ ໄທ ເຄື່ອນໄຫວຄັດຄ້ານໂຄງການ
ເຂື່ອນປາກລາຍ ໃນ ລາວ ດ້ວຍການຟ້ອງຕໍ່ສານປົກຄອງໃນ ໄທ ເພື່ອໃຫ້ມີຄຳສັ່ງ
ຫ້າມບໍ່ໃຫ້ຊື້ໄຟຟ້າຈາກ ລາວ ອີກ.

ທ່ານນາງ ເພນພອນ ດີເທັດ ຜູ້ອຳນວຍການຝ່າຍຈັດກິດຈະກຳໃນປະເທດ ໄທ ອົງ
ການແມ່ນໍ້າສາກົນ (International Rivers) ໃຫ້ການຢືນຢັນວ່າ ແນວທາງການ
ເຄື່ອນໄຫວເພື່ອສະແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າ
ຂອງໃນໄລຍະໃໝ່ນີ້ຈະເນັ້ນໜັກໃຫ້ຄວາມສຳຄັນເປັນພິເສດຕໍ່ບັນຫາ ແລະ ຜົນກະ
ທົບທີ່ມີລັກສະນະຂ້າມພົມແດນລະຫວ່າງປະເທດ ໃນລຸ່ມແມ່ນໍ້າຂອງດ້ວຍກັນ ໂດຍ
ການເຄື່ອນໄຫວໃນແນວທາງດັ່ງກ່າວນີ້ ໄດ້ຮັບການຕອບສະໜອງມາແລ້ວ ເມື່ອປາກົດ
ວ່າສານປົກຄອງສູງສຸດໃນປະເທດ ໄທ ໄດ້ຮັບຮອງການຟ້ອງຮ້ອງຂອງເຄືອຂ່າຍປະ
ຊາຊົນ ໄທ ທີ່ຄັດຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້າໄຊຍະບູລີ
ເທິງແນວແມ່ນໍ້າຂອງໃນ ລາວ ທີ່ມີການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ ເປັນຜູ້ຊື້
ນັ້ນ ດັ່ງທີ່ທ່ານນາງພຽນພອນ ໄດ້ໃຫ້ການຢືນຢັນວ່າ.

"ທີ່ສານປົກຄອງສູງສຸດມີຄຳສັ່ງຮັບຟ້ອງກໍລະນີທີ່ຊາວບ້ານໃນນາມເຄືອຂ່າຍປະຊາຊົນ
ໄທ ໃນ 8 ຈັງຫວັດລຸ່ມນໍ້າຂອງນີ້ໄດ້ຍື່ນຟ້ອງ ກຟຜ ແລະ ໜ່ວຍງານລັດທັງໝົດລວມ 5
ໜ່ວຍງານກໍລະນີທີ່ໄປຮັບຊື້ໄຟຟ້າຈາກເຂື່ອນໄຊຍະບູລີ ນີ້ເປັນຄັ້ງແລກທີ່ໜ່ວຍງານ
ລັດ ໂດຍສະເພາະສານປົກຄອງນີ້ມີການຮັບຮອງໃນປະເດັນຜົນກະທົບຂ້າມພົມແດນ
ວ່າມີຈິງ ແລ້ວກໍຕ້ອງການໃຫ້ໜ່ວຍງານລັດຂອງ ໄທ ທີ່ໄປສະໜັບສະໜູນ ຫຼື ກ່ຽວຂ້ອງ
ກັບໂຄງການຂ້າມພົມແດນຈະຕ້ອງຫັນມາປະຕິບັດຕາມກົດໝາຍ ໄທ."

ທ່ານນາງ ພຽນພອນ ຢືນຢັນວ່າການຟ້ອງຮ້ອງຕໍ່ສານປົກຄອງຂອງ ໄທ ໃນລັກສະນະ
ດຽວກັນນີ້ ຍັງຈະລວມເຖິງໂຄງການເຂື່ອນປາກລາຍເທິງແນວແມ່ນໍ້າຂອງໃນແຂວງ
ໄຊຍະບູລີ ທີ່ທາງການ ລາວ ໄດ້ສະເໜີເຂົ້າສູ່ການພິຈາລະນາປຶກສາຫາລືໃນຄະນະ
ກຳມາທິການແມ່ນໍ້າຂອງ (MRC) ໃນວັນທີ 13 ມິຖຸນາ 2018 ທີ່ຜ່ານມາອີກດ້ວຍ
ເພາະເປັນໂຄງການທີ່ມີລັກສະນະດຽວກັນກັບໂຄງການເຂື່ອນໄຊຍະບູລີນັ້ນເອງ.

ກ່ອນໜ້ານີ້ ເຄືອຂ່າຍປະຊາຊົນ ໄທ ເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນ
ແມ່ນໍ້າຂອງ ກໍໄດ້ຮ່ວມກັນເຄື່ອນໄຫວເພື່ອຄັດຄ້ານໂຄງການເຂື່ອນປາກແບງ ເທິງແນວ
ແມ່ນໍ້າຂອງໃນແຂວງອຸດົມໄຊ ຂອງ ລາວ ແລະ ກໍໄດ້ຟ້ອງຮ້ອງຕໍ່ສານປົກຄອງໃນ ໄທ
ເພື່ອຂໍໃຫ້ມີຄຳສັ່ງບັງຄັບໃຫ້ລັດຖະບານ ໄທ ຕ້ອງສະແດງການຄັດຄ້ານໂຄງການດັ່ງ
ກ່າວໃນກອງປະຊຸມຄະນະກຳມາທິການແມ່ນໍ້າຂອງ (MRC) ທີ່ ໄທ ເປັນສະມາ
ຊິກຮ່ວມກັບ ກຳປະເຈຍ, ຫວຽດນາມ ແລະ ລາວ ດ້ວຍເຊັ່ນກັນ.

ທັງນີ້ກໍເນື່ອງຈາກວ່າ ໂຄງການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃນ ລາວ ນັ້ນຈະສົ່ງ
ຜົນກະທົບຕໍ່ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະ
ຊາດໃນແມ່ນໍ້າຂອງຕະຫຼອດທັງສາຍ ໃນເຂດຕອນລຸ່ມຂອງແມ່ນໍ້າອີກດ້ວຍ ຫາກແຕ່
ວ່າກໍເປັນການຍາກທີ່ຈະຄັດຄ້ານໂຄງການເຄື່ອນປາກແບງໄດ້ໂດຍທາງການ ໄທ
ເພາະໂຄງການຕັ້ງຢູ່ໃນເຂດອະທິປະໄຕຂອງ ລາວ ດ້ວຍເຫດນີ້ ປະເທດສະມາຊິກໃນ
MRC ດ້ວຍກັນຈຶ່ງບໍ່ສາມາດທີ່ຈະເຂົ້າໄປແຊກແຊງໄດ້ ນອກຈາກການພິຈາລະນາຂໍ້
ມູນຕ່າງໆຕາມທີ່ທາງການ ລາວ ແລະ ຜູ້ລົງທຶນໃນໂຄງການໄດ້ນຳສະເໜີເທົ່ານັ້ນ.

ໂຄງການເຂື່ອນປາກແບງ ລົງທຶນໂດຍບໍລິສັດຕ້າຖັງ ຈາກ ຈີນ ເລີີ່ມການກໍ່ສ້າງໃນ
ທ້າຍປີ 2017 ຕັ້ງຢູ່ລະຫວ່າງເມືອງ ເງິນ ແຂວງໄຊຍະບູລີ ກັບເມືອງປາກແບງ ແຂວງ
ອະດົມໄຊ ຕົວເຂື່ອນຍາວ 1,000 ແມັດ ສັນເຂື່ອນສູງ 64 ແມັດ ປະກອບມີຈັກປັ່ນໄຟ
ຟ້າ 16 ເຄື່ອງ ມີກຳລັງຕິດຕັ້ງລວມ 912 ເມກະວັດ ມີລະບົບປ່ອຍນໍ້າຂີ້ຕົມລອດພື້ນອັດ
ຕະໂນມັດ ມີຊ່ອງທາງເດີນເຮືອແບບ ລິຟ (LIFT) ຍົກນໍ້າໜັກໄດ້ປະມານ 500 ໂຕນ
ທັງຍັງຈະມີຊ່ອງທາງສຳລັບປາຂຶ້ນ-ລົງຢູ່ດ້ານຂ້າງຂອງເຂື່ອນທີ່ກວ້າງ 15 ແມັດ ແລະ
ຍາວ 1,000 ແມັດທີ່ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກ ໂດຍໃຊ້ເງິນລົງທຶນກໍ່ສ້າງ
ຫຼາຍກວ່າ 2,000 ລ້ານໂດລາ.

ສ່ວນໂຄງການເຂື່ອນປາກລາຍ ກໍເປັນການລົງທຶນຂອງກຸ່ມບໍລິສັດ ຊີໂນ ໄຮໂດຣ
(Sino Hydro Corp) ແລະ ບໍລິສັດ ໄຟຟ້າຂາອອກ-ຂາເຂົ້າແຫ່ງຊາດ ຈີນ (China
National Electric Export-Import) ຈາກ ຈີນ ເຊັ່ນກັນ ໂດຍເຂື່ອນມີກຳລັງຕິດຕັ້ງ
770 ເມກະວັດ ໄດ້ຮັບອະນຸຍາດສຳປະທານຈາກລັດຖະບານ ລາວ ເປັນເວລາ 30 ປີ
ດ້ວຍເງິນລົງທຶນໃນມູນຄ່າລວມ 1,800 ລ້ານໂດລາ ພາຍໃຕ້ເປົ້າໝາຍຈະເລີ່ມລົງມື
ກໍ່ສ້າງໃນປີ 2022 ເພື່ອໃຫ້ແລ້ວສຳເລັດ ແລະ ສົ່ງກະແສໄຟຟ້າໄປຂາຍໃຫ້ ໄທ ໃນປີ
2029 ແຕ່ດ້ວຍການເຄື່ອນໄຫວຂອງເຄືອຂ່າຍປະຊາຊົນ ໄທ ດັ່ງກ່າວ ກໍຍ່ອມຈະສົ່ງ
ຜົນກະທົບຕໍ່ໂຄງການເຂື່ອນປາກລາຍ ຢ່າງຫຼີກລ່ຽງບໍ່ໄດ້ ນອກຈາກນີ້ການກໍ່ສ້າງ
ເຂື່ອນປາກລາຍ ກໍຍັງຈະສົ່ງຜົນກະທົບເຮັດໃຫ້ຕ້ອງຍົກຍ້າຍປະຊາຊົນ ລາວ ຫຼາຍ
ກວ່າ 3,500 ຄົນ ແລະ ມີພື້ນທີ່ກະສິກຳທີ່ຈະຖືກນໍ້າຖ້ວມຄິດເປັນເນື້ອທີ່ກວ້າງກວ່າ
77,600 ເຮັກຕາອີກດ້ວຍ.

XS
SM
MD
LG