ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກອະນຸລັກ ສິ່ງແວດລ້ອມ ສືບຕໍ່ຄັດຄ້ານ ໂຄງການກໍ່ສ້າງເຂື່ອນປາກແບງ


ຈຸດທີ່ຈະສ້າງເຂື່ອນໄຟຟ້ານໍ້າຕົກປາກແບງ ໃນລໍາແມ່ນໍ້າຂອງ ຢູ່ພາກເໜືອຂອງລາວ.
ຈຸດທີ່ຈະສ້າງເຂື່ອນໄຟຟ້ານໍ້າຕົກປາກແບງ ໃນລໍາແມ່ນໍ້າຂອງ ຢູ່ພາກເໜືອຂອງລາວ.

ບັນດານັກອະນຸລັກສິ່ງແວດລ້ອມທຳມະຊາດ ຍັງສືບຕໍ່ການເຄື່ອນໄຫວ ຄັດຄ້ານ
ໂຄງການກໍ່ສ້າງເຂື່ອນປາກແບງ ໃນແລວແມ່ນ້ຳຂອງໃນລາວ ທີ່ລົງທຶນໂດຍກຸ່ມ
ບໍລິສັດ ພະລັງງານໄຟຟ້າຈາກຈີນ.

ທ່ານນິວັດ ຮ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ເພື່ອອະນຸລັກສິ່ງແວດລ້ອມ
ທຳມະຊາດ ໃນແມ່ນ້ຳຂອງໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ແລະອົງ ການອະນຸລັກສິ່ງແວດລ້ອມທຳມະຊາດໃນອາຊ່ຽນ ແລະສາກົນ ຈະຍັງຄົງສືບຕໍ່
ການເຄື່ອນໄຫວຮ່ວມກັນ ເພື່ອຄັດຄ້ານບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ ໃນ
ລໍາແມ່ນ້ຳຂອງ ໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນໃນລໍາແມ່ນ້ຳຂອງ
ທີ່ຢູ່ເຂດ ສປປ ລາວ ນັ້ນ.

ທັງນີ້ ກໍເນື່ອງຈາກວ່າ ໂຄງການກໍ່ສ້າງເຂື່ອນໃນລໍາແມ່ນ້ຳຂອງໃນລາວ ນັ້ນ
ຈະສົ່ງຜົນກະທົບຕໍ່ການອົບພະຍົບຂອງປາ ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດ
ທຳມະຊາດໃນແມ່ນ້ຳຂອງ ຕະຫຼອດທັງສາຍນໍ້າໃນເຂດຕອນລຸ່ມຂອງແມ່ນ້ຳ
ອີກດ້ວຍ ດັ່ງທີ່ທ່ານນິວັດ ໄດ້ໃຫ້ການຢືນຢັນວ່າ:

“ຂະນະນີ້ ມັນເກີດຂຶ້ນແລ້ວ ກໍຄືເລື່ອງເຂື່ອນໄຊຍະບູຣີ ຕາມມາກໍຄືດອນສະຫົງ
ແລ້ວຈາກດອນຫົງ ກໍຈະເປັນເຂື່ອນປາກແບງ ຊຶ່ງເຂື່ອນພວກນີ້ ມັນຈະເກີດຂຶ້ນ
ເປັນສິບກວ່າໂຕຫັ້ນ ໃນແມ່ນ້ຳຂອງນີ້ ມັນເປັນສະຖານະການທີ່ໜ້າເປັນຫ່ວງຫຼາຍ
ເພາະວ່າ ຜົນກະທົບມັນຈະມີຫຼາຍກວ່າເຂື່ອນຕອນເທິງອີກ ເພາະວ່າ ສິບກວ່າເຂື່ອນ
ໃນຕອນລຸ່ມຫັ້ນ ມັນເປັນບັນຫາສຳຄັນໃນເລື່ອງຂອງການປິດກັ້ນການອົບພະຍົບ
ຂອງປາ ແລ້ວມັນກໍຈະສ້າງຄວາມປ່ຽນແປງທາງລະບົບນິເວດໃນແມ່ນ້ຳຂອງ
ຕະຫຼອດທັງສາຍ.”

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດຕ້າຖັງຈາກຈີນ ທີ່ເປັນຜູ້ລົງທຶນໃນໂຄງການກໍ່ສ້າງ
ເຂື່ອນປາກແບງເທິງແນວແມ່ນ້ຳຂອງ ກໍໄດ້ວາງເປົ້າໝາຍທີ່ຈະເລີ່ມລົງມືກໍ່ສ້າງ
ເຂື່ອນໃນພາກໂຕຈິງໃຫ້ໄດ້ພາຍໃນປີ 2017 ນີ້ ໂດຍໃນປັດຈຸບັນ ທາງບໍລິສັດ
ກຳລັງສຸມໃສ່ການສຶກສາ ແລະສຳຫຼວດໃນຂັ້ນສຸດທ້າຍ ເພື່ອນຳສະເໜີເອກກະສານ
ສຳຄັນຕ່າງໆທີ່ກ່ຽວຂ້ອງ ໄປຍັງປະເທດສະມາຊິກຂອງຄະນະກຳມາທິການແມ່ນ້ຳຂອງ
(MRC) ຮ່ວມກັບລາວ ກໍຄືກຳປູເຈຍ ໄທ ແລະ ຫວຽດນາມ ນັ້ນ ໃຫ້ຮັບຊາບເຖິງ
ລາຍລະອຽດຂອງແຜນການດ້ານຕ່າງໆ ຂອງໂຄງການໃນໝໍ່ໆນີ້.

ໂຄງການເຂື່ອນປາກແບງໃນລໍາແມ່ນ້ຳຂອງ ທີ່ຕັ້ງຢູ່ລະຫວ່າງເມືອງເງິນ ແຂວງ
ໄຊຍະບູຣີ ກັບເມືອງປາກແບງ ແຂວງອຸດົມໄຊ ຈະມີໂຕເຂື່ອນຍາວ 1,000 ແມັດ
ສັນເຂື່ອນສູງ 64 ແມັດ ປະກອບມີຈັກປັ່ນໄຟຟ້າຈຳນວນ 16 ເຄື່ອງ ມີກຳລັງຕິດຕັ້ງ
ລວມ 912 ເມກາວັດ ມີລະບົບປ່ອຍຂີ້ຕົມຮອດພື້ນອັດຕະໂນມັດ ມີຊ່ອງທາງເດີນ
ເຮືອແບບ LIFT ຍົກນ້ຳໜັກໄດ້ປະມານ 500 ໂຕນ ທັງກໍຍັງຈະມີຊ່ອງທາງສຳລັບປາ
ຂຶ້ນ-ລົງ ຢູ່ດ້ານຂ້າງຂອງເຂື່ອນທີ່ກວ້າງປະມານ 15 ແມັດ ແລະ ຍາວ 1,000 ແມັດ
ເຮັດໃຫ້ປາສາມາດຂຶ້ນ-ລົງໄດ້ຢ່າງສະດວກອີກດ້ວຍ ຈຶ່ງເຮັດໃຫ້ຈະຕ້ອງໃຊ້ເງິນ
ລົງທຶນກໍ່ສ້າງຫຼາຍກວ່າ 2,000 ລ້ານໂດລາ.

ນອກຈາກໂຄງການເຂື່ອນປາກແບງໃນລໍາແມ່ນ້ຳຂອງດັ່ງກ່າວ ກຸ່ມບໍລິສັດຈາກຈີນ ຍັງໄດ້ລົງທຶນກໍ່ສ້າງເຂື່ອນເທິງແນວແມ່ນ້ຳອູ ອີກ 7 ໂຄງການ ຊຶ່ງເປັນການລົງທຶນ
ຂອງກຸ່ມບໍລິສັດ Power China ຈຳກັດ ທີ່ໄດ້ວາງເປົ້າໝາຍໄວ້ວ່າ ຈະກໍ່ສ້າງເຂື່ອນ
ນ້ຳອູ ທັງ 7 ໂຄງການໃຫ້ແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ 2,800
ລ້ານໂດລາ ມີກຳລັງຕິດຕັ້ງລວມ 1,272 ເມກາວັດ ໂດຍຈະຂາຍໃຫ້ລັດວິສາຫະກິດ
ໄຟຟ້າລາວ (EDL) ໃນຕະຫຼອດໄລຍະສຳປະທານ 29 ປີ.

ທັງນີ້ ການກໍ່ສ້າງເຂື່ອນໄຟຟ້ານ້ຳອູ ໄດ້ແບ່ງອອກເປັນ 2 ໄລຍະ ໂດຍໄລຍະທີ 1 ໄດ້
ເລີ່ມການກໍ່ສ້າງໃນປີ 2012 ໂດຍມາເຖິງປັດຈຸບັນນີ້ ກໍໄດ້ກໍ່ສ້າງສຳເລັດແລ້ວ 3 ໂຄງ
ການຄືເຂື່ອນໄຟຟ້າ ນ້ຳອູ 2, 5 ແລະ 6 ທີ່ມີກຳລັງຕິດຕັ້ງລວມ 540 ເມກາວັດ ດ້ວຍ
ເງິນລົງທຶນລວມ 1,035 ລ້ານໂດລາ ແລະ ຈະສົ່ງພະລັງງານໄຟຟ້າໃຫ້ກັບ EDL ໃນ
ປະລິມານລວມ 1,100 ລ້ານກິໂລວັດ/ໂມງຕໍ່ປີ ນັບແຕ່ປີ 2017 ນີ້ເປັນຕົ້ນໄປ.

ສ່ວນໄລຍະທີ 2 ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ ປະກອບດ້ວຍເຂື່ອນໄຟຟ້າ
ນ້ຳອູ 1, 3, 4 ແລະ 7 ທີ່ການດຳດເນີີນງານໄດ້ຄືບໜ້າໄປແລ້ວ ເກີນກວ່າ 40 ເປີເຊັນ
ຂອງແຜນການ ແລະສາມາດຄາດໝາຍໄດ້ວ່າ ການກໍ່ສ້າງຈະແລ້ວສຳເລັດທັງ 4 ໂຄງ
ການພາຍໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການສາມາດຜະລິດ
ກະແສໄຟຟ້າ ເພື່ອຂາຍໃຫ້ EDL ໄດ້ເກີນກວ່າ 2,590 ລ້ານກິໂລວັດ/ໂມງຕໍ່ປີ ນັບຈາກປີ
2020 ເປັນຕົ້ນໄປ ໂດຍໃນປັດຈຸບັນ ປະເທດລາວ ມີແຫລ່ງຜະລິດໄຟຟ້າດ້ວຍພະລັງ
ງານນ້ຳ 41 ແຫ່ງ ແລະໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌
1 ແຫ່ງ ໂດຍມີກຳລັງຕິດຕັ້ງລວມທັງໝົດ 6,391 ເມກາວັດ ແລະຄາດວ່າ ຈະເພີ່ມຂຶ້ນເປັນ
14,000 ເມກາວັດໃນປີ 2020.

XS
SM
MD
LG