ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຄືອຄ່າຍອະນຸລັກ ສິ່ງແວດລ້ອມ ຄັດຄ້ານ ການລະເບີດ ເພື່ອເປີດເສັ້ນທາງໃນ ແມ່ນໍ້າຂອງ


ພວກປະທ້ວງຄັດຄ້ານ ການສະເໜີລະເບີດເສັ້ນທາງ ແມ່ນໍ້າຂອງ.
ພວກປະທ້ວງຄັດຄ້ານ ການສະເໜີລະເບີດເສັ້ນທາງ ແມ່ນໍ້າຂອງ.

ນາຍົກລັດຖະມົນຕີ​ໄທ ຢືນ​ຢັນ​ວ່າ ການ​ທີ່​ຄະນະ​ລັດຖະບານ​ໄທ ສະໜັບສະໜູນ​ແຜນ
ການ​ຂອງ​ລັດຖະບານ​ຈີນ ​ໃນ​ການ​ຂະຫຍາຍ​ເສັ້ນທາງ​ເດີນ​ເຮືອ​ໃນ​ແມ່​ນໍ້າຂອງ ບໍ່​ແມ່ນ​
ການ​ຕົກລົງ​ໃຫ້​ລະ​ເບີດ​ແກ່ງ​ຫີນ​ແຕ່​ຢ່າງ​ໃດ ຊຶ່ງ​ຊົງ​ລິດ ​ໂພນ​ເງິນ ​ນັກ​ຂ່າວ ວີ​ໂອ​ເອ ມີ
​ລາຍງານ​

ສືບ​ເນື່ອງ​ຈາກ​ການ​ສຳ​ຫລວດ​ຮ່ອງ​ນໍ້າ ​ແລະ​ບັນດາ​ແກ່ງ​ຫີນ​ໃນ​ແມ່​ນໍ້າຂອງ ຈາກ​ເຂດ
​ສາມຫລ່ຽມ​ຄໍາ ທີ່​ເປັນ​ເຂດ​ແດນ​ໃນ​ແມ່​ນໍ້າຂອງ​ລະຫວ່າງ​ ມຽນມາ-ລາວ-ໄທ ​ໄປ​ເຖິງ
”ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ ທີ່​ດຳ​ເນີນ​ການ​ໂດຍ​ຄະນະ​ສຳ​ຫລວດ​ຂອງ​ທາງ​
ການ​ຈີນ ນັບ​ແຕ່​ທ້າຍເດືອນ​ເມ​ສາ 2017 ​ເປັນ​ຕົ້ນ​ມາ​ກໍ​ປາກົດ​ວ່າ​ໄດ້​ຖືກ​ຄັດຄ້ານ​ຈາກ
​ເຄື່ອຄ່າ​ຍການ​ອານຸລັກ​ຮັກສາສິ່ງ​ແວດ​ລ້ອມທຳ​ມະ​ຊາດ ທັງ​ໃນ​ໄທ ​ແລະ​ສາກົນ​ຢ່າງ​
ກວ້າງຂວາງ​ໃນ​ເວລາ​ນີ້.

​ໂດຍ​ການ​ສຳ​ຫລວດ​ດັ່ງກ່າວ​ນີ້ ​ເປັນ​ຜົນ​ຈາ​ກກອງ​ປະ​ຊຸມຂອງ​ຄະນະ​ລັດຖະບານ​ໄທ
ທີ່​ມີມະຕິຕົກລົງ​ໃຫ້ການ​ສະໜັບສະໜູນ​ຕໍ່​ແຜນການ​ຂອງ​ລັດຖະບານ​ຈີນ ກ່ຽວກັບ
ການ​ຂະຫຍາ​ຍ​ເສັ້ນທາງ​ເດີນ​ເຮືອ​ໃນ​ແລວແມ່​ນໍ້າຂອງ ຈາກ​ທ່າ​ເຮືອ​ຊື່​ເໝົາ ​ກັບທ່າ
ເຮື​ອຊ່ຽງຮຸ່ງ ​ໃນ​ເຂດ​ສິບສອງ​ພັນ​ນາ​ຂອງ​ຈີນ ມາ​ຍັງ​ເຂດ​ສາມຫລ່ຽມ​ຄຳ ​ແລະ​ເຊື່ອມ
ຕໍ່​ໄປ​ໃຫ້​ເຖິງ​ເມືອງ​ຫລວງ​ພະ​ບາງ ຕາມ​ຂໍ້ຕົກລົງທີ່ວ່າ​ດ້ວຍ​ການ​ເດີນ​ເຮືອ​ໃນ​ແມ່ນໍ້າ
​ຂອງ​ລະຫວ່າງ​ ຈີນ-ມຽນມາ-ລາວ ​ແລະ​ໄທ ​ເມື່ອ​ທ້າຍ​ປີ 2016 ທີ່​ຜ່ານ​ມາ​ອັນ​ຖື “​ເປັນ
ການ​ເຫັນ​ຊອບ​ທີ່​ເຮັດ​ໃຫ້​ເປົ້າ​ໝາຍ​ການ​ເດີນ​ເຮືອ ​ໃນ​ແມ່​ນໍ້າຂອງ​ລະຫວ່າງ 4 ປະ​ເທດ
ໄດ້ຍັບ​ເຂົ້າໃກ້​ຄວາມ​ເປັນ​ຈິງ​ຫລາຍ​ຂຶ້ນ​ອີກ​ດ້ວຍ.

ທັ້ງນີ້​ໂດ​ຍອີງ​ຕາມ​ຂໍ້ຕົກລົງ​ໃນ​ປີ 1992 ​ໄດ້ກຳນົດ​ໃຫ້​ມີ​ການ​ເຊື່ີອມຕໍ່​ການ​ຂົນ​ສົ່ງ​ສິນ
ຄ້າແລະໂດຍສານ​ທາງ​ເຮືອ​ໃນ​ແມ່​ນໍ້າຂອງ​ລະຫວ່າງ 14 ທ່າ​ເຮືອປະກອບ​ດ້ວຍ 4 ທ່າ
ເຮືອໃນ​ຈີນ 6 ທ່າເຮືອ​ໃນ​ລາວ 2 ທ່າເຮືອ​ໃນ​ມຽນມາ ​ແລະ 2 ທ່າເຮືອ​ໃນ​ໄທ ຫາກ​ແຕ່
ຕົກ​ເຖິງ​ປັດ​ຈຸ​ບັນ​ການ​ເດີນເຮືອ​ກໍ​ຍັງຄົງ​ບໍ່​ສາມາ​ດ​ເຊື່ອມ​ຕໍ່​ໄປ​ເຖິງ​ທ່າ​ເຮືອປາຍທາງ​ທີ່
ເມືອງມໍລະດົກ​ໂລກ​ຫລວງ​ພະ​ບາງໄດ້ເລີ​ຍ ​ເພ​າະມີ​ແກ່ງ​ຫີນ​ຂະໜາດ​ໃຫຍ່​ຂວາງ​ກັ້ນ​ຢູ່​
ຈຶ່ງ​ເຮັດໃຫ້​ຈະ​ຕ້ອງ​ມີ​ການ​ເຄື່ອນ​ຍ້າຍ​ແກ່ງ​ຫິນ​ດັ່ງກ່າວ​ອອກ​ໄປ​ຈາກ​ເສັ້ນທາງ​ເດີນ​ເຮືອ​
ດ້ວຍ​ລະເບີດ ​ແຕ່​ກໍ​ຍັງ​ບໍ່​ສາມາດ​ດຳ​ເນີນ​ການ​ໄດ້​ ເພາະ​ຖືກ​ຄັດຄ້ານ​ຈາກ​ເຄື່ອຄ່າ​ຍຂອງ​
ອົງການອະນຸ​ລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດຢູ່​ເລື້ອຍ​ມາ.

​ໂດຍ​ສະ​ເພາະ​ແມ່ນ​ແກ້ງ​ຄອນ​ຜີຫລົງ ​ທີ່ຕັ້ງ​ຢູ່ໃນ​ແມ່​ນໍ້າຂອງ ລະຫວ່າງ​ແຂວ​ງບໍ່​ແກ້ວ
​ຂອງ​ລາວ​ກັບ​ຈັງ​ຫວັດ​ຊ່ຽງ​ຣາຍຂອງ​ໄທ​ນັ້ນ ຍັງ​ເຮັດ​ໃຫ້​ທາງ​ການ​ລາວ-ໄທ ຢ້ານ​ວ່າ
ການ​ລະເບີ​ດ​ແກ່ງ​ດັ່ງກ່າວ​ນີ້ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຮ່ອງນໍ້າ​ເ​ລີກ​ທີ່​ເປັນ​ເສັ້ນ ເ​ຂດ​ແດນ​ໃນ
​ແມ່​ນໍ້າຂອງ​ລະຫວ່າງ​ລາວ-​ໄທ ຊຶ່ງ​ຍັງ​ບໍ່​ໄດ້ຕົກລົງ​ປັກ​ເປັນ​ເຂດ​ແດນ​ຮ່ວມ​ກັນ ສ່ວນ​ເຄື່ອ
ຄ່າ​ຍອະນຸ”ລັກ​ນັ້ນ​ ກໍ​ຢ້ານ​ວ່າ​ຈະ​ສົ່ງ​ຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ສັດ​ນໍ້າ ​ແລະ​ປະຊາຊົນລາວ-​ໄທ​ຢ່າງ​ກວ້າງຂວາງ ​ໃນ​ຂະ​ນະ​ທີ່​ພາກສ່ວນ ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ
ຄື​ຈີນ ດັ່ງ​ທີ່ທ່ານ​ນິວັດ ຮ້ອຍ​ແກ້ວ ຜູ້ນຳ​ເຄື່ອຄ່າຍ​ອະນຸ​ລັກ​ແມ່​ນໍ້າຂອງ ​ໃນ​ເຂດ​ຈັງຫວັດ​
ຊ່ຽງ​ຣາຍຂອງ​ໄທ ​ໄດ້​ໃຫ້ ການ​ຢືນຢັນ​ວ່າ.

“​ໂຄງການ​ນີ້​ເປັນໂຄງການທີ່​ຈະ​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ຢ່າງ​ຫລວງຫລາຍ​ໃນ​ແມ່​ນໍ້າຂອງ
​ເພາະວ່າ​ການ​ລະ​ເບີດ​ເກາະແກ່ງ​ໃນ​ໂຄງການ​ນີ້ ບໍ່​ໄດ້​ພຽງ​ແຕ່​ທີ່​ດອນ​ຜີ​ຫລົງ​ຈຸດ​ດຽວ
ມັນ​ຈະລະ​ເບີດ​ອີກ​ມາກ​ມາຍ​ຫລາຍ​ຈຸດ​ໃນໄລຍະ​ທາງ 630 ກວ່າ​ກິ​ໂລ ຈາກຕອ​ນ​ເໜືອ​
ທາງ​ຈີນ​ໄປ​ເຖິງ​ຫລວງ​ພະ​ບາງ ຖ້າ​ໂຄງການ​ມັນ​ເກີດ​ຂຶ້ນ​ແລ້ວ​ເລື່ອງ 500 ຕັນ​ວິ​ງນີ້​ ຂ້າ
ພະ​ເຈົ້າ​ວ່າ​ນີ້​ຄື​ ກັບ​ຄົນ​ທ້ອງ​ຖິ່ນ ​ແລະ​ຜູ້​ຄົນ​ທີ່​ໄດ້​ເພີ່ງ​ພາ​ແມ່​ນໍ້າຂອງ​ມາ​ຕະຫລອດ​ຊີວິດ
ຫລາຍຊົ່ວ​ຊີວິດ​ອອກ​ຈາກ​ແມ່​ນໍ້າຂອງ​ແລ້ວ ຍົກ​ແມ່​ນໍ້າຂອງ​ໃຫ້​ກັບ​ນັກ​ລົງທຶນ​ໃຫຍ່​ຄື​ຈີນ
​ກຸ່ມ​ດຽວ​ເທົ່າ​ນັ້ນ ຂ້າພະ​ເຈົ້າ​ກ້າ​ເວົ້າ​ໄດ້​ເລີຍ.”

ກ່ອນ​ໜ້າ​ນີ້​ເຄື່ອຄ່າຍ​ປະຊາຊົນ​ໄທ 8 ຈັງຫວັດ​ໃນ​ລຸ່ມ​ແມ່​ນໍ້າຂອງ ​ໄດ້​ອອກ​ຖະ​ແຫລ​ງການ​ຄັດຄ້ານ​ມະຕິ​ລັດຖະບານ​ໄທ​ເມື່ອ​ວັນ​ທີ 27 ທັນວາ​ປີ 2016 ທີ່​ເຫັນ​ຊອບ​ກັບ ແຜນ​ພັດທະ
ນາ​ການ​ເດີ​ນ​ເຮືອ​ລະຫວ່າງ​ປະ​ເທດໃນ​ແມ່​ນໍ້າຂອງ​ໃນ​ຊ່ວງ​ປີ 2015-2025 ​ໂດຍ​ໄດ້​ສະ
ແດງ​ຈຸ​ດຢືນ​ວ່າ ມະຕິ​ດັ່ງກ່າວ​ຂອງ​ຄະນະ​ລັດຖະ ບານ​ໄທ ຖື​ເປັນຄວາມ​ຜິ​ດພາດ​ຢ່າງ​ຮຸນ​
ແຮງ ​ເພາະ​ເປັນ​ການຍິນ​ຍອມໃຫ້​ດຳ​ເນີນ​ໂຄງການ​ທີ່​ຈະ​ສ້າງ​ຄວາ​ມສ່ຽງ ​ແລະ​ຜົນ​ກະທົບ​ຢ່ງຮ້າຍ​ແຮງ​ ​ເນື່ອງ​ຈາກ​ວ່າ​ໂຄງການ​ປັບປຸງ​ຮ່ອງ​ນໍ້າ​ເພື່ອ​ການ​ເດີນ​ເຮືອ ທີ່​ຊຸກຍູ້​ໂດຍ​ທາງ​
ການ​ຈີນ​ໃນ ຕະຫລອດ 2 ທົດ​ສະ​ວັດນີ້ ມີວັດ​ທຸ​ປະສົງ​ຈະ​ເຮັດໃຫ້​ແມ່​ນໍ້າຂອງ ​ເປັນ​ຄອງ
​ສົ່ງ​ນໍ້າ​ໃຫ້​ເຮື​ອສິນຄ້າ​ຂະໜາດ 500 ຕັນ ​ໄຫ້​ສາມາດ​ເດີີນທາງ​ຂົນ​ສົ່ງ​ສິນຄ້າ​ໄດ້​ຈາກ​ທ່າ​
ເຮືອ​ຊື່​ເໝົາ​ຜ່ານ​ ມຽນມາ-ລາວ-​ໄທ ​ໄປ​ຫລວງ​ພ​ະບາງ​ໃນ​ລາວ ​ໃຫ້​ໄດ້​ຕະຫລອດ​ປີ​ອັນ​
ເປັນຜົນ​ປະ​ໂຫຍ​ດຂອງ​ຈີນ​ພຽງ​ຝ່າຍດຽວ​ເທົ່າ​ນັ້ນ.

XS
SM
MD
LG